Biblia Todo Logo
Bìoball air-loidhne

- Sanasan -

2 ກະສັດ 6 - ພຣະຄຳພີສັກສິ


ເອລີຊາ​ເຮັດ​ໃຫ້​ຂວານ​ຕົກ​ນໍ້າ​ຟູ

1 ມີ​ມື້ໜຶ່ງ ພວກ​ຜູ້ທຳນວາຍ​ທີ່​ຢູ່​ພາຍໃຕ້​ການ​ດູແລ​ຂອງ​ເອລີຊາ ໄດ້​ຈົ່ມ​ຕໍ່​ເພິ່ນ​ວ່າ, “ບ່ອນ​ທີ່​ພວກເຮົາ​ຢູ່​ນີ້​ນ້ອຍ​ໂພດ

2 ຈົ່ງ​ອະນຸຍາດ​ໃຫ້​ພວກເຮົາ​ໄປ​ຕັດ​ໄມ້​ທີ່​ແຄມ​ຝັ່ງ​ແມ່ນໍ້າ​ຈໍແດນ ເພື່ອ​ວ່າ​ພວກເຮົາ​ຈະ​ໄດ້​ສ້າງ​ບ່ອນ​ຢູ່​ອາໄສ​ໃໝ່.” ເພິ່ນ​ຕອບ​ວ່າ, “ຈົ່ງ​ໄປ​ສາ.”

3 ຜູ້ໜຶ່ງ​ໃນ​ພວກເຂົາ​ຂໍຮ້ອງ​ໃຫ້​ເພິ່ນ​ໄປ​ນຳ; ເພິ່ນ​ກໍ​ຕົກລົງ.

4 ດັ່ງນັ້ນ ເພິ່ນ​ຈຶ່ງ​ໄປ​ກັບ​ພວກເຂົາ. ເມື່ອ​ມາຮອດ​ແຄມ​ຝັ່ງ​ແມ່ນໍ້າ​ຈໍແດນ​ແລ້ວ ພວກເຂົາ​ຕ່າງ​ກໍ​ລົງ​ມື​ເຮັດ​ວຽກ.

5 ຂະນະທີ່​ຄົນ​ໜຶ່ງ​ໃນ​ພວກເຂົາ​ກຳລັງ​ຕັດ​ໄມ້​ຢູ່​ນັ້ນ ຫົວຂວານ​ເຫຼັກ​ຂອງ​ລາວ​ກໍ​ຫລ່ອນ​ຕົກລົງ​ໄປ​ໃນ​ນໍ້າ. ລາວ​ຈຶ່ງ​ຂື້ນ​ວ່າ, “ນາຍເອີຍ ຂ້ານ້ອຍ​ຈະ​ເຮັດ​ຢ່າງໃດ ມັນ​ເປັນ​ຂວານ​ທີ່​ຢືມ​ມາ​ຊໍ້າ.”

6 ຄົນ​ຂອງ​ພຣະເຈົ້າ​ຖາມ​ວ່າ, “ມັນ​ຕົກ​ຢູ່​ບ່ອນ​ໃດ?” ຊາຍ​ຄົນ​ນັ້ນ​ໄດ້​ຊີ້​ໃຫ້​ເພິ່ນ​ເບິ່ງ​ບ່ອນ​ຫົວຂວານ​ຕົກ, ແລ້ວ​ເພິ່ນ​ກໍ​ຕັດ​ເອົາ​ໄມ້​ທ່ອນ​ໜຶ່ງ​ຖິ້ມ​ລົງ​ໄປ​ໃນ​ນໍ້າ ແລະ​ເຮັດ​ໃຫ້​ຫົວຂວານ​ນັ້ນ​ຟູ​ຂຶ້ນ​ມາ.

7 ເພິ່ນ​ສັ່ງ​ວ່າ, “ຈັບ​ເອົາ​ຂຶ້ນ​ມາ.” ແລະ​ຊາຍ​ຄົນ​ນັ້ນ​ກໍ​ຢື້ມື​ລົງ​ໄປ ແລະ​ຈັບ​ເອົາ​ຫົວຂວານ​ຂຶ້ນ​ມາ.


ກອງທັບ​ຊີເຣຍ​ພ່າຍແພ້

8 ຕໍ່ມາ ກະສັດ​ແຫ່ງ​ຊີເຣຍ​ໄດ້​ເຮັດ​ເສິກ​ຕໍ່ສູ້​ອານາຈັກ​ອິດສະຣາເອນ. ເພິ່ນ​ໄດ້​ປະຊຸມ​ກັບ​ພວກ​ຂ້າຣາຊການ​ຂອງ​ເພິ່ນ ແລະ​ເລືອກ​ເອົາ​ບ່ອນ​ໜຶ່ງ​ເປັນ​ບ່ອນ​ຕັ້ງ​ຄ້າຍ.

9 ແຕ່​ຄົນ​ຂອງ​ພຣະເຈົ້າ​ໄດ້​ສົ່ງ​ຖ້ອຍຄຳ​ໄປ​ບອກ​ກະສັດ​ແຫ່ງ​ອິດສະຣາເອນ ເພື່ອ​ເຕືອນ​ເພິ່ນ​ບໍ່​ໃຫ້​ໄປ​ໃກ້​ບ່ອນ​ນັ້ນ ເພາະ​ພວກ​ຊີເຣຍ​ໄດ້​ຄອຍຖ້າ​ດັກ​ໂຈມຕີ​ຢູ່​ທີ່ນັ້ນ.

10 ດັ່ງນັ້ນ ກະສັດ​ແຫ່ງ​ອິດສະຣາເອນ​ຈຶ່ງ​ໄດ້​ສົ່ງ​ຖ້ອຍຄຳ​ທີ່​ຄົນ​ຂອງ​ພຣະເຈົ້າ​ບອກ​ໄປຫາ​ທະຫານ ທີ່​ຢູ່​ໃນ​ບ່ອນ​ນັ້ນ​ໃຫ້​ລະມັດ​ລະວັງຕົວ. ເຫດການ​ຢ່າງ​ນີ້​ໄດ້​ເກີດຂຶ້ນ​ຫລາຍ​ຄັ້ງ​ຫລາຍຄາວ.

11 ກະສັດ​ແຫ່ງ​ຊີເຣຍ​ເສຍໃຈ​ຫຼາຍ​ໃນ​ເລື່ອງ​ນີ້; ເພິ່ນ​ຈຶ່ງ​ໄດ້​ເອີ້ນ​ພວກ​ນາຍ​ທະຫານ​ຂອງ​ເພິ່ນ​ມາ​ຖາມ​ວ່າ, “ມີ​ໃຜ​ແດ່​ໃນ​ພວກເຈົ້າ ທີ່​ເຂົ້າຂ້າງ​ກະສັດ​ແຫ່ງ​ອິດສະຣາເອນ?”

12 ນາຍ​ທະຫານ​ຄົນ​ໜຶ່ງ​ຕອບ​ຂຶ້ນ​ວ່າ, “ຂ້າແດ່​ພະຣາຊາ ບໍ່​ມີ​ໃຜດອກ. ແມ່ນ​ຜູ້ທຳນວາຍ​ເອລີຊາ​ແຫ່ງ​ອິດສະຣາເອນ ຜູ້​ໄດ້​ບອກ​ກະສັດ​ແຫ່ງ​ອິດສະຣາເອນ ເຖິງ​ຄຳເວົ້າ​ທີ່​ທ່ານ​ໄດ້​ເວົ້າ​ເປັນ​ທາງ​ສ່ວນຕົວ ແມ່ນແຕ່​ໃນ​ຫ້ອງນອນ​ຂອງທ່ານ.”

13 ກະສັດ​ສັ່ງ​ວ່າ, “ຈົ່ງ​ຊອກ​ຫາ​ວ່າ​ລາວ​ຢູ່​ໃສ? ແລະ​ເຮົາ​ຈະ​ໃຊ້​ຄົນ​ໄປ​ຈັບ​ລາວ.” ເມື່ອ​ມີ​ຄົນ​ມາ​ບອກ​ເພິ່ນ​ວ່າ ເພິ່ນ​ຢູ່​ທີ່​ເມືອງ​ໂດທານ

14 ດັ່ງນັ້ນ ເພິ່ນ​ຈຶ່ງ​ສົ່ງ​ກອງທັບ​ໃຫຍ່​ໄປ​ທີ່​ນັ້ນ​ພ້ອມ​ທັງ​ຝູງມ້າ ແລະ​ລົດຮົບ. ພວກເຂົາ​ໄປ​ຮອດ​ຕົວເມືອງ​ໃນ​ເວລາ​ກາງຄືນ ແລະ​ອ້ອມ​ເມືອງ​ໄວ້.

15 ມື້​ຕໍ່ມາ ຄົນ​ຮັບໃຊ້​ຄົນ​ຂອງ​ພຣະເຈົ້າ​ໄດ້​ລຸກ​ຂຶ້ນ​ແຕ່​ເຊົ້າໆ ແລະ​ອອກ​ໄປ​ທາງ​ນອກເຮືອນ ລາວ​ຈຶ່ງ​ເຫັນ​ກຳລັງ​ທະຫານ​ຂອງ​ຊີເຣຍ ພ້ອມ​ດ້ວຍ​ຝູງມ້າ ແລະ​ລົດຮົບ​ອ້ອມ​ເມືອງ​ຢູ່. ລາວ​ຟ້າວ​ກັບຄືນ​ໄປ​ຫາ​ເອລີຊາ ແລະ​ຮ້ອງ​ຂຶ້ນ​ວ່າ, “ນາຍເອີຍ ຕາຍແລ້ວ​ບັດນີ້ ພວກເຮົາ​ຈະ​ເຮັດ​ຢ່າງໃດ?”

16 ເພິ່ນ​ຕອບ​ວ່າ, “ບໍ່​ຕ້ອງ​ຢ້ານ ຝ່າຍ​ຂອງ​ພວກເຮົາ​ມີ​ຫລາຍກວ່າ​ຝ່າຍ​ຂອງ​ພວກເຂົາ.”

17 ແລ້ວ​ເອລີຊາ​ກໍ​ພາວັນນາ​ອະທິຖານ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ຂໍ​ພຣະອົງ​ເປີດ​ຕາ​ຄົນ​ຮັບໃຊ້​ຂອງ​ຂ້ານ້ອຍ​ຄົນ​ນີ້ ໃຫ້​ເຫັນ​ກຳລັງ​ຝ່າຍ​ເຮົາ​ແດ່ທ້ອນ.” ພຣະເຈົ້າຢາເວ​ຕອບ​ຄຳພາວັນນາ​ອະທິຖານ​ຂອງ​ເອລີຊາ. ເມື່ອ​ຄົນ​ຮັບໃຊ້​ຂອງ​ເພິ່ນ​ຫລຽວ​ຂຶ້ນ​ໄປ​ທີ່​ເທິງ​ພູ ລາວ​ກໍ​ເຫັນ​ຝູງມ້າ ແລະ​ລົດຮົບ​ເປັນ​ໄຟ​ຢູ່​ອ້ອມລ້ອມ​ເອລີຊາ.

18 ເມື່ອ​ພວກ​ຊີເຣຍ​ເຂົ້າ​ໂຈມຕີ ເອລີຊາ​ກໍ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ​ວ່າ, “ຂໍ​ພຣະອົງ​ເຮັດ​ໃຫ້​ພວກ​ທະຫານ​ເຫຼົ່ານີ້​ຕາບອດ​ສາ.” ພຣະອົງ​ຕອບ​ຄຳພາວັນນາ​ອະທິຖານ​ຂອງ​ເພິ່ນ ແລະ​ເຮັດ​ໃຫ້​ພວກເຂົາ​ຕາບອດ.

19 ແລ້ວ​ເອລີຊາ​ກໍ​ໄປ​ຫາ​ພວກເຂົາ ແລະ​ເວົ້າ​ວ່າ, “ພວກເຈົ້າ​ມາ​ຜິດ​ທາງ; ນີ້​ບໍ່ແມ່ນ​ເມືອງ​ທີ່​ພວກເຈົ້າ​ກຳລັງ​ຊອກຫາ. ຈົ່ງ​ຕາມ​ຂ້ອຍ​ມາ ຂ້ອຍ​ຈະ​ນຳ​ພວກເຈົ້າ​ໄປ​ຫາ​ຊາຍ​ທີ່​ພວກເຈົ້າ​ກຳລັງ​ຊອກຫາ​ນັ້ນ.” ແລ້ວ​ເພິ່ນ​ກໍ​ນຳ​ພວກເຂົາ​ໄປ​ທີ່​ນະຄອນ​ຊາມາເຣຍ.

20 ພໍ​ພວກເຂົາ​ເຂົ້າ​ໄປ​ໃນ​ນະຄອນ​ຊາມາເຣຍ ເອລີຊາ​ຈຶ່ງ​ພາວັນນາ​ອະທິຖານ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ຂໍ​ພຣະອົງ​ເປີດ​ຕາ​ພວກເຂົາ​ໃຫ້​ເຫັນ​ເທີ້ນ.” ພຣະເຈົ້າຢາເວ​ໄດ້​ຕອບ​ຄຳພາວັນນາ​ອະທິຖານ​ຂອງ​ເພິ່ນ; ພຣະອົງ​ໃຫ້​ພວກເຂົາ​ເຫັນຮຸ່ງ ແລະ​ພວກເຂົາ​ຈຶ່ງ​ເຫັນ​ວ່າ​ພວກຕົນ​ພວມ​ຢູ່​ໃນ​ນະຄອນ​ຊາມາເຣຍ.

21 ເມື່ອ​ກະສັດ​ແຫ່ງ​ອິດສະຣາເອນ​ເຫັນ​ພວກ​ຊີເຣຍ ເພິ່ນ​ຈຶ່ງ​ຖາມ​ເອລີຊາ​ວ່າ, “ພໍ່ເອີຍ ໃຫ້​ເຮົາ​ຂ້າ​ພວກເຂົາ​ບໍ? ໃຫ້​ເຮົາ​ຂ້າ​ພວກເຂົາ​ບໍ?”

22 ເພິ່ນ​ຕອບ​ວ່າ, “ບໍ່ ແມ່ນແຕ່​ທະຫານ​ທີ່​ທ່ານ​ຈັບ​ໄດ້​ໃນ​ສະໜາມຮົບ​ກໍ​ຢ່າ​ຂ້າ​ພວກເຂົາ. ຈົ່ງ​ຫາ​ອາຫານ​ແລະ​ນໍ້າ ໃຫ້​ພວກເຂົາ​ກິນ​ແລະ​ດື່ມ ແລະ​ປ່ອຍ​ໃຫ້​ພວກເຂົາ​ກັບຄືນ​ເມືອ​ຫາ​ກະສັດ​ຂອງ​ພວກເຂົາ.”

23 ດັ່ງນັ້ນ ກະສັດ​ອິດສະຣາເອນ​ຈຶ່ງ​ໄດ້​ຈັດຫາ​ອາຫານ​ລ້ຽງ​ພວກເຂົາ​ຢ່າງ​ໃຫຍ່ໂຕ; ຫລັງຈາກ​ພວກເຂົາ​ກິນ​ແລະ​ດື່ມ​ແລ້ວ, ກະສັດ​ກໍ​ສົ່ງ​ພວກເຂົາ​ກັບຄືນ​ເມືອ​ຫາ​ກະສັດ​ແຫ່ງ​ຊີເຣຍ. ນັບ​ຕັ້ງແຕ່​ນັ້ນ​ມາ ຊາວ​ຊີເຣຍ​ກໍ​ຢຸດ​ໂຈມຕີ​ດິນແດນ​ອິດສະຣາເອນ.


ການ​ປິດລ້ອມ​ນະຄອນ​ຊາມາເຣຍ

24 ຕໍ່ມາ ກະສັດ​ເບັນຮາດາດ​ແຫ່ງ​ຊີເຣຍ​ໄດ້​ນຳ​ເອົາ​ກອງທັບ​ທັງໝົດ​ຂອງ​ເພິ່ນ ໄປ​ຕໍ່ສູ້​ອານາຈັກ​ອິດສະຣາເອນ​ແລະ​ອ້ອມ​ນະຄອນ​ຊາມາເຣຍ​ໄວ້.

25 ການ​ປິດລ້ອມ​ເມືອງ​ໃນ​ຄັ້ງ​ນີ້​ເປັນ​ເຫດ​ໃຫ້​ຕົວເມືອງ ເກີດ​ການຂາດແຄນ​ອາຫານ​ເປັນ​ຢ່າງໜັກ ຈົນ​ວ່າ​ຫົວລໍ​ໂຕໜຶ່ງ​ມີ​ລາຄາ​ແປດສິບ​ຫລຽນ​ເງິນ ແລະ​ຂີ້​ນົກ​ກາງແກ ສອງຮ້ອຍ​ກຼາມ ມີ​ລາຄາ​ຫ້າ​ຫລຽນ​ເງິນ.

26 ມື້​ໜຶ່ງ ກະສັດ​ແຫ່ງ​ອິດສະຣາເອນ​ກຳລັງ​ຍ່າງ​ລຽບຕາມ​ກຳແພງ​ເມືອງ. ແລ້ວ​ກໍ​ມີ​ຍິງ​ຄົນ​ໜຶ່ງ​ຮ້ອງ​ໃສ່​ເພິ່ນ​ວ່າ, “ຂ້າແດ່​ພະຣາຊາ ກະລຸນາ​ຊ່ວຍ​ຂ້ານ້ອຍ​ແດ່ທ້ອນ.”

27 ກະສັດ​ຕອບ​ວ່າ, “ຖ້າ​ພຣະເຈົ້າຢາເວ​ບໍ່​ຊ່ວຍ​ເຈົ້າ​ແລ້ວ ເຮົາ​ຈະ​ຊ່ວຍ​ເຈົ້າ​ໄດ້​ຢ່າງໃດ? ເຮົາ​ມີ​ເຂົ້າ ຫລື​ເຫຼົ້າ​ອະງຸ່ນ​ຊັ້ນບໍ?

28 ເຈົ້າ​ມີ​ຄວາມ​ເດືອດຮ້ອນ​ຫຍັງ?” ນາງ​ຕອບ​ວ່າ, “ມື້​ກ່ອນ​ນັ້ນ ຍິງ​ຄົນ​ນີ້​ສະເໜີ​ວ່າ​ໃຫ້​ກິນ​ລູກ​ຂອງ​ຂ້ານ້ອຍ​ກ່ອນ ແລ້ວ​ໃນ​ມື້​ຕໍ່ໄປ​ຈຶ່ງ​ກິນ​ລູກ​ຂອງ​ນາງ.

29 ດັ່ງນັ້ນ ພວກເຮົາ​ຈຶ່ງ​ໄດ້​ເອົາ​ລູກຊາຍ​ຂອງ​ຂ້ານ້ອຍ​ມາ​ຈັດແຈ່ງ​ເປັນ​ອາຫານ. ໃນ​ມື້​ຕໍ່ມາ ຂ້ານ້ອຍ​ບອກ​ລາວ​ວ່າ, ‘ພວກເຮົາ​ຕ້ອງ​ກິນ​ລູກຊາຍ​ຂອງເຈົ້າ’ ແຕ່​ນາງ​ໄດ້​ເຊື່ອງ​ລູກຊາຍ​ນັ້ນ​ໄວ້.”

30 ເມື່ອ​ໄດ້ຍິນ​ດັ່ງນັ້ນ ກະສັດ​ຈຶ່ງ​ຈີກ​ເຄື່ອງນຸ່ງ​ຂອງຕົນ​ດ້ວຍ​ຄວາມທຸກໃຈ ແລະ​ປະຊາຊົນ​ທີ່​ຢູ່​ຕາມ​ກຳແພງ​ກໍ​ໄດ້​ເຫັນ​ເພິ່ນ​ນຸ່ງ​ເຄື່ອງ​ທີ່​ເຮັດ​ດ້ວຍ​ຜ້າ​ກະສອບເຂົ້າ ຊ້ອນ​ໄວ້​ທາງ​ໃນ​ເຄື່ອງນຸ່ງ​ຂອງ​ເພິ່ນ.

31 ເພິ່ນ​ຮ້ອງ​ຂຶ້ນ​ວ່າ, “ຖ້າ​ເອລີຊາ​ບໍ່​ຖືກ​ຕັດ​ຫົວ​ກ່ອນ​ວັນ​ນີ້​ໝົດ​ໄປ ກໍ​ຂໍ​ໃຫ້​ພຣະເຈົ້າ​ປະຫານ​ຊີວິດ​ຂອງ​ຂ້ານ້ອຍ​ເສຍ​ເຖີດ.”

32 ແລ້ວ​ເພິ່ນ​ກໍ​ໃຊ້​ຄົນ​ໄປ​ນຳ​ເອົາ​ເອລີຊາ. ໃນຂະນະ​ດຽວກັນ​ນັ້ນ ເອລີຊາ​ກຳລັງ​ນັ່ງ​ຢູ່​ໃນ​ເຮືອນ​ກັບ​ບັນດາ​ເຖົ້າແກ່​ບາງຄົນ ທີ່​ໄດ້​ມາ​ຢ້ຽມຢາມ​ເພິ່ນ. ກ່ອນ​ທີ່​ຄົນ​ຂອງ​ກະສັດ​ມາຮອດ ເອລີຊາ​ເວົ້າ​ກັບ​ບັນດາ​ເຖົ້າແກ່​ວ່າ, “ຄາດຕະກອນ​ຄົນ​ນັ້ນ​ກຳລັງ​ສົ່ງ​ຄົນ​ມາ​ສັງຫານ​ຂ້າພະເຈົ້າ ເມື່ອ​ລາວ​ມາຮອດ​ທີ່​ນີ້​ແລ້ວ​ໃຫ້​ອັດ​ປະຕູ​ໄວ້ ຢ່າ​ໃຫ້​ລາວ​ເຂົ້າ​ມາ. ສ່ວນ​ກະສັດ​ເອງ​ຈະ​ຕາມ​ຄົນ​ນີ້​ມາ​ນຳຫລັງ.”

33 ເອລີຊາ​ເວົ້າ​ຍັງ​ບໍ່​ທັນ​ຈົບ, ກະສັດ ກໍ​ມາຮອດ ແລະ​ກ່າວ​ວ່າ, “ແມ່ນ​ພຣະເຈົ້າຢາເວ​ທີ່​ໄດ້​ນຳ​ເອົາ​ຄວາມ​ເດືອດຮ້ອນ​ນີ້​ມາ​ສູ່​ພວກເຮົາ. ເຫດໃດ​ຂ້າພະເຈົ້າ​ຈຶ່ງ​ຈະ​ລໍຖ້າ​ພຣະເຈົ້າຢາເວ​ໃຫ້​ດຳເນີນການ​ຢ່າງໃດ​ຢ່າງໜຶ່ງ?”

@ 2012 United Bible Societies. All Rights Reserved.

Lean sinn:



Sanasan