Biblia Todo Logo
Bìoball air-loidhne

- Sanasan -

2 ກະສັດ 5 - ພຣະຄຳພີສັກສິ


ນາອາມານ​ດີ​ພະຍາດ

1 ນາອາມານ ຜູ້​ບັນຊາການ​ກອງທັບ​ຊີເຣຍ ເປັນ​ຄົນ​ທີ່​ກະສັດ​ແຫ່ງ​ຊີເຣຍ​ນັບຖື​ຢ່າງ​ສູງ ແລະ​ໃຫ້​ຄຳ​ຍ້ອງຍໍ​ຊົມເຊີຍ ເພາະ​ພຣະເຈົ້າຢາເວ​ໄດ້​ໃຫ້​ລາວ​ນຳ​ໄຊຊະນະ​ມາ​ສູ່​ກອງທັບ​ຊີເຣຍ. ລາວ​ເປັນ​ທະຫານ​ຜູ້​ສຳຄັນ ແຕ່​ລາວ​ໄດ້​ທົນທຸກ​ຍ້ອນ​ໂຣກ​ຂີ້ທູດ.

2 ມີ​ຄັ້ງໜຶ່ງ ເມື່ອ​ຊາວ​ຊີເຣຍ​ໄດ້​ມາ​ປຸ້ນສະດົມ​ອານາຈັກ​ອິດສະຣາເອນ ພວກ​ຊີເຣຍ​ໄດ້​ຈັບ​ເອົາ​ເດັກຍິງ​ຊາວ​ອິດສະຣາເອນ​ຄົນ​ໜຶ່ງ​ໄປ ແລະ​ເດັກ​ຄົນ​ນີ້​ໄດ້​ເປັນ​ຄົນ​ຮັບໃຊ້​ຂອງ​ເມຍ​ນາອາມານ.

3 ມື້ໜຶ່ງ ນາງ​ໄດ້​ເວົ້າ​ກັບ​ນາຍຍິງ​ຂອງຕົນ​ວ່າ, “ຂ້ານ້ອຍ​ຢາກ​ໃຫ້​ນາຍ​ຜູ້ຊາຍ ໄປ​ຫາ​ຜູ້ທຳນວາຍ​ທີ່​ນະຄອນ​ຊາມາເຣຍ ເພິ່ນ​ປິ່ນປົວ​ພະຍາດ​ຂອງ​ນາຍ​ໃຫ້​ດີ​ໄດ້.”

4 ເມື່ອ​ນາອາມານ​ໄດ້ຍິນ​ເລື່ອງ​ນີ້ ລາວ​ຈຶ່ງ​ໄປ​ຫາ​ກະສັດ ແລະ​ບອກ​ເພິ່ນ​ຕາມ​ທີ່​ເດັກຍິງ​ນັ້ນ​ໄດ້​ເວົ້າ.

5 ກະສັດ​ບອກ​ວ່າ, “ຈົ່ງ​ໄປ​ຫາ​ກະສັດ​ແຫ່ງ​ອິດສະຣາເອນ ແລະ​ຖື​ຈົດໝາຍ​ນີ້​ໄປ​ໃຫ້​ເພິ່ນ.” ດັ່ງນັ້ນ ນາອາມານ​ຈຶ່ງ​ໄດ້​ນຳ​ເອົາ​ເງິນ​ສາມສິບພັນ​ແທ່ງ, ຄຳ​ຫົກພັນ​ແທ່ງ, ພ້ອມ​ທັງ​ເຄື່ອງນຸ່ງ​ທີ່​ສວຍງາມ​ສິບ​ຊຸດ ແລະ​ອອກ​ເດີນທາງ​ໄປ.

6 ຈົດໝາຍ​ທີ່​ລາວ​ຖື​ໄປ​ນັ້ນ​ມີ​ເນື້ອຄວາມ​ດັ່ງນີ້: “ຈົດໝາຍ​ນີ້​ແມ່ນ​ແນະນຳ​ຕົວ​ນາອາມານ ນາຍ​ທະຫານ​ຂອງ​ຂ້າພະເຈົ້າ. ຂ້າພະເຈົ້າ​ຢາກ​ໃຫ້​ທ່ານ​ປິ່ນປົວ​ພະຍາດ​ຂອງ​ລາວ​ໃຫ້​ດີ.”

7 ເມື່ອ​ກະສັດ​ແຫ່ງ​ອິດສະຣາເອນ​ໄດ້​ອ່ານ​ຈົດໝາຍ​ນັ້ນ​ແລ້ວ, ເພິ່ນ​ກໍ​ຈີກ​ເຄື່ອງນຸ່ງ​ຂອງຕົນ​ດ້ວຍ​ຄວາມທຸກໃຈ ແລະ​ຮ້ອງ​ຂຶ້ນ​ວ່າ, “ກະສັດ​ແຫ່ງ​ຊີເຣຍ​ຫວັງ​ຢາກ​ໃຫ້​ເຮົາ​ປິ່ນປົວ​ຊາຍ​ຄົນ​ນີ້​ໃຫ້​ດີ​ໄດ້​ຢ່າງ​ໃດ? ເພິ່ນ​ຄິດ​ວ່າ​ເຮົາ​ເປັນ​ພຣະເຈົ້າ ທີ່​ມີ​ອຳນາດ​ບອກ​ໃຫ້​ຕາຍ ຫລື​ໃຫ້​ເປັນ​ໄດ້​ຊັ້ນບໍ? ມັນ​ເປັນ​ການ​ຈະແຈ້ງ​ແລ້ວ​ວ່າ​ລາວ​ຊອກຫາ​ເລື່ອງ​ເກາະຜິດ​ກັບ​ເຮົາ.”

8 ເມື່ອ​ຜູ້ທຳນວາຍ​ເອລີຊາ​ໄດ້ຍິນ​ເຖິງ​ເຫດການ​ທີ່​ເກີດຂຶ້ນ​ກັບ​ກະສັດ ເພິ່ນ​ຈຶ່ງ​ສົ່ງ​ຂ່າວ​ໄປ​ເຖິງ​ກະສັດ​ວ່າ, “ເປັນຫຍັງ​ທ່ານ​ຈຶ່ງ​ເປັນທຸກໃຈ​ແທ້? ຈົ່ງ​ສົ່ງ​ຊາຍ​ຄົນ​ນັ້ນ​ມາ​ຫາ​ຂ້ານ້ອຍ ແລະ​ຂ້ານ້ອຍ​ຈະ​ແນະນຳ​ລາວ​ໃຫ້​ຮູ້​ວ່າ ຢູ່​ທີ່​ອານາຈັກ​ອິດສະຣາເອນ​ນີ້​ມີ​ຜູ້ທຳນວາຍ​ຄົນ​ໜຶ່ງ.”

9 ດັ່ງນັ້ນ ນາອາມານ​ພ້ອມ​ທັງ​ຝູງມ້າ ແລະ​ລົດຮົບ ຈຶ່ງ​ມາ​ຢຸດ​ຢູ່​ທີ່​ທາງ​ເຂົ້າ​ເຮືອນ​ຂອງ​ເອລີຊາ.

10 ເອລີຊາ​ໄດ້​ສັ່ງ​ຄົນ​ຮັບໃຊ້​ອອກ​ມາ​ບອກ​ນາອາມານ ໃຫ້​ໄປ​ອາບນໍ້າ​ທີ່​ແມ່ນໍ້າ​ຈໍແດນ​ເຈັດ​ເທື່ອ ແລະ​ເພິ່ນ​ກໍ​ຈະ​ຫາຍ​ດີ​ເປັນ​ປົກກະຕິ.

11 ແຕ່​ນາອາມານ​ໄດ້​ໜີໄປ​ພ້ອມ​ທັງ​ໃຈຮ້າຍ​ໃຫຍ່ ແລະ​ເວົ້າ​ວ່າ, “ຂ້ອຍ​ຄິດ​ວ່າ​ຢ່າງໜ້ອຍ​ເພິ່ນ​ກໍ​ຄວນ​ອອກ​ມາ​ຫາ​ຂ້ອຍ ແລະ​ພາວັນນາ​ອະທິຖານ​ອອກ​ນາມຊື່​ຂອງ​ພຣະເຈົ້າຢາເວ​ພຣະເຈົ້າ​ຂອງ​ເພິ່ນ, ວາງມື​ໃສ່​ເທິງ​ບ່ອນ​ທີ່​ເປັນ​ພະຍາດ ແລະ​ປິ່ນປົວ​ຂ້ອຍ​ໃຫ້​ຫາຍ​ດີ​ຊັ້ນ​ດອກ

12 ຕາມຈິງ​ແລ້ວ ແມ່ນໍ້າ​ອາບານາ ແລະ​ຟຣາປັກ​ທີ່​ດາມັສກັດ ກໍ​ຍັງ​ດີກວ່າ​ແມ່ນໍ້າ​ຕ່າງໆ​ຢູ່​ໃນ​ອິດສະຣາເອນ​ນີ້​ບໍ່​ແມ່ນ​ບໍ? ຂ້ອຍ​ຄວນ​ອາບນໍ້າ​ຢູ່​ໃນ​ແມ່ນໍ້າ​ເຫຼົ່ານັ້ນ​ແລະ​ຄົງ​ຫາຍ​ດີ​ແລ້ວ.” ລາວ​ຈຶ່ງ​ກັບ​ໄປ​ດ້ວຍ​ຄວາມ​ໂມໂຫ.

13 ບັນດາ​ຄົນ​ຮັບໃຊ້​ຂອງ​ລາວ​ຈຶ່ງ​ມາ​ຫາ ແລະ​ເວົ້າ​ວ່າ, “ທ່ານເອີຍ ຖ້າ​ຜູ້ທຳນວາຍ​ບອກ​ທ່ານ​ໃຫ້​ເຮັດ​ໃນ​ສິ່ງ​ທີ່​ຍາກ ທ່ານ​ກໍ​ຄວນ​ເຮັດ. ດຽວນີ້​ເປັນຫຍັງ​ທ່ານ​ຈຶ່ງ​ບໍ່​ໄປ​ອາບນໍ້າ​ຊຳລະ​ຕົວ​ຕາມ​ທີ່​ເພິ່ນ​ໄດ້​ບອກ​ນັ້ນ ແລະ​ທ່ານ​ກໍ​ຈະ​ຫາຍ​ດີ​ເປັນ​ປົກກະຕິ?”

14 ດັ່ງນັ້ນ ນາອາມານ​ຈຶ່ງ​ລົງ​ໄປ​ທີ່​ແມ່ນໍ້າ​ຈໍແດນ​ຈຸ່ມຕົວ​ລົງ​ໃນ​ນໍ້າ​ເຈັດ​ຄັ້ງ ຕາມ​ຄຳແນະນຳ​ຂອງ​ຄົນ​ຂອງ​ພຣະເຈົ້າ ແລະ​ລາວ​ກໍ​ຫາຍ​ດີ​ເປັນ​ປົກກະຕິ. ເນື້ອໜັງ​ຂອງ​ລາວ​ສະອາດ​ເສາະໃສ​ດີ​ເປັນ​ປົກກະຕິ​ດັ່ງ​ເນື້ອໜັງ​ຂອງ​ເດັກນ້ອຍ.

15 ນາອາມານ​ພ້ອມ​ທັງ​ຄົນ​ຂອງຕົນ​ໄດ້​ກັບຄືນ​ໄປ​ຫາ​ຄົນ​ຂອງ​ພຣະເຈົ້າ ແລະ​ເວົ້າ​ວ່າ, “ດຽວ​ນີ້​ຂ້າພະເຈົ້າ​ຮູ້​ແລ້ວ​ວ່າ​ບໍ່ມີ​ພຣະເຈົ້າ​ອົງ​ອື່ນ ນອກຈາກ​ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ; ສະນັ້ນ ທ່ານເອີຍ ກະລຸນາ​ຮັບ​ເອົາ​ຂອງຂວັນ​ຈາກ​ຂ້າພະເຈົ້າ​ດ້ວຍ​ເຖີດ.”

16 ເອລີຊາ​ຕອບ​ວ່າ, “ໂດຍ​ພຣະເຈົ້າຢາເວ​ອົງ​ຊົງ​ພຣະຊົນຢູ່, ອົງ​ທີ່​ຂ້າພະເຈົ້າ​ຮັບໃຊ້​ຢູ່​ນີ້ ຂ້າພະເຈົ້າ​ຈະ​ບໍ່ຍອມ​ຮັບ​ເອົາ​ຂອງຂວັນ​ໃດໆ.” ນາອາມານ​ໄດ້​ຮຽກຮ້ອງ​ໃຫ້​ເພິ່ນ​ຍອມຮັບ​ເອົາ ແຕ່​ເພິ່ນ​ກໍ​ບໍ່ຍອມ.

17 ສະນັ້ນ ນາອາມານ​ຈຶ່ງ​ເວົ້າ​ວ່າ, “ຖ້າ​ທ່ານ​ບໍ່ຍອມ​ຮັບ​ເອົາ​ຂອງຂວັນ​ຈາກ​ຂ້າພະເຈົ້າ​ແລ້ວ ກໍ​ຂໍ​ໃຫ້​ຂ້າພະເຈົ້າ​ເອົາ​ດິນ​ຈາກ​ບ່ອນ​ນີ້​ເມື່ອ​ເຮືອນ​ນຳ ຈົນ​ພໍ​ກັບ​ລໍ​ສອງ​ໂຕ​ຈະ​ບັນທຸກ​ໄດ້. ເພາະ​ຕັ້ງແຕ່​ບັດນີ້​ເປັນ​ຕົ້ນ​ໄປ ຂ້າພະເຈົ້າ​ຈະ​ບໍ່​ຖວາຍ​ເຄື່ອງ​ບູຊາ ຫລື​ເຄື່ອງ​ເຜົາບູຊາ​ແກ່​ພະ​ໃດໆ ນອກຈາກ​ພຣະເຈົ້າຢາເວ.

18 ສະນັ້ນ ຂ້າພະເຈົ້າ​ຈຶ່ງ​ຫວັງວ່າ​ພຣະເຈົ້າຢາເວ​ຄົງ​ຈະ​ອະໄພ​ໃຫ້ ໃນ​ເວລາ​ທີ່​ຂ້າພະເຈົ້າ​ຕິດຕາມ​ກະສັດ​ຂອງ​ຂ້າພະເຈົ້າ​ໄປ​ທີ່​ວິຫານ​ຂອງ​ພະ​ຣິມໂມນ ພະ​ຂອງ​ຊາວ​ຊີເຣຍ ແລະ​ຂາບໄຫວ້​ພະ​ນັ້ນ. ພຣະເຈົ້າຢາເວ​ຄົງ​ຈະ​ອະໄພ​ໃຫ້​ແກ່​ຂ້າພະເຈົ້າ​ຢ່າງ​ແນ່ນອນ.”

19 ເອລີຊາ​ກ່າວ​ວ່າ, “ຈົ່ງ​ໄປ​ເປັນ​ສຸກ​ເຖີດ.” ແລ້ວ​ນາອາມານ​ກໍ​ຈາກ​ໄປ. ເມື່ອ​ເພິ່ນ​ໄດ້​ຈາກ​ໄປ​ບໍ່​ໄກ​ພໍ​ເທົ່າໃດ,

20 ເກຮາຊິ​ຄົນ​ຮັບໃຊ້​ຂອງ​ເອລີຊາ​ກໍ​ຄິດ​ໃນໃຈ​ວ່າ, “ນາຍ​ຂອງເຮົາ​ໄດ້​ປ່ອຍ​ໃຫ້​ນາອາມານ​ໜີໄປ​ລ້າໆ ໂດຍ​ບໍ່ໄດ້​ຫຍັງໝົດ ເພິ່ນ​ຄວນ​ຮັບ​ເອົາ​ສິ່ງຂອງ​ທີ່​ຄົນ​ຊີເຣຍ​ຜູ້​ນັ້ນ​ມອບ​ໃຫ້. ໂດຍ​ພຣະເຈົ້າຢາເວ​ອົງ​ຊົງ​ພຣະຊົນຢູ່ ເຮົາ​ຈະ​ແລ່ນ​ຕາມ​ລາວ​ໄປ ແລະ​ເອົາ​ບາງ​ສິ່ງ​ຈາກ​ລາວ.”

21 ດັ່ງນັ້ນ ລາວ​ຈຶ່ງ​ໄດ້​ອອກ​ເດີນທາງ​ຕາມ​ນາອາມານ​ໄປ. ເມື່ອ​ນາອາມານ ຫລຽວເຫັນ​ຊາຍ​ຄົນ​ໜຶ່ງ​ແລ່ນ​ຕາມຫລັງ​ຕົນ​ມາ ລາວ​ຈຶ່ງ​ລົງ​ຈາກ​ລົດມ້າ ແລະ​ໄປ​ພົບ​ເກຮາຊິ​ທັງ​ຖາມ​ວ່າ, “ມີ​ເລື່ອງ​ຫຍັງ​ເກີດຂຶ້ນ​ຊັ້ນບໍ?”

22 ເກຮາຊິ​ຕອບ​ວ່າ, “ບໍ່ມີ​ຫຍັງດອກ ແຕ່​ນາຍ​ຂອງ​ຂ້ານ້ອຍ​ສົ່ງ​ຂ້ານ້ອຍ​ມາ​ບອກ​ທ່ານ​ວ່າ ໃນ​ຫວ່າງກີ້​ນີ້ເອງ​ມີ​ຜູ້ທຳນວາຍ​ສອງ​ຄົນ​ໃນ​ໝວດ​ເຂດ​ເນີນພູ​ເອຟຣາອິມ​ມາຮອດ ເອລີຊາ​ຢາກ​ໃຫ້​ທ່ານ​ເອົາ​ເງິນ​ສາມພັນ​ແທ່ງ ແລະ​ເສື້ອ​ທີ່​ສວຍງາມ​ສອງ​ຊຸດ​ໃຫ້​ພວກເພິ່ນ.”

23 ນາອາມານ​ຕອບ​ຄືນ​ວ່າ, “ຈົ່ງ​ເອົາ​ເງິນ​ຫົກພັນ​ແທ່ງ ໄປ​ເທີ້ນ.” ເພິ່ນ​ເວົ້າ​ເນັ້ນ​ໃຫ້​ຍອມ​ຮັບ ໂດຍ​ມັດ​ເງິນ​ໃສ່​ສອງ​ຖົງ​ພ້ອມ​ເສື້ອ​ສວຍງາມ​ສອງ​ຊຸດ ແລະ​ມອບ​ໃຫ້​ຄົນ​ຮັບໃຊ້​ສອງ​ຄົນ​ຂອງຕົນ. ເພິ່ນ​ສົ່ງ​ພວກເຂົາ​ໃຫ້​ອອກ​ໄປ​ກ່ອນ​ໜ້າ​ເກຮາຊິ.

24 ເມື່ອ​ພວກເຂົາ​ມາ​ເຖິງ​ເນີນພູ​ບ່ອນ​ເອລີຊາ​ຢູ່, ເກຮາຊິ​ກໍ​ແບກ​ເອົາ​ເສື້ອຜ້າ ແລະ​ເງິນ​ສອງ​ຖົງ​ນັ້ນ​ເຂົ້າ​ໄປ​ເກັບ​ໄວ້​ໃນ​ເຮືອນ. ແລ້ວ​ລາວ​ກໍ​ສົ່ງ​ບັນດາ​ຄົນ​ຮັບໃຊ້​ຂອງ​ນາອາມານ​ກັບຄືນ​ເມືອ.

25 ເມື່ອ​ເກຮາຊິ​ກັບ​ເຂົ້າ​ມາ​ໃນ​ເຮືອນ​ແລະ​ຢືນຢູ່​ຕໍ່ໜ້າ​ນາຍ​ຂອງຕົນ ເອລີຊາ​ຈຶ່ງ​ຖາມ​ລາວ​ວ່າ, “ເຈົ້າ​ມາ​ແຕ່​ໃສ?” ລາວ​ຕອບ​ວ່າ, “ໂອ ບໍ່ໄດ້​ໄປ​ໃສ​ມາ​ດອກ ທ່ານເອີຍ.”

26 ແຕ່​ເພິ່ນ​ກ່າວ​ຕໍ່​ລາວ​ວ່າ, “ເມື່ອ​ຊາຍ​ຄົນ​ນັ້ນ​ລົງ​ແຕ່​ລົດມ້າ​ມາ​ຫາ​ເຈົ້າ ຈິດວິນຍານ​ຂອງຂ້ອຍ​ບໍ່ໄດ້​ຢູ່​ໃນ​ບ່ອນ​ນັ້ນ​ຊັ້ນບໍ? ນີ້​ບໍ່ແມ່ນ​ເວລາ​ຮັບ​ເອົາ​ເງິນ ແລະ​ເຄື່ອງນຸ່ງ, ສວນ​ໝາກກອກເທດ ແລະ​ສວນອະງຸ່ນ, ແກະ​ແລະ​ງົວ ຫລື​ຄົນ​ຮັບໃຊ້.

27 ເພາະສະນັ້ນ ພະຍາດ​ຂອງ​ນາອາມານ​ຈະ​ຕິດແປດ​ເຈົ້າ, ທັງ​ເຈົ້າ​ແລະ​ເຊື້ອສາຍ​ຂອງ​ເຈົ້າ​ຈະ​ເປັນ​ພະຍາດ​ນີ້​ຕະຫລອດໄປ.” ເມື່ອ​ເກຮາຊິ​ໄດ້​ອອກ​ໄປ ລາວ​ກໍ​ເປັນ​ພະຍາດ​ຂີ້ທູດ ໜັງ​ຂອງ​ລາວ​ຂາວ​ດັ່ງ​ຫິມະ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan