2 ກະສັດ 4 - ພຣະຄຳພີສັກສິເອລີຊາຊ່ວຍແມ່ໝ້າຍຍາກຈົນຄົນໜຶ່ງ 1 ມີແມ່ໝ້າຍຜູ້ໜຶ່ງທີ່ຜົວຂອງນາງຢູ່ໃນກຸ່ມຜູ້ທຳນວາຍໄດ້ໄປຫາເອລີຊາ ແລະຮ້ອງຂໍວ່າ, “ທ່ານເອີຍ ຜົວຂອງຂ້ານ້ອຍຕາຍໄປແລ້ວ ທ່ານກໍຮູ້ວ່າລາວເປັນຄົນຮັບໃຊ້ທີ່ຢຳເກງພຣະເຈົ້າຢາເວ ແຕ່ເຈົ້າໜີ້ໄດ້ມາເອົາລູກຊາຍສອງຄົນຂອງຂ້ານ້ອຍໄປເປັນທາດຮັບໃຊ້ ເພື່ອຈ່າຍຄ່າໜີ້ທີ່ຜົວຂອງຂ້ານ້ອຍຕິດນັ້ນ.” 2 ເພິ່ນຖາມລາວວ່າ, “ຈະໃຫ້ຂ້ອຍຊ່ວຍຫຍັງແດ່? ບອກມາດູ ວ່າເຈົ້າມີຫຍັງຢູ່ໃນເຮືອນ?” ນາງຕອບວ່າ, “ບໍ່ມີຫຍັງເລີຍ ນອກຈາກນໍ້າມັນໝາກກອກເທດແກ້ວນ້ອຍໆເທົ່ານັ້ນ.” 3 ເອລີຊາບອກນາງວ່າ, “ໃຫ້ເຈົ້າໄປຂໍຢືມແກ້ວເປົ່າຈາກເພື່ອນບ້ານໃກ້ຄຽງ ໃຫ້ຫລາຍເທົ່າທີ່ຈະຫລາຍໄດ້. 4 ແລ້ວໃຫ້ເຈົ້າກັບລູກຊາຍເຂົ້າໄປໃນເຮືອນ, ອັດປະຕູໄວ້ ແລະໃຫ້ເລີ່ມຖອກນໍ້າມັນໃສ່ແກ້ວເຫຼົ່ານັ້ນ. ເມື່ອເຕັມແລ້ວ ໃຫ້ເອົາແຕ່ລະແກ້ວໄປຕັ້ງໄວ້ຕ່າງຫາກ.” 5 ດັ່ງນັ້ນ ຍິງຜູ້ນີ້ຈຶ່ງພາລູກຊາຍສອງຄົນເຂົ້າໄປໃນເຮືອນ, ອັດປະຕູໄວ້ ແລະຖອກນໍ້າມັນໃສ່ແກ້ວທີ່ລູກຊາຍໄດ້ເອົາມາໃຫ້ຕົນນັ້ນ. 6 ເມື່ອທຸກແກ້ວເຕັມໝົດແລ້ວ ນາງກໍຖາມຫາແກ້ວເປົ່າອີກ. ລູກຊາຍຄົນໜຶ່ງຂອງນາງຕອບວ່າ, “ນີ້ເປັນແກ້ວສຸດທ້າຍແລ້ວ.” ແລ້ວນໍ້າມັນໝາກກອກເທດກໍຢຸດໄຫລ. 7 ນາງໄດ້ກັບໄປຫາຜູ້ທຳນວາຍເອລີຊາ ແລະເພິ່ນໄດ້ບອກນາງວ່າ, “ຈົ່ງຂາຍນໍ້າມັນໝາກກອກເທດທັງໝົດນີ້ ແລະຈ່າຍຄ່າໜີ້ຂອງເຈົ້າສາ ແລະເຈົ້າຍັງຈະມີເງິນເຫຼືອພໍລ້ຽງຊີບຂອງເຈົ້າ ແລະລູກຊາຍທັງສອງຂອງເຈົ້າຕໍ່ໄປ.” ເອລີຊາພົບຍິງຊາວຊູເນມຜູ້ຮັ່ງມີ 8 ມື້ໜຶ່ງ ເອລີຊາໄດ້ໄປທີ່ເມືອງຊູເນມ ບ່ອນທີ່ຍິງຊາວຊູເນມຜູ້ຮັ່ງມີຄົນໜຶ່ງອາໄສຢູ່. ນາງໄດ້ເຊີນເອລີຊາໄປຮັບປະທານອາຫານນຳ ແລະຕັ້ງແຕ່ນັ້ນມາ ເອລີຊາກໍຮັບປະທານອາຫານທີ່ເຮືອນນາງທຸກເທື່ອ ທີ່ເພິ່ນໄປເມືອງຊູເນມ. 9 ນາງໄດ້ເວົ້າກັບຜົວຂອງຕົນວ່າ, “ຂ້ອຍເຊື່ອວ່າຊາຍຜູ້ທີ່ມານີ້ເລື້ອຍໆເປັນຜູ້ບໍຣິສຸດຄົນໜຶ່ງຂອງພຣະເຈົ້າ. 10 ໃຫ້ພວກເຮົາເຮັດຫ້ອງນ້ອຍຢູ່ເທິງຫລັງຄາພຽງ ຫາເອົາຕຽງ, ໂຕະ, ຕັ່ງ ແລະຕະກຽງໄປໄວ້ທີ່ນັ້ນ ແລະເມື່ອໃດເພິ່ນມາຢ້ຽມຢາມພວກເຮົາ ກໍໃຫ້ເພິ່ນພັກຢູ່ທີ່ນັ້ນ.” 11 ມື້ໜຶ່ງ ເອລີຊາໄດ້ກັບຄືນມາທີ່ເມືອງຊູເນມ ແລະຂຶ້ນໄປພັກຜ່ອນທີ່ຫ້ອງຂອງເພິ່ນ. 12 ເພິ່ນບອກໃຫ້ເກຮາຊິຄົນຮັບໃຊ້ຂອງເພິ່ນໄປເອີ້ນຍິງຄົນນັ້ນມາ, ເມື່ອນາງໄດ້ມາຢືນຢູ່ຕໍ່ໜ້າຂອງເພິ່ນແລ້ວ 13 ເພິ່ນຈຶ່ງກ່າວແກ່ເກຮາຊິວ່າ, “ຈົ່ງຖາມນາງເບິ່ງດູ, ນາງຢາກໃຫ້ຂ້ອຍເຮັດຫຍັງໃຫ້ແດ່ ເພື່ອຕອບແທນຄວາມລຳບາກທີ່ນາງໄດ້ເຮັດເພື່ອພວກເຮົາ ໂດຍຈັດຫາສິ່ງທີ່ຈຳເປັນໃຫ້ພວກເຮົາຢ່າງນີ້. ບາງທີນາງອາດຢາກໃຫ້ຂ້ອຍໄປຫາກະສັດ ຫລືຜູ້ບັນຊາການກອງທັບ ເພື່ອລາຍງານເຖິງຄຸນຄວາມດີຂອງນາງກໍໄດ້.” ນາງຕອບວ່າ, “ຂ້ານ້ອຍມີທຸກສິ່ງທີ່ຕ້ອງການໃນທ່າມກາງຊົນຊາດຂອງຂ້ານ້ອຍ.” 14 ເອລີຊາຈຶ່ງຖາມເກຮາຊິວ່າ, “ຖ້າດັ່ງນັ້ນ ຈະໃຫ້ຂ້ອຍເຮັດຫຍັງແດ່ເພື່ອນາງ?” ລາວຕອບວ່າ, “ນາງບໍ່ມີລູກ ແລະຜົວຂອງນາງກໍເຖົ້າແກ່ແລ້ວ.” 15 ເອລີຊາສັ່ງວ່າ, “ບອກນາງມາພີ້ດູ.” ນາງຈຶ່ງເຂົ້າມາຢືນຢູ່ທີ່ປາກປະຕູ 16 ແລະເອລີຊາກໍບອກນາງວ່າ, “ປີໜ້າໃນເວລາດຽວກັນນີ້ ເຈົ້າຈະໄດ້ອູ້ມລູກຊາຍ.” ນາງຮ້ອງອຸທານຂຶ້ນວ່າ, “ໂອ ທ່ານຜູ້ຮັບໃຊ້ຂອງພຣະເຈົ້າເອີຍ ກະລຸນາຢ່າຫລອກລວງຂ້ານ້ອຍຜູ້ຮັບໃຊ້ຂອງທ່ານເລີຍ.” 17 ແຕ່ກໍເປັນໄປຕາມທີ່ເອລີຊາໄດ້ກ່າວໄວ້. ປີຕໍ່ມາ ໃນເວລາດຽວກັນນັ້ນ ນາງກໍເກີດລູກຊາຍຜູ້ໜຶ່ງ. 18 ຫລາຍປີຕໍ່ມາ ເຊົ້າມື້ໜຶ່ງໃນລະດູກ່ຽວເຂົ້າ ເດັກຊາຍຄົນນີ້ໄດ້ອອກໄປທີ່ທົ່ງນາຫາພໍ່ຂອງຕົນທ່າມກາງພວກກ່ຽວເຂົ້າ. 19 ໃນທັນໃດນັ້ນ ລາວຮ້ອງໃສ່ພໍ່ວ່າ, “ລູກເຈັບຫົວ ລູກເຈັບຫົວ.” ຜູ້ເປັນພໍ່ບອກຄົນຮັບໃຊ້ຜູ້ໜຶ່ງວ່າ, “ຈົ່ງອູ້ມເດັກໄປຫາແມ່ຂອງລາວສາ.” 20 ຄົນຮັບໃຊ້ອູ້ມເດັກກັບຄືນໄປຫາແມ່ຂອງລາວ. ຜູ້ເປັນແມ່ໄດ້ອູ້ມລູກໃສ່ຕັກຈົນເຖິງທ່ຽງ ແລ້ວເດັກນັ້ນກໍຕາຍໄປ. 21 ນາງອູ້ມລູກຂຶ້ນໄປວາງໄວ້ເທິງຕຽງນອນຄົນຂອງພຣະເຈົ້າ, ອັດປະຕູໄວ້ ແລະອອກໜີໄປ. 22 ແລ້ວນາງກໍເອີ້ນຜົວມາ ແລະບອກວ່າ, “ສົ່ງຄົນຮັບໃຊ້ຜູ້ໜຶ່ງກັບລໍມາໃຫ້ແດ່. ຂ້ອຍຈຳເປັນຕ້ອງໄປຫາຄົນຂອງພຣະເຈົ້າ. ຂ້ອຍຈະກັບມາໄວເທົ່າທີ່ຈະໄວໄດ້.” 23 ຜົວຂອງນາງຖາມວ່າ, “ເປັນຫຍັງເຈົ້າຕ້ອງໄປໃນວັນນີ້? ມັນບໍ່ແມ່ນວັນຊະບາໂຕ ຫລືມື້ເທດສະການເດືອນອອກໃໝ່.” ນາງຕອບວ່າ, “ບໍ່ເປັນຫຍັງດອກ.” 24 ແລ້ວນາງກໍບອກໃຫ້ຄົນຮັບໃຊ້ເອົາອານໃສ່ຫລັງລໍ ແລະສັ່ງວ່າ, “ຈົ່ງບັງຄັບລໍໃຫ້ໄປໄວເທົ່າທີ່ຈະໄວໄດ້ ຢ່າໃຫ້ມັນແລ່ນຊ້ານອກຈາກຂ້ອຍຈະສັ່ງເຈົ້າ.” 25 ດັ່ງນັ້ນ ນາງຈຶ່ງອອກເດີນທາງໄປສູ່ພູເຂົາກາເມນບ່ອນທີ່ເອລີຊາຢູ່. ເອລີຊາຫລຽວເຫັນນາງມາແຕ່ໄກ ເພິ່ນຈຶ່ງບອກເກຮາຊິຄົນຮັບໃຊ້ຂອງເພິ່ນວ່າ, “ເບິ່ງພຸ້ນດູ ມີຍິງຜູ້ໜຶ່ງມາຈາກເມືອງຊູເນມ 26 ຮີບຟ້າວອອກໄປຕ້ອນຮັບ ແລະຖາມເບິ່ງວ່າ ນາງພ້ອມທັງຜົວ ແລະລູກຍັງສະບາຍດີຢູ່ບໍ?” ນາງໄດ້ບອກເກຮາຊິວ່າທຸກສິ່ງຮຽບຮ້ອຍດີ 27 ແຕ່ເມື່ອມາຮອດຄົນຂອງພຣະເຈົ້າທີ່ພູເຂົາແລ້ວ ນາງກໍກົ້ມຂາບລົງຕໍ່ໜ້າພ້ອມທັງຈັບຕີນຂອງເພິ່ນໄວ້. ເກຮາຊິກຳລັງຈະດຶງນາງອອກ ແຕ່ຄົນຂອງພຣະເຈົ້າກ່າວວ່າ, “ປ່ອຍນາງເຖີດ ເຈົ້າບໍ່ເຫັນບໍວ່າ ນາງມີຄວາມທຸກໃຈຢ່າງໃຫຍ່ຫລວງ? ແລະພຣະເຈົ້າຢາເວກໍບໍ່ໄດ້ບອກໃຫ້ຂ້ອຍຮູ້ໃນເລື່ອງນີ້.” 28 ເມື່ອນາງໄດ້ກ່າວວ່າ, “ທ່ານເອີຍ ຂ້ານ້ອຍໄດ້ຂໍລູກຊາຍຄົນນີ້ຈາກທ່ານຊັ້ນບໍ? ຂ້ານ້ອຍບອກແລ້ວວ່າຢ່າຫລອກລວງຂ້ານ້ອຍເລີຍ ບໍ່ແມ່ນບໍ?” 29 ເພິ່ນກ່າວຕໍ່ເກຮາຊິວ່າ, “ໄວໆ! ຈົ່ງຖືເອົາໄມ້ເທົ້າຂອງຂ້ອຍ ແລະອອກເດີນທາງໄປ. ຖ້າເຈົ້າພົບໃຜກໍຢ່າຢຸດຖາມສະບາຍ ແລະຖ້າໃຜຖາມສະບາຍເຈົ້າກໍຢ່າເສຍເວລາຕອບ. ຈົ່ງກົງໄປທີ່ເຮືອນແລະວາງໄມ້ເທົ້າຂອງຂ້ອຍໃສ່ເທິງເດັກນັ້ນ.” 30 ແລ້ວແມ່ຂອງເດັກນັ້ນໄດ້ກ່າວວ່າ, “ພຣະເຈົ້າຢາເວອົງຊົງພຣະຊົນຢູ່ ແລະທ່ານມີຊີວິດຢູ່ ຂ້ານ້ອຍຈະບໍ່ຈາກໄປໂດຍບໍ່ມີທ່ານໄປນຳ.” ດັ່ງນັ້ນ ເພິ່ນຈຶ່ງລຸກຂຶ້ນ ແລະອອກເດີນທາງກັບຄືນເມືອກັບນາງ. 31 ເກຮາຊິໄດ້ອອກໄປກ່ອນ ແລະວາງໄມ້ເທົ້າຂອງເອລີຊາໃສ່ເທິງໜ້າຂອງເດັກ ແຕ່ບໍ່ມີສຽງຫລືໝາຍສຳຄັນໃດໆ ທີ່ສະແດງໃຫ້ເຫັນວ່າເດັກນັ້ນມີຊີວິດຢູ່. ລາວຈຶ່ງກັບຄືນມາຫາເອລີຊາ ແລະບອກວ່າ, “ເດັກນ້ອຍນັ້ນບໍ່ໄດ້ຟື້ນຂຶ້ນມາເລີຍ.” 32 ເມື່ອເອລີຊາມາຮອດ ເພິ່ນຈຶ່ງຂຶ້ນໄປທີ່ເທິງຫ້ອງນອນພຽງຄົນດຽວ ແລະເຫັນເດັກນັ້ນນອນຕາຍຢູ່ເທິງຕຽງ. 33 ເພິ່ນອັດປະຕູໄວ້ ແລະພາວັນນາອະທິຖານຕໍ່ພຣະເຈົ້າຢາເວ. 34 ແລ້ວເພິ່ນກໍໄດ້ນອນຢຽດເຕັງເດັກນັ້ນໂດຍເອົາປາກຈຸປາກ, ຕາຈຸຕາ ແລະມືຈຸມືຂອງເດັກ. ໃນຂະນະທີ່ເພິ່ນຢຽດຕົວເຕັງເດັກຢູ່ນັ້ນ ຮ່າງກາຍຂອງເດັກກໍເລີ່ມອຸ່ນຂຶ້ນ. 35 ເອລີຊາລຸກຂຶ້ນຍ່າງອ້ອມໄປມາໃນຫ້ອງ ແລ້ວກັບຄືນໄປຢຽດຕົວເຕັງເດັກນັ້ນອີກ. ເດັກຊາຍຈາມເຈັດເທື່ອ ແລະມືນຕາ. 36 ເອລີຊາໄດ້ບອກເກຮາຊິໃຫ້ໄປເອີ້ນແມ່ຂອງເດັກ. ເມື່ອນາງເຂົ້າມາ ເພິ່ນຈຶ່ງກ່າວແກ່ນາງວ່າ, “ນີ້ເດ ລູກຊາຍຂອງເຈົ້າ.” 37 ນາງກ້າວເຂົ້າໄປຫາເອລີຊາ ແລະກົ້ມຂາບທີ່ຕີນເພິ່ນ; ແລ້ວນາງກໍອູ້ມລູກຊາຍຂອງຕົນອອກໄປ. ການອັດສະຈັນອີກສອງຢ່າງ 38 ມີຄັ້ງໜຶ່ງ ເມື່ອເກີດການອຶດຢາກຢູ່ທົ່ວທັງດິນແດນ ເອລີຊາໄດ້ກັບຄືນໄປທີ່ເມືອງກິນການ. ໃນຂະນະທີ່ເພິ່ນກຳລັງສອນພວກຜູ້ທຳນວາຍໝວດໜຶ່ງຢູ່ນັ້ນ ເພິ່ນໄດ້ບອກໃຫ້ຄົນຮັບໃຊ້ຂອງຕົນເອົາໝໍ້ໃຫຍ່ໜ່ວຍໜຶ່ງໄປຄ້າງໃສ່ໄຟ ແລະເຮັດແກງໃຫ້ພວກເຂົາກິນ. 39 ຄົນຮັບໃຊ້ຜູ້ໜຶ່ງໃນພວກເຂົາໄດ້ອອກໄປຫາເກັບຜັກຕາມທົ່ງນາ. ລາວພົບເຄືອປ່າຈຶ່ງເກັບເອົາໝາກຂອງມັນທີ່ເປັນຄືໝາກນໍ້າເຕົ້າ ມາຢ່າງຫລວງຫລາຍຈົນເກືອບແບກບໍ່ໄຫວ. ລາວນຳເອົາເມືອປາດໃສ່ແກງ ໂດຍບໍ່ຮູ້ວ່າແມ່ນຫຍັງແທ້. 40 ເຂົາຕັກແກງໃຫ້ຄົນກິນ, ແຕ່ພໍຄົນຊີມເບິ່ງແລ້ວ ພວກເຂົາກໍຮ້ອງໃສ່ເອລີຊາວ່າ, “ອາຫານນີ້ເປັນຂອງເບື່ອ.” ແລະບໍ່ມີໃຜສາມາດກິນໄດ້. 41 ເອລີຊາຈຶ່ງບອກວ່າ, “ຈົ່ງເອົາແປ້ງໜ້ອຍໜຶ່ງມາ.” ເພິ່ນຈຶ່ງໂຮຍແປ້ງນັ້ນລົງໃສ່ໝໍ້ ແລະເວົ້າວ່າ, “ຈົ່ງຕັກແກງໃຫ້ພວກເຂົາຕື່ມອີກ.” ແລ້ວອາຫານນັ້ນກໍບໍ່ເປັນພິດອີກຕໍ່ໄປ. 42 ຄັ້ງໜຶ່ງ ຍັງມີຊາຍຄົນໜຶ່ງມາຈາກເມືອງບາອານຊາລີຊາ ລາວໄດ້ນຳເອົາເຂົ້າຈີ່ຊາວກ້ອນ ທີ່ເຮັດດ້ວຍເຂົ້າບາເລທີ່ເກັບກ່ຽວໃໝ່ໆໃນປີນັ້ນ ແລະຮວງເຂົ້າທີ່ຫາກໍຕັດໃໝ່ໆ ມາໃຫ້ເອລີຊາ. ແລ້ວເອລີຊາກໍບອກຄົນຮັບໃຊ້ຂອງຕົນ ໃຫ້ນຳອາຫານເຫຼົ່ານີ້ໄປລ້ຽງຄົນຂອງພຣະເຈົ້າກຸ່ມໜຶ່ງ; 43 ແຕ່ຄົນຮັບໃຊ້ຕອບວ່າ, “ທ່ານຄິດວ່າຈະພໍສຳລັບຮ້ອຍຄົນຊັ້ນບໍ?” ເອລີຊາຕອບວ່າ, “ຈົ່ງເອົາໄປໃຫ້ພວກເຂົາກິນເພາະພຣະເຈົ້າຢາເວກ່າວວ່າ ‘ພວກເຂົາຈະກິນອີ່ມແລະຍັງຈະມີເຫຼືອຢູ່ອີກ.”’ 44 ດັ່ງນັ້ນ ຄົນຮັບໃຊ້ຈຶ່ງຈັດເອົາອາຫານໄປໃຫ້ພວກເຂົາ ແລະກໍເປັນຕາມຖ້ອຍຄຳທີ່ພຣະເຈົ້າຢາເວໄດ້ກ່າວ ພວກເຂົາທຸກຄົນໄດ້ກິນອີ່ມ ແລະຍັງມີເຫຼືອຢູ່ອີກ. |
@ 2012 United Bible Societies. All Rights Reserved.