Biblia Todo Logo
Bìoball air-loidhne

- Sanasan -

2 ກະສັດ 3 - ພຣະຄຳພີສັກສິ


ເສິກ​ລະຫວ່າງ​ອິດສະຣາເອນ​ແລະ​ໂມອາບ

1 ໃນ​ຣາຊການ​ປີ​ທີ​ສິບແປດ ຂອງ​ເຈົ້າ​ເຢໂຮຊາຟັດ​ກະສັດ​ແຫ່ງ​ຢູດາຍ ໂຢຣາມ​ລູກຊາຍ​ອາຮາບ​ໄດ້​ຂຶ້ນ​ເປັນ​ກະສັດ​ແຫ່ງ​ອິດສະຣາເອນ ເພິ່ນ​ໄດ້​ປົກຄອງ​ຢູ່​ທີ່​ນະຄອນ​ຊາມາເຣຍ​ເປັນ​ເວລາ​ສິບສອງ​ປີ.

2 ເພິ່ນ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ ແຕ່​ຍັງ​ບໍ່​ຮ້າຍແຮງ​ເທົ່າ​ກັບ​ພໍ່​ຂອງ​ເພິ່ນ ຫລື​ນາງ​ເຢເຊເບນ​ແມ່​ຂອງ​ເພິ່ນ; ເພິ່ນ​ໄດ້​ຮື້ຖອນ​ຮູບ​ພະບາອານ​ທີ່​ພໍ່​ຂອງ​ເພິ່ນ​ໄດ້​ສ້າງ​ສຳລັບ​ຂາບໄຫວ້.

3 ແຕ່​ໂຢຣາມ​ໄດ້​ພາ​ຊາວ​ອິດສະຣາເອນ​ເຮັດ​ບາບ​ຢ່າງ​ບໍ່​ຢຸດຢັ້ງ ຢ່າງດຽວ​ກັບ​ກະສັດ​ເຢໂຣໂບອາມ​ລູກຊາຍ​ຂອງ​ເນບັດ ກະສັດ​ທີ່​ປົກຄອງ​ກ່ອນ​ເພິ່ນ.

4 ກະສັດ​ເມຊາ​ແຫ່ງ​ໂມອາບ​ໄດ້​ລ້ຽງ​ແກະ​ໄວ້​ຢ່າງ​ຫລວງຫລາຍ; ແລະ​ທຸກ​ປີ​ໃດ ເພິ່ນ​ໄດ້​ເສຍສ່ວຍ​ໃຫ້​ກະສັດ​ແຫ່ງ​ອິດສະຣາເອນ ລູກແກະ​ໜຶ່ງແສນ​ໂຕ ແລະ​ຂົນແກະ​ຈາກແກະ​ໜຶ່ງແສນ​ໂຕ.

5 ແຕ່​ເມື່ອ​ເຈົ້າ​ອາຮາບ​ກະສັດ​ແຫ່ງ​ອິດສະຣາເອນ​ໄດ້​ຕາຍໄປ​ແລ້ວ ໂມອາບ​ກໍໄດ້​ກະບົດ​ຕໍ່​ອານາຈັກ​ອິດສະຣາເອນ.

6 ກະສັດ​ໂຢຣາມ​ຈຶ່ງ​ອອກ​ຈາກ​ນະຄອນ​ຊາມາເຣຍ​ໄປ​ທັນທີ ເພື່ອ​ທ້ອນໂຮມ​ເອົາ​ທະຫານ​ທັງໝົດ​ຂອງ​ເພິ່ນ.

7 ເພິ່ນ​ໄດ້​ສົ່ງ​ຄວາມ​ໄປ​ບອກ​ກະສັດ​ເຢໂຮຊາຟັດ​ແຫ່ງ​ຢູດາຍ​ວ່າ, “ກະສັດ​ແຫ່ງ​ໂມອາບ​ໄດ້​ກະບົດ​ຕໍ່​ຂ້າພະເຈົ້າ ທ່ານ​ຈະ​ຮ່ວມ​ກັບ​ຂ້າພະເຈົ້າ​ເຮັດ​ເສິກ​ຕໍ່ສູ້​ລາວ​ໄດ້​ບໍ່?” ກະສັດ​ເຢໂຮຊາຟັດ​ຕອບ​ວ່າ, “ເຫັນດີ ຂ້າພະເຈົ້າ​ເອງ​ພ້ອມ​ທີ່​ຈະ​ໄປ​ກັບ​ທ່ານ ລວມ​ທັງ​ທະຫານ​ຂອງ​ຂ້າພະເຈົ້າ​ແລະ​ຝູງມ້າ​ຂອງ​ຂ້າພະເຈົ້າ​ດ້ວຍ.

8 ພວກເຮົາ​ຈະ​ເຂົ້າ​ໂຈມຕີ​ທາງ​ຖະໜົນ​ເສັ້ນໃດ?” ກະສັດ​ໂຢຣາມ​ຕອບ​ວ່າ, “ພວກເຮົາ​ຈະ​ຜ່ານ​ໄປ​ທາງ​ຖິ່ນ​ແຫ້ງແລ້ງ​ກັນດານ​ເອໂດມ​ໄປ.”

9 ແລ້ວ​ກະສັດ​ໂຢຣາມ, ກະສັດ​ແຫ່ງ​ຢູດາຍ ແລະ​ກະສັດ​ແຫ່ງ​ເອໂດມ​ກໍ​ຍົກທັບ​ອອກ​ໄປ. ຫລັງຈາກ​ຍົກທັບ​ໄປ​ໄດ້​ເຈັດ​ມື້​ແລ້ວ ພວກເຂົາ​ກໍ​ໝົດ​ນໍ້າ​ດື່ມ ແລະ​ບໍ່ມີ​ນໍ້າ​ເຫຼືອ​ໃຫ້​ພວກ​ທະຫານ​ຫລື​ສັດ​ກິນ.

10 ກະສັດ​ໂຢຣາມ​ຮ້ອງ​ຂຶ້ນ​ວ່າ, “ພວກເຮົາ​ຈະ​ໄປ​ທາງ​ໃດ​ດີ ພຣະເຈົ້າຢາເວ​ມອບ​ພວກເຮົາ​ສາມ​ຄົນ​ໄວ້​ໃນ​ກຳມື​ຂອງ​ກະສັດ​ແຫ່ງ​ໂມອາບ​ແລ້ວ.”

11 ກະສັດ​ເຢໂຮຊາຟັດ​ຈຶ່ງ​ຖາມ​ວ່າ, “ຢູ່​ທີ່​ນີ້ ມີ​ຜູ້ທຳນວາຍ​ຂອງ​ພຣະເຈົ້າຢາເວ​ພໍ​ທີ່​ພວກເຮົາ​ຈະ​ຖາມ​ພຣະເຈົ້າຢາເວ​ຜ່ານ​ທາງ​ເພິ່ນ​ໄດ້​ແດ່​ບໍ່?” ນາຍ​ທະຫານ​ຄົນ​ໜຶ່ງ​ໃນ​ກອງທັບ​ຂອງ​ກະສັດ​ໂຢຣາມ​ຕອບ​ວ່າ, “ເອລີຊາ ລູກຊາຍ​ຂອງ​ຊາຟັດ​ຢູ່​ບ່ອນ​ນີ້. ເພິ່ນ​ເຄີຍ​ເປັນ​ຜູ້​ຊ່ວຍ​ຂອງ​ເອລີຢາ.”

12 ກະສັດ​ເຢໂຮຊາຟັດ​ກ່າວ​ວ່າ, “ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ຢູ່ກັບ​ລາວ.” ດັ່ງນັ້ນ ກະສັດ​ທັງ​ສາມ​ຈຶ່ງ​ພາກັນ​ໄປ​ຫາ​ເອລີຊາ.

13 ເອລີຊາ​ກ່າວ​ຕໍ່​ກະສັດ​ແຫ່ງ​ອິດສະຣາເອນ​ວ່າ, “ຂ້ານ້ອຍ​ຈະ​ຊ່ວຍ​ທ່ານ​ເຮັດ​ຫຍັງ? ຈົ່ງ​ໄປ​ປຶກສາ​ພວກ​ຜູ້ທຳນວາຍ​ເຫຼົ່ານັ້ນ ທີ່​ພໍ່​ແມ່​ຂອງທ່ານ​ເຄີຍ​ໄດ້​ປຶກສາ​ນັ້ນ​ສາ.” ແຕ່​ກະສັດ​ໂຢຣາມ​ຕອບ​ວ່າ, “ບໍ່ໄດ້​ດອກ ເພາະ​ແມ່ນ​ພຣະເຈົ້າຢາເວ​ທີ່​ມອບ​ພວກເຮົາ​ກະສັດ​ສາມ​ຄົນ​ນີ້ ໄວ້​ໃນ​ກຳມື​ຂອງ​ກະສັດ​ແຫ່ງ​ໂມອາບ.”

14 ເອລີຊາ​ຕອບ​ວ່າ, “ໂດຍ​ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່ ອົງ​ຊົງ​ພຣະຊົນຢູ່, ອົງ​ທີ່​ຂ້ານ້ອຍ​ຮັບໃຊ້​ຢູ່​ນີ້ ຂ້ານ້ອຍ​ຂໍ​ສາບານ​ວ່າ ຖ້າ​ຂ້ານ້ອຍ​ບໍ່​ນັບຖື​ເຈົ້າ​ເຢໂຮຊາຟັດ​ກະສັດ​ແຫ່ງ​ຢູດາຍ ຜູ້​ທີ່​ເປັນ​ພັນທະມິດ​ຂອງທ່ານ​ແລ້ວ ຂ້ານ້ອຍ​ຈະ​ບໍ່ຍອມ​ກ່ຽວຂ້ອງ​ກັບ​ທ່ານ​ແຕ່​ຢ່າງໃດ.

15 ບັດນີ້​ຈົ່ງ​ນຳ​ນັກດົນຕຼີ​ຄົນ​ໜຶ່ງ​ມາ​ໃຫ້​ຂ້ານ້ອຍ.” ໃນ​ຂະນະທີ່​ນັກດົນຕຼີ​ກຳລັງ​ດີດພິນ​ຢູ່​ນັ້ນ ຣິດເດດ​ຂອງ​ພຣະເຈົ້າຢາເວ​ກໍໄດ້​ລົງ​ມາ​ຄວບຄຸມ​ເອລີຊາ

16 ເພິ່ນ​ຈຶ່ງ​ກ່າວ​ວ່າ, “ພຣະເຈົ້າຢາເວ​ກ່າວ​ວ່າ, ‘ໃຫ້​ຂຸດ​ຫລຸມ​ຢູ່​ຕາມ​ຮ່ອງຫ້ວຍ​ແລ້ງ​ແຫ່ງນີ້.’

17 ພຣະເຈົ້າຢາເວ​ກ່າວ​ວ່າ, ‘ເຖິງ​ແມ່ນ​ວ່າ​ທ່ານ​ຈະ​ບໍ່​ເຫັນ​ຝົນ​ຫລື​ລົມ ຮ່ອງຫ້ວຍ​ນີ້​ກໍ​ຈະ​ເຕັມ​ດ້ວຍ​ນໍ້າ. ທ່ານ​ເອງ, ຝູງງົວ ແລະ​ຝູງສັດ​ຂອງທ່ານ​ຈະ​ມີ​ນໍ້າ​ດື່ມ​ພຽງພໍ.”’

18 ເອລີຊາ​ກ່າວ​ຕໍ່ໄປ​ວ່າ, “ພຣະເຈົ້າຢາເວ​ກະທຳການ​ນີ້​ໄດ້​ຢ່າງ​ງ່າຍດາຍ ແລະ​ພຣະອົງ​ຈະ​ໃຫ້​ພວກທ່ານ​ຮົບ​ຊະນະ​ພວກ​ໂມອາບ.

19 ທ່ານ​ຈະ​ໂຈມຕີ​ເອົາ​ເມືອງ​ທັງໝົດ​ອັນ​ສວຍງາມ​ທີ່​ມີ​ປ້ອມ​ປ້ອງກັນ​ໄດ້; ທ່ານ​ຈະ​ປໍ້າ​ຕົ້ນໄມ້​ທັງໝົດ​ທີ່​ມີ​ໝາກ​ລົງ, ຖົມ​ບໍ່​ນໍ້າ​ທັງໝົດ​ຂອງ​ພວກເຂົາ​ຖິ້ມ ແລະ​ເອົາ​ຫີນ​ຖົມ​ໄຮ່ນາ​ທັງໝົດ​ທີ່​ອຸດົມສົມບູນ​ຂອງ​ພວກເຂົາ ເພື່ອ​ເປັນ​ການທຳລາຍ.”

20 ເຊົ້າ​ມື້​ໃໝ່​ມາ ຕາມ​ເວລາ​ທີ່​ຖວາຍ​ເຄື່ອງ​ບູຊາ​ໃນ​ຕອນເຊົ້າ ໄດ້​ມີ​ນໍ້າ​ໄຫລ​ມາ​ຈາກ​ທາງເມືອງ​ເອໂດມ ແລະ​ມີ​ນໍ້າ​ເຕັມ​ຢູ່​ທົ່ວ​ທຸກບ່ອນ.

21 ເມື່ອ​ຊາວ​ໂມອາບ​ໄດ້ຍິນ​ວ່າ​ມີ​ກະສັດ​ສາມ​ຄົນ​ມາ​ໂຈມຕີ​ພວກ​ຕົນ, ພວກເຂົາ​ຈຶ່ງ​ລະດົມ​ເອົາ​ຊາຍ​ທຸກຄົນ​ທີ່​ສາມາດ​ຖື​ອາວຸດ​ໄດ້ ບໍ່​ວ່າ​ເຖົ້າແກ່​ຫລື​ໜຸ່ມນ້ອຍ ແລະ​ໃຫ້​ທຸກຄົນ​ໄປ​ຕັ້ງ​ທີ່ໝັ້ນ​ປະຈຳການ​ຢູ່​ຊາຍແດນ.

22 ເມື່ອ​ພວກເຂົາ​ລຸກ​ຂຶ້ນ​ມາ​ໃນ​ຕອນເຊົ້າ ຕາເວັນ​ໄດ້​ສ່ອງແສງ​ໃສ່​ນໍ້າ ເຮັດ​ໃຫ້​ເບິ່ງ​ນໍ້າ​ເປັນ​ສີແດງ​ດັ່ງ​ເລືອດ.

23 ພວກເຂົາ​ຈຶ່ງ​ຮ້ອງ​ຂຶ້ນ​ວ່າ, “ແມ່ນ​ເລືອດ! ສັດຕູ​ທັງ​ສາມ​ກອງທັບ​ນັ້ນ​ຄົງ​ໄດ້​ຕໍ່ສູ້​ແລະ​ຂ້າກັນ​ເອງ ໃຫ້​ພວກເຮົາ​ໄປ​ປຸ້ນ​ຄ້າຍ​ຂອງ​ພວກເຂົາ​ເທາະ.”

24 ແຕ່​ພໍ​ພວກເຂົາ​ໄປ​ເຖິງ​ຄ້າຍ​ຂອງ​ພວກ​ອິດສະຣາເອນ, ພວກ​ອິດສະຣາເອນ​ກໍ​ອອກ​ມາ​ໂຈມຕີ ແລະ​ໄລ່​ພວກເຂົາ​ກັບຄືນ​ມາ. ພວກ​ອິດສະຣາເອນ​ສືບຕໍ່​ໄລ່​ຕາມ ຂ້າ​ຊາວ​ໂມອາບ

25 ແລະ​ທຳລາຍ​ເມືອງ​ຕ່າງໆ​ຂອງ​ພວກເຂົາ. ເມື່ອ​ຜ່ານ​ໄຮ່ນາ​ອັນ​ອຸດົມສົມບູນ​ຂອງ​ຊາວ​ໂມອາບ​ໄປ​ນັ້ນ ຊາວ​ອິດສະຣາເອນ​ແຕ່ລະຄົນ​ກໍໄດ້​ໂຍນ​ກ້ອນຫີນ​ໃສ່ ຈົນ​ໄຮ່ນາ​ທັງໝົດ​ເຕັມ​ໄປ​ດ້ວຍ​ກ້ອນຫີນ; ພວກເຂົາ​ຖົມ​ບໍ່ນໍ້າ​ແລະ​ປໍ້າ​ຕົ້ນໄມ້​ທີ່​ມີ​ໝາກ​ທັງໝົດ​ລົງ. ໃນທີ່ສຸດ ມີ​ແຕ່​ເມືອງ​ກີຣະເຮເຣັດ ທີ່​ຍັງເຫລືອ​ຢູ່ ຊາວ​ອິດສະຣາເອນ​ຈຶ່ງ​ເຂົ້າ​ລ້ອມ​ໄວ້​ແລະ​ໂຈມຕີ​ເອົາ.

26 ເມື່ອ​ກະສັດ​ແຫ່ງ​ໂມອາບ​ຮູ້​ວ່າ​ຕົນ​ເສຍໄຊ​ໃຫ້​ແກ່​ສັດຕູ​ແລ້ວ, ເພິ່ນ​ກໍ​ພາ​ທະຫານ​ດາບ​ເຈັດຮ້ອຍ​ຄົນ ຕີ​ຜ່າ​ວົງລ້ອມ ແລະ​ປົບໜີໄປ​ຫາ​ກະສັດ​ແຫ່ງ​ຊີເຣຍ ແຕ່​ກໍ​ບໍ່​ສຳເລັດ.

27 ສະນັ້ນ ເພິ່ນ​ຈຶ່ງ​ພາ​ລູກຊາຍກົກ​ຜູ້​ທີ່​ຈະ​ຂຶ້ນ​ເປັນ​ກະສັດ​ແທນ​ຕົນ​ນັ້ນ ໄປ​ຖວາຍ​ທີ່​ເທິງ​ກຳແພງ​ເມືອງ​ເປັນ​ເຄື່ອງບູຊາ​ແກ່​ພະ​ຂອງ​ຊາວ​ໂມອາບ. ຊາວ​ອິດສະຣາເອນ​ເກີດ​ຢ້ານກົວ​ຈົນ​ຕົວ​ສັ່ນເຊັນ ຈຶ່ງ​ຖອນ​ໜີ​ຈາກ​ເມືອງ​ແລະ​ກັບຄືນ​ໄປ​ສູ່​ປະເທດ​ຂອງຕົນ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan