Biblia Todo Logo
Bìoball air-loidhne

- Sanasan -

2 ກະສັດ 24 - ພຣະຄຳພີສັກສິ

1 ໃນ​ຂະນະທີ່​ເຈົ້າ​ເຢໂຮຍອາກິມ​ເປັນ​ກະສັດ ເຈົ້າ​ເນບູ​ກາດເນັດຊາ​ກະສັດ​ແຫ່ງ​ບາບີໂລນ​ໄດ້​ບຸກຮຸກ​ຢູດາຍ ແລະ​ກະສັດ​ເຢໂຮຍອາກິມ​ໄດ້​ຖືກ​ບັງຄັບ​ໃຫ້​ຍອມ​ຢູ່​ພາຍໃຕ້​ການປົກຄອງ​ຂອງ​ເພິ່ນ ເປັນ​ເວລາ​ສາມ​ປີ ແລ້ວ​ເພິ່ນ​ກໍໄດ້​ກະບົດ.

2 ພຣະເຈົ້າຢາເວ​ໄດ້​ສົ່ງ​ກອງທັບ​ຊາວ​ບາບີໂລນ, ຊີເຣຍ, ໂມອາບ ແລະ​ອຳໂມນ ມາ​ຕໍ່ສູ້​ກະສັດ​ເຢໂຮຍອາກິມ​ເພື່ອ​ທຳລາຍ​ຢູດາ ຕາມ​ຖ້ອຍຄຳ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ໄວ້ ຜ່ານ​ທາງ​ພວກ​ຜູ້ທຳນວາຍ​ຜູ້ຮັບໃຊ້​ຂອງ​ພຣະອົງ.

3 ເຫດການ​ນີ້​ໄດ້​ເກີດຂຶ້ນ​ຕາມ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ ເພື່ອ​ກຳຈັດ​ປະຊາຊົນ​ຢູດາ​ໃຫ້​ພົ້ນ​ຈາກ​ສາຍຕາ​ຂອງ​ພຣະອົງ ເພາະ​ການບາບ​ທັງໝົດ​ທີ່​ກະສັດ​ມານາເຊ​ໄດ້​ເຮັດ​ນັ້ນ

4 ແລະ​ໂດຍ​ສະເພາະ​ແລ້ວ ຍ້ອນ​ເພິ່ນ​ໄດ້​ຂ້າ​ຄົນ​ທີ່​ບໍ່ມີ​ຄວາມຜິດ ຈົນ​ຖະໜົນ​ນະຄອນ​ເຢຣູຊາເລັມ​ນອງ​ໄປ​ດ້ວຍ​ເລືອດ. ພຣະເຈົ້າຢາເວ​ບໍ່​ອາດ​ຍົກໂທດ​ໃຫ້​ກະສັດ​ມານາເຊ​ໃນ​ເລື່ອງ​ນີ້​ໄດ້.

5 ສິ່ງ​ອື່ນ​ທີ່​ກະສັດ​ເຢໂຮຍອາກິມ​ໄດ້​ກະທຳ​ແມ່ນ​ໄດ້​ຖືກ​ບັນທຶກ​ໄວ້​ໃນ ປື້ມ​ປະຫວັດສາດ​ຂອງ​ບັນດາ​ກະສັດ​ແຫ່ງ​ຢູດາຍ.

6 ກະສັດ​ເຢໂຮຍອາກິມ​ໄດ້​ຕາຍໄປ; ແລ້ວ​ເຈົ້າ​ເຢໂຮຍອາກິນ ລູກຊາຍ​ຂອງ​ເພິ່ນ​ກໍໄດ້​ຂຶ້ນ​ເປັນ​ກະສັດ​ປົກຄອງ​ແທນ.

7 ກະສັດ​ເອຢິບ​ບໍ່ໄດ້​ຍົກທັບ​ຂອງ​ເພິ່ນ​ອອກ​ຈາກ​ປະເທດ​ເອຢິບ​ອີກ ເພາະ​ດຽວ​ນີ້​ກະສັດ​ແຫ່ງ​ບາບີໂລນ​ໄດ້​ຄອບຄອງ​ເຂດແດນ​ທັງໝົດ​ທີ່​ເຄີຍ​ເປັນ​ຂອງ​ປະເທດ​ເອຢິບ ຕັ້ງແຕ່​ແມ່ນໍ້າ​ເອີຟຣັດ​ຈົນເຖິງ​ຊາຍແດນ​ເຂດເໜືອ​ຂອງ​ປະເທດ​ເອຢິບ.


ກະສັດ​ເຢໂຮຍອາກິນ​ແຫ່ງ​ຢູດາຍ
( 2 ຂຄ 36:9-10 )

8 ເຈົ້າ​ເຢໂຮຍອາກິນ​ໄດ້​ຂຶ້ນ​ເປັນ​ກະສັດ​ແຫ່ງ​ຢູດາຍ​ເມື່ອ​ເພິ່ນ​ອາຍຸ​ໄດ້​ສິບແປດ​ປີ ແລະ​ໄດ້​ປົກຄອງ​ຢູ່​ທີ່​ນະຄອນ​ເຢຣູຊາເລັມ​ເປັນ​ເວລາ​ສາມ​ເດືອນ. ແມ່​ຂອງ​ເພິ່ນ​ຊື່​ວ່າ ເນຮູຊະຕາ ລູກສາວ​ຂອງ​ເອນນາທານ​ຊາວ​ນະຄອນ​ເຢຣູຊາເລັມ.

9 ກະສັດ​ເຢໂຮຍອາກິນ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ ຕາມ​ແບບຢ່າງ​ພໍ່​ຂອງ​ເພິ່ນ.

10 ໃນ​ຣາຊການ​ຂອງ​ເພິ່ນ​ນັ້ນ​ໄດ້​ມີ​ກອງທັບ​ບາບີໂລນ ຊຶ່ງ​ບັນຊາການ​ໂດຍ​ພວກ​ນາຍ​ທະຫານ​ຂອງ​ກະສັດ​ເນບູ​ກາດເນັດຊາ ໄດ້​ຍົກທັບ​ມາ​ໂຈມຕີ​ນະຄອນ​ເຢຣູຊາເລັມ​ແລະ​ປິດລ້ອມ​ເມືອງ​ໄວ້.

11 ໃນ​ຂະນະທີ່​ເມືອງ​ຖືກ​ປິດລ້ອມ​ຢູ່​ນັ້ນ ກະສັດ​ເນບູ​ກາດເນັດຊາ​ໄດ້​ມາ​ທີ່​ນະຄອນ​ເຢຣູຊາເລັມ.

12 ກະສັດ​ເຢໂຮຍອາກິນ​ພ້ອມ​ທັງ​ແມ່, ພວກ​ລູກຊາຍ, ພວກ​ນາຍ​ທະຫານ ແລະ​ພວກ​ຂ້າຣາຊການ​ປະຈຳວັງ​ກໍ​ພາກັນ​ຈຳນົນ​ຕໍ່​ກະສັດ​ແຫ່ງ​ບາບີໂລນ. ໃນ​ຣາຊການ​ປີ​ທີ​ແປດ​ຂອງ​ກະສັດ​ເນບູ​ກາດເນັດຊາ ເພິ່ນ​ໄດ້​ຈັບ​ເອົາ​ກະສັດ​ເຢໂຮຍອາກິນ​ໄປ​ເປັນ​ຊະເລີຍ

13 ແລະ​ທັງ​ໄດ້​ກວາດລ້າງ​ເອົາ​ຊັບສົມບັດ​ທັງໝົດ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ ແລະ​ໃນ​ຣາຊວັງ ໄປ​ທີ່​ນະຄອນ​ບາບີໂລນ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ໄວ້ ກະສັດ​ເນບູ​ກາດເນັດຊາ​ໄດ້​ທຸບ​ເອົາ​ເຄື່ອງໃຊ້​ທັງໝົດ​ທີ່​ເປັນ​ຄຳ ຊຶ່ງ​ກະສັດ​ໂຊໂລໂມນ​ໄດ້​ເຮັດ​ໄວ້​ໃນ​ພຣະວິຫານ​ຂອງ​ພຣະເຈົ້າຢາເວ.

14 ກະສັດ​ເນບູ​ກາດເນັດຊາ​ກວາດຕ້ອນ​ເອົາ​ຄົນ​ໄປ​ເປັນ​ຊະເລີຍ ມີ​ດັ່ງນີ້: ປະຊາຊົນ​ເຢຣູຊາເລັມ, ພວກ​ເຈົ້ານາຍ​ທັງໝົດ​ໃນ​ວັງ ແລະ​ພວກ​ຊົນຊັ້ນ​ຜູ້​ມີ​ຄວາມຮູ້​ສູງ​ທຸກຄົນ, ທັງໝົດ​ມີ​ຈຳນວນ​ສິບພັນ​ຄົນ. ເພິ່ນ​ຍັງ​ໄດ້​ກວາດເອົາ​ພວກ​ຄົນງານ​ທີ່​ມີ​ຝີມື​ດີ ພ້ອມ​ທັງ​ພວກ​ຊ່າງເຫລັກ​ໄປ​ດ້ວຍ; ແລະ​ໄດ້​ປະ​ແຕ່​ຄົນ​ຍາກຈົນ​ເທົ່ານັ້ນ​ໄວ້​ໃນ​ຢູດາຍ.

15 ແລ້ວ​ກະສັດ​ເນບູ​ກາດເນັດຊາ​ກໍໄດ້​ຈັບ​ເອົາ​ກະສັດ​ເຢໂຮຍອາກິນ ໄປ​ເປັນ​ຊະເລີຍ​ທີ່​ນະຄອນ​ບາບີໂລນ​ພ້ອມ​ທັງ​ແມ່​ຂອງ​ເພິ່ນ, ພວກເມຍ, ພວກ​ຂ້າຣາຊການ ແລະ​ບັນດາ​ຊົນຊັ້ນ​ຜູ້​ມີ​ຄວາມຮູ້​ສູງ​ຂອງ​ຢູດາຍ.

16 ກະສັດ​ເນບູ​ກາດເນັດຊາ​ໄດ້​ກວາດເອົາ​ຄົນ​ສຳຄັນ​ໄປ​ທີ່​ນະຄອນ​ບາບີໂລນ ມີ​ດ້ວຍ​ກັນ​ທັງໝົດ​ເຈັດພັນ​ຄົນ ແລະ​ພວກ​ທີ່​ມີ​ຝີມື​ດີ​ໜຶ່ງພັນ​ຄົນ ຊຶ່ງ​ລ້ວນແຕ່​ເປັນ​ຄົນ​ແຂງແຮງ ແລະ​ເປັນ​ທະຫານ​ໄດ້​ທັງ​ນັ້ນ.

17 ຕໍ່ມາ ກະສັດ​ເນບູ​ກາດເນັດຊາ​ໄດ້​ແຕ່ງຕັ້ງ​ມັດຕານີຢາ ລູງ​ຂອງ​ເຢໂຮຍອາກິນ ໃຫ້​ເປັນ​ກະສັດ​ປົກຄອງ​ອານາຈັກ​ຢູດາຍ ແລະ​ໄດ້​ປ່ຽນ​ຊື່​ໃຫ້​ເພິ່ນ​ໃໝ່​ວ່າ ເຊເດກີຢາ.


ກະສັດ​ເຊເດກີຢາ​ແຫ່ງ​ຢູດາຍ
( 2 ຂຄ 36:11-12 ; ຢມຢ 52:1-3 (ກ))

18 ເຈົ້າ​ເຊເດກີຢາ​ຂຶ້ນ​ເປັນ​ກະສັດ​ແຫ່ງ​ຢູດາຍ ເມື່ອ​ເພິ່ນ​ອາຍຸ​ໄດ້​ຊາວເອັດ​ປີ ແລະ​ໄດ້​ປົກຄອງ​ຢູ່​ທີ່​ນະຄອນ​ເຢຣູຊາເລັມ​ເປັນ​ເວລາ​ສິບເອັດ​ປີ. ແມ່​ຂອງ​ເພິ່ນ​ຊື່​ວ່າ​ຮາມູຕານ ລູກສາວ​ຂອງ​ເຢເຣມີຢາ​ຊາວ​ເມືອງ​ລິບນາ.

19 ກະສັດ​ເຊເດກີຢາ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ​ຕາມ​ທີ່​ກະສັດ​ເຢໂຮຍອາກິມ​ໄດ້​ເຮັດ.

20 ພຣະເຈົ້າຢາເວ​ໄດ້​ໂກດຮ້າຍ​ປະຊາຊົນ​ເຢຣູຊາເລັມ​ແລະ​ຢູດາ​ຢ່າງໜັກ; ສະນັ້ນ ພຣະອົງ​ຈຶ່ງ​ຂັບໄລ່​ພວກເຂົາ​ໃຫ້​ໜີ​ພົ້ນ​ຈາກ​ສາຍຕາ​ຂອງ​ພຣະອົງ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan