Biblia Todo Logo
Bìoball air-loidhne

- Sanasan -

2 ກະສັດ 23 - ພຣະຄຳພີສັກສິ


ເຈົ້າ​ໂຢສີຢາ​ກຳຈັດ​ການ​ຂາບໄຫວ້​ຮູບພະ
( 2 ຂຄ 34:3-7 , 29-33 )

1 ກະສັດ​ໂຢສີຢາ​ໄດ້​ເອີ້ນ​ພວກ​ຫົວໜ້າ​ຂອງ​ຊາວ​ຢູດາ ແລະ​ຊາວ​ເຢຣູຊາເລັມ​ທັງໝົດ​ມາ​ປະຊຸມ​ກັບ​ເພິ່ນ.

2 ແລ້ວ​ກະສັດ​ກໍໄດ້​ເຂົ້າໄປ​ທີ່​ວິຫານ​ຂອງ​ພຣະເຈົ້າຢາເວ ຕິດຕາມ​ໂດຍ​ພວກ​ປະໂຣຫິດ​ແລະ​ພວກ​ຜູ້ທຳນວາຍ ແລະ​ປະຊາຊົນ​ທຸກຄົນ​ທັງ​ຜູ້​ຮັ່ງມີ ແລະ​ຜູ້​ຍາກຈົນ. ກະສັດ​ໄດ້​ອ່ານ​ທຸກ​ຖ້ອຍຄຳ​ໃນ​ປື້ມ​ພັນທະສັນຍາ ທີ່​ໄດ້​ພົບ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ​ນັ້ນ​ຊ້ອງໜ້າ​ພວກເຂົາ​ທຸກຄົນ.

3 ເພິ່ນ​ໄດ້​ຢືນ​ທີ່​ຂ້າງ​ເສົາ​ບ່ອນ​ທີ່​ຖືກ​ຈັດ​ໄວ້​ສຳລັບ​ເພິ່ນ ແລະ​ໄດ້ເຮັດ​ພັນທະສັນຍາ​ຕໍ່ໜ້າ​ພຣະເຈົ້າຢາເວ​ວ່າ ຈະ​ເຊື່ອຟັງ​ພຣະເຈົ້າຢາເວ, ຈະ​ຖື​ຮັກສາ​ກົດບັນຍັດ ແລະ​ຂໍ້ຄຳສັ່ງ​ຂອງ​ພຣະອົງ​ດ້ວຍ​ສຸດໃຈ ແລະ​ສຸດຈິດ ແລະ​ຈະ​ປະຕິບັດ​ຕາມ​ຄຳ​ຮຽກຮ້ອງ​ທີ່​ມີ​ຂັດຕິດ​ຢູ່​ໃນ​ພັນທະສັນຍາ ຕາມ​ທີ່​ໄດ້​ມີ​ຂຽນ​ໄວ້​ໃນ​ປື້ມ​ນັ້ນ. ຝ່າຍ​ປະຊາຊົນ​ທຸກຄົນ​ຕ່າງ​ກໍໄດ້​ສັນຍາ​ວ່າ ຈະ​ຖື​ຮັກສາ​ພັນທະສັນຍາ​ນັ້ນ.

4 ແລ້ວ​ກະສັດ​ໂຢສີຢາ​ກໍໄດ້​ສັ່ງ​ໃຫ້​ມະຫາ​ປະໂຣຫິດ​ຮິນກີຢາ, ບັນດາ​ປະໂຣຫິດ​ຮອງ ແລະ​ພວກ​ທະຫານ​ຍາມ​ປະຈຳ​ໜ້າທີ່​ທາງເຂົ້າ ໃຫ້​ນຳ​ເອົາ​ສິ່ງ​ຂອງ​ທັງໝົດ​ທີ່​ໄດ້​ໃຊ້​ໃນ​ການ​ຂາບໄຫວ້​ພະບາອານ, ເຈົ້າແມ່​ອາເຊຣາ ແລະ​ດວງດາວ​ອອກ​ໄປ​ຈາກ​ພຣະວິຫານ​ຂອງ​ພຣະເຈົ້າຢາເວ. ກະສັດ​ໄດ້​ຈູດ​ສິ່ງ​ເຫຼົ່ານີ້​ຢູ່​ນອກເມືອງ​ໃກ້​ກັບ​ຮ່ອມພູ​ກິດໂຣນ ແລ້ວ​ເພິ່ນ​ກໍ​ໃຫ້​ຄົນ​ເອົາ​ຂີ້ເຖົ່າ​ໄປ​ທີ່​ເມືອງ​ເບັດເອນ.

5 ເພິ່ນ​ປົດ​ຕຳແໜ່ງ​ພວກ​ປະໂຣຫິດ​ທີ່​ບັນດາ​ກະສັດ​ແຫ່ງ​ຢູດາຍ ໄດ້​ແຕ່ງຕັ້ງ​ໃຫ້​ຖວາຍ​ເຄື່ອງ​ບູຊາ ທີ່​ແທ່ນບູຊາ​ຂອງ​ພະ​ຕ່າງຊາດ​ຊຶ່ງ​ມີ​ຢູ່​ໃນ​ເມືອງຕ່າງໆ​ຂອງ​ຢູດາຍ ແລະ​ຕາມ​ບ່ອນ​ຕ່າງໆ​ທີ່​ໃກ້​ກັບ​ນະຄອນ​ເຢຣູຊາເລັມ ຄື​ປະໂຣຫິດ​ທຸກຄົນ​ທີ່​ຖວາຍ​ເຄື່ອງ​ບູຊາ​ແກ່​ພະບາອານ, ດວງຕາເວັນ, ດວງເດືອນ ແລະ​ດວງດາວ​ຕ່າງໆ​ທັງໝົດ​ໃນ​ຟ້າ​ສະຫວັນ.

6 ເພິ່ນ​ຍ້າຍ​ຮູບ​ເຈົ້າແມ່​ອາເຊຣາ​ອອກ​ຈາກ​ວິຫານ​ຂອງ​ພຣະເຈົ້າຢາເວ ແລະ​ເອົາ​ໄປ​ໄວ້​ນອກ​ນະຄອນ​ເຢຣູຊາເລັມ, ທີ່​ຮ່ອມພູ​ກິດໂຣນ, ຈູດ​ເຜົາ​ມັນ​ທີ່​ຮ່ອມພູ​ກິດໂຣນ, ບົດ​ໃຫ້​ໝຸ່ນ​ເປັນ​ຂີ້ເຖົ່າ ແລະ​ໂຮຍ​ໃສ່​ຕາມ​ບ່ອນ​ຝັງສົບ.

7 ເພິ່ນ​ທຳລາຍ​ບ່ອນ​ຢູ່​ຂອງ​ພວກ​ໂສເພນີ​ໃນ​ບໍລິເວນ​ວິຫານ​ຂອງ​ພຣະເຈົ້າຢາເວ. ຊຶ່ງ​ເປັນ​ບ່ອນ​ທີ່​ພວກຜູ້ຍິງ​ຕໍ່າ​ຜ້າ ເຮັດ​ເສື້ອຄຸມ​ໃຊ້​ໃນ​ການ​ຂາບໄຫວ້​ເຈົ້າແມ່​ອາເຊຣາ.

8 ກະສັດ​ໂຢສີຢາ​ໄດ້​ນຳ​ບັນດາ​ປະໂຣຫິດ​ທັງໝົດ​ທີ່​ຢູ່​ໃນ​ເມືອງ​ຕ່າງໆ​ຂອງ​ຢູດາຍ ແລະ​ຢູ່​ທົ່ວ​ທຸກບ່ອນ​ຈາກ​ເກບາ​ເຖິງ​ເບເອນເຊບາ​ທີ່​ເພິ່ນ​ໄດ້​ທຳລາຍ​ແທ່ນບູຊາ​ຕ່າງໆ ແລະ​ສະຖານ​ທີ່​ສູງ​ທັງຫຼາຍ ຊຶ່ງ​ພວກເຂົາ​ຖວາຍ​ເຄື່ອງ​ບູຊາ​ໃສ່​ນັ້ນ ມາ​ທີ່​ນະຄອນ​ເຢຣູຊາເລັມ. ເພິ່ນ​ຍັງ​ໄດ້​ມ້າງ​ແທ່ນບູຊາ​ທີ່​ອຸທິດ​ຖວາຍ​ແກ່​ຜີ​ປີສາດແບ້ ໃກ້​ປະຕູ​ເມືອງ​ທີ່​ໂຢຊວຍ​ຜູ້ປົກຄອງ​ເມືອງ​ໄດ້​ສ້າງ​ຂຶ້ນ. ແທ່ນບູຊາ​ນີ້​ຢູ່​ທາງ​ເບື້ອງຊ້າຍ​ຂອງ​ປະຕູ​ໃຫຍ່​ທາງ​ເຂົ້າ​ເມືອງ.

9 ພວກ​ປະໂຣຫິດ​ເຫຼົ່ານັ້ນ​ບໍ່​ມີ​ສິດ​ຮັບໃຊ້​ຢູ່​ແທ່ນບູຊາ​ຂອງ​ພຣະເຈົ້າຢາເວ ແຕ່​ໄດ້​ຮັບ​ອະນຸຍາດ​ໃຫ້​ກິນ​ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ​ດັ່ງ​ປະໂຣຫິດ​ຄົນອື່ນໆ.

10 ກະສັດ​ໂຢສີຢາ​ຍັງ​ໄດ້​ທຳລາຍ​ໂຕເຟັດ ບ່ອນ​ຂາບໄຫວ້​ຮູບ​ພະຕ່າງໆ​ຂອງ​ຊາວ​ຕ່າງຊາດ​ທີ່​ຮ່ອມພູ​ຮິນໂນມ ເພື່ອ​ວ່າ​ຈະ​ບໍ່ມີ​ຜູ້ໃດ​ເອົາ​ລູກຊາຍ ຫລື​ລູກສາວ​ຂອງຕົນ​ໄປ​ເຜົາ​ຖວາຍບູຊາ​ໃຫ້​ພະ​ໂມເລັກ.

11 ເພິ່ນ​ຍັງ​ໄດ້​ເອົາ​ຝູງມ້າ​ທີ່​ກະສັດ​ແຫ່ງ​ຢູດາຍ​ອຸທິດ​ຖວາຍ ໃນ​ການ​ຂາບໄຫວ້​ດວງອາທິດ​ນັ້ນ​ໜີໄປ ແລະ​ເຜົາ​ລົດມ້າ​ທີ່​ໃຊ້​ໃນ​ການ​ຂາບໄຫວ້​ນີ້​ດ້ວຍ. (ມ້າ​ກັບ​ລົດມ້າ​ນີ້​ໄດ້​ເອົາ​ໄວ້​ຢູ່​ທາງເຂົ້າ​ວິຫານ​ຂອງ​ພຣະເຈົ້າຢາເວ ໃກ້​ກັບ​ປະຕູ ແລະ​ໃກ້​ບ່ອນ​ຢູ່​ຂອງ​ນາທານເມເລັກ ຂ້າຣາຊການ​ຊັ້ນ​ຜູ້ໃຫຍ່​ຄົນ​ໜຶ່ງ.)

12 ເພິ່ນ​ໄດ້​ທຳລາຍ​ແທ່ນບູຊາ​ທີ່​ກະສັດ​ແຫ່ງ​ຢູດາຍ​ໄດ້​ສ້າງ​ໄວ້ ເທິງ​ຫລັງຄາ​ພຽງ​ຂອງ​ຣາຊວັງ​ທີ່​ຢູ່​ເໜືອ​ສຳນັກ​ຂອງ​ກະສັດ​ອາຮາດ ພ້ອມ​ທັງ​ແທ່ນບູຊາ​ສອງ​ແທ່ນ ທີ່​ກະສັດ​ມານາເຊ​ໄດ້​ສ້າງ​ໄວ້​ໃນ​ເດີ່ນ​ຂອງ​ວິຫານ​ຂອງ​ພຣະເຈົ້າຢາເວ; ເພິ່ນ​ທຸບ​ແທ່ນບູຊາ​ເຫຼົ່ານີ້​ອອກ​ເປັນ​ປ່ຽງໆ ແລະ​ໂຍນ​ຖິ້ມ​ໃນ​ຮ່ອມພູ​ກິດໂຣນ.

13 ກະສັດ​ໂຢສີຢາ​ໄດ້​ທຳລາຍ​ແທ່ນບູຊາ​ຕ່າງໆ​ທີ່​ກະສັດ​ໂຊໂລໂມນ​ໄດ້​ສ້າງ​ຂຶ້ນ ຢູ່​ທາງທິດ​ຕາເວັນອອກ​ຂອງ​ນະຄອນ​ເຢຣູຊາເລັມ ຄື​ທາງທິດໃຕ້​ຂອງ​ພູເຂົາ​ໝາກກອກເທດ ຊຶ່ງ​ເປັນ​ບ່ອນ​ສຳລັບ​ຂາບໄຫວ້​ຮູບເຄົາຣົບ​ທີ່​ໜ້າກຽດຊັງ​ຄື: ຮູບ​ເຈົ້າແມ່​ອັດສະຕາກ​ຂອງ​ຊາວ​ຊີໂດນ, ພະ​ເຄໂມດ​ຂອງ​ຊາວ​ໂມອາບ ແລະ​ພະ​ມິນກົມ​ຂອງ​ຊາວ​ອຳໂມນ.

14 ກະສັດ​ໂຢສີຢາ​ໄດ້​ຕັດ​ເສົາ​ຫີນ​ເປັນ​ທ່ອນໆ ແລະ​ດຶງ​ຮູບ​ເຈົ້າແມ່​ອາເຊຣາ​ລົງ; ແລະ​ເພິ່ນ​ໄດ້​ເອົາ​ກະດູກ​ຄົນ​ຕາຍ​ຖົມ​ໃສ່​ດິນ​ບ່ອນ​ທີ່​ພວກເຂົາ​ຢືນ​ຢູ່​ນັ້ນ.

15 ກະສັດ​ໂຢສີຢາ​ຍັງ​ໄດ້​ມ້າງ ແລະ​ທຳລາຍ​ບ່ອນ​ຂາບໄຫວ້​ທີ່​ເບັດເອນ ຊຶ່ງ​ຖືກ​ສ້າງ​ຂຶ້ນ​ໂດຍ​ກະສັດ​ເຢໂຣໂບອາມ ລູກຊາຍ​ຂອງ​ເນບັດ ຜູ້​ທີ່​ໄດ້​ນຳ​ຊາວ​ອິດສະຣາເອນ​ຕົກ​ໃນ​ບາບ. ກະສັດ​ໂຢສີຢາ​ດຶງ​ແທ່ນບູຊາ​ນັ້ນ​ລົງ, ທຸບ​ຫີນ​ຂອງ​ແທ່ນບູຊາ​ນັ້ນ​ເປັນ​ປ່ຽງໆ, ແລະ​ທັບ​ຈົນ​ໝຸ່ນ​ເປັນ​ຂີ້ຝຸ່ນ​ດິນ; ເພິ່ນ​ຍັງ​ເຜົາ​ຮູບ​ເຈົ້າແມ່​ອາເຊຣາ​ຖິ້ມ​ດ້ວຍ.

16 ແລ້ວ​ກະສັດ​ໂຢສີຢາ​ກໍ​ຫລຽວ​ອ້ອມ​ໄປມາ ຈຶ່ງ​ເຫັນ​ຂຸມຝັງສົບ​ຕ່າງໆ​ທີ່​ເທິງ​ເນີນພູ; ສະນັ້ນ ເພິ່ນ​ຈຶ່ງ​ໃຫ້​ພວກເຂົາ​ເອົາ​ກະດູກ​ອອກ​ຈາກ​ອຸບມຸງ​ເຫຼົ່ານັ້ນ ໄປ​ເຜົາ​ເທິງ​ແທ່ນບູຊາ. ເພິ່ນ​ໄດ້​ເຮັດ​ເຊັ່ນນີ້​ເປັນ​ການທຳລາຍ​ແທ່ນບູຊາ​ໃຫ້​ເປັນ​ມົນທິນ ຕາມ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ທີ່​ຄົນ​ຂອງ​ພຣະເຈົ້າ​ໄດ້​ກ່າວ​ໄວ້​ແຕ່​ດົນນານ​ມາແລ້ວ ໃນ​ໄລຍະ​ເທດສະການ​ທີ່​ກະສັດ​ເຢໂຣໂບອາມ​ໄດ້​ຢືນ​ຢູ່​ທີ່​ຂ້າງ​ແທ່ນບູຊາ. ກະສັດ​ໂຢສີຢາ​ຫລຽວ​ອ້ອມ​ໄປມາ​ຈຶ່ງ​ເຫັນ​ອຸບມຸງ​ຂອງ​ຜູ້ທຳນວາຍ ຜູ້​ທີ່​ໄດ້​ກ່າວ​ໄວ້​ລ່ວງໜ້າ​ກ່ຽວກັບ​ເລື່ອງ​ນີ້.

17 ເພິ່ນ​ຖາມ​ວ່າ, “ນັ້ນ​ແມ່ນ​ອຸບມຸງ​ຝັງສົບ​ຂອງ​ໃຜ?” ປະຊາຊົນ​ຊາວ​ເມືອງ​ຕອບ​ວ່າ, “ແມ່ນ​ຂຸມຝັງສົບ​ຄົນ​ຂອງ​ພຣະເຈົ້າ​ທີ່​ມາ​ຈາກ​ຢູດາຍ ແລະ​ໄດ້​ທຳນວາຍ​ໄວ້​ລ່ວງໜ້າ ເຖິງ​ສິ່ງ​ທີ່​ທ່ານ​ກຳລັງ​ກະທຳ​ຕໍ່​ແທ່ນບູຊາ​ທີ່​ເບັດເອນ​ນີ້.”

18 ເພິ່ນ​ສັ່ງ​ວ່າ, “ປ່ອຍ​ໄວ້​ຢ່າງ​ນັ້ນ​ແຫຼະ ບໍ່​ຕ້ອງ​ເອົາ​ກະດູກ​ລາວ​ອອກ​ມາ.” ດັ່ງນັ້ນ ຈຶ່ງ​ບໍ່ມີ​ຜູ້ໃດ​ເອົາ​ກະດູກ​ນັ້ນ​ອອກ​ມາ ພ້ອມ​ທັງ​ກະດູກ​ຂອງ​ຜູ້ທຳນວາຍ ມາ​ຈາກ​ນະຄອນ​ຊາມາເຣຍ.

19 ຕາມ​ທຸກ​ເມືອງ​ຂອງ​ອິດສະຣາເອນ ກະສັດ​ໂຢສີຢາ​ໄດ້​ທຳລາຍ​ບ່ອນ​ຂາບໄຫວ້​ພະ​ຕ່າງຊາດ​ທັງໝົດ ທີ່​ບັນດາ​ກະສັດ​ແຫ່ງ​ອິດສະຣາເອນ​ໄດ້​ສ້າງ​ໄວ້ ຄື​ຜູ້​ທີ່​ກໍ່​ໃຫ້​ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າຢາເວ​ລຸກ​ຂຶ້ນ​ໃຫຍ່. ເພິ່ນ​ໄດ້​ທຳລາຍ​ແທ່ນບູຊາ​ທັງໝົດ​ນີ້ ດັ່ງ​ທີ່​ໄດ້​ເຮັດ​ຕໍ່​ແທ່ນບູຊາ​ໃນ​ເມືອງ​ເບັດເອນ.

20 ເພິ່ນ​ໄດ້​ຂ້າ​ປະໂຣຫິດ​ທຸກຄົນ​ຂອງ​ຊາວ​ຕ່າງຊາດ​ເທິງ​ແທ່ນບູຊາ ບ່ອນ​ທີ່​ພວກເຂົາ​ຮັບໃຊ້​ນັ້ນ ແລະ​ເພິ່ນ​ຍັງ​ໄດ້​ເຜົາ​ກະດູກ​ຄົນ​ໃສ່​ເທິງ​ແທ່ນບູຊາ​ທຸກບ່ອນ. ແລ້ວ​ເພິ່ນ​ກໍໄດ້​ກັບຄືນ​ສູ່​ນະຄອນ​ເຢຣູຊາເລັມ.


ເຈົ້າ​ໂຢສີຢາ​ສະຫລອງ​ປັດສະຄາ
( 2 ຂຄ 35:1-19 )

21 ກະສັດ​ໂຢສີຢາ​ໄດ້​ສັ່ງ​ປະຊາຊົນ​ວ່າ, “ຈົ່ງ​ສະເຫລີມ​ສະຫລອງ​ເທດສະການ​ປັດສະຄາ ເພື່ອ​ຍົກຍໍ​ໃຫ້ກຽດ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກທ່ານ ຕາມ​ທີ່​ໄດ້​ມີ​ຂຽນ​ໄວ້​ໃນ​ປື້ມ​ແຫ່ງ​ພັນທະສັນຍາ​ນີ້.”

22 ນັບ​ຕັ້ງແຕ່​ສະໄໝ​ພວກ​ຜູ້ປົກຄອງ​ມາ ກໍ​ຍັງ​ບໍ່ມີ​ກະສັດ​ແຫ່ງ​ອິດສະຣາເອນ ຫລື​ແຫ່ງ​ຢູດາຍ​ຄົນໃດ ທີ່​ໄດ້​ສະເຫລີມ​ສະຫລອງ​ເທດສະການ​ປັດສະຄາ​ແບບ​ນີ້.

23 ໃນທີ່ສຸດ ໃນ​ຣາຊການ​ປີ​ທີ​ສິບແປດ​ຂອງ​ກະສັດ​ໂຢສີຢາ ເພິ່ນ​ໄດ້​ຈັດ​ໃຫ້​ມີ​ການ​ສະເຫລີມ​ສະຫລອງ​ເທດສະການ​ປັດສະຄາ​ຖວາຍ​ແກ່​ພຣະເຈົ້າຢາເວ​ທີ່​ນະຄອນ​ເຢຣູຊາເລັມ.


ການປ່ຽນແປງ​ອື່ນໆ​ໂດຍ​ເຈົ້າ​ໂຢສີຢາ

24 ເພື່ອ​ບັງຄັບ​ປະຊາຊົນ​ໃຫ້​ປະຕິບັດ​ຕາມ​ກົດບັນຍັດ​ທີ່​ມີ​ຂຽນ​ໄວ້​ໃນ​ປື້ມ ຊຶ່ງ​ມະຫາ​ປະໂຣຫິດ​ຮິນກີຢາ​ໄດ້​ພົບ​ຢູ່​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ​ນັ້ນ; ກະສັດ​ໂຢສີຢາ​ໄດ້​ກຳຈັດ​ພະຕ່າງໆ ແລະ​ສິ່ງ​ທີ່​ໃຊ້​ຂາບໄຫວ້ ໃຫ້​ສິ້ນ​ຈາກ​ນະຄອນ​ເຢຣູຊາເລັມ ແລະ​ສ່ວນ​ອື່ນໆ​ຂອງ​ຢູດາຍ ເຊັ່ນ: ໝໍ​ຜີ, ໝໍ​ມໍ, ພະ​ປະຈຳ​ເຮືອນ, ຮູບເຄົາຣົບ ແລະ​ທຸກສິ່ງ​ທີ່​ໃຊ້​ໃນ​ການ​ຂາບໄຫວ້​ພະ​ຕ່າງຊາດ.

25 ບໍ່ເຄີຍ​ມີ​ກະສັດ​ຄົນ​ໃດ​ຄື​ເພິ່ນ​ທີ່​ປົກຄອງ​ມາ​ກ່ອນ ທີ່​ໄດ້​ຮັບໃຊ້​ພຣະເຈົ້າຢາເວ​ດ້ວຍ​ສຸດໃຈ, ດ້ວຍ​ສຸດຈິດ ແລະ​ດ້ວຍ​ສຸດ​ກຳລັງ ໂດຍ​ເຊື່ອຟັງ​ກົດບັນຍັດ​ທັງໝົດ​ຂອງ​ໂມເຊ; ບໍ່ມີ​ກະສັດ​ຄົນໃດ​ທີ່​ເຮັດ​ຄື​ເພິ່ນ​ໃນ​ເວລາ​ຕໍ່ມາ.

26 ແຕ່​ຄວາມ​ໂກດຮ້າຍ​ອັນ​ໃຫຍ່​ຂອງ​ພຣະເຈົ້າຢາເວ​ຍັງ​ລຸກ​ຂຶ້ນ​ຕໍ່ສູ້​ຢູດາຍ ໂດຍ​ສິ່ງ​ທີ່​ກະສັດ​ມານາເຊ​ໄດ້​ກະທຳ ແລະ​ຈົນເຖິງ​ປານ​ນີ້​ຄວາມ​ໂກດຮ້າຍ​ນັ້ນ​ກໍ​ຍັງ​ບໍ່​ສິ້ນສຸດ.

27 ພຣະເຈົ້າຢາເວ​ກ່າວ​ວ່າ, “ເຮົາ​ຈະ​ເຮັດ​ຕໍ່​ຢູດາ​ດັ່ງ​ທີ່​ໄດ້​ເຮັດ​ຕໍ່​ອິດສະຣາເອນ​ຄື: ເຮົາ​ຈະ​ກຳຈັດ​ຊາວ​ຢູດາ​ໃຫ້​ພົ້ນ​ຈາກ​ສາຍຕາ​ຂອງເຮົາ ແລະ​ເຮົາ​ຈະ​ບໍ່​ຍອມ​ຮັບ​ເອົາ​ນະຄອນ​ເຢຣູຊາເລັມ​ນະຄອນ​ທີ່​ເຮົາ​ໄດ້​ເລືອກໄວ້ ແລະ​ວິຫານ​ບ່ອນ​ທີ່​ເຮົາ​ບອກ​ວ່າ ນາມຊື່​ເຮົາ​ຈະ​ສະຖິດຢູ່​ນັ້ນ.”


ຣາຊການ​ບັ້ນປາຍ​ຂອງ​ກະສັດ​ໂຢສີຢາ
( 2 ຂຄ 35:20–36:1 )

28 ສິ່ງ​ອື່ນ​ທີ່​ກະສັດ​ໂຢສີຢາ​ໄດ້​ກະທຳ​ແມ່ນ​ໄດ້​ຖືກ​ບັນທຶກ​ໄວ້​ໃນ ປື້ມ​ປະຫວັດສາດ​ຂອງ​ບັນດາ​ກະສັດ​ແຫ່ງ​ຢູດາຍ.

29 ໃນ​ລະຫວ່າງ​ທີ່​ກະສັດ​ໂຢສີຢາ​ໄດ້​ເປັນ​ກະສັດ​ຢູ່​ນັ້ນ; ກະສັດ​ເນໂກ ແຫ່ງ​ປະເທດ​ເອຢິບ​ໄດ້​ຍົກທັບ​ໄປ​ສູ່​ແມ່ນໍ້າ​ເອີຟຣັດ ເພື່ອ​ຊ່ວຍ​ກະສັດ​ແຫ່ງ​ອັດຊີເຣຍ. ກະສັດ​ໂຢສີຢາ​ໄດ້​ພະຍາຍາມ​ຢັບຢັ້ງ​ກອງທັບ​ແຫ່ງ​ເອຢິບ​ໄວ້​ທີ່​ເມກິດໂດ ແຕ່​ເພິ່ນ​ໄດ້​ຖືກ​ຂ້າ​ໃນ​ສະໜາມຮົບ.

30 ພວກ​ຂ້າຣາຊການ​ຈຶ່ງ​ໄດ້​ນຳ​ເອົາ​ຊາກສົບ​ຂອງ​ເພິ່ນ​ໃສ່​ລົດມ້າ​ກັບຄືນ​ມາ​ທີ່​ນະຄອນ​ເຢຣູຊາເລັມ ແລະ​ຝັງ​ໄວ້​ໃນ​ບ່ອນ​ຝັງສົບ​ຂອງ​ກະສັດ. ແລ້ວ​ຊາວ​ຢູດາ​ກໍ​ເລືອກ​ເອົາ​ເຢໂຮອາຮາດ​ລູກຊາຍ​ຂອງ​ເພິ່ນ ແລະ​ຫົດສົງ​ແຕ່ງຕັ້ງ​ໃຫ້​ຂຶ້ນ​ເປັນ​ກະສັດ​ປົກຄອງ​ແທນ.


ກະສັດ​ເຢໂຮອາຮາດ​ແຫ່ງ​ຢູດາຍ
( 2 ຂຄ 36:2-4 )

31 ເຈົ້າ​ເຢໂຮອາຮາດ​ຂຶ້ນ​ເປັນ​ກະສັດ​ປົກຄອງ​ອານາຈັກ​ຢູດາຍ ເມື່ອ​ເພິ່ນ​ອາຍຸ​ໄດ້​ຊາວສາມ​ປີ ແລະ​ໄດ້​ປົກຄອງ​ຢູ່​ທີ່​ນະຄອນ​ເຢຣູຊາເລັມ ເປັນ​ເວລາ​ສາມ​ເດືອນ. ແມ່​ຂອງ​ເພິ່ນ​ຊື່​ວ່າ​ຮາມູຕານ ລູກສາວ​ຂອງ​ເຢເຣມີຢາ​ຊາວ​ເມືອງ​ລິບນາ.

32 ເພິ່ນ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ​ຕາມ​ແບບ​ຢ່າງ​ບັນພະບຸລຸດ​ຂອງ​ເພິ່ນ.

33 ຣາຊການ​ຂອງ​ເພິ່ນ​ໄດ້​ສິ້ນສຸດ​ລົງ ເມື່ອ​ເຈົ້າ​ເນໂກ​ກະສັດ​ແຫ່ງ​ເອຢິບ​ໄດ້​ຈັບ​ເພິ່ນ​ໄປ​ເປັນ​ຊະເລີຍ​ທີ່​ເມືອງ​ຣິບລາ​ໃນ​ດິນແດນ​ຮາມັດ ແລະ​ທັງ​ໄດ້​ບັງຄັບ​ຊາວ​ຢູດາ​ໃຫ້​ຈ່າຍ​ເງິນ​ເປັນ​ຈຳນວນ​ສາມພັນ​ສີ່ຮ້ອຍ​ກິໂລກຼາມ ແລະ​ຄຳ​ສາມສິບສີ່​ກິໂລກຼາມ ເພື່ອ​ເປັນ​ເຄື່ອງ​ບັນນາການ.

34 ກະສັດ​ເນໂກ​ແຕ່ງຕັ້ງ​ເອລີອາກິມ ລູກຊາຍ​ຂອງ​ກະສັດ​ໂຢສີຢາ ໃຫ້​ຂຶ້ນ​ເປັນ​ກະສັດ​ແຫ່ງ​ຢູດາຍ​ແທນ ແລະ​ທັງ​ໄດ້​ປ່ຽນ​ຊື່​ໃໝ່​ໃຫ້​ລາວ​ວ່າ ເຢໂຮຍອາກິມ. ກະສັດ​ເຢໂຮອາຮາດ​ຖືກ​ນຳຕົວ​ໄປ​ທີ່​ປະເທດ​ເອຢິບ​ໂດຍ​ກະສັດ​ເນໂກ ແລະ​ເພິ່ນ​ໄດ້​ຕາຍ​ຢູ່​ທີ່​ນັ້ນ.


ກະສັດ​ເຢໂຮຍອາກິມ​ແຫ່ງ​ຢູດາຍ
( 2 ຂຄ 36:5-8 )

35 ກະສັດ​ເຢໂຮຍອາກິມ​ໄດ້​ເກັບ​ພາສີ​ນຳ​ປະຊາຊົນ ຕາມ​ສ່ວນ​ຄວາມຮັ່ງມີ​ຂອງ​ພວກເຂົາ ເພື່ອ​ເປັນ​ການ​ຫາເງິນ​ເປັນ​ເຄື່ອງ​ບັນນາການ ຕາມ​ທີ່​ກະສັດ​ປະເທດ​ເອຢິບ​ຕ້ອງການ.

36 ເຈົ້າ​ເຢໂຮຍອາກິມ​ເປັນ​ກະສັດ​ແຫ່ງ​ຢູດາຍ ເມື່ອ​ເພິ່ນ​ອາຍຸ​ໄດ້​ຊາວຫ້າ​ປີ ແລະ​ໄດ້​ປົກຄອງ​ຢູ່​ທີ່​ນະຄອນ​ເຢຣູຊາເລັມ​ເປັນ​ເວລາ​ສິບເອັດ​ປີ. ແມ່​ຂອງ​ເພິ່ນ​ຊື່​ວ່າ ເຊບີດາ ລູກສາວ​ຂອງ​ເປດາອີຢາ​ຊາວ​ເມືອງ​ຣູມາ.

37 ກະສັດ​ເຢໂຮຍອາກິມ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ ຕາມ​ແບບຢ່າງ​ແຫ່ງ​ບັນພະບຸລຸດ​ຂອງ​ເພິ່ນ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan