Biblia Todo Logo
Bìoball air-loidhne

- Sanasan -

2 ກະສັດ 22 - ພຣະຄຳພີສັກສິ


ກະສັດ​ໂຢສີຢາ​ແຫ່ງ​ຢູດາຍ
( 2 ຂຄ 34:1-2 )

1 ເຈົ້າ​ໂຢສີຢາ​ຂຶ້ນ​ເປັນ​ກະສັດ​ປົກຄອງ​ອານາຈັກ​ຢູດາຍ ເມື່ອ​ເພິ່ນ​ອາຍຸ​ໄດ້​ແປດ​ປີ. ເພິ່ນ​ໄດ້​ປົກຄອງ​ຢູ່​ທີ່​ນະຄອນ​ເຢຣູຊາເລັມ​ເປັນ​ເວລາ​ສາມສິບເອັດ​ປີ. ແມ່​ຂອງ​ເພິ່ນ​ຊື່​ວ່າ​ເຢດີດາ ລູກສາວ​ຂອງ​ອາດາຢາ​ຊາວ​ໂບຊະກາດ.

2 ກະສັດ​ໂຢສີຢາ​ເຮັດ​ໃນ​ສິ່ງ​ທີ່​ພຣະເຈົ້າຢາເວ​ພໍໃຈ; ເພິ່ນ​ເຮັດ​ຕາມ​ແບບຢ່າງ​ຂອງ​ກະສັດ​ດາວິດ​ບັນພະບຸລຸດ​ຂອງ​ເພິ່ນ ໂດຍ​ເຊື່ອຟັງ​ຢ່າງ​ເຄັ່ງຄັດ​ກົດບັນຍັດ​ທັງໝົດ​ຂອງ​ພຣະເຈົ້າ.


ປະໂຣຫິດ​ຮິນກີຢາ​ໄດ້​ພົບ​ປື້ມ​ກົດບັນຍັດ
( 2 ຂຄ 34:8-28 )

3 ໃນ​ຣາຊການ​ປີ​ທີ​ສິບແປດ​ຂອງ​ກະສັດ​ໂຢສີຢາ ເພິ່ນ​ໄດ້​ໃຊ້​ເລຂາທິການ ຊາຟານ​ລູກຊາຍ​ຂອງ​ອາຊາລີຢາ ແລະ​ຫລານຊາຍ​ຂອງ​ເມຊຸນລຳ ໄປ​ທີ່​ວິຫານ​ຂອງ​ພຣະເຈົ້າຢາເວ ໂດຍ​ສັ່ງ​ວ່າ,

4 “ຈົ່ງ​ໄປ​ຫາ​ມະຫາ​ປະໂຣຫິດ​ຮິນກີຢາ ແລະ​ໃຫ້​ເພິ່ນ​ລາຍງານ​ກ່ຽວກັບ​ເງິນ​ທີ່​ພວກ​ປະໂຣຫິດ​ປະຈຳ​ໜ້າທີ່​ໃນ​ທາງເຂົ້າ​ວິຫານ​ຂອງ​ພຣະເຈົ້າຢາເວ​ໄດ້​ເກັບ​ຈາກ​ປະຊາຊົນ.

5 ຈົ່ງ​ບອກ​ເພິ່ນ​ເອົາ​ເງິນ​ໃຫ້​ບັນດາ​ຄົນງານ ຜູ້​ທີ່​ຮັບຜິດຊອບ​ສ້ອມແປງ​ວິຫານ​ຂອງ​ພຣະເຈົ້າຢາເວ.

6 ພວກເຂົາ​ຕ້ອງ​ຈ່າຍ​ເງິນ​ນີ້​ໃຫ້​ແກ່​ພວກ​ຊ່າງ​ໄມ້, ພວກ​ກໍ່ສ້າງ, ພວກ​ຊ່າງ​ກໍ່​ດິນ​ເຜົາ ແລະ​ຊື້​ໄມ້ ແລະ​ຫີນ​ສຳລັບ​ການ​ສ້ອມແປງ​ວິຫານ.

7 ພວກ​ທີ່​ຮັບຜິດຊອບ​ວຽກງານ​ນັ້ນ​ເປັນ​ຄົນ​ສັດຊື່; ສະນັ້ນ ຈຶ່ງ​ບໍ່​ຈຳເປັນ​ໃຫ້​ພວກເຂົາ​ເຮັດ​ບັນຊີ​ການເງິນ.”

8 ຊາຟານ​ໄດ້​ນຳ​ເອົາ​ຄຳສັ່ງ​ຂອງ​ກະສັດ​ໄປ​ບອກ​ມະຫາ​ປະໂຣຫິດ​ຮິນກີຢາ; ແລ້ວ​ເພິ່ນ​ກໍ​ບອກ​ຊາຟານ​ວ່າ ເພິ່ນ​ໄດ້​ພົບ​ປື້ມ​ກົດບັນຍັດ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ. ເພິ່ນ​ໄດ້​ເອົາ​ປື້ມ​ນັ້ນ​ໃຫ້​ຊາຟານ​ອ່ານ.

9 ຊາຟານ​ໄດ້​ກັບຄືນ​ມາ​ລາຍງານ​ຕໍ່​ກະສັດ​ວ່າ, “ພວກ​ຜູ້ຮັບໃຊ້​ຂອງທ່ານ​ໄດ້​ເອົາ​ເງິນ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ ໃຫ້​ແກ່​ພວກ​ຄົນງານ​ທີ່​ຮັບຜິດຊອບ​ໃນ​ການ​ສ້ອມແປງ​ແລ້ວ.”

10 ຕໍ່ມາ ຊາຟານ​ໄດ້​ກ່າວ​ຕໍ່ໄປ​ວ່າ, “ມະຫາ​ປະໂຣຫິດ​ຮິນກີຢາ​ໄດ້​ເອົາ​ປື້ມ​ຫົວນີ້​ໃຫ້​ຂ້ານ້ອຍ.” ແລ້ວ​ຊາຟານ​ກໍໄດ້​ອ່ານ​ກົດບັນຍັດ​ໃນ​ປື້ມນັ້ນ​ສູ່​ກະສັດ​ຟັງ.

11 ເມື່ອ​ກະສັດ​ໄດ້ຍິນ​ເນື້ອຄວາມ​ໃນ​ປື້ມນັ້ນ ເພິ່ນ​ຈຶ່ງ​ຈີກ​ເຄື່ອງນຸ່ງ​ຂອງຕົນ​ດ້ວຍ​ຄວາມ​ໂສກເສົ້າ​ເສຍໃຈ

12 ແລ້ວ​ເພິ່ນ​ໄດ້​ອອກ​ຄຳສັ່ງ​ແກ່​ມະຫາ​ປະໂຣຫິດ​ຮິນກີຢາ, ອາຮີກຳ​ລູກຊາຍ​ຂອງ​ຊາຟານ, ອັກໂບ​ລູກຊາຍ​ຂອງ​ມີກາອີຢາ, ຊາຟານ ເລຂາທິການ ແລະ​ອາສາອີຢາ ຜູ້​ລໍ​ຮັບໃຊ້​ຂອງ​ກະສັດ. ຄຳສັ່ງ​ນັ້ນ​ມີ​ຂໍ້ຄວາມ​ດັ່ງ​ຕໍ່ໄປນີ້:

13 “ຈົ່ງ​ໄປ​ປຶກສາ​ພຣະເຈົ້າຢາເວ​ແທນ​ເຮົາ ແລະ​ປະຊາຊົນ​ຊາວ​ຢູດາ​ທຸກຄົນ ກ່ຽວກັບ​ຄຳສັ່ງສອນ​ໃນ​ປື້ມນີ້. ພຣະເຈົ້າຢາເວ​ໂກດຮ້າຍ​ພວກເຮົາ ເພາະ​ປູ່ຍ່າຕາຍາຍ​ຂອງ​ພວກເຮົາ​ບໍ່ໄດ້​ປະຕິບັດ​ຕາມ​ຖ້ອຍຄຳ​ທີ່​ໄດ້​ມີ​ຂຽນ​ໄວ້​ໃນ​ປື້ມນີ້.”

14 ປະໂຣຫິດ​ຮິນກີຢາ, ອາຮີກຳ, ອັກໂບ, ຊາຟານ ແລະ​ອາສາອີຢາ ໄດ້​ໄປ​ປຶກສາ​ຜູ້ທຳນວາຍ​ຍິງ​ຄົນ​ໜຶ່ງ​ຢູ່​ທາງ​ເຂດ​ໃໝ່​ຂອງ​ນະຄອນ​ເຢຣູຊາເລັມ​ຊື່​ວ່າ ຮຸນດາ. (ຜົວ​ຂອງ​ນາງ​ຮຸນດາ​ຊື່​ວ່າ​ຊານລູມ ລູກຊາຍ​ຂອງ​ຕິກວາ ແລະ​ຫລານຊາຍ​ຂອງ​ຮາກຮາ; ຊານລູມ​ເປັນ​ຜູ້​ຮັກສາ​ເສື້ອຄຸມ​ປະຈຳ​ພຣະວິຫານ.) ຄົນ​ເຫຼົ່ານີ້​ໄດ້​ເລົ່າ​ເຫດການ​ສູ່​ນາງ​ຟັງ.

15 ແລະ​ນາງ​ໄດ້​ບອກ​ພວກເຂົາ​ວ່າ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ໄດ້ກ່າວ​ດັ່ງນີ້ວ່າ: ຈົ່ງ​ບອກ​ຄົນ​ທີ່​ໄດ້ໃຊ້​ພວກເຈົ້າ​ມາ​ຫາ​ເຮົາ​ວ່າ,

16 ພຣະເຈົ້າຢາເວ​ໄດ້ກ່າວ​ດັ່ງນີ້: “ເຮົາ​ຈະ​ລົງໂທດ​ນະຄອນ​ເຢຣູຊາເລັມ​ພ້ອມ​ທັງ​ປະຊາຊົນ​ທຸກຄົນ​ໃນ​ເມືອງ ຕາມ​ທີ່​ມີ​ຖ້ອຍຄຳ​ຂຽນ​ໄວ້​ໃນ​ປື້ມ​ທີ່​ກະສັດ​ຢູດາຍ​ໄດ້​ອ່ານ​ນັ້ນ.

17 ພວກເຂົາ​ໄດ້​ປະຖິ້ມ​ເຮົາ ແລະ​ໄປ​ຖວາຍ​ເຄື່ອງ​ບູຊາ​ແກ່​ບັນດາ​ພະອື່ນ ຊຶ່ງ​ເຮັດ​ໃຫ້​ເຮົາ​ໂກດຮ້າຍ​ໃນ​ທຸກສິ່ງ ທີ່​ພວກເຂົາ​ໄດ້​ເຮັດ​ດ້ວຍ​ມື​ຂອງ​ພວກເຂົາ​ນັ້ນ. ຄວາມ​ໂກດຮ້າຍ​ຂອງເຮົາ​ລຸກ​ຂຶ້ນ​ຕໍ່ສູ້​ນະຄອນ​ເຢຣູຊາເລັມ ແລະ​ຈະ​ບໍ່ດັບ​ລົງ.

18 ແຕ່​ສຳລັບ​ກະສັດ​ຢູດາຍ​ທີ່​ໄດ້​ໃຊ້​ພວກເຈົ້າ​ໄປ​ຖາມ​ພຣະເຈົ້າຢາເວ ເຈົ້າ​ທັງຫລາຍ​ຈົ່ງ​ກ່າວ​ດັ່ງນີ້​ວ່າ, ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ກ່າວ​ວ່າ, ‘ດ້ວຍ​ຖ້ອຍຄຳ​ທັງຫລາຍ​ທີ່​ເຈົ້າ​ໄດ້ຍິນ

19 ເພາະ​ເຈົ້າ​ໄດ້​ຍອມ​ຟັງ​ແລະ​ເຈົ້າ​ໄດ້​ຖ່ອມຕົວ​ຕໍ່ໜ້າ​ພຣະເຈົ້າຢາເວ ເຈົ້າ​ຈີກ​ເຄື່ອງນຸ່ງ​ຂອງ​ເຈົ້າ​ແລະ​ຮ້ອງໄຫ້ ເມື່ອ​ເຈົ້າ​ໄດ້ຍິນ​ເຖິງ​ການ​ຂູ່ເຂັນ ທີ່​ເຮົາ​ຈະ​ລົງໂທດ​ນະຄອນ​ເຢຣູຊາເລັມ ແລະ​ປະຊາຊົນ​ໃນ​ເມືອງ. ເຮົາ​ຈະ​ເຮັດ​ໃຫ້​ເມືອງ​ນີ້​ເປັນ​ໜ້າຢ້ານກົວ ຄື​ເປັນ​ບ່ອນ​ທີ່​ຄົນ​ຈະ​ໃຊ້​ຊື່​ເມືອງ​ນີ້​ເປັນ​ຄຳສາບແຊ່ງ. ແຕ່​ເຮົາ​ໄດ້ຍິນ​ຄຳພາວັນນາ​ອະທິຖານ​ຂອງ​ເຈົ້າ ພຣະເຈົ້າຢາເວ​ກ່າວ​ດັ່ງນີ້.

20 ເພາະສະນັ້ນ ການ​ລົງໂທດ​ທີ່​ເຮົາ​ກຳລັງ​ຈະ​ນຳ​ມາ​ສູ່​ນະຄອນ​ເຢຣູຊາເລັມ​ນີ້ ຈະ​ບໍ່​ມາ​ເຖິງ​ຈົນກວ່າ​ເຈົ້າ​ຈະ​ຕາຍໄປ. ເຮົາ​ຈະ​ໃຫ້​ເຈົ້າ​ຕາຍໄປ​ຢ່າງ​ສະຫງົບສຸກ.”’ ແລ້ວ​ຊາຍ​ເຫຼົ່ານັ້ນ​ກໍ​ນຳ​ເອົາ​ຖ້ອຍຄຳ​ນີ້​ໄປ​ບອກ​ກະສັດ​ໂຢສີຢາ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan