2 ກະສັດ 21 - ພຣະຄຳພີສັກສິກະສັດມານາເຊແຫ່ງຢູດາຍ ( 2 ຂຄ 33:1-20 ) 1 ເຈົ້າມານາເຊໄດ້ຂຶ້ນເປັນກະສັດແຫ່ງຢູດາຍ ເມື່ອເພິ່ນມີອາຍຸໄດ້ສິບສອງປີ ແລະໄດ້ປົກຄອງຢູ່ທີ່ນະຄອນເຢຣູຊາເລັມເປັນເວລາຫ້າສິບຫ້າປີ. ແມ່ຂອງເພິ່ນຊື່ວ່າ ເຮັບຊີບາ. 2 ກະສັດມານາເຊໄດ້ເຮັດບາບຕໍ່ສູ້ພຣະເຈົ້າຢາເວ ໂດຍປະພຶດຕາມແບບຢ່າງອັນໜ້າກຽດຊັງ ຂອງຊົນຊາດທີ່ພຣະເຈົ້າຢາເວໄດ້ຂັບໄລ່ອອກໄປຕໍ່ໜ້າປະຊາຊົນອິດສະຣາເອນ. 3 ເພິ່ນສ້າງບ່ອນຂາບໄຫວ້ພະຂອງຄົນຕ່າງຊາດຂຶ້ນໃໝ່ ທີ່ກະສັດເຮເຊກີຢາພໍ່ຂອງເພິ່ນໄດ້ທຳລາຍໄປແລ້ວນັ້ນ; ເພິ່ນສ້າງແທ່ນບູຊາສຳລັບຂາບໄຫວ້ພະບາອານ ແລະສ້າງຮູບຂອງເຈົ້າແມ່ອາເຊຣາດັ່ງເຈົ້າອາຮາບກະສັດແຫ່ງອິດສະຣາເອນໄດ້ເຮັດມານັ້ນ. ກະສັດມານາເຊຍັງໄດ້ຂາບໄຫວ້ຕາເວັນເດືອນດາວອີກດ້ວຍ. 4 ເພິ່ນໄດ້ສ້າງແທ່ນບູຊາຕ່າງໆ ເພື່ອຂາບໄຫວ້ຮູບພະຂອງຄົນຕ່າງຊາດໄວ້ທີ່ວິຫານຂອງພຣະເຈົ້າຢາເວ ບ່ອນທີ່ພຣະເຈົ້າຢາເວບອກວ່າ, ໃນນະຄອນເຢຣູຊາເລັມເຮົາຈະໃຫ້ນາມຊື່ຂອງເຮົາສະຖິດຢູ່. 5 ເພິ່ນຍັງໄດ້ສ້າງແທ່ນບູຊາຕ່າງໆ ເພື່ອຂາບໄຫວ້ຕາເວັນເດືອນດາວໃສ່ເດີ່ນທັງສອງແຫ່ງທີ່ວິຫານຂອງພຣະເຈົ້າຢາເວ. 6 ເພິ່ນໄດ້ຖວາຍລູກຊາຍຂອງຕົນໃຫ້ເປັນເຄື່ອງຖວາຍບູຊາ. ເພິ່ນທຳພິທີຖາມສິ່ງສັກສິດ ແລະຝຶກເວດມົນກະຖາ ແລະປຶກສາ ພວກໝໍດູແລະໝໍຜີ. ເພິ່ນໄດ້ເຮັດບາບຢ່າງໃຫຍ່ຫລວງຕໍ່ສູ້ພຣະເຈົ້າຢາເວ ແລະເຮັດໃຫ້ພຣະອົງໂກດຮ້າຍ. 7 ເພິ່ນຕັ້ງຮູບເຈົ້າແມ່ອາເຊຣາໄວ້ຢູ່ໃນວິຫານ ຊຶ່ງເປັນບ່ອນທີ່ພຣະເຈົ້າຢາເວໄດ້ກ່າວໄວ້ກັບກະສັດດາວິດ ແລະກະສັດໂຊໂລໂມນລູກຊາຍຂອງເພິ່ນວ່າ, “ໃນນະຄອນເຢຣູຊາເລັມນີ້ ຄືທີ່ວິຫານນີ້ ເປັນບ່ອນທີ່ເຮົາໄດ້ເລືອກເອົາຈາກເຂດແດນທັງໝົດຂອງຊາວອິດສະຣາເອນສິບສອງເຜົ່າ ເພື່ອໃຫ້ນາມຊື່ຂອງເຮົາສະຖິດຢູ່ຕະຫຼອດໄປ. 8 ຖ້າປະຊາຊົນອິດສະຣາເອນຈະເຊື່ອຟັງຄຳສັ່ງທຸກຂໍ້ຂອງເຮົາ ທັງຖືຮັກສາກົດບັນຍັດທັງໝົດທີ່ໂມເຊຜູ້ຮັບໃຊ້ຂອງເຮົາໄດ້ມອບໃຫ້ພວກເຂົາ; ເຮົາຈະບໍ່ໃຫ້ພວກເຂົາຖືກຂັບໄລ່ອອກໜີໄປຈາກດິນແດນ ຊຶ່ງເຮົາໄດ້ມອບໃຫ້ພວກປູ່ຍ່າຕາຍາຍຂອງພວກເຂົານັ້ນ.” 9 ແຕ່ປະຊາຊົນຢູດາບໍ່ໄດ້ເຊື່ອຟັງ ແລະກະສັດມານາເຊຍັງໄດ້ນຳພວກເຂົາເຮັດການບາບອັນໜັກໜ່ວງ ກວ່າພວກຊົນຊາດທີ່ພຣະເຈົ້າຢາເວໄດ້ທຳລາຍຕໍ່ໜ້າປະຊາຊົນອິດສະຣາເອນ. 10 ພຣະເຈົ້າຢາເວໄດ້ກ່າວຜ່ານທາງພວກຜູ້ທຳນວາຍຜູ້ຮັບຜູ້ຮັບໃຊ້ຂອງພຣະອົງວ່າ, 11 “ກະສັດມານາເຊໄດ້ເຮັດສິ່ງທີ່ໜ້າກຽດຊັງເຫຼົ່ານີ້; ເປັນສິ່ງທີ່ຊົ່ວຮ້າຍຫລາຍກ່ວາຊາວການາອານໄດ້ເຮັດ; ລາວໄດ້ນຳປະຊາຊົນຢູດາໃຫ້ຕົກໃນບາບ ດ້ວຍການສ້າງຮູບເຄົາຣົບຕ່າງໆ. 12 ສະນັ້ນ ພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນ ຈຶ່ງຈະນຳຄວາມພິນາດມາສູ່ນະຄອນເຢຣູຊາເລັມ ແລະອານາຈັກຢູດາຍ ແລະຜູ້ໃດທີ່ໄດ້ຍິນກ່ຽວກັບການນີ້ກໍຈະຕົກສະເງີ້. 13 ເຮົາຈະລົງໂທດນະຄອນເຢຣູຊາເລັມ ດັ່ງທີ່ເຮົາໄດ້ເຮັດຕໍ່ນະຄອນຊາມາເຣຍ, ຕໍ່ກະສັດອາຮາບແຫ່ງອິດສະຣາເອນ ແລະຕໍ່ພວກລູກຫລານຂອງລາວ. ເຮົາຈະກວາດລ້າງປະຊາຊົນທີ່ນະຄອນເຢຣູຊາເລັມໃຫ້ໝົດກ້ຽງໄປ ໃຫ້ສະອາດດັ່ງຈານທີ່ເຊັດໃຫ້ແຫ້ງແລະຂວໍ້າໄວ້. 14 ເຮົາຈະປະຖິ້ມພວກທີ່ຍັງມີຊີວິດຢູ່ ແລະຈະມອບພວກເຂົາໄວ້ໃນກຳມືຂອງເຫຼົ່າສັດຕູ ຜູ້ທີ່ຈະຮົບຊະນະພວກເຂົາ ແລະຈະປຸ້ນສະດົມດິນແດນຂອງພວກເຂົາ. 15 ເຮົາຈະເຮັດສິ່ງເຫຼົ່ານີ້ຕໍ່ປະຊາຊົນຂອງເຮົາ ເພາະພວກເຂົາໄດ້ເຮັດບາບຕໍ່ສູ້ເຮົາ ແລະເຮັດໃຫ້ເຮົາໂກດຮ້າຍ ຕັ້ງແຕ່ຄາວທີ່ພວກປູ່ຍ່າຕາຍາຍຂອງພວກເຂົາໄດ້ອອກມາຈາກປະເທດເອຢິບ ຈົນເຖິງທຸກວັນນີ້.” 16 ກະສັດມານາເຊຂ້າຄົນທີ່ບໍ່ມີຄວາມຜິດຢ່າງຫລວງຫລາຍ ຈົນວ່າຖະໜົນຕ່າງໆທີ່ນະຄອນເຢຣູຊາເລັມນອງໄປດ້ວຍເລືອດ; ເພິ່ນໄດ້ກະທຳການນີ້ຕື່ມໃສ່ກັບການນຳພາຊາວຢູດາໃຫ້ຂາບໄຫວ້ຮູບເຄົາຣົບ ອັນເປັນເຫດໃຫ້ພວກເຂົາເຮັດບາບຕໍ່ສູ້ພຣະເຈົ້າຢາເວ. 17 ສິ່ງອື່ນທີ່ກະສັດມານາເຊໄດ້ກະທຳຕະຫລອດທັງເລື່ອງການກະທຳບາບຂອງເພິ່ນ ແມ່ນໄດ້ຖືກບັນທຶກໄວ້ໃນປື້ມປະຫວັດສາດຂອງບັນດາກະສັດແຫ່ງຢູດາຍ. 18 ກະສັດມານາເຊໄດ້ຕາຍໄປພ້ອມກັບປູ່ຍ່າຕາຍາຍຂອງເພິ່ນ ແລະໄດ້ຖືກຝັງໄວ້ໃນສວນຂອງຣາຊວັງ ຄືສວນຂອງອູຊາ. ແລ້ວເຈົ້າອາໂມນ ລູກຊາຍຂອງເພິ່ນກໍຂຶ້ນເປັນກະສັດປົກຄອງແທນ. ກະສັດອາໂມນແຫ່ງຢູດາຍ ( 2 ຂຄ 33:21-25 ) 19 ເຈົ້າອາໂມນເປັນກະສັດແຫ່ງຢູດາຍ ເມື່ອເພິ່ນອາຍຸໄດ້ຊາວສອງປີ. ເພິ່ນປົກຄອງທີ່ນະຄອນເຢຣູຊາເລັມເປັນເວລາສອງປີ ແມ່ຂອງເພິ່ນຊື່ວ່າເມຊຸນເລເມດ ລູກສາວຂອງຮາຣຸດຊາວເມືອງຢົດບາ. 20 ກະສັດອາໂມນໄດ້ເຮັດບາບຕໍ່ສູ້ພຣະເຈົ້າຢາເວ ເໝືອນກັນກັບກະສັດມານາເຊພໍ່ຂອງຕົນ. 21 ເພິ່ນໄດ້ຮຽນເອົາແບບຢ່າງນຳພໍ່ຂອງເພິ່ນ ແລະຂາບໄຫວ້ຮູບເຄົາຣົບທີ່ພໍ່ຂອງເພິ່ນໄດ້ຂາບໄຫວ້. 22 ເພິ່ນປະຕິເສດພຣະເຈົ້າຢາເວ ພຣະເຈົ້າຂອງປູ່ຍ່າຕາຍາຍຂອງເພິ່ນ ແລະບໍ່ເຊື່ອຟັງຄຳສັ່ງຂອງພຣະເຈົ້າຢາເວ. 23 ບັນດາຂ້າຣາຊການຂອງກະສັດອາໂມນໄດ້ວາງແຜນກະບົດຕໍ່ເພິ່ນ ແລະໄດ້ຂ້າເພິ່ນເສຍຢູ່ໃນວັງ. 24 ແຕ່ຊາວຢູດາຍໄດ້ຂ້າພວກທີ່ເປັນກະບົດຕໍ່ກະສັດອາໂມນ ແລະແຕ່ງຕັ້ງເຈົ້າໂຢສີຢາລູກຊາຍຂອງເພິ່ນໃຫ້ຂຶ້ນເປັນກະສັດປົກຄອງແທນ. 25 ສິ່ງອື່ນທີ່ກະສັດອາໂມນໄດ້ກະທຳແມ່ນໄດ້ຖືກບັນທຶກໄວ້ໃນ ປື້ມປະຫວັດສາດຂອງບັນດາກະສັດແຫ່ງຢູດາຍ. 26 ກະສັດອາໂມນໄດ້ຖືກຝັງໄວ້ໃນສວນຂອງອູຊາ; ແລ້ວເຈົ້າໂຢສີຢາລູກຊາຍຂອງເພິ່ນກໍຂຶ້ນປົກຄອງແທນ. |
@ 2012 United Bible Societies. All Rights Reserved.