Biblia Todo Logo
Bìoball air-loidhne

- Sanasan -

2 ກະສັດ 20 - ພຣະຄຳພີສັກສິ


ເຈົ້າ​ເຮເຊກີຢາ​ປ່ວຍ​ແລະ​ຫາຍດີ
( ອຊຢ 38:1-8 , 21-22 ; 2 ຂຄ 32:24-26 )

1 ປະມານ​ເວລາ​ດຽວກັນ​ນີ້ ກະສັດ​ເຮເຊກີຢາ​ໄດ້​ປ່ວຍ ແລະ​ເກືອບ​ຕາຍ. ຜູ້ທຳນວາຍ​ເອຊາຢາ​ລູກຊາຍ​ຂອງ​ອາໂມດ​ໄດ້​ໄປ​ຫາ​ເພິ່ນ ແລະ​ເວົ້າ​ວ່າ, “ພຣະເຈົ້າຢາເວ​ສັ່ງ​ໃຫ້​ທ່ານ​ຈັດການ​ທຸກສິ່ງ​ໃຫ້​ຮຽບຮ້ອຍ ເພາະ​ທ່ານ​ຈະ​ບໍ່​ຫາຍ​ດີ ຈົ່ງ​ຕຽມຕົວ​ຕາຍ.”

2 ກະສັດ​ເຮເຊກີຢາ​ປິ່ນໜ້າ​ໃສ່​ຝາ ແລະ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ​ວ່າ,

3 “ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ຈົດຈຳ​ບໍ​ວ່າ​ຂ້ານ້ອຍ​ໄດ້​ບົວລະບັດ​ຮັບໃຊ້​ພຣະອົງ ດ້ວຍ​ຄວາມສັດຊື່ ແລະ​ຈົງຮັກ​ພັກດີ; ຂ້ານ້ອຍ​ໄດ້​ພະຍາຍາມ​ປະຕິບັດ​ຕາມ​ຄວາມປະສົງ​ຂອງ​ພຣະອົງ​ສະເໝີມາ.” ແລ້ວ​ເພິ່ນ​ກໍ​ຮ້ອງໄຫ້​ຢ່າງ​ຂົມຂື່ນ.

4 ສ່ວນ​ເອຊາຢາ​ໄດ້​ອຳລາ​ຈາກ​ກະສັດ​ໄປ ກ່ອນ​ທີ່​ເພິ່ນ​ຜ່ານ​ພົ້ນ​ເດີ່ນ​ຣາຊວັງ ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ເພິ່ນ​ວ່າ,

5 “ຈົ່ງ​ກັບຄືນ​ໄປ​ຫາ​ກະສັດ​ເຮເຊກີຢາ ຜູ້ປົກຄອງ​ປະຊາຊົນ​ຂອງ​ເຮົາ​ວ່າ, ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ດາວິດ​ບັນພະບຸລຸດ​ຂອງ​ເຈົ້າ​ໄດ້ບອກ​ດັ່ງນີ້​ວ່າ, ‘ເຮົາ​ໄດ້ຍິນ​ຄຳພາວັນນາ​ອະທິຖານ​ຂອງ​ເຈົ້າ ແລະ​ເຫັນ​ນໍ້າຕາ​ຂອງ​ເຈົ້າ. ເຮົາ​ຈະ​ໃຫ້​ເຈົ້າ​ຫາຍ​ປ່ວຍ ແລະ​ໃນ​ວັນ​ທີ​ສາມ ເຈົ້າ​ຕ້ອງ​ໄປ​ທີ່​ວິຫານ​ຂອງ​ພຣະເຈົ້າຢາເວ.

6 ເຮົາ​ຈະ​ໃຫ້​ເຈົ້າ​ມີ​ຊີວິດ​ຢູ່​ຕໍ່ໄປ​ອີກ​ສິບຫ້າ​ປີ. ເຮົາ​ຈະ​ຊ່ວຍກູ້​ເອົາ​ເຈົ້າ​ພ້ອມ​ທັງ​ນະຄອນ​ເຢຣູຊາເລັມ ໃຫ້​ພົ້ນ​ຈາກ​ອຳນາດ​ຂອງ​ກະສັດ​ແຫ່ງ​ອັດຊີເຣຍ. ເຮົາ​ຈະ​ປ້ອງກັນ​ນະຄອນ​ນີ້​ໄວ້​ເພື່ອ​ກຽດ​ສັກສີ​ຂອງເຮົາ​ເອງ ແລະ​ຍ້ອນ​ຄຳສັນຍາ​ທີ່​ເຮົາ​ໄດ້​ມີ​ໄວ້​ກັບ​ດາວິດ​ຜູ້ຮັບໃຊ້​ຂອງເຮົາ.”’

7 ແລ້ວ​ເອຊາຢາ​ກໍ​ບອກ​ຄົນ​ຮັບໃຊ້​ຂອງ​ກະສັດ ໃຫ້​ເອົາ​ແປ້ງໜຽວ​ທີ່​ໃຊ້​ໝາກເດື່ອ​ເຮັດ ທາ​ໃສ່​ຕຸ່ມຝີ​ຂອງ​ກະສັດ​ເພື່ອ​ເພິ່ນ​ຈະ​ໄດ້​ຫາຍ​ດີ.

8 ກະສັດ​ເຮເຊກີຢາ​ຖາມ​ວ່າ, “ອັນໃດ​ຈະ​ເປັນ​ໝາຍສຳຄັນ​ທີ່​ຈະ​ພິສູດ​ໃຫ້​ເຫັນ​ວ່າ ພຣະເຈົ້າຢາເວ​ຈະ​ປິ່ນປົວ​ຂ້າພະເຈົ້າ​ໃຫ້​ດີ ແລະ​ໃນ​ວັນ​ທີ​ສາມ ຂ້າພະເຈົ້າ​ຈະ​ໄປ​ທີ່​ວິຫານ​ຂອງ​ພຣະເຈົ້າຢາເວ​ຕາມ​ທີ່​ໄດ້​ກ່າວ​ນັ້ນ?”

9 ເອຊາຢາ​ຕອບ​ວ່າ, “ພຣະເຈົ້າຢາເວ​ຈະ​ໃຫ້​ທ່ານ​ໄດ້​ເຫັນ​ໝາຍສຳຄັນ​ເພື່ອ​ພິສູດ​ວ່າ ພຣະເຈົ້າຢາເວ​ຈະ​ຮັກສາ​ຄຳສັນຍາ​ຂອງ​ພຣະອົງ​ຄື: ເງົາ​ຕາເວັນ​ທີ່​ໄດ້​ຄືບໜ້າ​ໄປ​ແລ້ວ​ສິບ​ຂັ້ນ ຫລື​ຈະ​ໃຫ້​ຢ້ອນ​ຄືນ​ມາ​ສິບ​ຂັ້ນ?”

10 ກະສັດ​ເຮເຊກີຢາ​ຕອບ​ວ່າ, “ເປັນ​ການ​ງ່າຍ​ທີ່​ຈະ​ໃຫ້​ເງົາ​ຍ້າຍ​ຂຶ້ນ​ໄປ​ອີກ​ສິບ​ຂັ້ນ; ໃຫ້​ເງົາ​ຖອຍ​ລົງ​ສິບ​ຂັ້ນ​ສາ.”

11 ຜູ້ທຳນວາຍ​ເອຊາຢາ​ພາວັນນາ​ອະທິຖານ​ຫາ​ພຣະເຈົ້າຢາເວ; ສະນັ້ນ ພຣະອົງ​ຈຶ່ງ​ເຮັດ​ໃຫ້​ເງົາ​ຖອຍ​ຫລັງ​ເທິງ​ຂັ້ນໄດ​ໂມງ ສິບ​ຂັ້ນ ທີ່​ຖືກ​ສ້າງ​ຂຶ້ນ​ໂດຍ​ກະສັດ​ອາຮາດ.


ຄະນະທູດ​ຈາກ​ບາບີໂລນ
( ອຊຢ 39:1-8 )

12 ປະມານ​ເວລາ​ດຽວກັນ​ນັ້ນ ເມໂຣດັກ​ບາລາດານ​ລູກຊາຍ​ຂອງ​ບາລາດານ​ກະສັດ​ແຫ່ງ​ບາບີໂລນ ໄດ້ຍິນ​ວ່າ​ກະສັດ​ເຮເຊກີຢາ​ປ່ວຍ; ເພິ່ນ​ຈຶ່ງ​ສົ່ງ​ຈົດໝາຍ​ແລະ​ຂອງຂວັນ​ມາ​ໃຫ້.

13 ສ່ວນ​ກະສັດ​ເຮເຊກີຢາ​ກໍໄດ້​ຕ້ອນຮັບ​ຄະນະທູດ ແລະ​ພາ​ພວກເຂົາ​ເຂົ້າ​ໄປ​ເບິ່ງ​ຊັບສົມບັດ​ຂອງຕົນ ເຊັ່ນ: ເງິນ, ຄຳ, ເຄື່ອງເທດ​ແລະ​ນໍ້າຫອມ, ຕະຫລອດ​ອາວຸດ​ຍຸດທະພັນ​ທັງໝົດ​ຂອງຕົນ. ບໍ່ມີ​ບ່ອນໃດ​ຢູ່​ໃນ​ຫ້ອງ​ເກັບເຄື່ອງ​ຕ່າງໆ ແລະ​ບ່ອນ​ອື່ນໆ​ໃນ​ຣາຊອານາຈັກ​ທີ່​ເພິ່ນ​ບໍ່ໄດ້​ພາ​ພວກເຂົາ​ໄປ​ເບິ່ງ.

14 ແລ້ວ​ຜູ້ທຳນວາຍ​ເອຊາຢາ​ກໍໄດ້​ໄປ​ຫາ​ກະສັດ​ເຮເຊກີຢາ ແລະ​ຖາມ​ວ່າ, “ຄົນ​ເຫຼົ່ານີ້​ມາ​ແຕ່​ໃສ ແລະ​ພວກເຂົາ​ໄດ້​ເວົ້າ​ຫຍັງ​ກັບ​ທ່ານ​ແດ່?” ກະສັດ​ເຮເຊກີຢາ​ຕອບ​ວ່າ, “ພວກເຂົາ​ມາ​ຈາກ​ເມືອງໄກ ຈາກ​ບາບີໂລນ.”

15 ຜູ້ທຳນວາຍ​ເອຊາຢາ​ຖາມ​ວ່າ, “ພວກເຂົາ​ໄດ້​ເຫັນ​ຫຍັງ​ແດ່​ຢູ່​ໃນ​ວັງ​ນີ້?” ກະສັດ​ເຮເຊກີຢາ​ຕອບ​ວ່າ, “ພວກເຂົາ​ໄດ້​ເຫັນ​ທຸກສິ່ງ. ບໍ່ມີ​ສິ່ງໃດ​ຢູ່​ໃນ​ຫ້ອງ​ເກັບເຄື່ອງ​ທີ່​ຂ້າພະເຈົ້າ​ບໍ່ໄດ້​ພາ​ພວກເຂົາ​ໄປ​ເບິ່ງ.”

16 ແລ້ວ​ເອຊາຢາ​ກໍ​ບອກ​ກະສັດ​ວ່າ, “ຈົ່ງ​ຟັງ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ວ່າ​ດັ່ງນີ້:

17 ເວລາ​ໜຶ່ງ​ຈະ​ມາ​ເຖິງ​ທີ່​ທຸກໆ​ສິ່ງ​ຢູ່​ໃນ​ວັງ​ນີ້ ຄື​ທຸກໆ​ສິ່ງ​ທີ່​ປູ່ຍ່າຕາຍາຍ​ຂອງທ່ານ​ໄດ້​ສະສົມ​ໄວ້​ຈົນເທົ່າ​ທຸກ​ວັນນີ້ ຈະ​ຖືກ​ຂົນ​ໄປ​ສູ່​ບາບີໂລນ ຈະ​ບໍ່ມີ​ຫຍັງ​ເຫຼືອ​ຢູ່​ເລີຍ ພຣະເຈົ້າຢາເວ​ກ່າວ​ດັ່ງນີ້.

18 ລູກຊາຍ​ຂອງທ່ານ​ເອງ​ບາງຄົນ​ກໍ​ຈະ​ຖືກ​ຈັບ​ໄປ ແລະ​ກາຍເປັນ​ຊາຍ​ຕອນ ເພື່ອ​ຮັບໃຊ້​ຢູ່​ໃນ​ວັງ​ຂອງ​ກະສັດ​ແຫ່ງ​ບາບີໂລນ.”

19 ກະສັດ​ເຮເຊກີຢາ​ເຂົ້າໃຈ​ເລື່ອງນີ້​ໃນ​ຄວາມໝາຍ​ທີ່​ວ່າ ຄວາມ​ສະຫງົບສຸກ​ກັບ​ຄວາມ​ປອດໄພ​ຈະ​ມີ​ຢູ່​ຕະຫລອດ​ຊົ່ວຊີວິດ​ຂອງ​ເພິ່ນ; ດັ່ງນັ້ນ ເພິ່ນ​ຈຶ່ງ​ຕອບ​ເອຊາຢາ​ວ່າ, “ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ທີ່​ທ່ານ​ໄດ້​ບອກ​ກັບ​ຂ້າພະເຈົ້າ​ນີ້​ດີ​ຫລາຍ.”


ຣາຊການ​ບັ້ນປາຍ​ຂອງ​ເຮເຊກີຢາ
( 2 ຂຄ 32:32-33 )

20 ສິ່ງ​ອື່ນ​ທີ່​ກະສັດ​ເຮເຊກີຢາ​ໄດ້​ກະທຳ ຕະຫລອດ​ທັງ​ຄວາມ​ອົງອາດ​ກ້າຫານ​ຂອງ​ເພິ່ນ ແລະ​ທັງ​ເລື່ອງ​ທີ່​ເພິ່ນ​ໄດ້​ສ້າງ​ອ່າງນໍ້າ ແລະ​ຂຸດ​ບໍ່ນໍ້າ​ເພື່ອ​ເອົາ​ນໍ້າ​ເຂົ້າ​ໄປ​ໃນ​ເມືອງ; ທັງໝົດ​ນີ້​ແມ່ນ​ໄດ້​ຖືກ​ບັນທຶກ​ໄວ້​ໃນ ປື້ມ​ປະຫວັດສາດ​ຂອງ​ບັນດາ​ກະສັດ​ແຫ່ງ​ຢູດາຍ.

21 ກະສັດ​ເຮເຊກີຢາ​ໄດ້​ຕາຍໄປ ແລ້ວ​ເຈົ້າ​ມານາເຊ​ລູກຊາຍ​ຂອງ​ເພິ່ນ​ກໍໄດ້​ຂຶ້ນ​ປົກຄອງ​ແທນ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan