Biblia Todo Logo
Bìoball air-loidhne

- Sanasan -

2 ກະສັດ 2 - ພຣະຄຳພີສັກສິ


ເອລີຢາ​ຖືກ​ຮັບ​ຂຶ້ນ​ສູ່​ສະຫວັນ

1 ເວລາ​ທີ່​ພຣະເຈົ້າຢາເວ​ໄດ້​ຮັບ​ເອົາ​ເອລີຢາ​ຂຶ້ນ​ສູ່​ສະຫວັນ​ດ້ວຍ​ລົມພະຍຸ​ນັ້ນ ເອລີຢາ ແລະ ເອລີຊາ​ໄດ້​ເດີນທາງ​ອອກ​ຈາກ​ເມືອງ​ກິນການ.

2 ເອລີຢາ​ໄດ້​ກ່າວ​ແກ່​ເອລີຊາ​ວ່າ, “ຂໍ​ໃຫ້​ເຈົ້າ​ຢູ່​ບ່ອນ​ນີ້ ເພາະ​ພຣະເຈົ້າຢາເວ​ໄດ້​ສັ່ງ​ໃຫ້​ຂ້ອຍ​ໄປ​ທີ່​ເມືອງ​ເບັດເອນ.” ແຕ່​ເອລີຊາ​ຕອບ​ວ່າ, “ຕາບໃດ​ທີ່​ພຣະເຈົ້າຢາເວ​ຊົງ​ພຣະຊົນຢູ່ ແລະ​ທ່ານ​ຍັງ​ມີ​ຊີວິດຢູ່ ຂ້ານ້ອຍ​ຈະ​ບໍ່​ໜີໄປ​ຈາກ​ທ່ານ.” ດັ່ງນັ້ນ ທັງສອງ​ຈຶ່ງ​ເດີນທາງ​ຕໍ່ໄປ​ທີ່​ເມືອງ​ເບັດເອນ.

3 ມີ​ພວກ​ຜູ້ທຳນວາຍ​ໝວດ​ໜຶ່ງ​ຢູ່​ໃນ​ເມືອງ​ນັ້ນ​ໄດ້​ອອກ​ໄປ​ພົບ​ເອລີຊາ ແລະ​ຖາມ​ວ່າ, “ເຈົ້າ​ຮູ້​ບໍ​ວ່າ ວັນນີ້ ພຣະເຈົ້າຢາເວ​ຈະ​ຮັບ​ເອົາ​ນາຍ​ຂອງເຈົ້າ​ໄປ​ຈາກ​ເຈົ້າ?” ເອລີຊາ​ຕອບ​ວ່າ, “ແມ່ນແລ້ວ ຂ້ອຍ​ຮູ້ ແຕ່​ຢ່າ​ເວົ້າ​ເຖິງ​ເລື່ອງ​ນີ້​ເລີຍ.”

4 ແລ້ວ​ເອລີຢາ​ກໍໄດ້​ກ່າວ​ແກ່​ເອລີຊາ​ວ່າ, “ຂໍ​ໃຫ້​ເຈົ້າ​ຢູ່​ບ່ອນ​ນີ້ ເພາະ​ພຣະເຈົ້າຢາເວ​ໄດ້​ສັ່ງ​ໃຫ້​ຂ້ອຍ​ໄປ​ທີ່​ເມືອງ​ເຢຣິໂກ.” ແຕ່​ເອລີຊາ​ຕອບ​ວ່າ, “ຕາບໃດ​ທີ່​ພຣະເຈົ້າຢາເວ​ຊົງ​ພຣະຊົນຢູ່ ແລະ​ທ່ານ​ຍັງ​ມີ​ຊີວິດຢູ່ ຂ້ານ້ອຍ​ຈະ​ບໍ່​ໜີໄປ​ຈາກ​ທ່ານ.” ດັ່ງນັ້ນ ທັງສອງ​ຈຶ່ງ​ເດີນທາງ​ຕໍ່ໄປ​ທີ່​ເມືອງ​ເຢຣິໂກ.

5 ມີ​ພວກ​ຜູ້ທຳນວາຍ​ໝວດ​ໜຶ່ງ​ຢູ່​ໃນ​ເມືອງ​ນັ້ນ​ໄດ້​ອອກ​ໄປ​ຫາ​ເອລີຊາ ແລະ​ຖາມ​ວ່າ, “ເຈົ້າ​ຮູ້​ບໍ​ວ່າ ວັນນີ້ ພຣະເຈົ້າຢາເວ​ຈະ​ຮັບ​ເອົາ​ນາຍ​ຂອງເຈົ້າ​ໄປ​ຈາກ​ເຈົ້າ?” ເອລີຊາ​ຕອບ​ວ່າ, “ແມ່ນແລ້ວ ຂ້ອຍ​ຮູ້ ແຕ່​ຢ່າ​ເວົ້າ​ເຖິງ​ເລື່ອງ​ນີ້​ເລີຍ.”

6 ແລ້ວ​ເອລີຢາ​ກໍໄດ້​ກ່າວ​ແກ່​ເອລີຊາ​ອີກ​ວ່າ, “ຂໍ​ໃຫ້​ເຈົ້າ​ຢູ່​ບ່ອນ​ນີ້ ເພາະ​ພຣະເຈົ້າຢາເວ​ໄດ້​ສັ່ງ​ໃຫ້​ຂ້ອຍ​ໄປ​ທີ່​ແມ່ນໍ້າ​ຈໍແດນ.” ແຕ່​ເອລີຊາ​ຕອບ​ວ່າ, “ຕາບໃດ​ທີ່​ພຣະເຈົ້າຢາເວ​ຊົງ​ພຣະຊົນຢູ່ ແລະ​ທ່ານ​ຍັງ​ມີ​ຊີວິດຢູ່ ຂ້ານ້ອຍ​ຈະ​ບໍ່​ໜີໄປ​ຈາກ​ທ່ານ.” ດັ່ງນັ້ນ ທັງສອງ​ຈຶ່ງ​ອອກ​ເດີນທາງ​ຕໍ່ໄປ

7 ໂດຍ​ມີ​ພວກ​ຜູ້ທຳນວາຍ​ຫ້າສິບ​ຄົນ ຕິດຕາມ​ໄປ​ຈົນເຖິງ​ແມ່ນໍ້າ​ຈໍແດນ. ເອລີຢາ​ກັບ​ເອລີຊາ​ໄດ້​ໄປ​ຢືນ​ຢູ່​ໃກ້​ແມ່ນໍ້າ ສ່ວນ​ບັນດາ​ຜູ້ທຳນວາຍ​ຫ້າສິບ​ຄົນ​ນັ້ນ ຢືນ​ຢູ່​ຫ່າງ​ຈາກ​ເພິ່ນ​ທັງສອງ​ໄປ​ໜ້ອຍໜຶ່ງ.

8 ແລ້ວ​ເອລີຢາ​ກໍໄດ້​ແກ້​ເສື້ອຄຸມ​ຂອງ​ເພິ່ນ​ອອກ ມ້ວນ​ເສື້ອຄຸມ​ໄວ້ ແລະ​ໃຊ້​ເສື້ອຄຸມ​ນັ້ນ​ຟາດ​ນໍ້າ ນໍ້າ​ໄດ້​ແຍກ​ອອກ ແລະ​ເພິ່ນ​ກັບ​ເອລີຊາ​ກໍ​ຍ່າງ​ຂ້າມ​ດິນແຫ້ງ​ໄປ​ສູ່​ຟາກ​ໜຶ່ງ​ອີກ.

9 ໃນ​ບ່ອນ​ນັ້ນ ເອລີຢາ​ໄດ້​ກ່າວ​ແກ່​ເອລີຊາ​ວ່າ, “ກ່ອນ​ຂ້ອຍ​ຈະ​ຖືກ​ຮັບ​ຂຶ້ນ​ໄປ ໃຫ້​ເຈົ້າ​ບອກ​ຂ້ອຍ​ມາ​ເບິ່ງ​ວ່າ ເຈົ້າ​ຢາກ​ໃຫ້​ຂ້ອຍ​ເຮັດ​ຫຍັງ​ສຳລັບ​ເຈົ້າ​ແດ່?” ເອລີຊາ​ຕອບ​ວ່າ, “ຂໍ​ໃຫ້​ຂ້ານ້ອຍ​ໄດ້​ຮັບ​ຣິດອຳນາດ​ສອງ​ເທົ່າ ເພື່ອ​ສືບແທນ​ທ່ານ​ແດ່ທ້ອນ.”

10 ເອລີຢາ​ຕອບ​ຄືນ​ວ່າ, “ເຈົ້າ​ຮ້ອງຂໍ​ໃນ​ສິ່ງ​ທີ່​ເອົາ​ໃຫ້​ຍາກ, ແຕ່​ເຈົ້າ​ຈະ​ໄດ້​ສິ່ງ​ນັ້ນ ຖ້າ​ເຈົ້າ​ເຫັນ​ຂ້ອຍ​ໃນ​ຂະນະທີ່​ຖືກ​ຮັບ​ຂຶ້ນ​ໄປ​ຈາກ​ເຈົ້າ; ຖ້າ​ເຈົ້າ​ບໍ່​ເຫັນ​ຂ້ອຍ ເຈົ້າ​ກໍ​ຈະ​ບໍ່ໄດ້​ຮັບ.”

11 ໃນ​ຂະນະທີ່​ທັງສອງ​ພວມ​ຍ່າງ​ລົມກັນ​ໄປ​ນັ້ນ; ທັນໃດນັ້ນ ກໍ​ມີ​ຝູງ​ມ້າໄຟ​ແກ່​ລົດມ້າ​ໄຟ​ຄັນ​ໜຶ່ງ​ແລ່ນ​ຜ່າ​ກາງ​ທັງສອງ​ໄປ ແລະ​ລົມພະຍຸ​ກໍ​ພັດ​ຫອບ​ເອົາ​ເອລີຢາ​ຂຶ້ນ​ສູ່​ສະຫວັນ.

12 ເອລີຊາ​ເຫັນ ຈຶ່ງ​ຮ້ອງ​ໃສ່​ເອລີຢາ​ວ່າ, “ພໍ່ເອີຍ ພໍ່ເອີຍ ລົດຮົບ​ແລະ​ທະຫານ​ມ້າ​ຂອງ​ຊາດ​ອິດສະຣາເອນ​ເອີຍ ທ່ານ​ໄດ້​ຈາກ​ໄປ​ແລ້ວໜໍ.” ແລ້ວ​ເອລີຊາ​ກໍ​ບໍ່ໄດ້​ເຫັນ​ເອລີຢາ​ອີກ​ຕໍ່ໄປ. ດ້ວຍ​ຄວາມ​ໂສກເສົ້າ ເອລີຊາ​ຈຶ່ງ​ຈີກ​ເສື້ອຄຸມ​ຂອງຕົນ​ເປັນ​ສອງ​ຕ່ອນ.

13 ແລ້ວ​ເພິ່ນ​ກໍ​ຈັບ​ເອົາ​ເສື້ອຄຸມ​ທີ່​ຕົກລົງ​ຈາກ​ເອລີຢາ​ນັ້ນ​ກັບຄືນ​ໄປ ແລະ​ຢືນ​ຢູ່​ທີ່​ແຄມ​ແມ່ນໍ້າ​ຈໍແດນ.

14 ເພິ່ນ​ເອົາ​ເສື້ອຄຸມ​ຂອງ​ເອລີຢາ​ຟາດ​ນໍ້າ ແລະ​ຖາມ​ວ່າ, “ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເອລີຢາ​ຢູ່​ທີ່​ໃດ?” ແລ້ວ​ເພິ່ນ​ກໍ​ຟາດ​ນໍ້າ​ອີກ​ເທື່ອໜຶ່ງ ແລະ​ນໍ້າ​ກໍ​ແຍກ​ອອກ ເພິ່ນ​ຈຶ່ງ​ຍ່າງ​ຂ້າມ​ຟາກ​ໄປ.

15 ພວກ​ຜູ້ທຳນວາຍ​ຫ້າສິບ​ຄົນ ຈາກ​ເມືອງ​ເຢຣິໂກ​ເຫັນ​ເພິ່ນ ພວກເຂົາ​ຈຶ່ງ​ເວົ້າ​ວ່າ, “ຣິດອຳນາດ​ຂອງ​ເອລີຢາ​ໄດ້​ຢູ່​ກັບ​ເອລີຊາ​ແລ້ວ.” ພວກນັ້ນ​ໄດ້​ເຂົ້າ​ໄປ​ຫາ​ເພິ່ນ ແລະ​ກົ້ມ​ຂາບລົງ

16 ທັງ​ເວົ້າ​ວ່າ, “ພວກເຮົາ​ໃນ​ທີນີ້​ມີ​ຢູ່​ນຳ​ກັນ​ຫ້າສິບ​ຄົນ ລ້ວນແລ້ວແຕ່​ເປັນ​ຄົນ​ແຂງແຮງ​ທັງນັ້ນ. ໃຫ້​ພວກເຮົາ​ໄປ​ຊອກຫາ​ນາຍ​ຂອງທ່ານ​ສາ. ບາງທີ​ພຣະວິນຍານ​ຂອງ​ພຣະເຈົ້າຢາເວ​ໄດ້​ຫອບ​ເອົາ​ນາຍ​ຂອງທ່ານ​ໄປ​ປະ​ໄວ້​ຢູ່​ເທິງ​ພູເຂົາ ຫລື​ຢູ່​ຕາມ​ຮ່ອມພູ​ບາງ​ແຫ່ງ​ກໍໄດ້.” ເອລີຊາ​ຕອບ​ວ່າ, “ບໍ່ ພວກເຈົ້າ​ບໍ່​ຈຳເປັນ​ຕ້ອງ​ໄປ.”

17 ແຕ່​ພວກນັ້ນ​ຍັງ​ວິງວອນ​ຂໍ​ຢູ່​ຈົນ​ເພິ່ນ​ຍິນຍອມ​ໃຫ້​ໄປ. ພວກ​ຫ້າສິບ​ຄົນ​ນີ້ ໄດ້​ອອກ​ໄປ​ຊອກຫາ​ເປັນ​ເວລາ​ສາມ​ວັນ ແຕ່​ກໍ​ບໍ່​ພົບ​ເພິ່ນ.

18 ພວກນັ້ນ​ໄດ້​ກັບຄືນ​ມາ​ຫາ​ເອລີຊາ​ທີ່​ຄອຍຖ້າ​ຢູ່​ໃນ​ເມືອງ​ເຢຣິໂກ ແລະ​ເພິ່ນ​ກໍ​ເວົ້າ​ຕໍ່​ພວກນັ້ນ​ວ່າ, “ຂ້ອຍ​ບອກ​ພວກເຈົ້າ​ແລ້ວ​ວ່າ​ບໍ່​ຕ້ອງ​ໄປ ບໍ່ແມ່ນ​ບໍ?”


ເອລີຊາ​ເຮັດ​ການ​ອັດສະຈັນ

19 ແລ້ວ​ຊາວ​ເມືອງ​ເຢຣິໂກ​ກໍ​ໄປ​ຫາ​ເອລີຊາ ແລະ​ເວົ້າ​ກັບ​ເພິ່ນ​ວ່າ, “ທ່ານເອີຍ ທ່ານ​ກໍ​ຮູ້​ຢູ່​ແລ້ວ​ວ່າ​ທີ່ນີ້​ເປັນ​ເມືອງ​ດີ, ແຕ່​ນໍ້າ​ບໍ່​ດີ ຈຶ່ງ​ເປັນ​ເຫດ​ໃຫ້​ພວກຜູ້ຍິງ​ຫລຸລູກ.”

20 ເອລີຊາ​ຈຶ່ງ​ສັ່ງ​ພວກເຂົາ​ວ່າ, “ເອົາ​ເກືອ​ໃສ່​ຖ້ວຍ​ໃບ​ໃໝ່ໆ​ມາ​ໃຫ້​ຂ້ອຍ.” ພວກເຂົາ​ກໍ​ປະຕິບັດ​ຕາມ.

21 ເອລີຊາ​ໄດ້​ໄປ​ທີ່​ບໍ່ນໍ້າ ຫວ່ານ​ເກືອ​ໃສ່​ນໍ້າ ແລະ​ເວົ້າ​ວ່າ, “ພຣະເຈົ້າຢາເວ​ກ່າວ​ດັ່ງນີ້: ‘ເຮົາ​ໄດ້​ເຮັດ​ໃຫ້​ນໍ້າ​ນີ້​ດີ​ສະອາດ ແລະ​ນໍ້າ​ນີ້​ຈະ​ບໍ່​ເປັນ​ເຫດ​ໃຫ້​ຄົນ​ຕາຍ ແລະ​ຫລຸລູກ​ອີກ​ຕໍ່ໄປ.”’

22 ຕັ້ງແຕ່​ນັ້ນ​ມາ ນໍ້າ​ກໍ​ດີ​ສະອາດ​ຕາມ​ທີ່​ເອລີຊາ​ໄດ້​ກ່າວ.

23 ແລ້ວ​ເອລີຊາ​ກໍ​ຈາກ​ເມືອງ​ເຢຣິໂກ​ໄປ​ເມືອງ​ເບັດເອນ. ເມື່ອ​ເດີນທາງ​ໄປ​ນັ້ນ ມີ​ເດັກຊາຍ​ບາງຄົນ​ມາ​ແຕ່​ໃນເມືອງ​ຮ້ອງ​ເຍາະເຍີ້ຍ​ເພິ່ນ. ພວກເຂົາ​ຮ້ອງ​ຂຶ້ນ​ວ່າ, “ຄົນ​ຫົວລ້ານ ອອກ​ໜີ​ຈາກ​ບ່ອນ​ນີ້​ສາ.”

24 ເອລີຊາ​ອວ່າຍໜ້າ​ມາ​ຈ້ອງເບິ່ງ​ພວກເຂົາ ແລະ​ສາບແຊ່ງ​ພວກເຂົາ​ໃນ​ນາມ​ຂອງ​ພຣະເຈົ້າຢາເວ. ແລ້ວ​ກໍ​ມີ​ໝີແມ່​ສອງ​ໂຕ​ອອກ​ມາ​ແຕ່​ປ່າ ແລະ​ຄຸບ​ເດັກຊາຍ​ສີ່ສິບສອງ​ຄົນ​ນັ້ນ ໃຫ້​ໄດ້​ຮັບ​ບາດເຈັບ​ຢ່າງໜັກ.

25 ແລ້ວ​ເອລີຊາ​ກໍ​ເດີນທາງ​ຕໍ່ໄປ​ທີ່​ພູເຂົາ​ກາເມນ ແລະ​ຕໍ່ມາ ເພິ່ນ​ກໍໄດ້​ກັບຄືນ​ມາ​ສູ່​ນະຄອນ​ຊາມາເຣຍ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan