Biblia Todo Logo
Bìoball air-loidhne

- Sanasan -

2 ກະສັດ 18 - ພຣະຄຳພີສັກສິ


ກະສັດ​ເຮເຊກີຢາ​ແຫ່ງ​ຢູດາຍ
( 2 ຂຄ 29:1-2 ; 31:1 )

1 ໃນ​ຣາຊການ​ປີ​ທີ​ສາມ​ຂອງ​ເຈົ້າ​ໂຮເຊຢາ​ລູກຊາຍ​ຂອງ​ເຈົ້າເອລາ ກະສັດ​ແຫ່ງ​ອິດສະຣາເອນ; ເຈົ້າ​ເຮເຊກີຢາ ລູກຊາຍ​ຂອງ​ກະສັດ​ອາຮາດ​ໄດ້​ຂຶ້ນ​ປົກຄອງ​ອານາຈັກ​ຢູດາຍ

2 ເມື່ອ​ເພິ່ນ​ອາຍຸ​ໄດ້​ຊາວຫ້າ​ປີ ແລະ​ໄດ້​ປົກຄອງ​ຢູ່​ທີ່​ນະຄອນ​ເຢຣູຊາເລັມ ເປັນ​ເວລາ​ຊາວເກົ້າ​ປີ. ແມ່​ຂອງ​ເພິ່ນ​ຊື່​ວ່າ​ອາບີຢາ​ລູກສາວ​ຂອງ​ເຊກາຣີຢາ.

3 ເພິ່ນ​ເຮັດ​ແຕ່​ສິ່ງ​ທີ່​ພຣະເຈົ້າຢາເວ​ພໍໃຈ ໂດຍ​ເອົາ​ຕາມ​ແບບຢ່າງ​ຂອງ​ກະສັດ​ດາວິດ​ຜູ້​ເປັນ​ບັນພະບຸລຸດ​ຂອງ​ເພິ່ນ.

4 ເພິ່ນ​ໄດ້​ທຳລາຍ​ບ່ອນ​ຂາບໄຫວ້​ຂອງ​ພະ​ຕ່າງຊາດ, ໄດ້​ທັບ​ເສົາ​ສັກສິດ ແລະ​ຕັດ​ຮູບ​ຂອງ​ເຈົ້າແມ່​ອາເຊຣາ. ເພິ່ນ​ຍັງ​ໄດ້​ທັບ​ຮູບ​ງູ​ທອງສຳຣິດ​ທີ່​ໂມເຊ​ໄດ້​ຫລໍ່​ຂຶ້ນ​ຊື່​ວ່າ ເນຮູຊະຕານ. ມາ​ຈົນເຖິງ​ເວລາ​ນັ້ນ ປະຊາຊົນ​ອິດສະຣາເອນ​ຍັງ​ເຜົາ​ເຄື່ອງຫອມ​ບູຊາ​ຮູບ​ງູທອງ​ນີ້​ຢູ່.

5 ກະສັດ​ເຮເຊກີຢາ​ໄວ້ວາງໃຈ​ໃນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ; ຢູ່​ໃນ​ອານາຈັກ​ຢູດາຍ​ບໍ່ເຄີຍ​ມີ​ກະສັດ​ຄົນໃດ​ຄື​ເພິ່ນ ບໍ່​ວ່າ​ຜູ້​ທີ່​ໄດ້​ປົກຄອງ​ມາ​ກ່ອນ​ເພິ່ນ ຫລື​ນຳ​ຫລັງ​ເພິ່ນ​ກໍຕາມ.

6 ເພິ່ນ​ສັດຊື່​ຕໍ່​ພຣະເຈົ້າຢາເວ, ເຊື່ອຟັງ​ພຣະອົງ​ສະເໝີ ແລະ​ຖື​ຮັກສາ​ຄຳສັ່ງ​ທຸກ​ຂໍ້​ທີ່​ພຣະເຈົ້າຢາເວ​ໄດ້​ມອບ​ໃຫ້​ແກ່​ໂມເຊ​ນັ້ນ​ຢ່າງ​ລະມັດ​ລະວັງ.

7 ດັ່ງນັ້ນ ພຣະເຈົ້າຢາເວ​ຈຶ່ງ​ສະຖິດ​ຢູ່​ກັບ​ເພິ່ນ ແລະ​ທຸກສິ່ງ​ທີ່​ເພິ່ນ​ເຮັດ​ກໍ​ສຳເລັດຜົນ. ເພິ່ນ​ໄດ້​ກະບົດ​ຕໍ່​ກະສັດ​ແຫ່ງ​ອັດຊີເຣຍ ແລະ​ບໍ່ຍອມ​ຢູ່​ໃຕ້​ອຳນາດ​ຂອງ​ເພິ່ນ​ອີກ​ຕໍ່ໄປ.

8 ເພິ່ນ​ໄດ້​ຊະນະ​ພວກ​ຟີລິດສະຕິນ ແລະ​ປຸ້ນສະດົມ​ບ່ອນ​ຕັ້ງ​ຖິ່ນຖານ​ຂອງ​ພວກເຂົາ ເລີ່ມ​ແຕ່​ບ້ານ​ນ້ອຍໆ​ຈົນເຖິງ​ເມືອງ​ໃຫຍ່ ລວມທັງ​ເມືອງ​ກາຊາ ແລະ​ທົ່ວ​ທັງ​ເຂດແດນ​ນັ້ນ​ດ້ວຍ.

9 ໃນ​ຣາຊການ​ປີ​ທີ​ສີ່​ຂອງ​ກະສັດ​ເຮເຊກີຢາ ຊຶ່ງ​ເປັນ​ຣາຊການ​ປີ​ທີ​ເຈັດ​ຂອງ​ກະສັດ​ໂຮເຊຢາ​ແຫ່ງ​ອິດສະຣາເອນ; ເຈົ້າ​ຊານມາເນເຊ ກະສັດ​ແຫ່ງ​ອັດຊີເຣຍ​ໄດ້​ບຸກຮຸກ​ອານາຈັກ​ອິດສະຣາເອນ ແລະ​ປິດລ້ອມ​ນະຄອນ​ຊາມາເຣຍ​ໄວ້.

10 ເມື່ອ​ປິດລ້ອມ​ຢູ່​ເຖິງ​ສາມ​ປີ ນະຄອນ​ຊາມາເຣຍ​ກໍ​ແຕກ; ຊຶ່ງ​ເປັນ​ຣາຊການ​ປີ​ທີ​ຫົກ​ຂອງ​ກະສັດ​ເຮເຊກີຢາ ແລະ​ຣາຊການ​ປີ​ທີ​ເກົ້າ​ຂອງ​ກະສັດ​ໂຮເຊຢາ.

11 ກະສັດ​ແຫ່ງ​ອັດຊີເຣຍ ໄດ້​ນຳ​ເອົາ​ຊາວ​ອິດສະຣາເອນ​ໄປ​ເປັນ​ຊະເລີຍ​ຢູ່​ທີ່​ປະເທດ​ອັດຊີເຣຍ. ເພິ່ນ​ໄດ້​ເອົາ​ພວກ​ເຫຼົ່ານີ້​ບາງຄົນ​ໄປ​ຕັ້ງ​ຖິ່ນຖານ​ຢູ່​ໃນ​ເມືອງ​ຮາລາ, ໃຫ້​ບາງຄົນ​ຢູ່​ໃກ້​ແມ່ນໍ້າ​ຮາໂບ​ໃນ​ເຂດ​ໂກຊານ ແລະ​ໃຫ້​ບາງຄົນ​ຢູ່​ໃນ​ເມືອງ​ຕ່າງໆ​ຂອງ​ຊາວ​ມີເດຍ.

12 ນະຄອນ​ຊາມາເຣຍ​ແຕກ ກໍ​ເພາະ​ຊາວ​ອິດສະຣາເອນ​ບໍ່ໄດ້​ເຊື່ອຟັງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ, ແຕ່​ໄດ້​ລະເມີດ​ພັນທະສັນຍາ​ທີ່​ພຣະອົງ​ໄດ້​ເຮັດ​ໄວ້​ກັບ​ພວກເຂົາ ແລະ​ບໍ່​ເຊື່ອຟັງ​ກົດບັນຍັດ​ທັງໝົດ​ທີ່​ໂມເຊ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າຢາເວ​ໄດ້​ມອບ​ໃຫ້​ແກ່​ພວກເຂົາ​ນັ້ນ. ພວກເຂົາ​ບໍ່​ຍອມ​ຟັງ ແລະ​ບໍ່ຍອມ​ປະຕິບັດ​ຕາມ.


ພວກ​ອັດຊີເຣຍ​ຂົ່ມຂູ່​ນະຄອນ​ເຢຣູຊາເລັມ
( 2 ຂຄ 32:1-19 ; ອຊຢ 36:1-22 )

13 ໃນ​ຣາຊການ​ປີ​ທີ​ສິບສີ່ ຂອງ​ກະສັດ​ເຮເຊກີຢາ; ເຈົ້າ​ເຊັນນາເກຣິບ ກະສັດ​ແຫ່ງ​ອັດຊີເຣຍ​ໄດ້​ໂຈມຕີ​ປ້ອມ​ປ້ອງກັນ​ເມືອງ​ຕ່າງໆ​ໃນ​ອານາຈັກ​ຢູດາຍ ແລະ​ຢຶດເອົາ​ເມືອງ​ໄດ້.

14 ກະສັດ​ເຮເຊກີຢາ​ແຫ່ງ​ຢູດາຍ​ໄດ້​ສົ່ງ​ສານ​ໄປ​ຫາ​ກະສັດ​ເຊັນນາເກຣິບ ຜູ້​ທີ່​ຢູ່​ໃນ​ເມືອງ​ລາກິດ ໂດຍ​ມີ​ຂໍ້ຄວາມ​ດັ່ງນີ້: “ຂ້າພະເຈົ້າ​ໄດ້​ເຮັດ​ຜິດ​ແລ້ວ; ກະລຸນາ​ຢຸດ​ໂຈມຕີ​ສາ ແລະ​ຂ້າພະເຈົ້າ​ຈະ​ຍອມ​ຈ່າຍ​ທຸກສິ່ງ​ຕາມ​ທີ່​ທ່ານ​ຂໍຮ້ອງ​ມາ.” ກະສັດ​ແຫ່ງ​ອັດຊີເຣຍ​ຕອບ​ກະສັດ​ເຮເຊກີຢາ​ແຫ່ງ​ຢູດາຍ​ວ່າ​ຕ້ອງ​ສົ່ງ​ເງິນ​ສິບ​ໂຕນ ແລະ​ຄຳ​ໜຶ່ງ​ໂຕນ​ໃຫ້​ເພິ່ນ.

15 ກະສັດ​ເຮເຊກີຢາ​ໄດ້​ສົ່ງ​ເງິນ​ທັງໝົດ​ຈາກ​ວິຫານ​ຂອງ​ພຣະເຈົ້າຢາເວ ແລະ​ຈາກ​ຄັງ​ໃນ​ຣາຊວັງ​ໄປ​ໃຫ້;

16 ເພິ່ນ​ຍັງ​ໄດ້​ລອກ​ເອົາ​ຄຳ​ຈາກ​ບານ​ປະຕູ​ຕ່າງໆ​ຂອງ​ພຣະວິຫານ​ຂອງ​ພຣະເຈົ້າຢາເວ ແລະ​ຄຳ​ທີ່​ເພິ່ນ​ເອງ​ໄດ້​ໃຊ້​ໂອບ​ປະຕູ​ທັງຫລາຍ​ນັ້ນ ສົ່ງ​ໄປ​ໃຫ້​ກະສັດ​ເຊັນນາເກຣິບ.

17 ກະສັດ​ແຫ່ງ​ອັດຊີເຣຍ​ໄດ້​ສົ່ງ​ກອງທັບ​ໃຫຍ່​ແຕ່​ເມືອງ​ລາກິດ​ໄປ​ໂຈມຕີ​ກະສັດ​ເຮເຊກີຢາ​ທີ່​ນະຄອນ​ເຢຣູຊາເລັມ; ກອງທັບ​ນີ້​ບັນຊາການ​ໂດຍ​ນາຍ​ທະຫານ​ສາມ​ຄົນ ມີ​ດັ່ງນີ້: ຜູ້​ບັນຊາການ​ສູງສຸດ, ຜູ້​ບັນຊາການ​ກອງທັບ ແລະ​ຮອງ​ຜູ້​ບັນຊາການ​ສູງສຸດ​ທີ່​ເປັນ​ຜູ້​ບັນຊາການ​ແນວຮົບ. ເມື່ອ​ມາຮອດ​ນະຄອນ​ເຢຣູຊາເລັມ​ແລ້ວ ພວກເຂົາ​ກໍ​ເຂົ້າ​ຢຶດເອົາ​ຖະໜົນ​ຊ່າງ​ຕໍ່າ​ຜ້າ ໂດຍ​ຜ່ານ​ໄປ​ທາງ​ທໍ່ນໍ້າ​ທີ່​ໄຫລ​ມາ​ແຕ່​ສະ​ນໍ້າ​ເບື້ອງເໜືອ.

18 ແລ້ວ​ພວກເຂົາ​ກໍ​ສັ່ງ​ຄົນ​ໄປ​ຫາ​ກະສັດ​ເຮເຊກີຢາ ໂດຍ​ມີ​ຂ້າຣາຊການ​ສາມ​ຄົນ​ໄດ້​ອອກ​ມາ​ພົບ​ເຂົາ ມີ​ດັ່ງນີ້: ເອລີອາກິມ​ລູກຊາຍ​ຂອງ​ຮິນກີຢາ ຜູ້​ຮັບຜິດຊອບ​ຣາຊວັງ; ເຊັບນາ​ເລຂາທິການ ແລະ​ໂຢອາ​ລູກຊາຍ​ຂອງ​ອາສັບ ຜູ້​ບັນທຶກ.

19 ຜູ້ໜຶ່ງ​ໃນ​ພວກ​ຂ້າຣາຊການ​ອັດຊີເຣຍ​ກ່າວ​ແກ່​ສາມ​ຄົນ​ນີ້​ວ່າ, “ກະສັດ​ຢາກ​ຈະ​ຮູ້​ວ່າ ແມ່ນຫຍັງ​ທີ່​ເຮັດ​ໃຫ້​ກະສັດ​ເຮເຊກີຢາ​ໝັ້ນໃຈ​ແທ້.

20 ເພິ່ນ​ຖາມ​ວ່າ, ທ່ານ​ຄິດ​ວ່າ​ຄຳ​ເວົ້າ​ໃຊ້​ແທນ​ຝີມື ແລະ​ອຳນາດ​ຂອງ​ທະຫານ​ໄດ້​ຊັ້ນບໍ? ທ່ານ​ຄິດ​ວ່າ​ໃຜ​ແດ່​ຈະ​ຊ່ວຍ​ທ່ານ​ໃຫ້​ກະບົດ​ຕໍ່​ອັດຊີເຣຍ​ໄດ້?

21 ທ່ານ​ຫວັງ​ໃຫ້​ປະເທດ​ເອຢິບ​ຊ່ວຍເຫລືອ​ຊັ້ນບໍ? ແຕ່​ກໍ​ຄົງ​ເປັນ​ດັ່ງ​ເອົາ​ໄມ້ອໍ້​ໃຊ້​ເປັນ​ໄມ້ເທົ້າ; ມັນ​ຈະ​ຫັກ​ແລະ​ປັກ​ມື​ຂອງທ່ານ​ເອງ. ກະສັດ​ປະເທດ​ເອຢິບ​ກໍ​ເປັນ​ດັ່ງນີ້ແຫລະ ສຳລັບ​ຜູ້​ທີ່​ໄປ​ເອື່ອຍອີງ​ອາໄສ​ເພິ່ນ.”

22 ຂ້າຣາຊການ​ອັດຊີເຣຍ​ຜູ້ນັ້ນ​ໄດ້​ເວົ້າ​ຕໍ່ໄປ​ວ່າ, “ບາງທີ​ທ່ານ​ອາດ​ຈະ​ບອກ​ຂ້າພະເຈົ້າ​ວ່າ ທ່ານ​ກຳລັງ​ເພິ່ງພາ​ອາໄສ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກທ່ານ​ກໍໄດ້? ບໍ່ແມ່ນ​ເຮເຊກີຢາ​ບໍ​ທີ່​ໄດ້​ທຳລາຍ​ພະ​ທັງຫລາຍ​ຖິ້ມ ເມື່ອ​ເພິ່ນ​ໄດ້​ບອກ​ປະຊາຊົນ​ຊາວ​ຢູດາຍ ແລະ​ຊາວ​ເຢຣູຊາເລັມ ໃຫ້​ນະມັດສະການ​ທີ່​ແທ່ນບູຊາ​ໃນ​ນະຄອນ​ເຢຣູຊາເລັມ​ແຕ່ເທົ່ານັ້ນ.

23 ຂ້າພະເຈົ້າ​ຂໍ​ທ້າທາຍ​ກັບ​ທ່ານ​ໃນ​ນາມ​ຂອງ​ຈັກກະພັດ. ຂ້າພະເຈົ້າ​ຈະ​ເອົາ​ມ້າ​ສອງພັນ​ໂຕ ໃຫ້​ທ່ານ ຖ້າ​ທ່ານ​ຊອກ​ຫາ​ຄົນ​ຂີ່​ໄດ້​ຫລາຍ​ເທົ່າ​ກັບ​ຈຳນວນ​ມ້າ!

24 ທ່ານ​ບໍ່​ສໍ່າ​ກັບ​ຂ້າຣາຊການ​ອັດຊີເຣຍ​ຊັ້ນ​ຕໍ່າໆ, ແຕ່​ປານ​ນັ້ນ​ທ່ານ​ຍັງ​ຢາກ​ໃຫ້​ຊາວ​ເອຢິບ​ສົ່ງ​ລົດມ້າ​ແລະ​ທະຫານ​ມ້າ​ໃຫ້.

25 ທ່ານ​ຄົງ​ຄິດ​ວ່າ ຂ້າພະເຈົ້າ​ມາ​ໂຈມຕີ ແລະ​ທຳລາຍ​ປະເທດ​ຂອງທ່ານ ປາດສະຈາກ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ​ຊັ້ນບໍ? ພຣະເຈົ້າຢາເວ​ເອງ​ທີ່​ໄດ້​ບອກ​ຂ້າພະເຈົ້າ​ໃຫ້​ມາ​ໂຈມຕີ ແລະ​ທຳລາຍ​ປະເທດ​ຂອງທ່ານ.”

26 ແລ້ວ​ເອລີອາກິມ​ລູກຊາຍ​ຂອງ​ຮິນກີຢາ, ເຊັບນາ ແລະ​ໂຢອາ​ກໍໄດ້​ບອກ​ຂ້າຣາຊການ​ຜູ້ນັ້ນ​ວ່າ, “ທ່ານເອີຍ ເວົ້າ​ພາສາ​ອາຣາມິກ​ກໍໄດ້ ເພາະ​ພວກ​ຂ້າພະເຈົ້າ​ເຂົ້າໃຈ​ຢູ່. ຢ່າ​ເວົ້າ​ພາສາ​ເຮັບເຣີ​ເທາະ ເພາະ​ທຸກຄົນ​ຢູ່​ເທິງ​ກຳແພງ​ກຳລັງ​ຟັງ​ຢູ່.”

27 ຂ້າຣາຊການ​ຜູ້ນັ້ນ​ຕອບ​ຄືນ​ວ່າ, “ພວກທ່ານ​ຄິດ​ວ່າ ນາຍ​ຂອງ​ຂ້າພະເຈົ້າ​ສົ່ງ​ຂ້າພະເຈົ້າ​ມາ​ແລະ​ບອກ​ເລື່ອງ​ເຫຼົ່ານີ້ ແກ່​ພວກທ່ານ​ແລະ​ນາຍ​ຂອງ​ພວກທ່ານ​ແຕ່​ເທົ່ານັ້ນ​ຊັ້ນບໍ? ບໍ່ແມ່ນ​ດອກ ຂ້າພະເຈົ້າ​ຢາກ​ເວົ້າ​ໃຫ້​ພວກ​ທີ່​ນັ່ງ​ຢູ່​ເທິງ​ກຳແພງ​ນັ້ນ​ໄດ້ຍິນ​ນຳ​ດ້ວຍ ເພາະ​ພວກເຂົາ​ຈະ​ກິນ​ຂີ້​ແລະ​ກິນ​ຍ່ຽວ​ຂອງ​ຕົນເອງ ເໝືອນກັນ​ກັບ​ພວກທ່ານ​ນັ້ນແຫລະ.”

28 ແລ້ວ​ຂ້າຣາຊການ​ຜູ້​ນີ້​ກໍໄດ້​ລຸກ​ຢືນ ແລະ​ຮ້ອງ​ຂຶ້ນ​ເປັນ​ພາສາ​ເຮັບເຣີ​ວ່າ, “ຈົ່ງ​ຟັງ​ສິ່ງ​ທີ່​ກະສັດ​ແຫ່ງ​ອັດຊີເຣຍ​ກຳລັງ​ບອກ​ພວກທ່ານ.

29 ເພິ່ນ​ເຕືອນ​ພວກທ່ານ ຢ່າ​ໃຫ້​ກະສັດ​ເຮເຊກີຢາ​ຫລອກລວງ​ພວກທ່ານ​ເລີຍ. ກະສັດ​ເຮເຊກີຢາ​ຊ່ວຍ​ພວກທ່ານ​ບໍ່ໄດ້​ດອກ.

30 ຢ່າ​ໃຫ້​ເຮເຊກີຢາ​ຊັກຈູງ​ພວກທ່ານ​ໄປ​ເພິ່ງພາ​ອາໄສ​ພຣະເຈົ້າຢາເວ​ເລີຍ. ໂດຍ​ກ່າວ​ວ່າ​ພຣະເຈົ້າຢາເວ​ຈະ​ຊ່ວຍ​ພວກທ່ານ​ໃຫ້​ພົ້ນ ແລະ​ຢ່າ​ໄດ້​ຄິດ​ວ່າ​ພຣະອົງ​ຈະ​ຢຸດຢັ້ງ​ກອງທັບ​ອັດຊີເຣຍ​ຂອງ​ພວກເຮົາ ບໍ່​ໃຫ້​ຢຶດເອົາ​ເມືອງ​ຂອງ​ພວກທ່ານ.

31 ຢ່າ​ຟັງຄວາມ​ຂອງ​ກະສັດ​ເຮເຊກີຢາ. ກະສັດ​ແຫ່ງ​ອັດຊີເຣຍ​ສັ່ງ​ພວກທ່ານ ໃຫ້​ອອກ​ຈາກ​ເມືອງ​ມາ​ຍອມ​ຈຳນົນ. ເພິ່ນ​ຈະ​ອະນຸຍາດ​ໃຫ້​ພວກທ່ານ​ທຸກຄົນ ກິນ​ໝາກອະງຸ່ນ​ຈາກ​ເຄືອ​ອະງຸ່ນ​ຂອງ​ພວກທ່ານ​ເອງ, ໝາກເດື່ອ​ຈາກ​ຕົ້ນ​ເດື່ອ​ຂອງ​ພວກທ່ານ​ເອງ ແລະ​ດື່ມ​ນໍ້າ​ຈາກ​ສ້າງ​ຂອງ​ພວກທ່ານ​ເອງ

32 ຈົນກວ່າ​ຂ້າພະເຈົ້າ​ຈະ​ຈັດຫາ​ບ່ອນ​ໃຫ້​ພວກທ່ານ​ຕັ້ງ​ຖິ່ນຖານ​ຢູ່​ໃນ​ປະເທດ​ໜຶ່ງ ຊຶ່ງ​ຄ້າຍ​ຄື​ກັບ​ປະເທດ​ຂອງ​ພວກທ່ານ​ເອງ ບ່ອນ​ທີ່​ມີ​ສວນອະງຸ່ນ​ເພື່ອ​ເຮັດ​ເຫຼົ້າ​ອະງຸ່ນ ແລະ​ມີ​ເຂົ້າ​ເພື່ອ​ເຮັດ​ເຂົ້າຈີ່; ເປັນ​ດິນແດນ​ແຫ່ງ​ໝາກກອກເທດ, ນໍ້າມັນ​ໝາກກອກ ແລະ​ນໍ້າເຜິ້ງ. ຖ້າ​ພວກທ່ານ​ປະຕິບັດ​ຕາມ​ຄຳສັ່ງ​ຂອງ​ເພິ່ນ ພວກທ່ານ​ກໍ​ຈະ​ບໍ່​ຕາຍ​ແຕ່​ມີ​ຊີວິດ​ຢູ່. ຢ່າ​ປ່ອຍ​ໃຫ້​ເຮເຊກີຢາ​ຫລອກລວງ​ພວກທ່ານ​ໃຫ້​ຄິດ​ວ່າ ພຣະເຈົ້າຢາເວ​ຈະ​ຊ່ວຍ​ກູ້​ເອົາ​ພວກທ່ານ.

33 ບັນດາ​ພະ​ຂອງ​ຊົນຊາດ​ອື່ນໆ ຊ່ວຍ​ປະເທດ​ຂອງ​ພວກເຂົາ​ຈາກ​ກະສັດ​ແຫ່ງ​ອັດຊີເຣຍ​ໄດ້​ບໍ?

34 ດຽວ​ນີ້​ພະ​ເຫຼົ່ານີ້​ຢູ່​ໃສ? ຄື​ພະ​ຂອງ​ເມືອງ​ຮາມັດ ແລະ​ເມືອງ​ອັກປັດ? ພະ​ຂອງ​ເມືອງ​ເສຟາກວາອິມ, ເມືອງ​ເຮນາ ແລະ​ເມືອງ​ອີວາ​ຢູ່​ໃສ? ມີ​ພະ​ຕົນໃດ​ຕົນໜຶ່ງ​ບໍ ທີ່​ຊ່ວຍ​ນະຄອນ​ຊາມາເຣຍ​ໄວ້​ໄດ້?

35 ໃນ​ບັນດາ​ພະ​ເຫຼົ່ານີ້ ບໍ່ມີ​ພະ​ຕົນໃດ​ເລີຍ​ທີ່​ຊ່ວຍ​ປະເທດ​ຂອງ​ພວກເຂົາ​ໃຫ້​ພົ້ນ​ຈາກ​ກຳມື​ຂອງ​ຂ້າພະເຈົ້າ​ໄດ້. ຖ້າດັ່ງນັ້ນ ແມ່ນ​ຫຍັງ​ທີ່​ເຮັດ​ໃຫ້​ພວກທ່ານ​ຄິດ​ວ່າ ພຣະເຈົ້າຢາເວ​ຈະ​ຊ່ວຍ​ນະຄອນ​ເຢຣູຊາເລັມ​ໄວ້​ໄດ້?”

36 ປະຊາຊົນ​ໄດ້​ພາກັນ​ມິດງຽບ ຕາມ​ທີ່​ກະສັດ​ໄດ້​ສັ່ງ​ພວກເຂົາ​ໄວ້; ພວກເຂົາ​ບໍ່​ຕອບ​ຫຍັງ​ຈັກ​ຄຳ.

37 ແລ້ວ​ເອລີອາກິມ​ລູກຊາຍ​ຂອງ​ຮິນກີຢາ​ຜູ້​ຮັບຜິດຊອບ​ຣາຊວັງ, ເຊັບນາ​ເລຂາທິການ ແລະ​ໂຢອາ​ລູກຊາຍ​ຂອງ​ອາສັບ​ຜູ້ບັນທຶກ ຕ່າງ​ກໍ​ຈີກ​ເສື້ອ​ຂອງ​ຕົນເອງ​ດ້ວຍ​ຄວາມ​ໂສກເສົ້າ​ເສຍໃຈ ແລະ​ໄປ​ລາຍງານ​ຕໍ່​ກະສັດ​ເຮເຊກີຢາ​ຕາມ​ທີ່​ຂ້າຣາຊການ​ອັດຊີເຣຍ​ໄດ້​ເວົ້າ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan