2 ກະສັດ 17 - ພຣະຄຳພີສັກສິກະສັດໂຮເຊຢາແຫ່ງອິດສະຣາເອນ 1 ໃນຣາຊການປີທີສິບສອງຂອງເຈົ້າອາຮາດກະສັດແຫ່ງຢູດາຍ; ເຈົ້າໂຮເຊຢາລູກຊາຍຂອງເອລາໄດ້ຂຶ້ນເປັນກະສັດແຫ່ງອິດສະຣາເອນ ແລະໄດ້ປົກຄອງຢູ່ທີ່ນະຄອນຊາມາເຣຍເປັນເວລາເກົ້າປີ. 2 ເພິ່ນໄດ້ເຮັດບາບຕໍ່ສູ້ພຣະເຈົ້າຢາເວ, ແຕ່ກໍຍັງບໍ່ຫລາຍເທົ່າກັບບັນດາກະສັດ ທີ່ໄດ້ປົກຄອງອານາຈັກອິດສະຣາເອນມາກ່ອນເພິ່ນ. 3 ກະສັດຊານມາເນເຊແຫ່ງອັດຊີເຣຍໄດ້ເຮັດເສິກຕໍ່ສູ້ເພິ່ນ; ກະສັດໂຮເຊຢາຈຶ່ງຍອມຈຳນົນຕໍ່ກະສັດຊານມາເນເຊ ແລະເສຍສ່ວຍໃຫ້ເພິ່ນທຸກປີ. 4 ແຕ່ຢູ່ມາໃນປີໜຶ່ງ ກະສັດໂຮເຊຢາໄດ້ສົ່ງທູດໄປຫາກະສັດໂສແຫ່ງເອຢິບ ເພື່ອຂໍຄວາມຊ່ວຍເຫລືອຈາກເພິ່ນ ແລະຢຸດເສຍສ່ວຍປະຈຳປີໃຫ້ແກ່ອັດຊີເຣຍ. ເມື່ອກະສັດຊານມາເນເຊຮູ້ຂ່າວນີ້ເພິ່ນກໍຈັບກະສັດໂຮເຊຢາໄປຂັງຄຸກໄວ້. ນະຄອນຊາມາເຣຍແຕກ 5 ກະສັດຊານມາເນເຊໄດ້ບຸກໂຈມຕີອານາຈັກອິດສະຣາເອນ ແລະໄດ້ທຳການປິດລ້ອມນະຄອນຊາມາເຣຍໄວ້ເປັນເວລາສາມປີ. 6 ຊຶ່ງເປັນປີທີເກົ້າ ແຫ່ງຣາຊການຂອງກະສັດໂຮເຊຢາ; ກະສັດແຫ່ງອັດຊີເຣຍ ໄດ້ຢຶດເອົານະຄອນຊາມາເຣຍ ແລະນຳຊາວອິດສະຣາເອນໄປເປັນຊະເລີຍທີ່ອັດຊີເຣຍ. ເພິ່ນໄດ້ເອົາພວກເຫຼົ່ານີ້ບາງຄົນໄປໄວ້ຢູ່ໃນເມືອງຮາລາ, ໃຫ້ບາງຄົນຢູ່ໃກ້ແມ່ນໍ້າຮາໂບໃນເຂດໂກຊານ ແລະໃຫ້ບາງຄົນຢູ່ໃນເມືອງຕ່າງໆຂອງແຂວງເມເດຍ. 7 ການທີ່ນະຄອນຊາມາເຣຍແຕກກໍຍ້ອນຊາວອິດສະຣາເອນ ໄດ້ເຮັດບາບຕໍ່ສູ້ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຂົາ ອົງທີ່ຊ່ວຍກູ້ເອົາພວກເຂົາອອກຈາກອຳນາດຂອງກະສັດແຫ່ງເອຢິບ ແລະໄດ້ນຳພາພວກເຂົາອອກມາຈາກປະເທດເອຢິບ. ພວກເຂົາໄດ້ຂາບໄຫວ້ບັນດາພະອື່ນ 8 ແລະໄດ້ປະພຶດຕາມປະເພນີຂອງປະຊາຊົນທີ່ພຣະເຈົ້າຢາເວໄດ້ຂັບໄລ່ອອກໄປຕໍ່ໜ້າປະຊາຊົນອິດສະຣາເອນ ແລະທັງໄດ້ຢຶດຖືທຳນຽມທີ່ກະສັດແຫ່ງອິດສະຣາເອນ ໄດ້ນຳມາປະຕິບັດ. 9 ຊາວອິດສະຣາເອນໄດ້ເຮັດ ສິ່ງຕ່າງໆໃນທີ່ລັບລີ້ ຊຶ່ງເປັນການຕໍ່ສູ້ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຂົາ. ພວກເຂົາສ້າງບ່ອນຂາບໄຫວ້ພະຂອງຄົນຕ່າງຊາດໄວ້ຕາມເມືອງຕ່າງໆ ຕັ້ງແຕ່ໝູ່ບ້ານນ້ອຍຈົນເຖິງເມືອງໃຫຍ່. 10 ພວກເຂົາໄດ້ຕັ້ງເສົາສັກສິດ ແລະຮູບເຈົ້າແມ່ອາເຊຣາ ໄວ້ຕາມເທິງເນີນພູຕ່າງໆ ແລະຢູ່ໃຕ້ຕົ້ນໄມ້ໃຫຍ່ທຸກກົກ. 11 ພວກເຂົາໄດ້ເຜົາເຄື່ອງຫອມເທິງແທ່ນບູຊາຂອງພະຕ່າງຊາດ ຕາມແບບຢ່າງຂອງປະຊາຊົນທີ່ພຣະເຈົ້າຢາເວໄດ້ຂັບໄລ່ໜີຈາກດິນແດນນັ້ນ. ພວກເຂົາເຮັດໃຫ້ພຣະເຈົ້າຢາເວໂກດຮ້າຍໃຫຍ່ ດ້ວຍການກະທຳອັນຊົ່ວຮ້າຍທັງໝົດຂອງພວກເຂົາ 12 ແລະບໍ່ເຊື່ອຟັງຂໍ້ຄຳສັ່ງຂອງພຣະເຈົ້າຢາເວທີ່ບໍ່ໃຫ້ຂາບໄຫວ້ຮູບເຄົາຣົບ. 13 ພຣະເຈົ້າຢາເວໄດ້ສົ່ງພວກຜູ້ທຳນວາຍ ແລະຜູ້ທີ່ໄດ້ຮັບນິມິດໃຫ້ໄປເຕືອນຊາວອິດສະຣາເອນກັບຊາວຢູດາວ່າ, “ຈົ່ງປະຖິ້ມຄວາມປະພຶດຊົ່ວຂອງພວກເຈົ້າ ແລະເຊື່ອຟັງຂໍ້ຄຳສັ່ງຂອງເຮົາ ຊຶ່ງມີຢູ່ໃນກົດບັນຍັດທີ່ເຮົາໄດ້ໃຫ້ພວກປູ່ຍ່າຕາຍາຍຂອງພວກເຈົ້າ ແລະຜ່ານທາງຜູ້ທຳນວາຍຜູ້ຮັບໃຊ້ຂອງເຮົາ.” 14 ແຕ່ພວກເຂົາບໍ່ເຊື່ອຟັງ; ພວກເຂົາດື້ດ້ານດັ່ງປູ່ຍ່າຕາຍາຍຂອງພວກເຂົາ ຜູ້ທີ່ບໍ່ໄດ້ເຊື່ອວາງໃຈໃນພຣະເຈົ້າຢາເວ ພຣະເຈົ້າຂອງພວກຕົນ. 15 ພວກເຂົາບໍ່ເຊື່ອຟັງຄຳແນະນຳຂອງພຣະອົງ, ພວກເຂົາບໍ່ຖືຮັກສາພັນທະສັນຍາ ທີ່ພຣະອົງເຮັດໄວ້ກັບພວກປູ່ຍ່າຕາຍາຍຂອງພວກເຂົາ ແລະພວກເຂົາບໍ່ເອົາໃຈໃສ່ຕໍ່ຄຳຕັກເຕືອນຂອງພຣະອົງ. ພວກເຂົາຂາບໄຫວ້ບັນດາຮູບເຄົາຣົບທີ່ໄຮ້ຄ່າຈົນກາຍເປັນຄົນໄຮ້ຄ່າເອງ ແລະພວກເຂົາໄດ້ເຮັດຕາມທຳນຽມຂອງຊົນຊາດທີ່ຢູ່ອ້ອມຮອບພວກເຂົາ ໂດຍບໍ່ເຊື່ອຟັງຄຳສັ່ງຂອງພຣະເຈົ້າຢາເວ ທີ່ບໍ່ໃຫ້ເອົາແບບຢ່າງຂອງຊົນຊາດເຫຼົ່ານັ້ນ. 16 ພວກເຂົາປະຖິ້ມຄຳສັ່ງທຸກຂໍ້ຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຂົາ ແລະໄດ້ໃຊ້ໂລຫະຫລໍ່ຮູບງົວສອງໂຕຂຶ້ນມາຂາບໄຫວ້; ພວກເຂົາຍັງໄດ້ເຮັດຮູບຂອງເຈົ້າແມ່ອາເຊຣາ, ຂາບໄຫວ້ຕາເວັນເດືອນດາວ ແລະຮັບໃຊ້ພະບາອານ. 17 ພວກເຂົາໄດ້ເອົາລູກຊາຍແລະລູກສາວຂອງພວກເຂົາ ເຜົາເປັນເຄື່ອງບູຊາຖວາຍແກ່ພະຂອງຊາວຕ່າງຊາດ; ພວກເຂົາປຶກສາໝໍຜີແລະໝໍມໍ; ພວກເຂົາຕັ້ງໜ້າຕັ້ງຕາເຮັດສິ່ງທີ່ຊົ່ວຊ້າໃນສາຍຕາຂອງພຣະເຈົ້າຢາເວ ຊຶ່ງເປັນການເຮັດໃຫ້ພຣະອົງໂກດຮ້າຍໃຫຍ່. 18 ດ້ວຍເຫດນີ້ ພຣະເຈົ້າຢາເວຈຶ່ງໂກດຮ້າຍຊາວອິດສະຣາເອນ ແລະກຳຈັດພວກເຂົາໃຫ້ໜີຫ່າງຈາກສາຍຕາຂອງພຣະອົງໂດຍຈົ່ງໄວ້ແຕ່ອານາຈັກຢູດາຍພວກດຽວເທົ່ານັ້ນ. 19 ແມ່ນແຕ່ຊາວຢູດາກໍບໍ່ໄດ້ເຊື່ອຟັງບັນດາຂໍ້ຄຳສັ່ງຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຂົາ; ພວກເຂົາໄດ້ປະຕິບັດຕາມແບບຢ່າງຮີດຄອງປະເພນີ ທີ່ຊາວອິດສະຣາເອນລອກແບບມານັ້ນ. 20 ພຣະເຈົ້າຢາເວໄດ້ປະຖິ້ມຊາດອິດສະຣາເອນທັງໝົດ ໂດຍລົງໂທດແລະມອບພວກເຂົາໄວ້ໃນກຳມືຂອງເຫຼົ່າສັດຕູຜູ້ໂຫດຫ້ຽມ ຈົນໃນທີ່ສຸດ ພຣະອົງໄດ້ຂັບໄລ່ພວກເຂົາໃຫ້ໜີຫ່າງຈາກສາຍຕາຂອງພຣະອົງ. 21 ຫລັງຈາກທີ່ພຣະອົງໄດ້ແຍກອານາຈັກອິດສະຣາເອນອອກຈາກອານາຈັກຢູດາຍແລ້ວ; ພວກອິດສະຣາເອນກໍແຕ່ງຕັ້ງເຢໂຣໂບອາມ ລູກຊາຍຂອງເນບັດໃຫ້ເປັນກະສັດ. ກະສັດເຢໂຣໂບອາມໄດ້ເຮັດໃຫ້ພວກເຂົາປະຖິ້ມພຣະເຈົ້າຢາເວ ແລະນຳພາພວກເຂົາຕົກໃນບາບອັນຮ້າຍແຮງ. 22 ພວກອິດສະຣາເອນໄດ້ເຮັດຕາມຢ່າງກະສັດເຢໂຣໂບອາມ ແລະສືບຕໍ່ເຮັດບາບທຸກຢ່າງຕາມທີ່ເພິ່ນໄດ້ເຮັດ 23 ຈົນໃນທີ່ສຸດ ພຣະເຈົ້າຢາເວໄດ້ຂັບໄລ່ພວກເຂົາໃຫ້ໜີຫ່າງຈາກສາຍຕາຂອງພຣະອົງ, ຕາມທີ່ພຣະອົງໄດ້ຕັກເຕືອນໄວ້ຜ່ານທາງຜູ້ທຳນວາຍຜູ້ຮັບໃຊ້ຂອງພຣະອົງ. ດັ່ງນັ້ນ ປະຊາຊົນອິດສະຣາເອນຈຶ່ງໄດ້ຖືກກວາດໄປເປັນຊະເລີຍທີ່ອັດຊີເຣຍ ຈົນເຖິງເທົ່າທຸກວັນນີ້. ຊາວອັດຊີເຣຍຕັ້ງຖິ່ນຖານຢູ່ໃນອິດສະຣາເອນ 24 ກະສັດອັດຊີເຣຍໄດ້ນຳເອົາປະຊາຊົນແຕ່ເມືອງຕ່າງໆຂອງນະຄອນບາບີໂລນ, ເມືອງກຸດ, ເມືອງອີວາ, ເມືອງຮາມັດ ແລະເມືອງເສຟາກວາອິມ ໃຫ້ມາຕັ້ງຖິ່ນຖານຢູ່ເມືອງຕ່າງໆຂອງນະຄອນຊາມາເຣຍ ແທນພວກອິດສະຣາເອນທີ່ໄດ້ຖືກກວາດໄປເປັນຊະເລີຍນັ້ນ. ພວກເຂົາໄດ້ເຂົ້າມາຄອບຄອງດິນແດນ ແລະອາໄສຢູ່ໃນເມືອງເຫຼົ່ານີ້. 25 ຕອນທີ່ພວກເຂົາມາຕັ້ງຖິ່ນຖານຢູ່ໃໝ່ ພວກເຂົາບໍ່ໄດ້ນະມັດສະການພຣະເຈົ້າຢາເວ; ດັ່ງນັ້ນ ພຣະເຈົ້າຢາເວຈຶ່ງສົ່ງຝູງສິງມາກັດກິນພວກເຂົາບາງຄົນ. 26 ມີຄົນມາບອກກະສັດອັດຊີເຣຍວ່າ, “ປະຊາຊົນທີ່ເພິ່ນໃຫ້ມາຕັ້ງຖິ່ນຖານຢູ່ໃນເມືອງຕ່າງໆຂອງນະຄອນຊາມາເຣຍນັ້ນ ບໍ່ຮູ້ຈັກກົດບັນຍັດຂອງພຣະໃນດິນແດນນີ້; ສະນັ້ນ ພຣະນັ້ນຈຶ່ງສົ່ງຝູງສິງມາກັດກິນພວກເຂົາ.” 27 ດັ່ງນັ້ນ ກະສັດອັດຊີເຣຍຈຶ່ງໄດ້ອອກຄຳສັ່ງວ່າ, “ຈົ່ງສົ່ງປະໂຣຫິດຜູ້ໜຶ່ງ ທີ່ເປັນຊະເລີຍຂອງເຮົາກັບຄືນເມືອ ແລະໃຫ້ລາວ ຢູ່ພຸ້ນເພື່ອສັ່ງສອນປະຊາຊົນເຖິງກົດບັນຍັດຂອງພຣະໃນດິນແດນນັ້ນ.” 28 ແລ້ວປະໂຣຫິດອິດສະຣາເອນຜູ້ໜຶ່ງ ທີ່ຖືກກວາດມາຈາກນະຄອນຊາມາເຣຍ ກໍໄດ້ໄປຢູ່ໃນເມືອງເບັດເອນ ແລະສັ່ງສອນວິທີນະມັດສະການພຣະເຈົ້າຢາເວໃຫ້ປະຊາຊົນ. 29 ແຕ່ປະຊາຊົນທີ່ຕັ້ງຖິ່ນຖານຢູ່ນະຄອນຊາມາເຣຍ ຍັງສືບຕໍ່ສ້າງຮູບເຄົາຣົບເປັນສ່ວນຕົວ ແລະພວກເຂົາເອົາຮູບນັ້ນໄວ້ໃນບ່ອນສັກສິດທີ່ຊາວອິດສະຣາເອນໄດ້ສ້າງນັ້ນ. ພວກເຂົາແຕ່ລະໝວດຕ່າງກໍໄດ້ສ້າງຮູບເຄົາຣົບ ແລະຕັ້ງໄວ້ໃນເມືອງຕ່າງໆທີ່ພວກຕົນອາໄສຢູ່. 30 ຊາວບາບີໂລນ ໄດ້ສ້າງຮູບພະຊຸກໂກດເບໂນດ; ຊາວກຸດ ໄດ້ສ້າງຮູບພະເນການ; ຊາວຮາມັດ ໄດ້ສ້າງຮູບພະອາຊີມາ; 31 ຊາວອິບວາ ໄດ້ສ້າງຮູບພະນິບຮາດແລະພະຕາກຕັກ; ສ່ວນຊາວເສຟາກວາອິມນັ້ນໄດ້ເຜົາລູກຂອງຕົນ ຖວາຍບູຊາແກ່ຮູບພະອັດຣຳເມເລັກ ແລະຮູບພະອານາມເມເລັກ. 32 ຄົນເຫຼົ່ານີ້ໄດ້ນະມັດສະການພຣະເຈົ້າຢາເວຄືກັນ ແລະໄດ້ເລືອກເອົາຄົນຊະນິດຕ່າງໆໃນພວກເຂົາເອງ ໃຫ້ເປັນປະໂຣຫິດຢູ່ໃນບ່ອນຂາບໄຫວ້ພະຂອງຄົນຕ່າງຊາດ ແລະໃຫ້ຖວາຍເຄື່ອງບູຊາຕ່າງໆສຳລັບພວກເຂົາໃນທີ່ນັ້ນ. 33 ສະນັ້ນ ພວກເຂົາຈຶ່ງນະມັດສະການພຣະເຈົ້າຢາເວແດ່ ແຕ່ກໍຍັງຂາບໄຫວ້ບັນດາຮູບພະຂອງພວກເຂົາຢູ່ ຕາມຮີດຄອງຂອງດິນແດນທີ່ຕົນໄດ້ໜີມານັ້ນ. 34 ທຸກວັນນີ້ ພວກເຂົາຍັງເຮັດຕາມຮີດຄອງເກົ່າຢູ່. ພວກເຂົາບໍ່ໄດ້ນະມັດສະການພຣະເຈົ້າຢາເວ ແລະບໍ່ໄດ້ເຊື່ອຟັງກົດບັນຍັດ ຫລືຂໍ້ຄຳສັ່ງທີ່ພຣະເຈົ້າຢາເວໄດ້ມີໄວ້ແກ່ເຊື້ອສາຍຂອງຢາໂຄບ ຜູ້ທີ່ພຣະອົງໃສ່ຊື່ໃຫ້ວ່າ ອິດສະຣາເອນ. 35 ພຣະເຈົ້າຢາເວໄດ້ເຮັດພັນທະສັນຍາກັບພວກເຂົາ ແລະສັ່ງວ່າ: “ຢ່າຂາບໄຫວ້ບັນດາພະອື່ນ; ຢ່າກົ້ມຂາບ ຫລືບົວລະບັດຮັບໃຊ້ ຫລືຖວາຍບູຊາແກ່ພະເຫຼົ່ານັ້ນ. 36 ພວກເຈົ້າຕ້ອງນະມັດສະການພຣະເຈົ້າຢາເວ ຜູ້ທີ່ໄດ້ນຳພວກເຈົ້າອອກມາຈາກປະເທດເອຢິບດ້ວຍກຳລັງແລະຣິດອຳນາດອັນຍິ່ງໃຫຍ່; ພວກເຈົ້າຕ້ອງກົ້ມຂາບເຮົາ ແລະຖວາຍບູຊາແກ່ເຮົາ. 37 ພວກເຈົ້າຕ້ອງເຊື່ອຟັງບັນດາກົດບັນຍັດ ແລະຂໍ້ຄຳສັ່ງຂອງເຮົາ ທີ່ໄດ້ມີຂຽນໄວ້ໃຫ້ພວກເຈົ້ານັ້ນຕະຫລອດໄປ. ພວກເຈົ້າຢ່າຂາບໄຫວ້ບັນດາພະອື່ນ 38 ແລະຢ່າລືມໄລພັນທະສັນຍາທີ່ເຮົາໄດ້ມີໄວ້ກັບພວກເຈົ້າ. ພວກເຈົ້າຢ່າຂາບໄຫວ້ບັນດາພະອື່ນ. 39 ພວກເຈົ້າຕ້ອງນະມັດສະການພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ແລະພຣະອົງຈະຊ່ວຍກູ້ເອົາພວກເຈົ້າໃຫ້ພົ້ນຈາກເຫຼົ່າສັດຕູຂອງພວກເຈົ້າ.” 40 ແຕ່ປະຊາຊົນເຫຼົ່ານີ້ບໍ່ຍອມຟັງ ແລະພວກເຂົາຍັງສືບຕໍ່ປະຕິບັດຕາມຮີດຄອງເກົ່າຂອງພວກເຂົາຢູ່. 41 ສະນັ້ນ ປະຊາຊົນເຫຼົ່ານັ້ນຈຶ່ງໄດ້ນະມັດສະການພຣະເຈົ້າຢາເວແດ່ ແຕ່ກໍຍັງຂາບໄຫວ້ຮູບພະຂອງພວກເຂົາຄືກັນ ແລະທຸກວັນນີ້ ບັນດາລູກຫລານຂອງພວກເຂົາກໍຍັງສືບຕໍ່ເຮັດຄືເກົ່າຕາມທີ່ບັນພະບຸລຸດຂອງພວກເຂົາໄດ້ເຮັດມາ. |
@ 2012 United Bible Societies. All Rights Reserved.