Biblia Todo Logo
Bìoball air-loidhne

- Sanasan -

2 ກະສັດ 16 - ພຣະຄຳພີສັກສິ


ກະສັດ​ອາຮາດ​ແຫ່ງ​ຢູດາຍ
( 2 ຂຄ 28:1-27 )

1 ໃນ​ຣາຊການ​ປີ​ທີ​ສິບເຈັດ​ຂອງ​ເຈົ້າເປກາ​ລູກຊາຍ​ຂອງ​ເຣມາລີຢາ ກະສັດ​ແຫ່ງ​ອິດສະຣາເອນ; ເຈົ້າ​ອາຮາດ​ລູກຊາຍ​ຂອງ​ເຈົ້າ​ໂຢທາມ​ໄດ້​ຂຶ້ນ​ເປັນ​ກະສັດ​ແຫ່ງ​ຢູດາຍ

2 ເມື່ອ​ເພິ່ນ​ອາຍຸ​ໄດ້​ຊາວ​ປີ ແລະ​ໄດ້​ປົກຄອງ​ຢູ່​ທີ່​ນະຄອນ​ເຢຣູຊາເລັມ ເປັນ​ເວລາ​ສິບຫົກ​ປີ. ເພິ່ນ​ບໍ່ໄດ້​ປະພຶດ​ຕາມ​ແບບຢ່າງ​ອັນ​ດີງາມ​ຂອງ​ກະສັດ​ດາວິດ ບັນພະບຸລຸດ​ຂອງ​ເພິ່ນ, ແຕ່​ເພິ່ນ​ໄດ້​ກະທຳ​ໃນ​ສິ່ງ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເພິ່ນ​ບໍ່​ພໍໃຈ

3 ແລະ​ປະພຶດ​ຕາມ​ແບບຢ່າງ​ຂອງ​ບັນດາ​ກະສັດ​ແຫ່ງ​ອິດສະຣາເອນ. ເພິ່ນ​ໄດ້​ເຜົາ​ແມ່ນແຕ່​ລູກຊາຍ​ຂອງ​ຕົນເອງ​ຖວາຍບູຊາ​ແກ່​ບັນດາ​ຮູບເຄົາຣົບ ໂດຍ​ຮຽນ​ເອົາ​ແບບຢ່າງ​ຂອງ​ປະຊາຊົນ​ທີ່​ພຣະເຈົ້າຢາເວ​ໄດ້​ຂັບໄລ່​ອອກ​ໜີ ໃນ​ຄາວ​ທີ່​ຊາວ​ອິດສະຣາເອນ​ໄດ້​ບຸກໜ້າ​ເຂົ້າ​ມາ​ນັ້ນ.

4 ກະສັດ​ອາຮາດ​ຖວາຍ​ເຄື່ອງ​ເຜົາບູຊາ ແລະ​ເຜົາ​ເຄື່ອງຫອມ​ໃນ​ບ່ອນ​ຂາບໄຫວ້​ພະ​ຂອງ​ຄົນຕ່າງຊາດ ຢູ່​ເທິງ​ພູເຂົາ​ແລະ​ຢູ່​ໃຕ້​ຮົ່ມ​ໄມ້​ທຸກ​ຕົ້ນ.

5 ກະສັດ​ເຣຊິນ​ແຫ່ງ​ຊີເຣຍ ແລະ​ກະສັດ​ເປກາ​ລູກຊາຍ​ຂອງ​ເຣມາລີຢາ​ແຫ່ງ​ອິດສະຣາເອນ ໄດ້​ໂຈມຕີ​ນະຄອນ​ເຢຣູຊາເລັມ ແລະ​ລ້ອມ​ເມືອງ​ໄວ້ ແຕ່​ກໍ​ຊະນະ​ກະສັດ​ອາຮາດ​ບໍ່ໄດ້.

6 ໃນ​ເວລາ​ດຽວກັນ​ນັ້ນ ກະສັດ​ແຫ່ງ​ເອໂດມ ໄດ້​ຕີ​ເອົາ​ເມືອງ​ເອລາດ​ຄືນ​ມາ​ໄດ້ ແລະ​ໄດ້​ຂັບໄລ່​ຊາວ​ຢູດາ​ທີ່​ອາໄສ​ຢູ່​ໃນ​ບ່ອນ​ນັ້ນ​ອອກ​ໄປ. ຊາວ​ເອໂດມ​ໄດ້​ຕັ້ງ​ຖິ່ນຖານ​ຢູ່​ໃນ​ເມືອງ​ເອລາດ ແລະ​ຍັງ​ອາໄສ​ຢູ່​ໃນ​ທີ່ນັ້ນ​ຈົນເຖິງ​ທຸກ​ວັນນີ້.

7 ແລ້ວ​ກະສັດ​ອາຮາດ​ກໍ​ສົ່ງ​ຄະນະທູດ​ໄປ​ຫາ​ກະສັດ​ຕີກະລາດ​ປີເລເສ ກະສັດ​ແຫ່ງ​ອັດຊີເຣຍ​ໂດຍ​ມີ​ຖ້ອຍຄຳ​ດັ່ງນີ້: “ຂ້າພະເຈົ້າ​ຄື​ຜູ້ຮັບໃຊ້​ທີ່​ສັດຊື່​ຂອງທ່ານ ຂໍ​ທ່ານ​ກະລຸນາ​ມາ​ຊ່ວຍກູ້​ເອົາ​ຂ້າພະເຈົ້າ ຈາກ​ອຳນາດ​ຂອງ​ກະສັດ​ແຫ່ງ​ຊີເຣຍ ແລະ​ກະສັດ​ແຫ່ງ​ອິດສະຣາເອນ ທີ່​ກຳລັງ​ໂຈມຕີ​ຂ້າພະເຈົ້າ​ແດ່ທ້ອນ.”

8 ກະສັດ​ອາຮາດ​ໄດ້​ເອົາ​ເງິນ​ກັບ​ຄຳ​ຈາກ​ວິຫານ​ຂອງ​ພຣະເຈົ້າຢາເວ ແລະ​ຄັງ​ຂອງ​ຣາຊວັງ ແລະ​ສົ່ງ​ໄປ​ເປັນ​ຂອງຂວັນ​ໃຫ້​ແກ່​ກະສັດ​ແຫ່ງ​ອັດຊີເຣຍ.

9 ເພື່ອ​ຕອບ​ຄຳ​ຂໍຮ້ອງ​ຂອງ​ກະສັດ​ອາຮາດ ກະສັດ​ຕີກະລາດ​ປີເລເສ​ໄດ້​ຍົກທັບ​ໄປ​ຕໍ່ສູ້​ນະຄອນ​ດາມັສກັດ, ຢຶດເອົາ​ເມືອງ, ຂ້າ​ກະສັດ​ເຣຊິນ ແລະ​ຈັບ​ເອົາ​ປະຊາຊົນ​ໄປ​ເປັນ​ຊະເລີຍ​ທີ່​ເມືອງ​ກີຣະ.

10 ເມື່ອ​ກະສັດ​ອາຮາດ​ໄປ​ທີ່​ນະຄອນ​ດາມັສກັດ ເພື່ອ​ພົບ​ກະສັດ​ຕີກະລາດ​ປີເລເສ ເພິ່ນ​ໄດ້​ເຫັນ​ແທ່ນບູຊາ​ຢູ່​ທີ່​ນັ້ນ ຈຶ່ງ​ສົ່ງ​ແບບ​ແທ່ນບູຊາ​ພ້ອມ​ທັງ​ລາຍລະອຽດ​ທຸກຢ່າງ ໄປ​ໃຫ້​ປະໂຣຫິດ​ອູຣີຢາ.

11 ດັ່ງນັ້ນ ອູຣີຢາ​ຈຶ່ງ​ສ້າງ​ແທ່ນບູຊາ​ຄ້າຍຄື​ກັນ ແລະ​ໄດ້​ສ້າງ​ໃຫ້​ສຳເລັດ​ກ່ອນ​ທີ່​ກະສັດ​ອາຮາດ​ກັບຄືນ​ມາ.

12 ເມື່ອ​ກະສັດ​ອາຮາດ​ໄດ້​ກັບຄືນ​ມາ​ຈາກ​ນະຄອນ​ດາມັສກັດ ເພິ່ນ​ກໍ​ເຫັນ​ວ່າ​ແທ່ນບູຊາ​ໄດ້​ສ້າງ​ສຳເລັດ​ແລ້ວ;

13 ສະນັ້ນ ເພິ່ນ​ຈຶ່ງ​ເຜົາ​ສັດ​ຖວາຍ ແລະ​ຖວາຍ​ພືດຜົນ​ເປັນເມັດ​ທີ່​ເທິງ​ແທ່ນບູຊາ​ນັ້ນ ແລະ​ໄດ້​ຖອກ​ເຫຼົ້າ​ອະງຸ່ນ​ພ້ອມ​ທັງ​ເລືອດ​ເປັນ​ເຄື່ອງ​ຖວາຍບູຊາ​ຂອງ​ຕົນເອງ​ໃສ່​ເທິງ​ແທ່ນ​ນັ້ນ ເພື່ອ​ຄວາມ​ສາມັກຄີທຳ.

14 ສ່ວນ​ແທ່ນບູຊາ​ທອງສຳຣິດ​ທີ່​ຖືກ​ອຸທິດ​ຖວາຍ​ແກ່​ພຣະເຈົ້າຢາເວ ແມ່ນ​ຕັ້ງ​ຢູ່​ລະຫວ່າງ​ແທ່ນບູຊາ​ຂອງເພິ່ນ​ແລະ​ວິຫານ​ຂອງ​ພຣະເຈົ້າຢາເວ; ສະນັ້ນ ກະສັດ​ອາຮາດ​ຈຶ່ງ​ໄດ້​ຍ້າຍ​ແທນ​ບູຊາ​ນັ້ນ ໄປ​ຕັ້ງ​ໄວ້​ຢູ່​ທາງ​ຂ້າງເໜືອ​ຂອງ​ແທນ​ບູຊາ​ຂອງເພິ່ນ.

15 ແລ້ວ​ເພິ່ນ​ກໍໄດ້​ສັ່ງ​ປະໂຣຫິດ​ອູຣີຢາ​ວ່າ, “ແຕ່​ບັດນີ້​ໄປ ໃຫ້​ເຈົ້າ​ໃຊ້​ແທ່ນບູຊາ​ໃຫຍ່​ຂອງເຮົາ​ນີ້​ສຳລັບ​ການ​ເຜົາ​ຖວາຍບູຊາ​ໃນ​ຕອນເຊົ້າ ແລະ​ການ​ຖວາຍ​ພືດຜົນ​ເປັນເມັດ​ໃນ​ຕອນແລງ, ສຳລັບ​ເຄື່ອງ​ບູຊາ​ພືດຜົນ​ເປັນເມັດ​ຂອງ​ກະສັດ​ແລະ​ຂອງ​ປະຊາຊົນ ແລະ​ສຳລັບ​ການ​ຖວາຍ​ເຫຼົ້າ​ອະງຸ່ນ​ຂອງ​ປະຊາຊົນ. ໃຫ້​ນຳ​ເອົາ​ເລືອດ​ສັດ​ທຸກ​ໂຕ​ທີ່​ຖືກ​ຖວາຍ​ເປັນ​ເຄື່ອງ​ບູຊາ​ຖອກ​ໃສ່​ເທິງ​ແທ່ນບູຊາ​ນີ້. ສ່ວນ​ແທ່ນບູຊາ​ທີ່​ເປັນ​ທອງສຳຣິດ​ນັ້ນ ຈົ່ງ​ປະ​ໄວ້​ໃຫ້​ເຮົາ​ເພື່ອ​ໃຊ້​ຖວາຍບູຊາ​ສິ່ງ​ສັກສິດ.”

16 ອູຣີຢາ​ໄດ້​ປະຕິບັດ​ຕາມ​ຄຳສັ່ງ​ຂອງ​ກະສັດ​ທຸກປະການ.

17 ກະສັດ​ອາຮາດ​ໄດ້​ມ້າງ​ກວຽນ​ທອງສຳຣິດ ແລະ​ໄດ້​ຍ້າຍ​ຂັນ​ໃຫຍ່​ລົງ​ຈາກ​ກວຽນ. ເພິ່ນ​ຍັງ​ເອົາ​ອ່າງ​ທອງສຳຣິດ​ອອກ​ຈາກ​ຫລັງ​ງົວ​ທອງ​ສິບສອງ​ໂຕ ແລ້ວ​ເອົາ​ໄປ​ຕັ້ງ​ໄວ້​ຢູ່​ເທິງ​ຮາກຖານ​ທີ່​ເຮັດ​ດ້ວຍ​ຫີນ.

18 ເພື່ອ​ເຮັດ​ໃຫ້​ກະສັດ​ແຫ່ງ​ອັດຊີເຣຍ​ພໍໃຈ ກະສັດ​ອາຮາດ​ຍັງ​ໄດ້​ຍ້າຍ​ທີ່​ຕັ້ງ​ບັນລັງ​ຂອງ​ກະສັດ​ແລະ​ປິດ​ທາງເຂົ້າ​ສ່ວນຕົວ ທີ່​ກະສັດ​ໃຊ້​ເຂົ້າ​ໄປ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ​ນັ້ນ​ເສຍ.

19 ສິ່ງ​ອື່ນ​ທີ່​ກະສັດ​ອາຮາດ​ໄດ້​ກະທຳ​ແມ່ນ​ໄດ້​ບັນທຶກ​ໄວ້​ໃນ ປື້ມ​ປະຫວັດສາດ​ຂອງ​ບັນດາ​ກະສັດ​ແຫ່ງ​ຢູດາຍ.

20 ກະສັດ​ອາຮາດ​ໄດ້​ຕາຍໄປ​ແລະ​ຖືກ​ຝັງ​ໄວ້​ໃນ​ອຸບມຸງ​ແຫ່ງ​ກະສັດ​ທີ່​ເມືອງ​ຂອງ​ດາວິດ. ແລ້ວ​ເຈົ້າ​ເຮເຊກີຢາ​ລູກຊາຍ​ຂອງ​ເພິ່ນ​ກໍ​ຂຶ້ນ​ເປັນ​ກະສັດ​ປົກຄອງ​ແທນ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan