Biblia Todo Logo
Bìoball air-loidhne

- Sanasan -

2 ກະສັດ 15 - ພຣະຄຳພີສັກສິ


ກະສັດ​ອາຊາຣີຢາ (ອຸດຊີຢາ) ແຫ່ງ​ຢູດາຍ
( 2 ຂຄ 26:1-23 )

1 ໃນ​ຣາຊການ​ປີ​ທີ​ຊາວເຈັດ ຂອງ​ເຈົ້າ​ເຢໂຣໂບອາມ​ທີສອງ ກະສັດ​ແຫ່ງ​ອິດສະຣາເອນ; ເຈົ້າ​ອຸດຊີຢາ ລູກຊາຍ​ຂອງ​ເຈົ້າ​ອາມາຊີຢາ​ໄດ້​ຂຶ້ນ​ເປັນ​ກະສັດ​ແຫ່ງ​ຢູດາຍ

2 ເມື່ອ​ເພິ່ນ​ອາຍຸ​ໄດ້​ສິບຫົກ​ປີ ແລະ​ໄດ້​ປົກຄອງ​ຢູ່​ທີ່​ນະຄອນ​ເຢຣູຊາເລັມ ເປັນ​ເວລາ​ຫ້າສິບສອງ​ປີ. ແມ່​ຂອງ​ເພິ່ນ​ຊື່​ວ່າ​ເຢໂກລີຢາ ຊາວ​ນະຄອນ​ເຢຣູຊາເລັມ.

3 ກະສັດ​ອຸດຊີຢາ​ໄດ້​ເຮັດ​ໃນ​ສິ່ງ​ທີ່​ພຣະເຈົ້າຢາເວ​ພໍໃຈ ຕາມ​ແບບຢ່າງ​ພໍ່​ຂອງ​ເພິ່ນ.

4 ແຕ່​ບ່ອນ​ຂາບໄຫວ້​ພະ​ຂອງ​ຄົນຕ່າງຊາດ​ຍັງ​ບໍ່ໄດ້​ຖືກ​ທຳລາຍ ແລະ​ປະຊາຊົນ​ກໍ​ຍັງ​ສືບຕໍ່​ຖວາຍ​ເຄື່ອງ​ບູຊາ ແລະ​ເຜົາ​ເຄື່ອງຫອມ​ຢູ່​ທີ່​ນັ້ນ.

5 ພຣະເຈົ້າຢາເວ​ໄດ້​ລົງໂທດ​ກະສັດ​ອຸດຊີຢາ ໂດຍ​ໃຫ້​ເປັນ​ໂຣກ​ຂີ້ທູດ ຕະຫລອດ​ຊົ່ວຊີວິດ. ເພິ່ນ​ຢູ່​ໃນ​ວັງ​ຕ່າງຫາກ ແລະ​ອອກ​ຈາກ​ວຽກການ​ທຸກຢ່າງ​ໃນ​ຂະນະທີ່​ໂຢທາມ ລູກຊາຍ​ຂອງ​ເພິ່ນ​ປົກຄອງ​ອານາຈັກ​ແທນ.

6 ສິ່ງ​ອື່ນ​ທີ່​ກະສັດ​ອຸດຊີຢາ​ໄດ້​ກະທຳ​ແມ່ນ​ໄດ້​ຖືກ​ບັນທຶກ​ໄວ້​ໃນ ປື້ມ​ປະຫວັດສາດ​ຂອງ​ບັນດາ​ກະສັດ​ແຫ່ງ​ຢູດາຍ.

7 ເພິ່ນ​ໄດ້​ຕາຍໄປ​ແລະ​ຖືກ​ຝັງ​ໄວ້​ໃນ​ອຸບມຸງ​ແຫ່ງ​ກະສັດ​ທີ່​ເມືອງ​ຂອງ​ດາວິດ; ແລ້ວ​ເຈົ້າ​ໂຢທາມ​ລູກຊາຍ​ຂອງ​ເພິ່ນ​ກໍ​ຂຶ້ນ​ເປັນ​ກະສັດ​ປົກຄອງ​ແທນ.


ກະສັດ​ເຊກາຣີຢາ​ແຫ່ງ​ອິດສະຣາເອນ

8 ໃນ​ຣາຊການ​ປີ​ທີ​ສາມສິບແປດ​ຂອງ​ເຈົ້າ​ອຸດຊີຢາ ກະສັດ​ແຫ່ງ​ຢູດາຍ; ເຈົ້າເຊກາຣີຢາ​ລູກຊາຍ​ຂອງ​ເຈົ້າ​ເຢໂຣໂບອາມ​ທີສອງ ໄດ້​ຂຶ້ນ​ເປັນ​ກະສັດ​ແຫ່ງ​ອິດສະຣາເອນ ແລະ​ປົກຄອງ​ຢູ່​ທີ່​ນະຄອນ​ຊາມາເຣຍ​ເປັນ​ເວລາ​ຫົກ​ເດືອນ.

9 ເຈົ້າເຊກາຣີຢາ​ໄດ້​ເປັນ​ດັ່ງ​ກະສັດ​ຜູ້​ກ່ອນ ໂດຍ​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ. ເພິ່ນ​ປະພຶດ​ຕາມ​ແບບຢ່າງ​ອັນ​ຊົ່ວຮ້າຍ​ຂອງ​ກະສັດ​ເຢໂຣໂບອາມ​ລູກຊາຍ​ຂອງ​ເນບັດ​ຜູ້​ທີ່​ນຳພາ​ຊາດ​ອິດສະຣາເອນ​ຕົກ​ໃນ​ບາບ.

10 ຕໍ່ມາ ຊານລູມ​ລູກຊາຍ​ຂອງ​ຢາເບັດ​ໄດ້​ກະບົດ​ຕໍ່​ກະສັດ​ເຊກາຣີຢາ ແລະ​ຂ້າ​ເພິ່ນ​ເສຍ ທີ່​ອິບເລອາມ ແລ້ວ​ຕັ້ງ​ຕົນເອງ​ຂຶ້ນ​ເປັນ​ກະສັດ​ປົກຄອງ​ແທນ.

11 ສິ່ງ​ອື່ນ​ທີ່​ກະສັດ​ເຊກາຣີຢາ​ໄດ້​ກະທຳ​ແມ່ນ​ໄດ້​ຖືກ​ບັນທຶກ​ໄວ້​ໃນ ປື້ມ​ປະຫວັດສາດ​ຂອງ​ບັນດາ​ກະສັດ​ແຫ່ງ​ອິດສະຣາເອນ.

12 ສະນັ້ນ ເຫດການ​ຈຶ່ງ​ເປັນ​ໄປ​ຕາມ​ຄຳສັນຍາ ທີ່​ພຣະເຈົ້າຢາເວ​ໄດ້​ມີ​ໄວ້​ກັບ​ກະສັດ​ເຢຮູ​ວ່າ, “ລູກຫລານ​ຂອງເຈົ້າ​ຈະ​ເປັນ​ກະສັດ​ແຫ່ງ​ອິດສະຣາເອນ ເຖິງ​ສີ່​ຊົ່ວ​ເຊັ່ນຄົນ.”


ກະສັດ​ຊານລູມ​ແຫ່ງ​ອິດສະຣາເອນ

13 ໃນ​ຣາຊການ​ປີ​ທີ​ສາມສິບເກົ້າ ຂອງ​ເຈົ້າ​ອຸດຊີຢາ​ກະສັດ​ແຫ່ງ​ຢູດາຍ; ຊານລູມ ລູກຊາຍ​ຂອງ​ຢາເບັດ​ໄດ້​ຂຶ້ນ​ເປັນ​ກະສັດ​ແຫ່ງ​ອິດສະຣາເອນ ເພິ່ນ​ໄດ້​ປົກຄອງ​ຢູ່​ທີ່​ນະຄອນ​ຊາມາເຣຍ​ເປັນ​ເວລາ​ໜຶ່ງ​ເດືອນ.

14 ແລ້ວ​ເມນາເຮມ​ລູກຊາຍ​ຂອງ​ກາດີ​ກໍໄດ້​ອອກ​ຈາກ​ເມືອງ​ຕີຣະຊາ ໄປ​ທີ່​ນະຄອນ​ຊາມາເຣຍ. ລາວ​ໄດ້​ຂ້າ​ຊານລູມ ແລະ​ຕັ້ງ​ຕົນເອງ​ຂຶ້ນ​ເປັນ​ກະສັດ​ປົກຄອງ​ແທນ.

15 ສິ່ງ​ອື່ນ​ທີ່​ກະສັດ​ຊານລູມ​ໄດ້​ກະທຳ​ພ້ອມ​ທັງ​ເລື່ອງ​ທີ່​ເພິ່ນ​ເປັນ​ກະບົດ ແມ່ນ​ໄດ້​ຖືກ​ບັນທຶກ​ໄວ້​ໃນ ປື້ມ​ປະຫວັດສາດ​ຂອງ​ບັນດາ​ກະສັດ​ແຫ່ງ​ອິດສະຣາເອນ.

16 ເມື່ອ​ເມນາເຮມ​ໄດ້​ອອກ​ຈາກ​ເມືອງ​ຕີຣະຊາ​ໄປ​ນັ້ນ ເພິ່ນ​ໄດ້​ທຳລາຍ​ເມືອງ​ຕັບປູອາ ຖິ້ມ​ຈົນ​ໝົດສິ້ນ, ປະຫານ​ປະຊາຊົນ​ຢູ່​ໃນ​ເມືອງ ແລະ​ຕາມ​ເຂດແດນ​ທີ່​ຢູ່​ອ້ອມແອ້ມ​ເມືອງ​ນັ້ນ ເພາະ​ຊາວ​ເມືອງ​ນີ້​ບໍ່ຍອມ​ຈຳນົນ​ຕໍ່​ເພິ່ນ. ເພິ່ນ​ໄດ້​ຜ່າ​ທ້ອງ​ຂອງ​ພວກຜູ້ຍິງ​ຖືພາ.


ກະສັດ​ເມນາເຮມ​ແຫ່ງ​ອິດສະຣາເອນ

17 ໃນ​ຣາຊການ​ປີ​ທີ​ສາມສິບເກົ້າ ຂອງ​ເຈົ້າ​ອຸດຊີຢາ​ກະສັດ​ແຫ່ງ​ຢູດາຍ; ເມນາເຮມ​ລູກຊາຍ​ຂອງ​ກາດີ​ໄດ້​ຂຶ້ນ​ເປັນ​ກະສັດ​ປົກຄອງ​ອານາຈັກ​ອິດສະຣາເອນ. ເພິ່ນ​ໄດ້​ປົກຄອງ​ຢູ່​ທີ່​ນະຄອນ​ຊາມາເຣຍ​ເປັນ​ເວລາ​ສິບ​ປີ.

18 ເພິ່ນ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ ໂດຍ​ປະພຶດ​ຕາມ​ແບບຢ່າງ​ອັນ​ຊົ່ວຮ້າຍ​ຂອງ​ກະສັດ​ເຢໂຣໂບອາມ​ລູກຊາຍ​ຂອງ​ເນບັດ​ຜູ້​ທີ່​ນຳພາ​ອານາຈັກ​ອິດສະຣາເອນ​ຕົກ​ໃນ​ບາບ ຕະຫລອດ​ຊົ່ວຊີວິດ​ຂອງ​ເພິ່ນ.

19 ກະສັດ​ຕີກະລາດ​ປີເລເສ​ແຫ່ງ​ອັດຊີເຣຍ​ໄດ້​ບຸກລຸກ​ອານາຈັກ​ອິດສະຣາເອນ. ແລ້ວ​ກະສັດ​ເມນາເຮມ​ກໍໄດ້​ມອບ​ເງິນ​ໃຫ້​ເພິ່ນ​ສາມສິບແປດ​ໂຕນ ເພື່ອ​ສະໜັບ​ສະໜູນ​ຕົນ​ໃຫ້​ມີ​ອຳນາດ​ໄດ້​ປົກຄອງ​ຕໍ່ໄປ.

20 ກະສັດ​ເມນາເຮມ​ໄດ້​ເງິນ​ເຫຼົ່ານີ້​ມາ​ຈາກ​ຄົນຮັ່ງມີ​ໃນ​ອານາຈັກ​ອິດສະຣາເອນ ໂດຍ​ບັງຄັບ​ແຕ່ລະຄົນ​ໃຫ້​ມອບ​ເງິນ​ຜູ້​ລະ​ຫ້າສິບ​ແທ່ງ​ໃຫ້​ແກ່​ຕົນ; ແລ້ວ​ຕີກະລາດ​ປີເລເສ​ກໍ​ກັບຄືນ​ປະເທດ​ຂອງຕົນ.

21 ສິ່ງ​ອື່ນ​ທີ່​ກະສັດ​ເມນາເຮມ​ໄດ້​ກະທຳ​ແມ່ນ​ໄດ້​ຖືກ​ບັນທຶກ​ໄວ້​ໃນ ປື້ມ​ປະຫວັດສາດ​ຂອງ​ບັນດາ​ກະສັດ​ແຫ່ງ​ອິດສະຣາເອນ.

22 ເພິ່ນ​ໄດ້​ຕາຍໄປ ແລະ​ຖືກ​ຝັງ​ໄວ້. ແລ້ວ​ເປກາຮີຢາ​ລູກຊາຍ​ຂອງ​ເພິ່ນ​ກໍ​ຂຶ້ນ​ເປັນ​ກະສັດ​ປົກຄອງ​ແທນ.


ກະສັດ​ເປກາຮີຢາ​ແຫ່ງ​ອິດສະຣາເອນ

23 ໃນ​ຣາຊການ​ປີ​ທີ​ຫ້າສິບ ຂອງ​ເຈົ້າ​ອຸດຊີຢາ ກະສັດ​ແຫ່ງ​ຢູດາຍ; ເປກາຮີຢາ​ລູກຊາຍ​ຂອງ​ເຈົ້າ​ເມນາເຮມ​ໄດ້​ຂຶ້ນ​ເປັນ​ກະສັດ​ແຫ່ງ​ອິດສະຣາເອນ. ເພິ່ນ​ປົກຄອງ​ຢູ່​ທີ່​ນະຄອນ​ຊາມາເຣຍ​ເປັນ​ເວລາ​ສອງ​ປີ.

24 ເພິ່ນ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ ໂດຍ​ປະພຶດ​ຕາມ​ແບບຢ່າງ​ອັນ​ຊົ່ວຮ້າຍ​ຂອງ​ກະສັດ​ເຢໂຣໂບອາມ​ລູກຊາຍ​ຂອງ​ເນບັດ​ຜູ້​ທີ່​ນຳພາ​ອານາຈັກ​ອິດສະຣາເອນ​ເຮັດ​ບາບ.

25 ຕໍ່ມາ ໄດ້​ມີ​ນາຍ​ທະຫານ​ໃນ​ກອງທັບ​ຂອງ​ກະສັດ​ເປກາຮີຢາ​ຜູ້ໜຶ່ງ​ຊື່ ວ່າ​ເປກາ ລູກຊາຍ​ຂອງ​ເຣມາລີຢາ​ໄດ້​ວາງແຜນ​ກັບ​ຊາວ​ກີເລອາດ​ຫ້າສິບ​ຄົນ, ສັງຫານ​ກະສັດ​ເປກາຮີຢາ​ທີ່​ປ້ອມຍາມ​ຂ້າງ​ໃນ​ຂອງ​ຣາຊວັງ ໃນ​ນະຄອນ​ຊາມາເຣຍ ແລະ​ຕັ້ງ​ຕົນເອງ​ຂຶ້ນ​ເປັນ​ກະສັດ​ປົກຄອງ​ແທນ.

26 ສິ່ງ​ອື່ນ​ທີ່​ກະສັດ​ເປກາຮີຢາ​ໄດ້​ກະທຳ​ແມ່ນ​ໄດ້​ຖືກ​ບັນທຶກ​ໄວ້​ໃນ ປື້ມ​ປະ​ຫວັດ​ສາດ​ຂອງ​ບັນດາ​ກະສັດ​ແຫ່ງ​ອິດສະຣາເອນ.


ກະສັດ​ເປກາ​ແຫ່ງ​ອິດສະຣາເອນ

27 ໃນ​ຣາຊການ​ປີ​ທີ​ຫ້າສິບສອງ ຂອງ​ເຈົ້າ​ອຸດຊີຢາ​ກະສັດ​ແຫ່ງ​ຢູດາຍ; ເປກາ​ລູກຊາຍ​ຂອງ​ເຈົ້າ​ເຣມາລີຢາ​ໄດ້​ຂຶ້ນ​ເປັນ​ກະສັດ​ປົກຄອງ​ອານາຈັກ​ອິດສະຣາເອນ. ເພິ່ນ​ໄດ້​ປົກຄອງ​ຢູ່​ທີ່​ນະຄອນ​ຊາມາເຣຍ​ເປັນ​ເວລາ​ຊາວ​ປີ.

28 ເພິ່ນ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ ໂດຍ​ປະພຶດ​ຕາມ​ແບບຢ່າງ​ອັນ​ຊົ່ວຮ້າຍ​ຂອງ​ກະສັດ​ເຢໂຣໂບອາມ​ລູກຊາຍ​ຂອງ​ເນບັດ​ຜູ້​ທີ່​ນຳພາ​ອານາຈັກ​ອິດສະຣາເອນ​ຕົກ​ໃນ​ບາບ.

29 ໃນ​ຄາວ​ທີ່​ເຈົ້າ​ເປກາ​ໄດ້​ເປັນ​ກະສັດ​ແຫ່ງ​ອິດສະຣາເອນ​ນັ້ນ ຕີກະລາດ​ປີເລເສ ກະສັດ​ແຫ່ງ​ອັດຊີເຣຍ​ໄດ້​ຢຶດເອົາ​ເມືອງ​ຕ່າງໆ​ດັ່ງນີ້: ອີໂຢນ, ອາເບັນ​ເບັດ​ມາອາກາ, ຢາໂນອາ, ເກເດັດ, ຮາໂຊ, ເຂດແດນ​ທັງໝົດ​ຂອງ​ກີເລອາດ, ຄາລີເລ ແລະ​ເນັບທາລີ ແລະ​ໄດ້​ນຳ​ເອົາ​ປະຊາຊົນ​ໄປ​ເປັນ​ຊະເລີຍ​ທີ່​ອັດຊີເຣຍ.

30 ໃນ​ຣາຊການ​ປີ​ທີ​ຊາວ​ຂອງ​ເຈົ້າ​ໂຢທາມ ລູກຊາຍ​ຂອງ​ເຈົ້າ​ອຸດຊີຢາ​ກະສັດ​ແຫ່ງ​ຢູດາຍ; ເຈົ້າ​ໂຮເຊອາ​ລູກຊາຍ​ຂອງ​ເອລາ​ໄດ້​ກະບົດ​ຕໍ່​ກະສັດ​ເປກາ​ລູກຊາຍ​ຂອງ​ເຣມາລີຢາ. ລາວ​ໄດ້​ສັງຫານ​ເພິ່ນ ແລະ​ຕັ້ງ​ຕົນເອງ​ຂຶ້ນ​ເປັນ​ກະສັດ​ປົກຄອງ​ແທນ.

31 ສິ່ງ​ອື່ນ​ທີ່​ກະສັດ​ເປກາ​ໄດ້​ກະທຳ​ແມ່ນ​ໄດ້​ຖືກ​ບັນທຶກ​ໄວ້​ໃນ ປື້ມ​ປະຫວັດສາດ​ຂອງ​ບັນດາ​ກະສັດ​ແຫ່ງ​ອິດສະຣາເອນ.


ກະສັດ​ໂຢທາມ​ແຫ່ງ​ຢູດາຍ
( 2 ຂຄ 27:1-9 )

32 ໃນ​ຣາຊການ​ປີ​ທີ​ສອງ​ຂອງ​ເຈົ້າເປກາ​ລູກຊາຍ​ຂອງ​ເຈົ້າ​ເຣມາລີຢາ​ກະສັດ​ແຫ່ງ​ອິດສະຣາເອນ; ເຈົ້າ​ໂຢທາມ​ລູກຊາຍ​ຂອງ​ເຈົ້າ​ອຸດຊີຢາ​ໄດ້​ຂຶ້ນ​ເປັນ​ກະສັດ​ປົກຄອງ​ອານາຈັກ​ຢູດາຍ

33 ເມື່ອ​ເພິ່ນ​ອາຍຸ​ໄດ້​ຊາວຫ້າ​ປີ ແລະ​ໄດ້​ປົກຄອງ​ຢູ່​ທີ່​ນະຄອນ​ເຢຣູຊາເລັມ ເປັນ​ເວລາ​ສິບຫົກ​ປີ. ແມ່​ຂອງ​ເພິ່ນ​ຊື່​ວ່າ​ເຢຣູຊາ​ລູກສາວ​ຂອງ​ຊາດົກ.

34 ກະສັດ​ໂຢທາມ​ໄດ້​ປະພຶດ​ຕາມ​ແບບ​ຢ່າງ​ຂອງ​ກະສັດ​ອຸດຊີຢາ​ພໍ່​ຂອງ​ເພິ່ນ ໂດຍ​ເຮັດ​ໃນ​ສິ່ງ​ທີ່​ພຣະເຈົ້າຢາເວ​ພໍໃຈ.

35 ແຕ່​ເພິ່ນ​ຍັງ​ບໍ່ໄດ້​ທຳລາຍ​ບ່ອນ​ຂາບໄຫວ້​ພະ​ຂອງ​ຄົນຕ່າງຊາດ ແລະ​ປະຊາຊົນ​ຍັງ​ສືບຕໍ່​ຖວາຍ​ເຄື່ອງ​ບູຊາ​ແລະ​ເຜົາ​ເຄື່ອງຫອມ​ຢູ່​ທີ່​ນັ້ນ. ກະສັດ​ໂຢທາມ​ໄດ້​ເປັນ​ຜູ້​ສ້າງ​ປະຕູ​ວິຫານ​ຂອງ​ພຣະເຈົ້າຢາເວ​ດ້ານ​ເໜືອ.

36 ສິ່ງ​ອື່ນ​ທີ່​ກະສັດ​ໂຢທາມ​ໄດ້​ກະທຳ​ແມ່ນ​ໄດ້​ຖືກ​ບັນທຶກ​ໄວ້​ໃນ ປື້ມ​ປະຫວັດສາດ​ຂອງ​ບັນດາ​ກະສັດ​ແຫ່ງ​ຢູດາຍ.

37 ໃນ​ຣາຊການ​ຂອງ​ກະສັດ​ໂຢທາມ ພຣະເຈົ້າຢາເວ​ໄດ້​ສົ່ງ​ເຈົ້າ​ເຣຊິນ​ແຫ່ງ​ຊີເຣຍ​ກັບ​ເຈົ້າ​ເປກາ​ລູກຊາຍ​ຂອງ​ເຣມາລີຢາ​ແຫ່ງ​ອິດສະຣາເອນ ມາ​ໂຈມຕີ​ອານາຈັກ​ຢູດາຍ​ເປັນ​ຄັ້ງ​ທຳອິດ.

38 ກະສັດ​ໂຢທາມ​ໄດ້​ຕາຍໄປ ແລະ​ຖືກ​ຝັງ​ໄວ້​ໃນ​ອຸບໂມງ​ແຫ່ງ​ກະສັດ​ໃນ​ເມືອງ​ຂອງ​ດາວິດ. ແລ້ວ​ເຈົ້າ​ອາຮາດ​ລູກຊາຍ​ຂອງ​ເພິ່ນ​ກໍ​ຂຶ້ນ​ເປັນ​ກະສັດ​ປົກຄອງ​ແທນ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan