Biblia Todo Logo
Bìoball air-loidhne

- Sanasan -

2 ກະສັດ 14 - ພຣະຄຳພີສັກສິ


ກະສັດ​ອາມາຊີຢາ​ແຫ່ງ​ອານາຈັກ​ຢູດາຍ
( 2 ຂຄ 25:1-24 )

1 ໃນ​ຣາຊການ​ປີ​ທີ​ສອງ​ຂອງ​ເຈົ້າ​ເຢໂຮອາດ​ລູກຊາຍ​ຂອງ​ກະສັດ​ເຢໂຮອາຮາດ​ແຫ່ງ​ອິດສະຣາເອນ; ເຈົ້າ​ອາມາຊີຢາ​ລູກຊາຍ​ຂອງ​ເຈົ້າ​ໂຢອາດ​ໄດ້​ຂຶ້ນ​ເປັນ​ກະສັດ​ແຫ່ງ​ຢູດາຍ

2 ເມື່ອ​ເພິ່ນ​ອາຍຸ​ໄດ້​ຊາວຫ້າ​ປີ ແລະ​ປົກຄອງ​ຢູ່​ທີ່​ນະຄອນ​ເຢຣູຊາເລັມ ເປັນ​ເວລາ​ຊາວເກົ້າ​ປີ. ແມ່​ຂອງ​ເພິ່ນ​ເປັນ​ຊາວ​ເຢຣູຊາເລັມ​ຊື່​ວ່າ ເຢໂຮອັດດິນ.

3 ກະສັດ​ອາມາຊີຢາ​ໄດ້​ເຮັດ​ໃນ​ສິ່ງ​ທີ່​ພຣະເຈົ້າຢາເວ​ພໍໃຈ ແຕ່​ບໍ່​ເປັນ​ດັ່ງ​ກະສັດ​ດາວິດ​ບັນພະບຸລຸດ​ຂອງ​ເພິ່ນ; ເພິ່ນ​ເຮັດ​ຕາມ​ທີ່​ກະສັດ​ໂຢອາດ​ພໍ່​ຂອງ​ເພິ່ນ​ໄດ້​ເຮັດ​ມາ.

4 ເພິ່ນ​ບໍ່ໄດ້​ມ້າງ​ສະຖານທີ່​ຂາບໄຫວ້​ພະ​ຂອງ​ຄົນຕ່າງຊາດ​ຖິ້ມ ແລະ​ປະຊາຊົນ​ຍັງ​ສືບຕໍ່​ຖວາຍ​ເຄື່ອງ​ບູຊາ ແລະ​ເຜົາ​ເຄື່ອງຫອມ​ຢູ່​ທີ່​ນັ້ນ.

5 ພໍ​ກະສັດ​ອາມາຊີຢາ​ໄດ້​ມີ​ອຳນາດ​ໝັ້ນຄົງ​ແລ້ວ ເພິ່ນ​ກໍ​ປະຫານ​ພວກ​ຂ້າຣາຊການ​ຜູ້​ທີ່​ໄດ້​ຂ້າ​ພໍ່​ຂອງ​ເພິ່ນ.

6 ເຖິງຢ່າງໃດ​ກໍຕາມ ເພິ່ນ​ບໍ່ໄດ້​ຂ້າ​ລູກໆ​ຂອງ​ພວກເຂົາ ແຕ່​ເຮັດ​ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້​ໃນ​ກົດບັນຍັດ​ຂອງ​ໂມເຊ​ວ່າ: “ພໍ່​ແມ່​ບໍ່ຄວນ​ຖືກ​ຂ້າ​ຍ້ອນ​ລູກ​ເຮັດ​ຜິດ ແລະ​ລູກ​ກໍ​ບໍ່ຄວນ​ຖືກ​ຂ້າ​ຍ້ອນ​ພໍ່​ແມ່​ເຮັດ​ຜິດ; ແລະ​ຜູ້ໃດ​ເຮັດ​ຜິດ​ກໍ​ໃຫ້​ຜູ້ນັ້ນ​ຖືກ​ຂ້າ.”

7 ກະສັດ​ອາມາຊີຢາ​ຂ້າ​ທະຫານ​ຊາວ​ເອໂດມ​ສິບພັນ​ຄົນ ໃນ​ຮ່ອມພູ​ເກືອ; ເພິ່ນ​ຢຶດເອົາ​ເມືອງ​ເສລາ​ໄດ້ ແລະ​ເອີ້ນ​ຊື່​ເມືອງ​ນີ້​ວ່າ​ໂຢກເທເອນ ຊຶ່ງ​ຊື່​ນີ້​ຍັງ​ມີ​ຢູ່​ເທົ່າ​ທຸກ​ວັນນີ້.

8 ຕໍ່ມາ ກະສັດ​ອາມາຊີຢາ​ໄດ້​ສົ່ງ​ຄະນະທູດ​ໄປ​ຫາ​ເຈົ້າ​ເຢໂຮອາດ ກະສັດ​ແຫ່ງ​ອິດສະຣາເອນ​ເພື່ອ​ທ້າທາຍ​ເພິ່ນ​ໃຫ້​ຕໍ່ສູ້.

9 ແຕ່​ກະສັດ​ເຢໂຮອາດ​ໄດ້​ສົ່ງ​ຂໍ້ຄວາມ​ຕອບ​ກະສັດ​ອາມາຊີຢາ​ແຫ່ງ​ຢູດາຍ​ວ່າ, “ຍັງ​ມີ​ຄັ້ງ​ໜຶ່ງ ພຸ່ມໜາມ​ຢູ່​ເທິງ​ພູເຂົາ​ເລບານອນ​ໄດ້​ສົ່ງ​ຂໍ້ຄວາມ​ໄປ​ຫາ​ຕົ້ນ​ແປກ​ວ່າ, ‘ຂໍ​ໃຫ້​ລູກສາວ​ເຈົ້າ​ແຕ່ງງານ​ກັບ​ລູກຊາຍ​ຂ້ອຍ.’ ພໍ​ສັດປ່າ​ຜ່ານ​ມາ​ມັນ​ກໍໄດ້​ຢຽບ​ພຸ່ມໜາມ​ນັ້ນ​ຖິ້ມ.

10 ອາມາຊີຢາ​ເອີຍ ດຽວ​ນີ້​ເຈົ້າ​ໄດ້​ຊະນະ​ຊາວ​ເອໂດມ ແລະ​ເຈົ້າ​ກໍ​ເຕັມ​ໄປ​ດ້ວຍ​ຄວາມ​ອວດຕົວ. ສະນັ້ນ ຈົ່ງ​ພໍໃຈ​ໃນ​ຊື່ສຽງ​ຂອງ​ເຈົ້າເອງ ແລະ​ຢູ່​ໃນ​ເຮືອນ​ນັ້ນ​ແຫຼະ. ເປັນຫຍັງ​ຈຶ່ງ​ສ້າງ​ຄວາມ​ເດືອດຮ້ອນ ທີ່​ຈະ​ນຳ​ເອົາ​ຄວາມ​ຈິບຫາຍ​ມາ​ສູ່​ເຈົ້າ ແລະ​ປະຊາຊົນ​ຂອງ​ເຈົ້າເອງ?”

11 ແຕ່​ກະສັດ​ອາມາຊີຢາ​ບໍ່ຍອມ​ຟັງ. ດັ່ງນັ້ນ ກະສັດ​ເຢໂຮອາດ​ພ້ອມ​ທັງ​ທະຫານ​ຂອງຕົນ ຈຶ່ງ​ໄດ້​ຍົກທັບ​ອອກ​ໄປ​ຕໍ່ສູ້​ກະສັດ​ອາມາຊີຢາ​ທີ່​ເບັດເຊເມດ​ໃນ​ຢູດາຍ.

12 ກອງທັບ​ຂອງ​ກະສັດ​ອາມາຊີຢາ​ໄດ້​ພ່າຍແພ້ ແລະ​ທະຫານ​ຂອງ​ເພິ່ນ​ກໍ​ປົບໜີ​ກັບ​ເມືອ​ບ້ານ​ເຮືອນ​ໃຜ​ລາວ.

13 ກະສັດ​ເຢໂຮອາດ​ແຫ່ງ​ອິດສະຣາເອນ​ໄດ້​ຈັບ​ກະສັດ​ອາມາຊີຢາ​ແຫ່ງ​ຢູດາຍ​ລູກຊາຍ​ຂອງ​ໂຢອາດ​ຫຼານຊາຍ​ຂອງ​ອາຮາຊີຢາ​ທີ່​ເບັດເຊເມດ​ໄປ​ເປັນ​ຊະເລີຍ; ແລ້ວ​ກໍ​ບຸກໜ້າ​ເຂົ້າ​ໄປ​ຈົນເຖິງ​ນະຄອນ​ເຢຣູຊາເລັມ ແລະ​ທຳລາຍ​ກຳແພງ​ເມືອງ ຕັ້ງແຕ່​ປະຕູ​ເອຟຣາອິມ​ຈົນເຖິງ​ປະຕູແຈ​ຂອງ​ກຳແພງ ເປັນ​ໄລຍະ​ຍາວ​ເກືອບ​ສອງຮ້ອຍ​ແມັດ.

14 ເພິ່ນ​ໄດ້​ຢຶດເອົາ​ເງິນ​ແລະ​ຄຳ​ທັງໝົດ​ທີ່​ເພິ່ນ​ພົບ​ເຫັນ ເຄື່ອງໃຊ້​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ​ແລະ​ຊັບສົມບັດ​ທັງໝົດ​ໃນ​ຣາຊວັງ ແລະ​ຂົນ​ເຄື່ອງ​ເຫຼົ່ານີ້​ເມືອ​ນະຄອນ​ຊາມາເຣຍ. ເພິ່ນ​ຍັງ​ໄດ້​ຈັບ​ເອົາ​ຄົນ​ໄປ​ເປັນ​ຕົວປະກັນ​ດ້ວຍ.

15 ສິ່ງ​ອື່ນ​ທີ່​ກະສັດ​ເຢໂຮອາດ​ໄດ້​ກະທຳ ຕະຫລອດ​ທັງ​ວິລະກຳ​ໃນ​ການ​ເຮັດ​ເສິກ​ກັບ​ເຈົ້າ​ອາມາຊີຢາ​ກະສັດ​ແຫ່ງ​ຢູດາຍ ແມ່ນ​ໄດ້​ຖືກ​ບັນທຶກ​ໄວ້​ໃນ ປື້ມ​ປະຫວັດສາດ​ຂອງ​ບັນດາ​ກະສັດ​ແຫ່ງ​ອິດສະຣາເອນ.

16 ກະສັດ​ເຢໂຮອາດ​ໄດ້​ຕາຍໄປ ແລະ​ຖືກ​ຝັງ​ໄວ້​ໃນ​ອຸບມຸງ​ຂອງ​ກະສັດ​ທີ່​ນະຄອນ​ຊາມາເຣຍ. ແລ້ວ​ເຈົ້າ​ເຢໂຣໂບອາມ​ທີ​ສອງ ລູກຊາຍ​ຂອງ​ເພິ່ນ​ກໍ​ຂຶ້ນ​ເປັນ​ກະສັດ​ປົກຄອງ​ແທນ.


ກະສັດ​ອາມາຊີຢາ ແຫ່ງ​ຢູດາຍ​ຕາຍ
( 2 ຂຄ 25:25-28 )

17 ຫລັງຈາກ​ທີ່​ເຈົ້າ​ເຢໂຮອາດ​ລູກຊາຍ​ຂອງ​ເຢໂຮອາຮາດ ກະສັດ​ແຫ່ງ​ອິດສະຣາເອນ​ໄດ້​ຕາຍໄປ​ແລ້ວ; ເຈົ້າ​ອາມາຊີຢາ​ລູກຊາຍ​ຂອງ​ໂຢອາດ ກະສັດ​ແຫ່ງ​ຢູດາຍ​ກໍ​ມີ​ຊີວິດ​ຢູ່​ຕໍ່ໄປ​ອີກ​ສິບຫ້າ​ປີ.

18 ສິ່ງ​ອື່ນ​ທີ່​ເຈົ້າ​ອາມາຊີຢາ​ໄດ້​ກະທຳ ແມ່ນ​ໄດ້​ຖືກ​ບັນທຶກ​ໄວ້​ໃນ ປື້ມ​ປະຫວັດສາດ​ຂອງ​ບັນດາ​ກະສັດ​ແຫ່ງ​ຢູດາຍ.

19 ແລ້ວ​ກໍ​ມີ​ການ​ປອງຮ້າຍ​ຂຶ້ນ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ ເພື່ອ​ລອບ​ສັງຫານ​ເຈົ້າ​ອາມາຊີຢາ. ເພິ່ນ​ໄດ້​ປົບໜີໄປ​ທີ່​ເມືອງ​ລາກິດ ແຕ່​ພວກ​ສັດຕູ​ໄດ້​ໄລ່ຕາມ​ໄປ​ທັນ​ຈຶ່ງ​ຂ້າ​ເພິ່ນ​ເສຍ​ໃນ​ທີ່ນັ້ນ.

20 ພວກເຂົາ​ເອົາ​ຊາກສົບ​ຂອງ​ເພິ່ນ​ໃສ່​ຫລັງ​ມ້າ​ກັບຄືນ​ມາ​ສູ່​ນະຄອນ​ເຢຣູຊາເລັມ ແລະ​ຝັງ​ໄວ້​ໃນ​ອຸບມຸງ​ແຫ່ງ​ກະສັດ​ທີ່​ເມືອງ​ຂອງ​ດາວິດ.

21 ປະຊາຊົນ​ຊາວ​ຢູດາຍ​ທັງໝົດ​ຈຶ່ງ​ສວມ​ມົງກຸດ​ໃຫ້​ອາຊາຣີຢາ​ລູກຊາຍ​ຂອງ​ເພິ່ນ​ຜູ້​ທີ່​ມີ​ອາຍຸ​ສິບຫົກ​ປີ​ຂຶ້ນ​ເປັນ​ກະສັດ.

22 ກະສັດ​ອາຊາຣີຢາ​ໄດ້​ຕີ​ເອົາ​ເມືອງ​ເອລາດ​ຄືນ​ມາ​ໄດ້ ແລະ​ສ້າງ​ເມືອງ​ນີ້​ຂຶ້ນ​ໃໝ່ ຫລັງຈາກ​ທີ່​ພໍ່​ຂອງ​ເພິ່ນ​ຕາຍໄປ​ແລ້ວ.


ກະສັດ​ເຢໂຣໂບອາມ​ທີ​ສອງ​ແຫ່ງ​ອິດສະຣາເອນ

23 ໃນ​ຣາຊການ​ປີ​ທີ​ສິບຫ້າ​ຂອງ​ເຈົ້າ​ອາມາຊີຢາ​ລູກຊາຍ​ຂອງ​ເຈົ້າ​ໂຢອາດ​ກະສັດ​ແຫ່ງ​ຢູດາຍ; ເຈົ້າ​ເຢໂຣໂບອາມ​ລູກຊາຍ​ຂອງ​ເຈົ້າ​ເຢໂຮອາດ​ໄດ້​ຂຶ້ນ​ເປັນ​ກະສັດ​ແຫ່ງ​ອິດສະຣາເອນ ແລະ​ປົກຄອງ​ຢູ່​ທີ່​ນະຄອນ​ຊາມາເຣຍ​ເປັນ​ເວລາ​ສີ່ສິບເອັດ​ປີ.

24 ເພິ່ນ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ ໂດຍ​ນຳ​ຕາມ​ແບບຢ່າງ​ອັນ​ຊົ່ວຮ້າຍ​ຂອງ​ເຈົ້າ​ເຢໂຣໂບອາມ​ລູກຊາຍ​ຂອງ​ເນບັດ​ກະສັດ​ຄົນ​ກ່ອນ ທີ່​ເປັນ​ຜູ້ນຳ​ອານາຈັກ​ອິດສະຣາເອນ​ເຮັດ​ບາບ.

25 ກະສັດ​ເຢໂຣໂບອາມ​ທີສອງ​ໄດ້​ຢຶດເອົາ​ເຂດແດນ​ທັງໝົດ ທີ່​ເປັນ​ຂອງ​ຊາວ​ອິດສະຣາເອນ​ຄືນ ຕັ້ງແຕ່​ທາງ​ຜ່ານ​ຊ່ອງແຄບ​ຮາມັດ​ຢູ່​ທາງເໜືອ ຈົນເຖິງ​ທະເລ​ໃນ​ອາຣາບາ. ເຫດການ​ນີ້​ເປັນ​ໄປ​ຕາມ​ຖ້ອຍຄຳ​ທີ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ໄດ້​ກ່າວ​ໄວ້ ຜ່ານ​ທາງ​ຜູ້ຮັບໃຊ້​ຂອງ​ພຣະອົງ ຄື​ຜູ້ທຳນວາຍ​ໂຢນາ ລູກຊາຍ​ຂອງ​ອາມິດໄຕ ຊາວ​ເມືອງກາດ​ເຮເຟ.

26 ພຣະເຈົ້າຢາເວ​ໄດ້​ເຫັນ​ຊາວ​ອິດສະຣາເອນ​ເດືອດຮ້ອນ ຢ່າງ​ທົນທຸກ​ໜັກ ແລະ​ບໍ່ມີ​ໃຜ​ຊ່ວຍເຫລືອ​ພວກເຂົາ.

27 ແຕ່​ພຣະເຈົ້າຢາເວ​ບໍ່​ປະສົງ​ຈະ​ທຳລາຍ​ອານາຈັກ​ອິດສະຣາເອນ ໃຫ້​ສູນສິ້ນ​ຕະຫລອດໄປ. ດັ່ງນັ້ນ ພຣະອົງ​ຈຶ່ງ​ຊ່ວຍກູ້​ເອົາ​ພວກເຂົາ​ໄວ້ ຜ່ານ​ທາງ​ກະສັດ​ເຢໂຣໂບອາມ​ທີສອງ​ນີ້.

28 ສິ່ງ​ອື່ນ​ທີ່​ກະສັດ​ເຢໂຣໂບອາມ​ທີສອງ​ໄດ້​ກະທຳ ພ້ອມ​ທັງ​ວິລະກຳ​ໃນ​ສະໜາມຮົບ ແລະ​ການຕີ​ເອົາ​ເມືອງ​ດາມັສກັດ​ແລະ​ເມືອງ​ຮາມັດ ຄືນ​ມາ​ເປັນ​ຂອງ​ອານາຈັກ​ອິດສະຣາເອນ ແມ່ນ​ໄດ້​ຖືກ​ບັນທຶກ​ໄວ້​ໃນ ປື້ມ​ປະຫວັດສາດ​ຂອງ​ບັນດາ​ກະສັດ​ແຫ່ງ​ອິດສະຣາເອນ.

29 ກະສັດ​ເຢໂຣໂບອາມ​ໄດ້​ຕາຍໄປ ແລະ​ຊາກສົບ​ຂອງ​ເພິ່ນ​ໄດ້​ຖືກ​ຝັງ​ໄວ້​ໃນ​ອຸບມຸງ​ຂອງ​ກະສັດ. ແລ້ວ​ເຈົ້າເຊກາຣີຢາ ລູກຊາຍ​ຂອງ​ເພິ່ນ​ກໍ​ຂຶ້ນ​ເປັນ​ກະສັດ​ປົກຄອງ​ແທນ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan