Biblia Todo Logo
Bìoball air-loidhne

- Sanasan -

2 ກະສັດ 13 - ພຣະຄຳພີສັກສິ


ກະສັດ​ເຢໂຮອາຮາດ​ແຫ່ງ​ອິດສະຣາເອນ

1 ໃນ​ຣາຊການ​ປີ​ທີ​ຊາວສາມ​ຂອງ​ເຈົ້າ​ໂຢອາດ ລູກຊາຍ​ຂອງ​ເຈົ້າ​ອາຮາຊີຢາ​ກະສັດ​ແຫ່ງ​ຢູດາຍ; ເຢໂຮອາຮາດ ລູກຊາຍ​ຂອງ​ເຢຮູ​ໄດ້​ຂຶ້ນ​ເປັນ​ກະສັດ​ແຫ່ງ​ອິດສະຣາເອນ ແລະ​ໄດ້​ປົກຄອງ​ຢູ່​ທີ່​ນະຄອນ​ຊາມາເຣຍ​ເປັນ​ເວລາ​ສິບເຈັດ​ປີ.

2 ເພິ່ນ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ ແລະ​ນຳພາ​ຊາວ​ອິດສະຣາເອນ​ຕົກ​ໃນ​ບາບ​ດັ່ງ​ເຈົ້າ​ເຢໂຣໂບອາມ​ລູກຊາຍ​ຂອງ​ເນບັດ​ກະສັດ​ຜູ້ປົກຄອງ​ມາ​ກ່ອນ; ເພິ່ນ​ບໍ່​ຢຸດຢັ້ງ​ກະທຳ​ໃນ​ສິ່ງ​ທີ່​ຊົ່ວຊ້າ.

3 ສະນັ້ນ ພຣະເຈົ້າຢາເວ​ຈຶ່ງ​ໂກດຮ້າຍ​ຊາວ​ອິດສະຣາເອນ ແລະ​ປ່ອຍ​ໃຫ້​ກະສັດ​ຮາຊາເອນ​ແຫ່ງ​ຊີເຣຍ ແລະ​ກະສັດ​ເບັນຮາດາດ​ລູກຊາຍ​ຂອງ​ເພິ່ນ ຊະນະ​ອານາຈັກ​ອິດສະຣາເອນ​ຕະຫລອດ​ມາ.

4 ແລ້ວ​ກະສັດ​ເຢໂຮອາຮາດ​ກໍ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ; ແລະ​ພຣະເຈົ້າຢາເວ​ໄດ້​ຫລິງເຫັນ​ເຖິງ​ກະສັດ​ຊີເຣຍ​ກົດຂີ່​ຊາວ​ອິດສະຣາເອນ​ຢ່າງໜັກ ຈຶ່ງ​ຕອບ​ຄຳພາວັນນາ​ອະທິຖານ​ຂອງເພິ່ນ.

5 ພຣະເຈົ້າຢາເວ​ໄດ້​ສົ່ງ​ຜູ້ນຳ​ຄົນ​ໜຶ່ງ​ມາ​ໃຫ້​ອານາຈັກ​ອິດສະຣາເອນ ເພື່ອ​ປົດປ່ອຍ​ພວກເຂົາ​ອອກ​ຈາກ​ກຳມື​ຂອງ​ຊາວ​ຊີເຣຍ. ດັ່ງນັ້ນ ຊາວ​ອິດສະຣາເອນ​ຈຶ່ງ​ຢູ່​ຢ່າງ​ສະຫງົບສຸກ​ເໝືອນດັ່ງ​ແຕ່​ກ່ອນ.

6 ແຕ່​ພວກເຂົາ​ຍັງ​ບໍ່​ເຊົາ​ເຮັດ​ການບາບ ຊຶ່ງ​ກະສັດ​ເຢໂຣໂບອາມ​ໄດ້​ນຳພາ​ຊາວ​ອິດສະຣາເອນ​ເຮັດ ພວກເຂົາ​ໄດ້​ສືບຕໍ່ ເຮັດ​ບາບ​ຢູ່​ເລື້ອຍ ແລະ​ຮູບ​ເຈົ້າແມ່​ອາເຊຣາ​ກໍ​ຍັງ​ຢູ່​ໃນ​ນະຄອນ​ຊາມາເຣຍ.

7 ກະສັດ​ເຢໂຮອາຮາດ​ບໍ່ມີ​ກຳລັງ​ທະຫານ​ເຫຼືອ​ຢູ່​ເລີຍ ນອກຈາກ​ທະຫານ​ມ້າ​ຫ້າສິບ​ຄົນ, ລົດຮົບ​ສິບ​ຄັນ ແລະ​ທະຫານ​ລາບ​ສິບພັນ​ຄົນ ເພາະ​ກະສັດ​ແຫ່ງ​ຊີເຣຍ​ໄດ້​ຢຽບຢໍ່າ​ທຳລາຍ​ພວກເຂົາ​ຖິ້ມ​ດັ່ງ​ຢຽບ​ຂີ້ຝຸ່ນ​ດິນ.

8 ສິ່ງ​ອື່ນ​ທີ່​ກະສັດ​ເຢໂຮອາຮາດ​ໄດ້​ກະທຳ ພ້ອມ​ທັງ​ເລື່ອງ​ຄວາມ​ອົງອາດ​ກ້າຫານ​ຂອງ​ເພິ່ນ​ແມ່ນ​ໄດ້​ຖືກ​ບັນທຶກ​ໄວ້​ໃນ ປື້ມ​ປະຫວັດສາດ​ຂອງ​ບັນດາ​ກະສັດ​ແຫ່ງ​ອິດສະຣາເອນ.

9 ເພິ່ນ​ໄດ້​ຕາຍໄປ​ແລະ​ໄດ້​ຖືກ​ຝັງ​ໄວ້​ທີ່​ນະຄອນ​ຊາມາເຣຍ. ແລ້ວ​ເຈົ້າ​ເຢໂຮອາດ ລູກຊາຍ​ຂອງ​ເພິ່ນ​ກໍ​ຂຶ້ນ​ເປັນ​ກະສັດ​ປົກຄອງ​ແທນ.


ກະສັດ​ເຢໂຮອາດ​ແຫ່ງ​ອິດສະຣາເອນ

10 ໃນ​ຣາຊການ​ປີ​ທີ​ສາມສິບເຈັດ ຂອງ​ເຈົ້າ​ໂຢອາດ​ກະສັດ​ແຫ່ງ​ຢູດາຍ; ເຈົ້າ​ເຢໂຮອາດ ລູກຊາຍ​ຂອງ​ເຈົ້າ​ເຢໂຮອາຮາດ​ໄດ້​ຂຶ້ນ​ເປັນ​ກະສັດ​ແຫ່ງ​ອິດສະຣາເອນ. ເພິ່ນ​ໄດ້​ປົກຄອງ​ຢູ່​ທີ່​ນະຄອນ​ຊາມາເຣຍ​ເປັນ​ເວລາ​ສິບຫົກ​ປີ.

11 ເພິ່ນ​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ​ເຊັ່ນກັນ ແລະ​ໄດ້​ຕິດຕາມ​ແບບຢ່າງ​ອັນ​ຊົ່ວຮ້າຍ​ຂອງ​ກະສັດ​ເຢໂຣໂບອາມ​ລູກຊາຍ​ຂອງ​ເນບັດ ຜູ້​ທີ່​ໄດ້​ນຳ​ອານາຈັກ​ອິດສະຣາເອນ​ເຮັດ​ບາບ.

12 ສິ່ງ​ອື່ນ​ທີ່​ກະສັດ​ເຢໂຮອາດ​ໄດ້​ກະທຳ ຕະຫລອດ​ທັງ​ວິລະກຳ​ໃນ​ການ​ຕໍ່ສູ້​ກັບ​ກະສັດ​ອາມາຊີຢາ​ແຫ່ງ​ຢູດາຍ ແມ່ນ​ໄດ້​ຖືກ​ບັນທຶກ​ໄວ້​ໃນ ປື້ມ​ປະຫວັດສາດ​ຂອງ​ບັນດາ​ກະສັດ​ແຫ່ງ​ອິດສະຣາເອນ.

13 ກະສັດ​ເຢໂຮອາດ​ໄດ້​ຕາຍໄປ ແລະ​ໄດ້​ຖືກ​ຝັງ​ໄວ້​ໃນ​ອຸບມຸງ​ຂອງ​ກະສັດ​ທີ່​ນະຄອນ​ຊາມາເຣຍ. ແລ້ວ​ເຈົ້າ​ເຢໂຣໂບອາມ​ທີ​ສອງ ລູກຊາຍ​ຂອງ​ເພິ່ນ​ກໍ​ຂຶ້ນ​ເປັນ​ກະສັດ​ປົກຄອງ​ແທນ.


ເອລີຊາ​ຕາຍ

14 ຜູ້ທຳນວາຍ​ເອລີຊາ​ໄດ້​ປ່ວຍ​ດ້ວຍ​ພະຍາດ​ອັນ​ຮ້າຍແຮງ. ໃນ​ຂະນະທີ່​ເພິ່ນ​ນອນ​ຄອຍ​ຂາດໃຈ​ຕາຍ​ຢູ່ນັ້ນ ເຈົ້າ​ເຢໂຮອາດ​ກະສັດ​ແຫ່ງ​ອິດສະຣາເອນ​ກໍ​ມາ​ຢ້ຽມ​ເພິ່ນ. ກະສັດ​ຮ້ອງໄຫ້ ແລະ​ທັງ​ເວົ້າ​ວ່າ, “ພໍ່ເອີຍ ພໍ່ເອີຍ ພໍ່​ຜູ້​ເປັນ​ກຳລັງ​ປ້ອງກັນ​ອັນ​ເຂັ້ມແຂງ​ຂອງ​ອິດສະຣາເອນ​ເອີຍ.”

15 ເອລີຊາ​ໄດ້​ສັ່ງ​ກະສັດ​ເຢໂຮອາດ​ວ່າ, “ເອົາ​ໜ້າທະນູ ແລະ​ລູກສອນ​ມາ​ນີ້.” ກະສັດ​ກໍ​ປະຕິບັດ​ຕາມ.

16 ແລ້ວ​ເອລີຊາ​ກໍ​ບອກ​ໃຫ້​ເພິ່ນ​ຕຽມ​ຍິງ. ກະສັດ​ໄດ້​ເຮັດ​ຕາມ ເອລີຊາ​ເອົາ​ມື​ຂອງ​ເພິ່ນ​ວາງ​ທີ່​ເທິງ​ມື​ຂອງ​ກະສັດ.

17 ກະສັດ​ເປີດ​ປ່ອງຢ້ຽມ​ທາງ​ດ້ານ​ຊີເຣຍ​ອອກ​ຕາມ​ຄຳແນະນຳ​ຂອງ​ຜູ້ທຳນວາຍ. ເອລີຊາ​ສັ່ງ​ວ່າ, “ຈົ່ງ​ຍິງ​ທະນູ​ອອກ​ໄປ.” ພໍ​ກະສັດ​ຍິງ​ທະນູ​ອອກ​ໄປ ຜູ້ທຳນວາຍ​ກໍ​ຮ້ອງ​ຂຶ້ນ​ວ່າ, “ທ່ານ​ເປັນ​ລູກທະນູ​ຂອງ​ພຣະເຈົ້າຢາເວ ຜູ້​ທີ່​ຈະ​ຕີ​ຊະນະ​ຊີເຣຍ. ທ່ານ​ຈະ​ຕໍ່ສູ້​ຊາວ​ຊີເຣຍ​ທີ່​ອາເຟັກ​ຈົນ​ຊະນະ​ພວກເຂົາ.”

18 ແລ້ວ​ເອລີຊາ​ກໍໄດ້​ສັ່ງ​ກະສັດ​ໃຫ້​ເອົາ​ລູກທະນູ​ອອກ​ມາ​ຕີ​ພື້ນດິນ. ກະສັດ​ເອົາ​ລູກທະນູ​ຕີ​ພື້ນດິນ​ສາມ​ເທື່ອ​ແລ້ວ​ກໍ​ຢຸດ.

19 ເອລີຊາ​ໃຈຮ້າຍ​ໃຫ້​ກະສັດ ແລະ​ເວົ້າ​ວ່າ, “ທ່ານ​ຄວນ​ຕີ​ເຖິງ​ຫ້າ ຫລື​ຫົກ​ເທື່ອ ທ່ານ​ຈຶ່ງ​ຈະ​ຕີ​ຊະນະ​ຊາວ​ຊີເຣຍ​ຢ່າງ​ສິ້ນເຊີງ; ແຕ່​ບັດນີ້​ທ່ານ​ຈະ​ຊະນະ​ພວກເຂົາ​ໄດ້​ພຽງແຕ່​ສາມ​ຄັ້ງ​ເທົ່ານັ້ນ.”

20 ເອລີຊາ​ໄດ້​ຕາຍໄປ​ແລະ​ໄດ້​ຖືກ​ຝັງ​ໄວ້. ແຕ່ລະປີ ຊາວ​ໂມອາບ​ໄດ້​ບຸກລຸກ​ດິນແດນ​ຂອງ​ຊາດ​ອິດສະຣາເອນ.

21 ແຕ່​ມີ​ຄັ້ງໜຶ່ງ ໃນ​ພິທີ​ຝັງ​ຊາກສົບ ຄົນ​ທີ່​ໄປ​ຝັງສົບ​ໄດ້​ເຫັນ​ກອງ​ໂຈນ​ໂມອາບ​ໝວດ​ໜຶ່ງ ພວກເຂົາ​ຈຶ່ງ​ໂຍນ​ຊາກສົບ​ລົງ​ໄປ​ໃນ​ອຸບມຸງ​ຂອງ​ເອລີຊາ ແລະ​ແລ່ນ​ປົບໜີໄປ. ພໍ​ສົບ​ນັ້ນ​ໄປ​ຖືກ​ກະດູກ​ຂອງ​ເອລີຊາ ຊາຍ​ຜູ້ຕາຍ​ກໍ​ເປັນ​ຄືນ​ມາ​ສູ່​ຊີວິດ ແລະ​ລຸກ​ຢືນ​ຂຶ້ນ.


ເສິກ​ລະຫວ່າງ​ອິດສະຣາເອນ​ແລະ​ຊີເຣຍ

22 ກະສັດ​ຮາຊາເອນ​ແຫ່ງ​ຊີເຣຍ​ໄດ້​ກົດຂີ່​ຊາວ​ອິດສະຣາເອນ ຕະຫລອດ​ຣາຊການ​ຂອງ​ກະສັດ​ເຢໂຮອາຮາດ.

23 ແຕ່​ພຣະເຈົ້າຢາເວ​ຍັງ​ເມດຕາປານີ​ພວກເຂົາ. ພຣະອົງ​ບໍ່​ຍອມ​ໃຫ້​ພວກເຂົາ​ຖືກ​ທຳລາຍ​ແຕ່​ໄດ້​ຊ່ວຍເຫລືອ​ພວກເຂົາ​ໄວ້ ເພາະ​ພຣະອົງ​ໄດ້​ເຮັດ​ພັນທະສັນຍາ​ໄວ້​ກັບ​ອັບຣາຮາມ, ອີຊາກ ແລະ​ຢາໂຄບ. ພຣະອົງ​ບໍ່ໄດ້​ລືມໄລ​ປະຊາຊົນ​ຂອງ​ພຣະອົງ​ເລີຍ.

24 ເມື່ອ​ເຈົ້າ​ຮາຊາເອນ ກະສັດ​ແຫ່ງ​ຊີເຣຍ​ໄດ້​ຕາຍໄປ​ແລ້ວ; ເບັນຮາດາດ ລູກຊາຍ​ຂອງ​ເພິ່ນ​ກໍ​ຂຶ້ນ​ເປັນ​ກະສັດ​ປົກຄອງ​ແທນ.

25 ແລ້ວ​ເຈົ້າ​ເຢໂຮອາດ​ລູກຊາຍ​ຂອງ​ເຈົ້າ​ເຢໂຮອາຮາດ ກໍໄດ້​ຊະນະ​ເຈົ້າ​ເບັນຮາດາດ​ລູກຊາຍ​ຂອງ​ເຈົ້າ​ຮາຊາເອນ​ສາມ​ຄັ້ງ​ທັງ​ຢຶດເອົາ​ເມືອງ​ຕ່າງໆ​ຂອງ​ອິດສະຣາເອນ​ຄືນ​ໄດ້ ຊຶ່ງ​ກະສັດ​ເບັນຮາດາດ​ໄດ້​ຢຶດ​ໄປ ໃນ​ຣາຊການ​ຂອງ​ກະສັດ​ເຢໂຮອາຮາດ​ພໍ່​ຂອງ​ເພິ່ນ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan