2 ກະສັດ 12 - ພຣະຄຳພີສັກສິກະສັດໂຢອາດແຫ່ງຢູດາຍ ( 2 ຂຄ 24:1-16 ) 1 ໃນຣາຊການປີທີເຈັດຂອງເຈົ້າເຢຮູ ກະສັດແຫ່ງອິດສະຣາເອນ ເຈົ້າໂຢອາດໄດ້ຂຶ້ນເປັນກະສັດແຫ່ງຢູດາຍ ແລະໄດ້ປົກຄອງຢູ່ທີ່ນະຄອນເຢຣູຊາເລັມເປັນເວລາສີ່ສິບປີ. ແມ່ຂອງເພິ່ນຊື່ວ່າ ຊີບີຢາ ຊາວເມືອງເບເອນເຊບາ. 2 ເພິ່ນໄດ້ເຮັດໃນສິ່ງທີ່ພຣະເຈົ້າຢາເວພໍໃຈຕະຫລອດຊົ່ວຊີວິດຂອງເພິ່ນ ເພາະມີປະໂຣຫິດເຢໂຮຍອາດາເປັນຜູ້ແນະນຳເພິ່ນ. 3 ແຕ່ເຖິງຢ່າງໃດກໍຕາມ ສະຖານທີ່ຂາບໄຫວ້ຂອງຄົນຕ່າງຊາດຍັງບໍ່ໄດ້ຖືກທຳລາຍເທື່ອ ແລະປະຊາຊົນກໍຍັງສືບຕໍ່ຖວາຍເຄື່ອງບູຊາ ແລະເຜົາເຄື່ອງຫອມຢູ່ທີ່ນັ້ນ. 4 ແລ້ວກະສັດໂຢອາດກໍໄດ້ເອີ້ນພວກປະໂຣຫິດມາພົບ ແລະໄດ້ສັ່ງພວກເຂົາໃຫ້ທ້ອນໂຮມເອົາເງິນ ທີ່ຄົນໄດ້ຈ່າຍຄ່າເຄື່ອງຖວາຍບູຊາໃນວິຫານຂອງພຣະເຈົ້າຢາເວຕາມທຳນຽມ ພ້ອມທັງຈ່າຍຄ່າເຄື່ອງຖວາຍບູຊາເປັນປະຈຳ ແລະເງິນທີ່ປະຊາຊົນໄດ້ນຳມາຖວາຍຕາມໃຈສະໝັກໃນວິຫານຂອງພຣະເຈົ້າຢາເວ. 5 ປະໂຣຫິດແຕ່ລະຄົນຕ້ອງໄດ້ຮັບຜິດຊອບເງິນ ຊຶ່ງໄດ້ຮັບຈາກຜູ້ທີ່ພວກຕົນທຳພິທີໃຫ້ ແລະໃຫ້ນຳເງິນເຫຼົ່ານີ້ໄປສ້ອມແປງພຣະວິຫານຕາມຄວາມຈຳເປັນ. 6 ແຕ່ພວກປະໂຣຫິດບໍ່ໄດ້ສ້ອມແປງພຣະວິຫານບ່ອນໃດໝົດ ຕະຫລອດເວລາຊາວສາມປີ ໃນຣາຊການຂອງກະສັດໂຢອາດ. 7 ດັ່ງນັ້ນ ກະສັດໂຢອາດຈຶ່ງເອີ້ນປະໂຣຫິດເຢໂຮຍອາດາແລະປະໂຣຫິດຄົນອື່ນໆມາ ຖາມວ່າ, “ເປັນຫຍັງພວກທ່ານຈຶ່ງບໍ່ສ້ອມແປງພຣະວິຫານ? ຕັ້ງແຕ່ເວລານີ້ຕໍ່ໄປ ພວກທ່ານຢ່າເກັບເງິນທີ່ພວກທ່ານໄດ້ຮັບມານັ້ນໄວ້, ແຕ່ຈົ່ງມອບເງິນນັ້ນໃຫ້ຕໍ່ໄປ ເພື່ອຈະໄດ້ນຳໄປໃຊ້ໃນການສ້ອມແປງພຣະວິຫານ.” 8 ພວກປະໂຣຫິດຕົກລົງເຫັນພ້ອມ ແລະຍັງຕົກລົງທີ່ຈະສ້ອມແປງພຣະວິຫານດ້ວຍ. 9 ແລ້ວປະໂຣຫິດເຢໂຮຍອາດາກໍເອົາຫີບໜ່ວຍໜຶ່ງມາເຈາະຮູໃສ່ຝາຫີບ ແລະນຳເອົາໄປວາງໄວ້ໃກ້ກັບແທ່ນບູຊາຢູ່ເບື້ອງຂວາທາງເຂົ້າວິຫານຂອງພຣະເຈົ້າຢາເວ. ພວກປະໂຣຫິດຜູ້ມີໜ້າທີ່ຢູ່ທາງເຂົ້ານັ້ນ ໄດ້ເອົາເງິນທັງໝົດຂອງພວກທີ່ນຳມາວິຫານຂອງພຣະເຈົ້າຢາເວໃສ່ໄວ້ໃນຫີບ. 10 ເມື່ອເງິນເຕັມຫີບແລ້ວ ເລຂາທິການແລະມະຫາປະໂຣຫິດ ກໍເອົາເງິນນັ້ນໄປຫລອມແລະຊັ່ງເບິ່ງ. 11 ຫລັງຈາກຈົດຈຳນວນເງິນຕາມອັດຕາແລ້ວ ພວກເຂົາກໍໄດ້ມອບເງິນຈຳນວນນັ້ນໃຫ້ພວກທີ່ກຳກັບວຽກການໃນວິຫານຂອງພຣະເຈົ້າຢາເວ. ເງິນສ່ວນນີ້ເປັນຄ່າຈ່າຍໃຫ້ພວກຊ່າງໄມ້, ພວກກໍ່ສ້າງ, ຜູ້ທີ່ເຮັດວຽກໃນວິຫານຂອງພຣະເຈົ້າຢາເວ, 12 ພວກຊ່າງກໍ່ດິນເຜົາ ແລະພວກຊ່າງຕັດຫີນ ເພື່ອໃຫ້ຊື້ໄມ້ ແລະຫີນສຳລັບໃຊ້ໃນການສ້ອມແປງວິຫານຂອງພຣະເຈົ້າຢາເວ ແລະຈ່າຍໃນສິ່ງທີ່ຈຳເປັນສຳລັບພຣະວິຫານ. 13 ສ່ວນເງິນທີ່ນຳມາຖວາຍໃນວິຫານຂອງພຣະເຈົ້າຢາເວ ພວກເຂົາບໍ່ໄດ້ໃຊ້ໃນການຈ່າຍສຳລັບຄ່າເຮັດຈອກ, ຖ້ວຍ, ແກ, ມີດຕັດສຳລັບຕັດໄສ້ຕະກຽງ ຫລືເຄື່ອງໃຊ້ອື່ນໆທີ່ເປັນເງິນຫລືຄຳ. 14 ແຕ່ພວກເຂົາໄດ້ນຳໄປໃຊ້ສະເພາະໃນການໃຊ້ຈ່າຍສຳລັບຄ່າແຮງງານ ແລະຊື້ວັດຖຸສຳລັບໃຊ້ໃນການສ້ອມແປງວິຫານຂອງພຣະເຈົ້າຢາເວ. 15 ພວກທີ່ກຳກັບວຽກງານນີ້ເປັນພວກທີ່ສັດຊື່ທີ່ສຸດ; ສະນັ້ນ ເພິ່ນຈຶ່ງບໍ່ຈຳເປັນໃຫ້ພວກເຂົາເຮັດບັນຊີການເງິນ. 16 ເງິນທີ່ໄດ້ມາຈາກເຄື່ອງຖວາຍໃນການຊຳລະຄືນ ແລະໄດ້ຈາກເຄື່ອງຖວາຍໃນການລຶບລ້າງບາບນັ້ນ ບໍ່ແມ່ນເງິນທີ່ນຳມາຖວາຍໃນວິຫານຂອງພຣະເຈົ້າຢາເວ; ເງິນສ່ວນນີ້ເປັນຂອງພວກປະໂຣຫິດ. 17 ໃນເວລານັ້ນ ກະສັດຮາຊາເອນແຫ່ງຊີເຣຍໄດ້ບຸກໂຈມຕີເມືອງກາດ ແລະໄດ້ຮັບໄຊຊະນະ ແລ້ວເພິ່ນກໍຕັດສິນໃຈໂຈມຕີນະຄອນເຢຣູຊາເລັມ. 18 ກະສັດໂຢອາດແຫ່ງຢູດາຍໄດ້ເກັບເອົາເຄື່ອງຖວາຍທັງໝົດ ທີ່ບັນດາກະສັດຄົນກ່ອນໄດ້ອຸທິດຖວາຍແກ່ວິຫານຂອງພຣະເຈົ້າຢາເວ. ເຄື່ອງເຫຼົ່ານັ້ນມີດັ່ງນີ້: ເຄື່ອງຖວາຍຈາກກະສັດເຢໂຮຊາຟັດ, ຈາກກະສັດເຢໂຮຣາມ ແລະຈາກກະສັດອາຮາຊີຢາພ້ອມທັງເຄື່ອງຖວາຍຂອງເພິ່ນເອງ ແລະຄຳທັງໝົດທີ່ມີໃນຄັງຂອງພຣະວິຫານແລະມີໃນຣາຊວັງ. ແລ້ວເພິ່ນກໍສົ່ງເຄື່ອງທັງໝົດນັ້ນໄປເປັນຂອງຂວັນໃຫ້ແກ່ກະສັດຮາຊາເອນ ເພື່ອໃຫ້ຍົກທັບຂອງເພິ່ນຖອຍໜີໄປຈາກນະຄອນເຢຣູຊາເລັມ. 19 ສິ່ງອື່ນໆທີ່ກະສັດໂຢອາດໄດ້ກະທຳ ແມ່ນໄດ້ຖືກບັນທຶກໄວ້ໃນປື້ມປະຫວັດສາດຂອງບັນດາກະສັດແຫ່ງຢູດາຍ. 20-21 ບັນດາຂ້າຣາຊການຂອງກະສັດໄດ້ວາງແຜນກະບົດຕໍ່ເພິ່ນ ແລ້ວມີສອງຄົນໃນພວກເຂົາ ຄືໂຢຊາການລູກຊາຍຂອງຊີເມອາດ ແລະເຢໂຮຊາບັດລູກຊາຍຂອງໂຊເມ ໄດ້ຂ້າກະສັດໂຢອາດຢູ່ໃນວັງ ທີ່ຖືກສ້າງຂຶ້ນໃນດິນແດນທາງທິດຕາເວັນອອກຂອງນະຄອນເຢຣູຊາເລັມ ຕາມເສັ້ນທາງໄປເມືອງສິນລາ. ຊາກສົບຂອງກະສັດໂຢອາດໄດ້ຖືກຝັງໄວ້ທີ່ອຸບມຸງແຫ່ງກະສັດ ໃນເມືອງຂອງດາວິດ. ແລ້ວເຈົ້າອາມາຊີຢາ ລູກຊາຍຂອງເພິ່ນກໍຂຶ້ນເປັນກະສັດປົກຄອງແທນ. |
@ 2012 United Bible Societies. All Rights Reserved.