Biblia Todo Logo
Bìoball air-loidhne

- Sanasan -

2 ກະສັດ 10 - ພຣະຄຳພີສັກສິ


ເຊື້ອສາຍ​ຂອງ​ກະສັດ​ອາຮາບ​ຖືກ​ຂ້າ

1 ກະສັດ​ອາຮາບ​ມີ​ລູກຫລານ​ເຈັດສິບ​ຄົນ ທີ່​ນະຄອນ​ຊາມາເຣຍ. ເຢຮູ​ໄດ້​ຂຽນ​ຈົດໝາຍ​ສົ່ງ​ໄປ​ຫາ​ບັນດາ​ຜູ້ປົກຄອງ​ເມືອງ, ບັນດາ​ຜູ້ນຳ​ປະຊາຊົນ ແລະ​ບັນດາ​ຜູ້​ເບິ່ງແຍງ​ລູກຫລານ​ຂອງ​ກະສັດ​ອາຮາບ. ຈົດໝາຍ​ນັ້ນ​ມີ​ເນື້ອຄວາມ​ດັ່ງນີ້:

2 “ພວກທ່ານ​ຜູ້​ມີ​ໜ້າທີ່​ເບິ່ງແຍງ​ລູກຫລານ​ຂອງ​ກະສັດ ພວກທ່ານ​ມີ​ພຽບພ້ອມ​ທັງ​ລົດຮົບ, ມ້າ, ອາວຸດ ແລະ​ເມືອງ​ຕ່າງໆ​ທີ່​ມີ​ປ້ອມ​ປ້ອງກັນ​ອັນ​ແໜ້ນໜາ. ດັ່ງນັ້ນ ເມື່ອ​ພວກທ່ານ​ໄດ້​ຮັບ​ຈົດໝາຍ​ນີ້​ແລ້ວ

3 ຂໍ​ໃຫ້​ພວກທ່ານ​ເລືອກເອົາ​ຜູ້ໜຶ່ງ ທີ່​ມີ​ຄຸນສົມບັດ​ດີ​ໃນ​ບັນດາ​ລູກຫລານ​ຂອງ​ກະສັດ, ແຕ່ງຕັ້ງ​ລາວ​ໃຫ້​ເປັນ​ກະສັດ ແລະ​ໃຫ້​ລາວ​ຕໍ່ສູ້​ເພື່ອ​ປ້ອງກັນ​ລາວ​ເອງ.”

4 ແລ້ວ​ພວກ​ຜູ້ປົກຄອງ​ນະຄອນ​ຊາມາເຣຍ​ຕ່າງ​ກໍ​ຢ້ານກົວ​ຫລາຍ ຈຶ່ງ​ເວົ້າ​ກັນ​ວ່າ, “ພວກເຮົາ​ຈະ​ຄັດຄ້ານ​ເຢຮູ​ໄດ້​ຢ່າງໃດ ໃນ​ເມື່ອ​ກະສັດ​ໂຢຣາມ ແລະ​ກະສັດ​ອາຮາຊີຢາ​ກໍ​ຍັງ​ຕໍ່ຕ້ານ​ລາວ​ບໍ່ໄດ້.”

5 ສະນັ້ນ ຂ້າຣາຊການ​ຜູ້​ກຳກັບ​ຣາຊວັງ ແລະ​ຂ້າຣາຊການ​ຜູ້ປົກຄອງ​ເມືອງ ພ້ອມ​ດ້ວຍ​ຜູ້ນຳ​ປະຊາຊົນ ແລະ​ພວກ​ຜູ້​ເບິ່ງແຍງ​ລູກຫລານ​ຂອງ​ກະສັດ ຈຶ່ງ​ສົ່ງ​ຂໍ້ຄວາມ​ໄປ​ຫາ​ເຢຮູ​ວ່າ, “ພວກ​ຂ້າພະເຈົ້າ​ເປັນ​ຜູ້ຮັບໃຊ້​ທ່ານ ແລະ​ພ້ອມແລ້ວ​ທີ່​ຈະ​ປະຕິບັດ​ຕາມ​ທຸກສິ່ງ​ທີ່​ທ່ານ​ສັ່ງ. ແຕ່​ພວກ​ຂ້າພະເຈົ້າ​ຈະ​ບໍ່​ແຕ່ງຕັ້ງ​ຜູ້ໃດ​ຜູ້ໜຶ່ງ​ໃຫ້​ເປັນ​ກະສັດ; ຈົ່ງ​ເຮັດ​ຕາມ​ທີ່​ທ່ານ​ເຫັນ​ວ່າ​ດີທີ່ສຸດ​ເຖີດ.”

6 ແລ້ວ​ເຢຮູ​ກໍໄດ້​ຂຽນ​ຈົດໝາຍ​ໄປ​ຫາ​ພວກ​ເຫຼົ່ານີ້​ອີກ​ວ່າ, “ຖ້າ​ພວກທ່ານ​ຢູ່​ຝ່າຍ​ຂ້າພະເຈົ້າ ແລະ​ພ້ອມ​ທີ່​ຈະ​ປະຕິບັດ​ຕາມ​ຄຳສັ່ງ, ມື້ອື່ນ​ໃນ​ເວລາ​ດຽວກັນ​ນີ້ ຂໍ​ໃຫ້​ເອົາ​ຫົວ​ພວກ​ລູກຫລານ​ກະສັດ​ອາຮາບ ມາ​ໃຫ້​ຂ້າພະເຈົ້າ​ທີ່​ເມືອງ​ຢິດຊະເຣນ​ນີ້.” ລູກຫລານ​ເຈັດສິບ​ຄົນ ຂອງ​ກະສັດ​ອາຮາບ​ຢູ່​ໃຕ້​ການ​ດູແລ​ເບິ່ງແຍງ ຂອງ​ບັນດາ​ຜູ້ນຳ​ຂອງ​ນະຄອນ​ຊາມາເຣຍ​ຜູ້​ລ້ຽງດູ​ພວກເຂົາ​ມາ​ຈົນ​ໃຫຍ່.

7 ເມື່ອ​ໄດ້​ຮັບ​ຈົດໝາຍ​ຂອງ​ເຢຮູ​ແລ້ວ, ບັນດາ​ຜູ້ນຳ​ນະຄອນ​ຊາມາເຣຍ​ກໍ​ຂ້າ​ລູກຫລານ​ຂອງ​ກະສັດ​ອາຮາບ​ທັງໝົດ​ເຈັດສິບ​ຄົນ, ເອົາ​ຫົວ​ພວກເຂົາ​ໃສ່​ກະຕ່າ ແລະ​ສົ່ງ​ໄປ​ໃຫ້​ເຢຮູ​ທີ່​ເມືອງ​ຢິດຊະເຣນ.

8 ເມື່ອ​ມີ​ຄົນ​ບອກ​ເຢຮູ​ວ່າ ຫົວ​ພວກ​ລູກຫລານ​ກະສັດ​ອາຮາບ​ຖືກ​ນຳ​ມາ​ຮອດ​ແລ້ວ ເພິ່ນ​ກໍ​ສັ່ງ​ໃຫ້​ເອົາ​ຫົວ​ເຫຼົ່ານັ້ນ​ກອງ​ຂຶ້ນ​ເປັນ​ສອງ​ກອງ​ທີ່​ປະຕູ​ເມືອງ ແລະ​ປະ​ໄວ້​ຢູ່​ຫັ້ນ​ຈົນເຖິງ​ມື້ອື່ນ​ເຊົ້າ.

9 ມື້ເຊົ້າມາ ເຢຮູ​ໄດ້​ໄປ​ທີ່​ປະຕູ​ເມືອງ ແລະ​ກ່າວ​ຕໍ່​ພວກ​ທີ່​ຢູ່​ໃນ​ບ່ອນ​ນັ້ນ​ວ່າ, “ຂ້າພະເຈົ້າ​ເອງ​ເປັນ​ຜູ້​ກະບົດ​ຕໍ່​ກະສັດ​ໂຢຣາມ ແລະ​ໄດ້​ຂ້າ​ເພິ່ນ; ພວກທ່ານ​ບໍ່ແມ່ນ​ຜູ້​ຮັບຜິດຊອບ​ໃນ​ເລື່ອງນີ້, ແຕ່​ແມ່ນ​ໃຜ​ທີ່​ຂ້າ​ຄົນ​ເຫຼົ່ານີ້?

10 ນີ້​ກໍ​ສະແດງ​ໃຫ້​ເຫັນ​ວ່າ​ທຸກ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ກ່ຽວກັບ​ພວກ​ລູກຫລານ​ຂອງ​ກະສັດ​ອາຮາບ​ໄດ້​ກາຍເປັນຈິງ. ພຣະເຈົ້າຢາເວ​ໄດ້​ເຮັດ​ຕາມ​ທີ່​ພຣະອົງ​ໄດ້​ກ່າວ​ໄວ້ ຜ່ານ​ທາງ​ເອລີຢາ​ຜູ້ຮັບໃຊ້​ຂອງ​ພຣະອົງ.”

11 ແລ້ວ​ເຢຮູ​ກໍໄດ້​ຂ້າ​ຍາດຕິພີ່ນ້ອງ​ຄົນອື່ນໆ​ທັງໝົດ​ຂອງ​ກະສັດ​ອາຮາບ​ທີ່​ຢູ່​ໃນ​ເມືອງ​ຢິດຊະເຣນ ທັງ​ຂ້າ​ພວກ​ນາຍ​ທະຫານ​ທຸກຄົນ, ໝູ່ເພື່ອນ​ທີ່​ໃກ້ຊິດ ແລະ​ພວກ​ປະໂຣຫິດ​ດ້ວຍ; ບໍ່ມີ​ໃຜ​ເຫຼືອ​ຢູ່​ເລີຍ.


ຍາດຕິພີ່ນ້ອງ​ຂອງ​ກະສັດ​ອາຮາຊີຢາ​ຖືກ​ຂ້າ

12 ຕໍ່ມາ ເຢຮູ​ກໍ​ອອກ​ຈາກ​ເມືອງ​ຢິດຊະເຣນ​ໄປ​ທີ່​ນະຄອນ​ຊາມາເຣຍ. ເມື່ອ​ຕາມ​ທາງ​ໄປ​ຮອດ​ບ່ອນ​ທີ່​ເອີ້ນ​ວ່າ, “ຄ້າຍ​ຜູ້ລ້ຽງແກະ.”

13 ເພິ່ນ​ກໍ​ພົບ​ພວກ​ຍາດຕິພີ່ນ້ອງ​ຂອງ​ກະສັດ​ອາຮາຊີຢາ​ແຫ່ງ​ຢູດາຍ ຈຶ່ງ​ຖາມ​ວ່າ, “ພວກເຈົ້າ​ແມ່ນ​ໃຜ?” ພວກເຂົາ​ຕອບ​ວ່າ, “ພວກເຮົາ​ແມ່ນ​ຍາດຕິພີ່ນ້ອງ​ຂອງ​ກະສັດ​ອາຮາຊີຢາ ພວກເຮົາ​ກຳລັງ​ຈະ​ລົງ​ໄປ​ເມືອງ​ຢິດຊະເຣນ ເພື່ອ​ຢ້ຽມຢາມ​ລູກຫລານ​ຍານາງ​ເຢເຊເບນ ແລະ​ເຊື້ອວົງ​ທຸກຄົນ​ຂອງ​ກະສັດ.”

14 ເຢຮູ​ສັ່ງ​ວ່າ, “ໃຫ້​ຈັບ​ພວກເຂົາ​ທັງເປັນ.” ພວກ​ທະຫານ​ໄດ້​ໄລ່​ຈັບ​ພວກເຂົາ ແລະ​ເຢຮູ​ໄດ້​ຂ້າ​ພວກເຂົາ​ໃກ້​ກັບ​ຂຸມ​ເບັດ-ອີເກັດ. ຄົນ​ເຫຼົ່ານີ້​ລວມ​ທັງໝົດ​ມີ​ສີ່ສິບສອງ​ຄົນ ແລະ​ບໍ່ມີ​ໃຜ​ລອດຊີວິດ.


ຍາດຕິພີ່ນ້ອງ​ຂອງ​ກະສັດ​ອາຮາບ​ທີ່​ເຫຼືອ​ຢູ່​ຖືກ​ຂ້າ

15 ແລ້ວ​ເຢຮູ​ກໍໄດ້​ອອກ​ເດີນທາງ​ຕໍ່ໄປ ເມື່ອ​ຕາມ​ທາງ​ໄປ​ນັ້ນ​ເພິ່ນ​ໄດ້​ພົບ​ໂຢນາດາບ​ລູກຊາຍ​ຂອງ​ເຣກາບ. ເຢຮູ​ຈຶ່ງ​ຄຳນັບ​ລາວ ແລະ​ເວົ້າ​ວ່າ, “ທ່ານ ແລະ​ຂ້າພະເຈົ້າ​ມີ​ຄວາມຄິດ​ແບບ​ດຽວ​ກັນ ທ່ານ​ຈະ​ສະໜັບ​ສະໜູນ​ຂ້າພະເຈົ້າ​ຫລື​ບໍ່?” ໂຢນາດາບ​ຕອບ​ວ່າ, “ຈະ​ສະໜັບ​ສະໜູນ.” ເຢຮູ​ບອກ​ວ່າ, “ຖ້າດັ່ງນັ້ນ ຍື່ນມື​ຂອງທ່ານ​ມາ​ເບິ່ງດູ” ທັງສອງ​ຈັບ​ມື​ກັນ ແລະ​ເຢຮູ​ໄດ້​ດຶງ​ເອົາ​ໂຢນາດາບ​ຂຶ້ນ​ລົດມ້າ​ໄປ​ນຳ​ຕົນ

16 ທັງ​ກ່າວ​ວ່າ, “ໄປ​ກັບ​ຂ້າພະເຈົ້າ ແລະ​ທ່ານ​ຈະ​ເຫັນ​ດ້ວຍ​ຕົນເອງ​ວ່າ ຂ້າພະເຈົ້າ​ມີ​ຄວາມສັດຊື່​ຕໍ່​ພຣະເຈົ້າຢາເວ​ສໍ່າໃດ?” ທັງສອງ​ໄດ້​ຂີ່​ລົດມ້າ​ໄປ​ນະຄອນ​ຊາມາເຣຍ​ດ້ວຍກັນ.

17 ເມື່ອ​ໄປຮອດ​ທີ່​ນັ້ນ​ແລ້ວ ເຢຮູ​ໄດ້​ຂ້າ​ຍາດຕິພີ່ນ້ອງ​ທຸກຄົນ​ຂອງ​ກະສັດ​ອາຮາບ ໂດຍ​ບໍ່ເຫລືອ​ຈັກ​ຄົນ. ນີ້​ຄື​ເຫດການ​ທີ່​ເກີດຂຶ້ນ​ຕາມ​ຖ້ອຍຄຳ​ທີ່​ພຣະເຈົ້າຢາເວ​ໄດ້​ບອກ​ໄວ້​ກັບ​ເອລີຢາ.


ພວກ​ທີ່​ຂາບໄຫວ້​ພະບາອານ​ຖືກ​ຂ້າ

18 ເຢຮູ​ໄດ້​ເອີ້ນ​ເອົາ​ຊາວ​ຊາມາເຣຍ​ທຸກຄົນ​ມາ ແລະ​ບອກ​ວ່າ, “ກະສັດ​ອາຮາບ​ໄດ້​ຮັບໃຊ້​ພະບາອານ​ພຽງແຕ່​ໜ້ອຍດຽວ ສ່ວນ​ຂ້າພະເຈົ້າ​ຈະ​ຮັບໃຊ້​ພະບາອານ​ຫລາຍກວ່າ​ເພິ່ນ​ອີກ.

19 ຈົ່ງ​ເອີ້ນ​ເອົາ​ບັນດາ​ຜູ້ທຳນວາຍ​ພະບາອານ​ທຸກຄົນ​ມາ ພ້ອມ​ທັງ​ຜູ້​ທີ່​ຂາບໄຫວ້​ພະ​ນີ້ ຕະຫລອດ​ບັນດາ​ປະໂຣຫິດ​ຂອງ​ພະບາອານ​ທຸກຄົນ​ດ້ວຍ. ຢ່າ​ໄດ້​ຍົກເວັ້ນ​ຜູ້ໃດ​ເລີຍ; ຂ້າພະເຈົ້າ​ຈະ​ຖວາຍ​ເຄື່ອງ​ບູຊາ​ອັນ​ຍິ່ງໃຫຍ່​ແກ່​ພະບາອານ ແລະ​ຜູ້ໃດ​ກໍຕາມ​ທີ່​ບໍ່ຍອມ​ມາ ກໍ​ຈະ​ຖືກ​ຂ້າ.” (ນີ້​ເປັນ​ກົນ​ຫລອກລວງ​ຂອງ​ເຢຮູ ຄວາມຈິງ​ແລ້ວ​ເພິ່ນ​ໝາຍ​ຈະ​ຂ້າ​ທຸກຄົນ​ທີ່​ຂາບໄຫວ້​ພະບາອານ.)

20 ແລ້ວ​ເຢຮູ​ກໍ​ອອກ​ຄຳສັ່ງ​ວ່າ, “ຈົ່ງ​ປະກາດ​ຕັ້ງ​ມື້​ຂາບໄຫວ້ ເພື່ອ​ເປັນ​ການ​ໃຫ້ກຽດ​ພະບາອານ.” ແລ້ວ​ການ​ປະກາດ​ກໍ​ມີ​ຂຶ້ນ

21 ແລະ​ເຢຮູ​ໄດ້​ອອກ​ຄຳສັ່ງ​ໄປ​ທົ່ວ​ດິນແດນ​ອິດສະຣາເອນ. ພວກ​ທີ່​ຂາບໄຫວ້​ພະບາອານ​ກໍ​ພາກັນ​ມາ ແລະ​ບໍ່​ມີ​ໃຜ​ທີ່​ບໍ່ຍອມ​ມາ. ທຸກຄົນ​ໄດ້​ເຂົ້າ​ໄປ​ໃນ​ວິຫານ​ພະບາອານ​ຈົນ​ເຕັມ​ທົ່ວ​ທຸກບ່ອນ.

22 ແລ້ວ​ເຢຮູ​ກໍ​ສັ່ງ​ໃຫ້​ປະໂຣຫິດ​ທີ່​ເປັນ​ຜູ້​ຮັບຜິດຊອບ​ເສື້ອຄຸມ​ສັກສິດ ນຳ​ເອົາ​ເສື້ອຄຸມ​ອອກ​ມາ​ແຈກ​ໃຫ້​ພວກ​ທີ່​ຂາບໄຫວ້​ນັ້ນ​ນຸ່ງ.

23 ຫລັງຈາກ​ນັ້ນ ເຢຮູ ແລະ​ໂຢນາດາບ​ລູກຊາຍ​ຂອງ​ເຣກາບ ກໍ​ເຂົ້າ​ໄປ​ໃນ​ວິຫານ ແລະ​ກ່າວ​ຕໍ່​ທຸກຄົນ​ໃນ​ທີ່ນັ້ນ​ວ່າ, “ຈົ່ງ​ໃຫ້​ແນ່ໃຈ​ວ່າ ມີແຕ່​ຜູ້​ຂາບໄຫວ້​ພະບາອານ​ເທົ່ານັ້ນ​ຢູ່​ທີ່ນີ້ ແລະ​ຢ່າ​ໃຫ້​ຄົນ​ທີ່​ນະມັດສະການ​ພຣະເຈົ້າຢາເວ​ເຂົ້າ​ມາ​ໃນ​ບ່ອນ​ນີ້.”

24 ແລ້ວ​ເຢຮູ​ກັບ​ໂຢນາດາບ​ກໍໄດ້​ເຂົ້າ​ໄປ​ຂ້າງ​ໃນ ເພື່ອ​ຖວາຍ​ເຄື່ອງ​ບູຊາ ແລະ​ເຄື່ອງ​ເຜົາບູຊາ​ຕໍ່​ພະບາອານ. ເຢຮູ​ວາງ​ທະຫານ​ແປດສິບ​ຄົນ ໄວ້​ທາງນອກ​ວິຫານ ແລະ​ໄດ້​ແນະນຳ​ພວກເຂົາ​ວ່າ, “ພວກເຈົ້າ​ຕ້ອງ​ຂ້າ​ຄົນ​ເຫຼົ່ານີ້​ທັງໝົດ; ຜູ້ໃດ​ຜູ້ໜຶ່ງ​ທີ່​ປ່ອຍ​ໃຫ້​ຄົນໃດ​ຄົນໜຶ່ງ​ປົບໜີໄປ​ໄດ້ ຈະ​ຕ້ອງ​ຊົດໃຊ້​ດ້ວຍ​ຊີວິດ​ຕົນເອງ.”

25 ພໍ​ເຢຮູ​ຖວາຍ​ເຄື່ອງ​ບູຊາ​ແລ້ວ ເພິ່ນ​ກໍ​ສັ່ງ​ພວກ​ທະຫານ​ຍາມ ແລະ​ບັນດາ​ນາຍ​ທະຫານ​ວ່າ, “ຈົ່ງ​ເຂົ້າ​ໄປ​ຂ້າ​ພວກເຂົາ​ທຸກຄົນ, ຢ່າ​ໃຫ້​ມີ​ໃຜ​ລອດໄປ​ໄດ້.” ພວກເຂົາ​ຊັກ​ດາບ​ອອກ​ຂ້າ​ທຸກຄົນ ແລະ​ລາກ​ຊາກສົບ​ອອກ​ໄປ​ຂ້າງ​ນອກ. ຫລັງຈາກ​ນັ້ນ​ກໍ​ເຂົ້າ​ໄປ​ທີ່​ຫ້ອງ​ຊັ້ນໃນ​ວິຫານ

26 ດຶງ​ເອົາ​ເສົາ​ສັກສິດ​ຢູ່​ໃນ​ທີ່ນັ້ນ​ອອກ​ມາ​ຈູດ.

27 ພວກເຂົາ​ໄດ້​ທຳລາຍ​ເສົາ​ຂອງ​ພະບາອານ, ວິຫານ​ຂອງ​ພະບາອານ ແລະ​ເຮັດ​ໃຫ້​ເປັນ​ວິດຖ່າຍ ຊຶ່ງ​ຍັງ​ມີ​ຢູ່​ເທົ່າ​ທຸກ​ວັນນີ້.

28 ການ​ທີ່​ເຢຮູ​ໄດ້​ກວາດລ້າງ​ພວກ​ທີ່​ຂາບໄຫວ້​ພະບາອານ ຢູ່​ໃນ​ຊາດ​ອິດສະຣາເອນ​ກໍ​ເປັນ​ດັ່ງນີ້ແຫລະ.

29 ແຕ່​ເພິ່ນ​ໄດ້​ເຮັດ​ບາບ​ຕາມ​ແບບຢ່າງ​ຂອງ​ກະສັດ​ເຢໂຣໂບອາມ​ລູກຊາຍ​ຂອງ​ເນບັດ ຜູ້​ທີ່​ນຳພາ​ອານາຈັກ​ອິດສະຣາເອນ​ເຮັດ​ບາບ​ໂດຍ​ຂາບໄຫວ້​ຮູບ​ງົວຄຳ ທີ່​ຖືກ​ສ້າງ​ຂຶ້ນ​ໄວ້​ໃນ​ເມືອງ​ເບັດເອນ​ແລະ​ເມືອງ​ດານ.

30 ພຣະເຈົ້າຢາເວ​ກ່າວ​ຕໍ່​ເຢຮູ​ວ່າ, “ເຈົ້າ​ໄດ້​ເຮັດ​ຕໍ່​ພວກ​ລູກຫລານ​ອາຮາບ​ທຸກສິ່ງ ຕາມ​ທີ່​ເຮົາ​ຕ້ອງການ​ໃຫ້​ເຈົ້າ​ເຮັດ. ດັ່ງນັ້ນ ເຮົາ​ຈຶ່ງ​ຂໍ​ສັນຍາ​ວ່າ, ພວກ​ລູກຫລານ​ຂອງ​ເຈົ້າ​ຈະ​ຂຶ້ນ​ເປັນ​ກະສັດ ປົກຄອງ​ອານາຈັກ​ອິດສະຣາເອນ​ຈົນເຖິງ​ສີ່​ຊົ່ວ​ເຊັ່ນຄົນ.”

31 ແຕ່​ເຢຮູ​ບໍ່ໄດ້​ເຊື່ອຟັງ​ກົດບັນຍັດ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ແຫ່ງ​ຊາດ​ອິດສະຣາເອນ​ດ້ວຍ​ສຸດຈິດ​ສຸດໃຈ​ຂອງ​ເພິ່ນ. ເພິ່ນ​ໄດ້​ເອົາ​ແບບຢ່າງ​ຂອງ​ເຢໂຣໂບອາມ​ຜູ້​ທີ່​ໄດ້​ນຳພາ​ຊາດ​ອິດສະຣາເອນ​ເຮັດ​ບາບ.


ເຢຮູ​ຕາຍ

32 ໃນ​ເວລານັ້ນ ພຣະເຈົ້າຢາເວ​ໄດ້​ເລີ່ມ​ເຮັດ​ໃຫ້​ເຂດແດນ​ຂອງ​ຊາດ​ອິດສະຣາເອນ​ແຄບລົງ. ກະສັດ​ຮາຊາເອນ​ແຫ່ງ​ຊີເຣຍ​ໄດ້​ຕີ​ເອົາ​ເຂດແດນ​ຂອງ​ຊາດ​ອິດສະຣາເອນ​ໄດ້​ຫລາຍ​ບ່ອນ​ຄື:

33 ທາງທິດ​ຕາເວັນອອກ​ຂອງ​ແມ່ນໍ້າ​ຈໍແດນ ຈົນຮອດ​ທາງທິດໃຕ້​ຂອງ​ເມືອງ​ອາໂຣເອ ຕາມ​ຝັ່ງ​ແມ່ນໍ້າ​ອາກໂນນ ລວມທັງ​ເຂດແດນ​ຕ່າງໆ​ໃນ​ກີເລອາດ ແລະ​ບາຊານ​ບ່ອນ​ທີ່​ຊາວ​ເຜົ່າກາດ, ເຜົ່າ​ຣູເບັນ ແລະ​ເຜົ່າ​ມານາເຊ​ຕາເວັນອອກ​ອາໄສ​ຢູ່.

34 ສິ່ງ​ອື່ນໆ​ທີ່​ເຢຮູ​ໄດ້​ກະທຳ ຕະຫລອດ​ທັງ​ເລື່ອງ​ຄວາມ​ອົງອາດ​ກ້າຫານ​ຂອງ​ເພິ່ນ ແມ່ນ​ໄດ້​ຖືກ​ບັນທຶກ​ໄວ້ ໃນ​ປື້ມ​ປະຫວັດສາດ​ຂອງ​ບັນດາ​ກະສັດ​ແຫ່ງ​ຊາດ​ອິດສະຣາເອນ.

35 ເພິ່ນ​ໄດ້​ຕາຍໄປ ແລະ​ຖືກ​ຝັງ​ໄວ້​ທີ່​ນະຄອນ​ຊາມາເຣຍ. ເຢໂຮອາຮາດ ລູກຊາຍ​ຂອງ​ເພິ່ນ​ໄດ້​ຂຶ້ນ​ເປັນ​ກະສັດ​ປົກຄອງ​ແທນ.

36 ເຢຮູ​ເປັນ​ກະສັດ​ແຫ່ງ​ອິດສະຣາເອນ ແລະ​ປົກຄອງ​ຢູ່​ທີ່​ນະຄອນ​ຊາມາເຣຍ ເປັນ​ເວລາ​ຊາວແປດ​ປີ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan