Biblia Todo Logo
Bìoball air-loidhne

- Sanasan -

2 ກະສັດ 1 - ພຣະຄຳພີສັກສິ


ເອລີຢາ​ແລະ​ກະສັດ​ອາຮາຊີຢາ

1 ຫລັງຈາກ​ກະສັດ​ອາຮາບ​ແຫ່ງ​ອິດສະຣາເອນ​ໄດ້​ຕາຍໄປ​ແລ້ວ ດິນແດນ​ໂມອາບ​ກໍໄດ້​ກະບົດ​ຕໍ່​ຊາດ​ອິດສະຣາເອນ.

2 ກະສັດ​ອາຮາຊີຢາ​ແຫ່ງ​ອິດສະຣາເອນ​ໄດ້​ຕົກ​ຈາກ​ລະບຽງ​ວັງ​ທີ່​ຊາມາເຣຍ ແລະ​ເຈັບໜັກ. ເພິ່ນ​ໄດ້​ສົ່ງ​ບາງຄົນ​ໄປ​ປຶກສາ​ບາອານເຊບຸບ ພະ​ຂອງ​ຊາວ​ຟີລິດສະຕິນ​ທີ່​ເມືອງ​ເອັກໂຣນ ເພື່ອ​ຢາກ​ຮູ້​ວ່າ​ຕົນ​ຈະ​ດີ​ຫລື​ບໍ່.

3 ແຕ່​ເທວະດາ​ຂອງ​ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ເອລີຢາ​ຜູ້ທຳນວາຍ​ຊາວ​ຕີຊະເບ ໃຫ້​ໄປ​ຫາ​ຄົນ​ຂອງ​ກະສັດ​ອາຮາຊີຢາ ແລະ​ຖາມ​ພວກເຂົາ​ວ່າ, “ເປັນຫຍັງ​ພວກເຈົ້າ​ຈຶ່ງ​ຈະ​ໄປ​ປຶກສາ​ບາອານເຊບຸບ ພະ​ຂອງ​ຊາວ​ເອັກໂຣນ? ພວກເຈົ້າ​ຄິດ​ວ່າ​ຢູ່​ໃນ​ຊາດ​ອິດສະຣາເອນ​ບໍ່ມີ​ພຣະເຈົ້າ​ຊັ້ນບໍ?

4 ຈົ່ງ​ໄປ​ບອກ​ກະສັດ​ວ່າ ພຣະເຈົ້າຢາເວ​ກ່າວ​ດັ່ງນີ້: ‘ເຈົ້າ​ຈະ​ບໍ່​ຫາຍ​ດີ​ຈາກ​ການ​ເຈັບເປັນ​ນີ້​ດອກ ເຈົ້າ​ຈະ​ຕາຍ.”’ ດັ່ງນັ້ນ ເອລີຢາ​ກໍໄດ້​ໄປ.

5 ແລະ​ພວກ​ທີ່​ກະສັດ​ໄດ້​ໃຊ້​ໄປ​ນັ້ນ​ກໍ​ກັບຄືນ​ເມືອ​ຫາ​ກະສັດ. ເພິ່ນ​ຖາມ​ພວກເຂົາ​ວ່າ, “ເປັນຫຍັງ​ພວກເຈົ້າ​ຈຶ່ງ​ກັບຄືນ​ມາ.”

6 ພວກເຂົາ​ຕອບ​ວ່າ, “ພວກ​ຂ້ານ້ອຍ​ໄດ້​ພົບ​ຊາຍ​ຄົນ​ໜຶ່ງ ແລະ​ລາວ​ບອກ​ພວກ​ຂ້ານ້ອຍ​ໃຫ້​ກັບຄືນ​ມາ​ບອກ​ທ່ານ​ວ່າ ພຣະເຈົ້າຢາເວ​ກ່າວ​ຕໍ່​ທ່ານ​ດັ່ງນີ້: ‘ເປັນຫຍັງ​ທ່ານ​ຈົ່ງ​ໃຊ້​ຄົນ​ໄປ​ປຶກສາ​ບາອານເຊບຸບ ພະ​ຂອງ​ຊາວ​ເອັກໂຣນ? ທ່ານ​ຄິດ​ວ່າ​ຢູ່​ໃນ​ຊາດ​ອິດສະຣາເອນ​ບໍ່ມີ​ພຣະເຈົ້າ​ຊັ້ນບໍ? ທ່ານ​ຈະ​ບໍ່​ຫາຍ​ດີ​ຈາກ​ການ​ເຈັບເປັນ​ນີ້​ດອກ ທ່ານ​ຈະ​ຕາຍ.”’

7 ກະສັດ​ຖາມ​ວ່າ, “ຊາຍ​ຄົນ​ນັ້ນ​ມີ​ລັກສະນະ​ທ່າທາງ​ຢ່າງໃດ?”

8 ພວກເຂົາ​ຕອບ​ເພິ່ນ​ວ່າ, “ລາວ​ນຸ່ງ​ເສື້ອຄຸມ​ທີ່​ເຮັດ​ດ້ວຍ​ໜັງສັດ​ແລະ​ໃສ່ ສາຍໜັງ​ຮັດ​ເລົາຄີງ.” ກະສັດ​ຮ້ອງ​ຂຶ້ນ​ວ່າ, “ແມ່ນ​ເອລີຢາ​ຊາວ​ຕີຊະເບ.”

9 ແລ້ວ​ເພິ່ນ​ກໍໄດ້​ໃຊ້​ນາຍ​ທະຫານ​ຜູ້ໜຶ່ງ​ພ້ອມ​ທັງ​ທະຫານ​ຫ້າສິບ​ຄົນ ໄປ​ຈັບ​ເອລີຢາ. ນາຍ​ທະຫານ​ເຫັນ​ເອລີຢາ​ກຳລັງ​ນັ່ງ​ຢູ່​ເທິງ​ເນີນພູ ລາວ​ຈຶ່ງ​ຮ້ອງ​ໃສ່​ເພິ່ນ​ວ່າ, “ຄົນ​ຂອງ​ພຣະເຈົ້າ​ເອີຍ ກະສັດ​ສັ່ງ​ໃຫ້​ເຈົ້າ​ລົງ​ມາ.”

10 ເອລີຢາ​ຕອບ​ວ່າ, “ຖ້າ​ຂ້ອຍ​ເປັນ​ຄົນ​ຂອງ​ພຣະເຈົ້າ ຂໍ​ໃຫ້​ໄຟ​ຈາກ​ສະຫວັນ​ລົງ​ມາ​ໄໝ້​ເຈົ້າ​ແລະ​ພວກ​ທະຫານ​ຂອງ​ເຈົ້າ​ໃຫ້​ຕາຍ​ສາ.” ໃນທັນໃດ ໄຟ​ຈາກ​ສະຫວັນ​ກໍ​ລົງ​ມາ​ໄໝ້​ນາຍ​ທະຫານ​ແລະ​ຄົນ​ຂອງ​ລາວ​ຕາຍ​ໝົດ.

11 ກະສັດ​ຈຶ່ງ​ໄດ້​ໃຊ້​ນາຍ​ທະຫານ​ຄົນ​ໜຶ່ງ​ອີກ​ພ້ອມ​ທັງ​ທະຫານ​ຫ້າສິບ​ຄົນ ໃຫ້​ຂຶ້ນ​ໄປ ຫາ​ເອລີຢາ ແລະ​ບອກ​ເພິ່ນ​ວ່າ, “ຄົນ​ຂອງ​ພຣະເຈົ້າ​ເອີຍ ກະສັດ​ສັ່ງ​ເຈົ້າ​ໃຫ້​ລົງ​ມາ​ດຽວ​ນີ້.”

12 ແຕ່​ເອລີຢາ​ຕອບ​ວ່າ, “ຖ້າ​ຂ້ອຍ​ເປັນ​ຄົນ​ຂອງ​ພຣະເຈົ້າ ຂໍ​ໃຫ້​ໄຟ​ຈາກ​ສະຫວັນ​ລົງ​ມາ​ໄໝ້​ເຈົ້າ ແລະ​ພວກ​ທະຫານ​ຂອງ​ເຈົ້າ​ໃຫ້​ຕາຍ​ສາ.” ໃນທັນໃດ ໄຟ​ຂອງ​ພຣະເຈົ້າ​ກໍ​ລົງ​ມາ​ຈາກ​ສະຫວັນ​ໄໝ້​ນາຍ​ທະຫານ ແລະ​ຄົນ​ຂອງ​ລາວ​ຕາຍ​ໝົດ.

13 ເທື່ອໜຶ່ງ​ອີກ​ກະສັດ​ໄດ້​ໃຊ້​ນາຍ​ທະຫານ​ຜູ້ໜຶ່ງ​ໄປ ພ້ອມ​ທັງ​ທະຫານ​ຫ້າສິບ​ຄົນ. ນາຍ​ທະຫານ​ໄດ້​ຂຶ້ນ​ໄປ​ທີ່​ເທິງ​ເນີນພູ​ຄຸເຂົ່າ​ລົງ​ຕໍ່ໜ້າ​ເອລີຢາ ແລະ​ວິງວອນ​ຂໍ​ຕໍ່​ເພິ່ນ​ວ່າ, “ຄົນ​ຂອງ​ພຣະເຈົ້າ​ເອີຍ ຂໍໂຜດ​ເມດຕາ​ຂ້ານ້ອຍ ແລະ​ຄົນ​ຂອງ​ຂ້ານ້ອຍ​ແດ່ທ້ອນ ຈົ່ງ​ໄວ້​ຊີວິດ​ຂອງ​ພວກ​ຂ້ານ້ອຍ​ດ້ວຍ​ເທີ້ນ

14 ນາຍ​ທະຫານ​ສອງ​ຄົນ​ພ້ອມ​ທັງ​ຄົນ​ຂອງ​ພວກເຂົາ​ກໍໄດ້​ຖືກ​ຂ້າ​ໝົດ​ໂດຍ​ໄຟ​ຈາກ​ສະຫວັນ; ແຕ່​ຂໍ​ທ່ານ​ໂຜດ​ເມດຕາ​ຂ້ານ້ອຍ​ດ້ວຍ.”

15 ເທວະດາ​ຂອງ​ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ເອລີຢາ​ວ່າ, “ຈົ່ງ​ລົງ​ໄປ​ກັບ​ລາວ ແລະ​ຢ່າ​ຢ້ານ.” ດັ່ງນັ້ນ ເອລີຢາ​ຈຶ່ງ​ໄປ​ຫາ​ກະສັດ​ກັບ​ນາຍ​ທະຫານ

16 ແລະ​ກ່າວ​ຕໍ່​ເພິ່ນ​ວ່າ, “ພຣະເຈົ້າຢາເວ​ໄດ້​ກ່າວ​ດັ່ງນີ້: ‘ຍ້ອນ​ທ່ານ​ໄດ້​ໃຊ້​ຄົນ​ໄປ​ປຶກສາ​ບາອານເຊບຸບ ພະ​ຂອງ​ຊາວ​ເອັກໂຣນ ທ່ານ​ຈະ​ບໍ່​ຫາຍ​ດີ​ດອກ; ທ່ານ​ຈະ​ຕາຍ. ການກະທຳ​ຂອງທ່ານ​ເປັນ​ເໝືອນ​ດັ່ງ​ວ່າ, ຢູ່​ໃນ​ຊາດ​ອິດສະຣາເອນ​ນີ້​ບໍ່ມີ​ພຣະເຈົ້າ​ທີ່​ຈະ​ປຶກສາ​ນຳ​ເລີຍ.”’

17 ກະສັດ​ອາຮາຊີຢາ​ໄດ້​ຕາຍໄປ ຕາມ​ຖ້ອຍຄຳ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ໄວ້​ຜ່ານ​ທາງ​ເອລີຢາ. ເພິ່ນ​ບໍ່ມີ​ລູກຊາຍ; ສະນັ້ນ ໂຢຣາມ​ນ້ອງຊາຍ​ຂອງ​ເພິ່ນ ຈຶ່ງ​ຂຶ້ນ​ເປັນ​ກະສັດ​ປົກຄອງ​ແທນ​ໃນ​ຣາຊການ​ປີ​ທີ​ສອງ​ຂອງ​ກະສັດ​ເຢໂຮຣາມ ລູກຊາຍ​ຂອງ​ເຈົ້າ​ເຢໂຮຊາຟັດ​ກະສັດ​ແຫ່ງ​ຢູດາຍ.

18 ສິ່ງ​ອື່ນ​ທີ່​ກະສັດ​ອາຮາຊີຢາ​ໄດ້​ກະທຳ​ແມ່ນ​ໄດ້​ຖືກ​ບັນທຶກ​ໄວ້​ໃນ ປື້ມ​ປະຫວັດສາດ​ຂອງ​ບັນດາ​ກະສັດ​ແຫ່ງ​ອິດສະຣາເອນ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan