Biblia Todo Logo
Bìoball air-loidhne

- Sanasan -

2 ໂກຣິນໂທ 9 - ພຣະຄຳພີສັກສິ


ການ​ສົງເຄາະ​ເພື່ອ​ພີ່ນ້ອງ​ຄຣິສຕຽນ

1 ເຮົາ​ບໍ່​ຈຳເປັນ​ຂຽນ​ຫາ​ພວກເຈົ້າ​ເຖິງ​ການ​ສົງເຄາະ ທີ່​ສົ່ງ​ໄປ​ຊ່ວຍເຫລືອ​ໄພ່ພົນ​ຂອງ​ພຣະເຈົ້າ.

2 ເຮົາ​ຮູ້​ວ່າ ພວກເຈົ້າ​ມີ​ໃຈ​ພ້ອມ​ແລ້ວ​ທີ່​ຢາກ​ຊ່ວຍເຫລືອ ແລະ​ເຮົາ​ໄດ້​ເວົ້າ​ອວດອ້າງ​ເລື່ອງ​ຂອງ​ພວກເຈົ້າ​ສູ່​ຊາວ​ມາເກໂດເນຍ ວ່າ, ພວກ​ພີ່ນ້ອງ​ໃນ​ແຂວງ​ອະຂາຢາ ພ້ອມ​ທີ່​ຈະ​ຊ່ວຍເຫລືອ​ແຕ່​ປີ​ກາຍ​ແລ້ວ ຄວາມ​ກະຕື​ລືລົ້ນ​ຂອງ​ພວກເຈົ້າ​ໄດ້​ຊຸກຍູ້​ຈິດໃຈ​ພວກເຂົາ​ຫລາຍ​ທີ່ສຸດ.

3 ບັດນີ້ ເຮົາ​ໃຊ້​ພີ່ນ້ອງ​ເຫຼົ່ານີ້​ໄປ ເພື່ອ​ວ່າ​ຄຳ​ເວົ້າ​ອວດອ້າງ​ຂອງເຮົາ​ເຖິງ​ເລື່ອງ​ພວກເຈົ້າ​ນັ້ນ ຈະ​ບໍ່​ກາຍເປັນ​ຄຳ​ເປົ່າໆ, ແຕ່​ຕາມ​ທີ່​ເຮົາ​ໄດ້​ເວົ້າ​ມາ​ນັ້ນ ພວກເຈົ້າ​ຄົງ​ຈະ​ໄດ້​ຈັດຕຽມ​ເຄື່ອງ​ສົງເຄາະ​ໄວ້​ພ້ອມ​ແລ້ວ.

4 ບໍ່​ດັ່ງນັ້ນ ຖ້າ​ຊາວ​ມາເກໂດເນຍ​ບາງຄົນ​ມາ​ກັບ​ເຮົາ ແລະ​ເຫັນ​ວ່າ​ເຈົ້າ​ທັງຫລາຍ​ບໍ່ໄດ້​ຈັດແຈງ​ໄວ້​ພ້ອມ ຕາມ​ທີ່​ເຮົາ​ໄດ້​ຕາຍໃຈ​ເຊື່ອ​ນັ້ນ ຢ່າ​ວ່າ​ແຕ່​ພວກເຈົ້າ​ຈະ​ຖືກ​ອັບອາຍ​ຂາຍໜ້າ, ແຕ່​ເຮົາ​ເອງ​ກໍ​ຈະ​ຖືກ​ອັບອາຍ​ຂາຍໜ້າ​ເໝືອນກັນ.

5 ດັ່ງນັ້ນ ເຮົາ​ຈຶ່ງ​ເຫັນ​ວ່າ ຈຳເປັນ​ຕ້ອງ​ວອນ​ຂໍ​ພີ່ນ້ອງ​ເຫຼົ່ານັ້ນ ໃຫ້​ໄປ​ຫາ​ພວກເຈົ້າ​ກ່ອນ​ເຮົາ ເພື່ອ​ຕຽມ​ເຄື່ອງ​ບໍລິຈາກ​ໄວ້​ຕາມ​ທີ່​ພວກເຈົ້າ​ໄດ້​ສັນຍາ ແລ້ວ​ສິ່ງ​ນັ້ນ​ກໍ​ຄົງ​ຈະ​ໄດ້​ມີ​ໄວ້​ພ້ອມ ເມື່ອ​ເຮົາ​ໄປ​ເຖິງ ອັນ​ຈະ​ເປັນ​ການ​ສະແດງ​ໃຫ້​ເຫັນ​ວ່າ ພວກເຈົ້າ​ມີ​ນໍ້າໃຈ​ຢາກ​ຖວາຍ​ບໍ່ແມ່ນ​ດ້ວຍ​ຄວາມ​ຂືນໃຈ.

6 ດັ່ງນີ້ແຫລະ ຄົນ​ທີ່​ຫວ່ານ​ພຽງ​ເລັກນ້ອຍ ກໍ​ເກັບກ່ຽວ​ໄດ້​ພຽງ​ເລັກນ້ອຍ ແລະ​ຄົນ​ທີ່​ຫວ່ານ​ຫລາຍ​ກໍ​ເກັບກ່ຽວ​ໄດ້​ຫລາຍ.

7 ທຸກຄົນ​ຈົ່ງ​ໃຫ້​ຕາມ​ທີ່​ຕົນ​ໄດ້​ຄິດໝາຍ​ໄວ້​ໃນ​ໃຈ ບໍ່ແມ່ນ​ໃຫ້​ດ້ວຍ​ຄິດ​ເສຍດາຍ ຫລື​ດ້ວຍ​ຂືນໃຈ​ໃຫ້ ເຫດ​ວ່າ​ພຣະເຈົ້າ​ຊົງ​ຮັກ​ຄົນ​ນັ້ນ ທີ່​ໃຫ້​ດ້ວຍ​ຊື່ນໃຈ​ຍິນດີ.

8 ແລະ​ພຣະເຈົ້າ​ຊົງຣິດ​ສາມາດ​ປະທານ​ພຣະຄຸນ​ອັນ​ອຸດົມ​ທຸກຢ່າງ​ແກ່​ເຈົ້າ​ທັງຫລາຍ ເພື່ອ​ໃຫ້​ພວກເຈົ້າ​ມີ​ທຸກສິ່ງ​ທຸກຢ່າງ​ພຽງພໍ​ສຳລັບ​ຕົວ​ຢູ່​ສະເໝີ ທັງ​ຈະ​ມີ​ສິ່ງ​ຂອງ​ບໍຣິບູນ​ສຳລັບ​ການງານ​ດີ​ທຸກຢ່າງ​ດ້ວຍ.

9 ດັ່ງ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ເພິ່ນ​ບໍລິຈາກ​ໃຫ້​ແກ່​ຜູ້​ຂັດສົນ ດ້ວຍ​ໃຈ​ກວ້າງຂວາງ ຄວາມ​ຊອບທຳ​ຂອງ​ເພິ່ນ ກໍ​ຕັ້ງ​ຢູ່​ເປັນນິດ.”

10 ຝ່າຍ​ພຣະອົງ ຜູ້​ຊົງ​ປະທານ​ແນວປູກ​ໃຫ້​ແກ່​ຜູ້​ຫວ່ານ ກັບ​ທັງ​ອາຫານ​ສຳລັບ​ກິນ ຈະ​ຊົງ​ປະທານ​ແນວປູກ​ໃຫ້​ແກ່​ເຈົ້າ​ທັງຫລາຍ ທັງ​ຈະ​ຊົງ​ບັນດານ​ໃຫ້​ແນວປູກ​ນັ້ນ​ທະວີ​ຫລາຍ​ຂຶ້ນ ຊໍ້າ​ຈະ​ຊົງ​ບັນດານ​ໃຫ້​ຜົນ​ແຫ່ງ​ຄຸນຄວາມດີ​ຂອງ​ພວກເຈົ້າ​ນັ້ນ​ຈະເລີນ​ຂຶ້ນ

11 ໂດຍ​ຊົງ​ໂຜດ​ໃຫ້​ເຈົ້າ​ທັງຫລາຍ​ຮັ່ງມີ ດ້ວຍ​ສິ່ງຂອງ​ຢ່າງ​ບໍລິບູນ ເພື່ອ​ໃຫ້​ພວກເຈົ້າ​ມີ​ຂອງ​ແຈກຢາຍ​ຢ່າງ​ກວ້າງຂວາງ ຊຶ່ງ​ເຮົາ​ໄດ້​ນຳ​ໄປ​ແຈກຢາຍ ຈຶ່ງ​ເປັນ​ເຫດ​ໃຫ້​ເກີດ​ການ​ໂມທະນາ​ຂອບພຣະຄຸນ​ຕໍ່​ພຣະເຈົ້າ.

12 ເພາະວ່າ ການ​ຮັບໃຊ້​ໃນ​ການ​ບົວລະບັດ ບໍ່ແມ່ນ​ເປັນ​ການ​ຊ່ວຍ​ພວກ​ໄພ່ພົນ​ຂອງ​ພຣະອົງ ທີ່​ຂາດເຂີນ​ເທົ່ານັ້ນ, ແຕ່​ຍັງ​ເປັນ​ເຫດ​ໃຫ້​ມີ​ການ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ຫລວງຫລາຍ​ອີກ​ດ້ວຍ.

13 ແລະ​ເນື່ອງ​ຈາກ​ຜົນ​ແຫ່ງ​ການ​ບົວລະບັດ​ນັ້ນ ພວກເຂົາ​ຈຶ່ງ​ສັນລະເສີນ​ພຣະເຈົ້າ ໂດຍ​ເຫດ​ທີ່​ເຈົ້າ​ທັງຫລາຍ​ຍອມ​ຟັງ ແລະ​ຕັ້ງໃຈ​ຢູ່​ໃນ​ອຳນາດ​ຂ່າວປະເສີດ​ເລື່ອງ​ພຣະຄຣິດ ແລະ​ເພາະ​ເຫດ​ພວກເຈົ້າ​ໄດ້​ແຈກຈ່າຍ​ແກ່​ພວກເຂົາ ແລະ​ແກ່​ຄົນ​ທັງປວງ​ດ້ວຍ​ໃຈ​ກວ້າງຂວາງ.

14 ຝ່າຍ​ພວກເຂົາ​ກໍ​ຈະ​ຮັກແພງ ແລະ​ພາວັນນາ​ອະທິຖານ​ເພື່ອ​ເຈົ້າ​ທັງຫລາຍ ເພາະ​ເຫດ​ພຣະຄຸນ​ຂອງ​ພຣະເຈົ້າ ທີ່​ສະຖິດ​ຢູ່​ໃນ​ພວກເຈົ້າ​ຢ່າງ​ລົ້ນເຫລືອ.

15 ຈົ່ງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ ເພາະ​ຂອງ​ພຣະຣາຊທານ ອັນ​ເຫຼືອ​ທີ່​ຈະ​ພັນລະນາ​ໃຫ້​ສິ້ນສຸດ​ໄດ້.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan