2 ໂກຣິນໂທ 8 - ພຣະຄຳພີສັກສິການໃຫ້ທານແບບຄຣິສຕຽນ 1 ພີ່ນ້ອງທັງຫລາຍເອີຍ, ເຮົາປາຖະໜາໃຫ້ພວກເຈົ້າຮູ້ເຖິງ ພຣະຄຸນຂອງພຣະເຈົ້າ ທີ່ຊົງໂຜດປະທານແກ່ຄຣິສຕະຈັກຕ່າງໆໃນແຂວງມາເກໂດເນຍ. 2 ເພາະວ່າ ເມື່ອຄາວທີ່ພວກເຂົາຖືກທົດລອງຢ່າງໜັກ ໂດຍໄດ້ຮັບຄວາມທຸກລຳບາກ ຄວາມຍິນດີອັນເຫລືອລົ້ນ ແລະຄວາມຍາກຈົນອັນເຫຼືອປະມານຂອງພວກເຂົານັ້ນ ກໍໄດ້ປາກົດລົ້ນອອກມາເປັນໃຈສັດທາອັນກວ້າງຂວາງ. 3 ເພາະເຮົາເປັນພະຍານໄດ້ວ່າ ພວກເຂົາສັດທາຖວາຍໂດຍສຸດຄວາມສາມາດຂອງພວກເຂົາ ແລະເຫຼືອຄວາມສາມາດຂອງພວກເຂົາເສຍອີກ, 4 ແລ້ວຕາມລຳພັງໃຈຂອງພວກເຂົາເອງ ພວກເຂົາກໍຍັງໄດ້ວອນຂໍຢ່າງຫລວງຫລາຍ ຂໍໃຫ້ເຮົາກະລຸນາພວກເຂົາໄດ້ມີສ່ວນໃນການຊ່ວຍເຫລືອພວກໄພ່ພົນຂອງພຣະເຈົ້າ. 5 ບໍ່ເໝືອນດັ່ງເຮົາໄດ້ຄາດໝາຍໄວ້, ແຕ່ຂໍ້ສຳຄັນທີ່ສຸດ ແມ່ນພວກເຂົາໄດ້ຖວາຍຕົວເອງແກ່ອົງພຣະຜູ້ເປັນເຈົ້າກ່ອນ ແລ້ວໄດ້ມອບຕົວໃຫ້ເຮົາຕາມນໍ້າພຣະໄທຂອງພຣະເຈົ້າ. 6 ຈົນວ່າເຮົາໄດ້ເຕືອນຕີໂຕ ໃຫ້ຊ່ວຍພວກເຈົ້າເຮັດການກຸສົນນັ້ນໃຫ້ສຳເລັດ ຕາມທີ່ຕົນໄດ້ລົງມືເຮັດໄວ້ກ່ອນແລ້ວນັ້ນ. 7 ເຫດສະນັ້ນ ເມື່ອເຈົ້າທັງຫລາຍມີບໍຣິບູນໃນທຸກສິ່ງ ຄືຄວາມເຊື່ອ, ຖ້ອຍຄຳ, ວິຊາຄວາມຮູ້, ຄວາມກະຕືລືລົ້ນ ແລະຄວາມຮັກຕໍ່ເຮົາ, ເຈົ້າທັງຫລາຍກໍຈົ່ງປະກອບການກຸສົນນີ້ຢ່າງບໍຣິບູນເໝືອນກັນ. 8 ເຮົາກ່າວດັ່ງນີ້ບໍ່ແມ່ນຄຳບັນຊາ, ແຕ່ໄດ້ນຳເລື່ອງຄວາມກະຕືລືລົ້ນຂອງຄົນອື່ນ ມາທຽບທົດລອງກັບຄວາມຮັກຂອງເຈົ້າທັງຫລາຍນັ້ນ ເບິ່ງວ່າເປັນຂອງແທ້ຫລືບໍ່. 9 ເພາະວ່າ ເຈົ້າທັງຫລາຍຮູ້ຈັກພຣະຄຸນຂອງອົງພຣະເຢຊູຄຣິດເຈົ້າຂອງພວກເຮົາແລ້ວວ່າ ເຖິງແມ່ນວ່າ ພຣະອົງຊົງຮັ່ງມີ ພຣະອົງກໍຍັງຊົງຍອມກາຍເປັນຄົນຍາກຈົນ ເພາະເຫັນແກ່ເຈົ້າທັງຫລາຍ ເພື່ອເຈົ້າທັງຫລາຍຈະໄດ້ກາຍເປັນຄົນຮັ່ງມີ ເນື່ອງຈາກຄວາມຍາກຈົນຂອງພຣະອົງ. 10 ແລະເຮົາຈະອອກຄວາມເຫັນໃນເລື່ອງນີ້ວ່າ, ເລື່ອງທີ່ພວກເຈົ້າໄດ້ຕັ້ງຕົ້ນກ່ອນພວກເຂົາເມື່ອປີກາຍນີ້ ແລະບໍ່ແມ່ນພວກເຈົ້າໄດ້ຕັ້ງຕົ້ນຈະເຮັດເທົ່ານັ້ນ, ແຕ່ຍັງເຕັມໃຈໃນການເຮັດນັ້ນດ້ວຍ. 11 ບັດນີ້ກໍຄວນແລ້ວ ທີ່ເຈົ້າທັງຫລາຍຈະເຮັດການນັ້ນ ໃຫ້ສຳເລັດເສຍ ເພື່ອວ່າເມື່ອພວກເຈົ້າມີໃຈພ້ອມຢູ່ແລ້ວ ພວກເຈົ້າກໍຈະເຮັດໃຫ້ສຳເລັດຕາມຄວາມສາມາດຂອງຕົນ. 12 ເພາະວ່າ ຖ້າມີນໍ້າໃຈພ້ອມຢູ່ແລ້ວ ພຣະເຈົ້າກໍຊົງພໍພຣະໄທທີ່ຈະຊົງຮັບຕາມທີ່ທຸກຄົນມີຢູ່ ບໍ່ແມ່ນຕາມທີ່ພວກເຂົາບໍ່ມີ. 13 ເຮົາບໍ່ໄດ້ມຸ່ງໝາຍວ່າ ຈະໃຫ້ການງານຂອງຄົນອື່ນເບົາລົງ ແລະໃຫ້ການງານຂອງພວກເຈົ້າໜັກຂຶ້ນ, ແຕ່ເພື່ອໃຫ້ເປັນການສະເໝີກັນ. 14 ສະນັ້ນ ໃນຍາມທີ່ເຈົ້າທັງຫລາຍມີບໍຣິບູນຢ່າງເວລານີ້ ພວກເຈົ້າກໍຄວນຈະຊ່ວຍຄົນເຫຼົ່ານັ້ນທີ່ຂາດເຂີນ ແລະໃນຍາມທີ່ພວກເຂົາມີບໍຣິບູນ ພວກເຂົາກໍຈະຊ່ວຍພວກເຈົ້າ ເມື່ອຂາດເຂີນເໝືອນກັນ ເພື່ອຈະໃຫ້ສະເໝີກັນໄປ. 15 ດັ່ງທີ່ມີຄຳຂຽນໄວ້ແລ້ວວ່າ, “ຜູ້ທີ່ໄດ້ຫລາຍກໍບໍ່ເຫຼືອ ແລະຜູ້ທີ່ໄດ້ໜ້ອຍກໍບໍ່ຂາດເຂີນ.” ຕີໂຕ ແລະ ເພື່ອນຮ່ວມງານ 16 ແຕ່ຈົ່ງໂມທະນາຂອບພຣະຄຸນພຣະເຈົ້າ ທີ່ຊົງບັນດານໃຫ້ຕີໂຕມີໃຈກະຕືລືລົ້ນສຳລັບພວກເຈົ້າດັ່ງທີ່ເຮົາເອງມີຢູ່. 17 ເພິ່ນບໍ່ພຽງແຕ່ໄດ້ຮັບເອົາຄຳຂໍຮ້ອງຂອງພວກເຮົາ ນອກນີ້ອີກ ເພິ່ນຍັງມີໃຈກະຕືລືລົ້ນໃນການຊ່ວຍເຫລືອ, ຈຶ່ງອາສາສະໝັກໄປຫາພວກເຈົ້າ. 18 ພວກເຮົາໄດ້ໃຊ້ພີ່ນ້ອງຄົນນັ້ນ ຜູ້ທີ່ຄຣິສຕະຈັກທັງໝົດໃຫ້ຄວາມໄວ້ວາງໃຈ ໃຫ້ໄປກັບຕີໂຕໃນພາລະກິດແຫ່ງການປະກາດຂ່າວປະເສີດ. 19 ແລະບໍ່ພຽງແຕ່ເທົ່ານັ້ນ ແຕ່ຄຣິສຕະຈັກໄດ້ເລືອກຕັ້ງຜູ້ນັ້ນ ໃຫ້ເປັນເພື່ອນເດີນທາງດ້ວຍກັນກັບເຮົາໃນການກຸສົນ ຊຶ່ງເຮົາໄດ້ຮັບເປັນທຸລະ ເພື່ອໃຫ້ເປັນທີ່ຖວາຍພຣະກຽດແກ່ອົງພຣະຜູ້ເປັນເຈົ້າ ແລະເປັນທີ່ສະແດງນໍ້າໃຈອັນພ້ອມແລ້ວຂອງເຮົາ. 20 ພວກເຮົາຕັ້ງໃຈຈະບໍ່ໃຫ້ຜູ້ໃດຕຳໜິ ໃນເລື່ອງຂອງບໍລິຈາກອັນຫລວງຫລາຍ ທີ່ພວກເຮົາກຳລັງຮັບມາແຈກນັ້ນ. 21 ພວກເຮົາມີຈຸດປະສົງເຮັດທຸກສິ່ງໃຫ້ຖືກຕ້ອງ ບໍ່ແມ່ນແຕ່ຕໍ່ສາຍຕາຂອງອົງພຣະຜູ້ເປັນເຈົ້າເທົ່ານັ້ນ, ແຕ່ຕໍ່ສາຍຕາຂອງມະນຸດດ້ວຍ. 22 ເຮົາໄດ້ໃຊ້ພີ່ນ້ອງຂອງເຮົານັ້ນໄປນຳພວກເຂົາ ຄືຜູ້ທີ່ເຮົາໄດ້ທົດລອງເບິ່ງຫລາຍເທື່ອ ຈຶ່ງເຫັນວ່າເປັນຄົນມີໃຈກະຕືລືລົ້ນໃນຫລາຍສິ່ງຫລາຍຢ່າງມາແລ້ວ ແລະບັດນີ້ໄດ້ມີຄວາມກະຕືລືລົ້ນຫລາຍກວ່າເກົ່າ ຍ້ອນວ່າເພິ່ນມີຄວາມໄວ້ໃຈຫລາຍໃນພວກເຈົ້າ. 23 ສ່ວນຕີໂຕນັ້ນ ເປັນຜູ້ເຂົ້າສ່ວນກັບເຮົາ ແລະເປັນຜູ້ຮ່ວມງານໃນການຮັບໃຊ້ເຈົ້າທັງຫລາຍ ສ່ວນພວກພີ່ນ້ອງຂອງເຮົານັ້ນ ກໍເປັນທູດຮັບໃຊ້ຂອງຄຣິສຕະຈັກທັງຫລາຍ ແລະເປັນພຣະກຽດຕິຍົດຂອງພຣະຄຣິດ. 24 ເຫດສະນັ້ນ ຈົ່ງສະແດງໃຫ້ພວກເຂົາເຫັນ ເຖິງຄວາມຮັກອັນແທ້ຈິງຂອງພວກເຈົ້າ ເພື່ອວ່າການທີ່ພວກເຮົາເວົ້າອວດເຖິງພວກເຈົ້ານັ້ນ ຈະເປັນທີ່ປາກົດແຈ້ງໃນທ່າມກາງເຂົາເຫຼົ່ານັ້ນ ຕໍ່ໜ້າຄຣິສຕະຈັກທຸກແຫ່ງ. |
@ 2012 United Bible Societies. All Rights Reserved.