2 ໂກຣິນໂທ 7 - ພຣະຄຳພີສັກສິ1 ບັນດາເພື່ອນທີ່ຮັກຂອງເຮົາເອີຍ, ເມື່ອພວກເຮົາມີພຣະສັນຍາໃໝ່ດັ່ງນີ້ແລ້ວ ຈົ່ງໃຫ້ພວກເຮົາຊຳລະຕົວຈາກທຸກສິ່ງ ທີ່ເຮັດໃຫ້ຮ່າງກາຍແລະຈິດວິນຍານເປັນມົນທິນ ແລະຈົ່ງເຮັດໃຫ້ມີຄວາມບໍຣິສຸດຢ່າງຄົບຖ້ວນ ໂດຍຄວາມຢຳເກງພຣະເຈົ້າ. ໂປໂລຍິນດີທີ່ຄຣິສຕະຈັກກັບໃຈໃໝ່ 2 ຈົ່ງເປີດໃຈຂອງພວກເຈົ້າອອກໃຫ້ກວ້າງ ໄວ້ຕ້ອນຮັບພວກເຮົາເຖີດ ພວກເຮົາບໍ່ໄດ້ເຮັດຜິດຄິດຮ້າຍຕໍ່ຜູ້ໃດ ພວກເຮົາບໍ່ໄດ້ທຳລາຍຜູ້ໃດ ທັງບໍ່ໄດ້ຊອກເອົາລັດເອົາປຽບຜູ້ໃດຈັກເທື່ອ. 3 ເຮົາກ່າວຢ່າງນີ້ ກໍບໍ່ແມ່ນເພື່ອຈະໃສ່ໂທດພວກເຈົ້າ ເພາະເຮົາໄດ້ບອກແລ້ວວ່າ, ເຈົ້າທັງຫລາຍຢູ່ໃນໃຈຂອງເຮົາ ຄືຈະຕາຍ ຫລືຈະເປັນກໍຢູ່ດ້ວຍກັນ. 4 ເຮົາມີຄວາມໄວ້ໃຈ ແລະພາກພູມໃຈໃນພວກເຈົ້າຢ່າງຫລວງຫລາຍ ເຮົາໄດ້ຮັບຄວາມຊູໃຈຢ່າງບໍລິບູນ ແລະໃນຄວາມທຸກລຳບາກຂອງເຮົາທຸກຢ່າງ ເຮົາກໍຍັງມີຄວາມຊົມຊື່ນຍິນດີຢ່າງລົ້ນເຫຼືອ. 5 ເພາະເຖິງແມ່ນວ່າ ພວກເຮົາໄດ້ມາເຖິງແຂວງມາເກໂດເນຍແລ້ວກໍຕາມ ຮ່າງກາຍຂອງພວກເຮົາກໍບໍ່ໄດ້ພັກຜ່ອນ ເພາະມີຄວາມທຸກລຳບາກຢູ່ອ້ອມຂ້າງ, ພາຍນອກມີການຕໍ່ສູ້ ແລະພາຍໃນກໍມີຄວາມຢ້ານກົວ. 6 ແຕ່ພຣະເຈົ້າ ອົງຊົງໜູນໃຈຜູ້ທີ່ໂສກເສົ້າ ຊົງໂຜດໜູນໃຈພວກເຮົາດ້ວຍການທີ່ໃຫ້ຕີໂຕມາເຖິງພວກເຮົາ. 7 ແລະບໍ່ພຽງແຕ່ການມາຂອງຕີໂຕເທົ່ານັ້ນ, ແຕ່ດ້ວຍການທີ່ພວກເຈົ້າໄດ້ຊູໃຈຂອງຕີໂຕອີກດ້ວຍ ຕາມທີ່ຕີໂຕໄດ້ມາເລົ່າໃຫ້ຟັງເຖິງຄວາມອາໄລ ແລະຄວາມໂສກເສົ້າຂອງເຈົ້າທັງຫລາຍ ກັບທັງໃຈຮ້ອນຮົນຂອງພວກເຈົ້າທີ່ມີຕໍ່ເຮົາ ຈຶ່ງເຮັດໃຫ້ເຮົາມີຄວາມຊົມຊື່ນຍິນດີທະວີຂຶ້ນ. 8 ເພາະເຖິງແມ່ນຈົດໝາຍຂອງເຮົາສະບັບນັ້ນ ໄດ້ເຮັດໃຫ້ເຈົ້າທັງຫລາຍທຸກໃຈກໍຕາມ ເຮົາກໍບໍ່ກິນແໜງ ເຖິງແມ່ນວ່າເຮົາໄດ້ກິນແໜງແດ່ແລ້ວກໍຕາມ ເພາະເຮົາເຫັນວ່າ ຈົດໝາຍສະບັບນັ້ນໄດ້ເຮັດໃຫ້ເຈົ້າທັງຫລາຍທຸກໃຈກໍພຽງແຕ່ຊົ່ວຄາວເທົ່ານັ້ນ. 9 ບັດນີ້ ເຮົາມີຄວາມຊົມຊື່ນຍິນດີ ບໍ່ແມ່ນເພາະຄວາມທຸກໃຈຂອງເຈົ້າທັງຫລາຍ, ແຕ່ເພາະຄວາມທຸກໃຈນັ້ນ ເປັນເຫດໃຫ້ພວກເຈົ້າກັບໃຈເສຍໃໝ່ ເພາະວ່າພວກເຈົ້າໄດ້ຮັບຄວາມທຸກໃຈຢ່າງທີ່ຊອບພຣະໄທພຣະເຈົ້າ ຈຶ່ງບໍ່ໄດ້ຮັບຜົນຮ້າຍຈາກເຮົາຈັກຢ່າງ. 10 ດ້ວຍວ່າ, ຄວາມທຸກໃຈຕາມຢ່າງຊອບພຣະໄທພຣະເຈົ້ານັ້ນ ຍ່ອມເຮັດໃຫ້ກັບໃຈເສຍໃໝ່ ຊຶ່ງນຳໄປສູ່ຄວາມພົ້ນໂດຍບໍ່ຄວນກິນແໜງ, ແຕ່ຄວາມທຸກໃຈຕາມຢ່າງໂລກນັ້ນ ຍ່ອມນຳໄປເຖິງຄວາມຕາຍ. 11 ຈົ່ງພິຈາລະນາເບິ່ງວ່າ ການທີ່ເຈົ້າທັງຫລາຍໄດ້ທຸກໃຈ ຕາມຢ່າງຊອບພຣະໄທພຣະເຈົ້ານັ້ນ ໄດ້ເຮັດໃຫ້ພວກເຈົ້າເກີດມີຄວາມຂະຫຍັນຂັນແຂງຫລາຍເທົ່າໃດ ເອົາໃຈໃສ່ທີ່ຈະແກ້ຕົວຫລາຍເທົ່າໃດ ຄວາມເຄືອງໃຈ ຄວາມຕື່ນຕົວ ຄວາມອາໄລ ຄວາມຮ້ອນຮົນ ແລະການລົງໂທດຕອບແທນຫລາຍເທົ່າໃດ ໃນທຸກສິ່ງເຫຼົ່ານີ້ ເຈົ້າທັງຫລາຍໄດ້ສະແດງຕົວວ່າ ເປັນຄົນບໍ່ມີຜິດໃນການນັ້ນແລ້ວ. 12 ເຫດສະນັ້ນ ແມ່ນວ່າເຮົາໄດ້ຂຽນມາເຖິງເຈົ້າທັງຫລາຍ ກໍບໍ່ແມ່ນຍ້ອນຜູ້ທີ່ໄດ້ເຮັດຜິດ ຫລືຍ້ອນຜູ້ທີ່ຖືກຜິດນັ້ນ ແຕ່ເພື່ອຄວາມຂະຫຍັນຂັນແຂງ ທີ່ພວກເຈົ້າມີຕໍ່ເຮົານັ້ນ ຈະໄດ້ປາກົດແກ່ເຈົ້າທັງຫລາຍຊ້ອງພຣະພັກພຣະເຈົ້າ. 13 ໂດຍເຫດນີ້ ເຮົາຈຶ່ງມີຄວາມຊູໃຈ. ນອກຈາກຄວາມຊູໃຈຂອງເຮົານັ້ນ ເຮົາມີຄວາມຊົມຊື່ນຍິນດີຢ່າງເຫລືອລົ້ນ ເພາະຍ້ອນຄວາມຍິນດີຂອງຕີໂຕ ໃນການທີ່ພວກເຈົ້າໄດ້ເຮັດໃຫ້ຈິດໃຈຂອງຕີໂຕສະຫງົບລົງ. 14 ເຮົາໄດ້ເວົ້າອວດເຖິງເລື່ອງຂອງພວກເຈົ້າສູ່ຕີໂຕ ແລະພວກເຈົ້າກໍບໍ່ໄດ້ເຮັດໃຫ້ເຮົາຜິດຫວັງ ພວກເຮົາໄດ້ກ່າວຄວາມຈິງແກ່ພວກເຈົ້າຢູ່ສະເໝີສັນໃດ ການທີ່ພວກເຮົາເວົ້າອວດເຖິງເລື່ອງການເຊື່ອຟັງຂອງພວກເຈົ້າສູ່ຕີໂຕ ກໍກາຍເປັນຄວາມຈິງສັນນັ້ນ. 15 ດັ່ງນັ້ນ ຄວາມຮັກຂອງຕີໂຕ ທີ່ມີຕໍ່ພວກເຈົ້າຈຶ່ງຫລາຍຍິ່ງຂຶ້ນ ເມື່ອເພິ່ນລະນຶກເຖິງການເຊື່ອຟັງຂອງພວກເຈົ້າທຸກຄົນ ແລະການທີ່ພວກເຈົ້າໄດ້ຮັບຕ້ອນເພິ່ນດ້ວຍຄວາມຢຳເກງຈົນຕົວສັ່ນ. 16 ເຮົາມີຄວາມຊື່ນຊົມຍິນດີຢ່າງເຫລືອລົ້ນ ເພາະເຮົາເຊື່ອໝັ້ນໃນພວກເຈົ້າໄດ້ທຸກຢ່າງ. |
@ 2012 United Bible Societies. All Rights Reserved.