2 ໂກຣິນໂທ 6 - ພຣະຄຳພີສັກສິ1 ຍ້ອນວ່າ ພວກເຮົາເປັນຜູ້ທີ່ຮ່ວມງານກັບພຣະອົງ ພວກເຮົາຈຶ່ງຂໍຮ້ອງພວກເຈົ້າເໝືອນກັນວ່າ ຢ່າໃຫ້ພຣະຄຸນຊຶ່ງພວກເຈົ້າໄດ້ຮັບຈາກພຣະອົງນັ້ນ ເປັນສິ່ງໄຮ້ປະໂຫຍດ. 2 ເພາະພຣະອົງຊົງກ່າວວ່າ, “ໃນຄາວແຫ່ງຄວາມກະລຸນາ ເຮົາໄດ້ຟັງເຈົ້າ ໃນວັນແຫ່ງຄວາມພົ້ນ ເຮົາໄດ້ຊ່ວຍເຫລືອເຈົ້າໄວ້.” ເບິ່ງແມ! ເວລານີ້ ແມ່ນຄາວແຫ່ງຄວາມກະລຸນາ ເບິ່ງແມ! ເວລານີ້ເປັນວັນແຫ່ງຄວາມພົ້ນ. 3 ພວກເຮົາບໍ່ໄດ້ເຮັດໃຫ້ຜູ້ໃດຊຸນສະດຸດໃຈຈັກຢ່າງ ເພື່ອບໍ່ໃຫ້ການທີ່ພວກເຮົາຮັບໃຊ້ປະຕິບັດນັ້ນ ເປັນທີ່ຕິຕຽນໄດ້. 4 ແຕ່ພວກເຮົາເປັນຜູ້ຮັບໃຊ້ຂອງພຣະເຈົ້າ ພວກເຮົາໄດ້ເຮັດຕາມຄຳບັນຊາທຸກສິ່ງ ໂດຍຄວາມພຽນສູ້ທົນຢ່າງຫລວງຫລາຍ ໃນຄວາມເດືອດຮ້ອນ ຄວາມຂັດສົນ ແລະໃນໄພພິບັດ. 5 ໃນການຖືກຂ້ຽນຕີ ຖືກຄຸມຂັງ ໃນການວຸ້ນວາຍ ເຮັດວຽກອັນໜັກໜ່ວງໃນການອົດຫລັບອົດນອນ ແລະໃນການອຶດຫິວ. 6 ໂດຍຄວາມບໍຣິສຸດ ໂດຍຄວາມຮູ້ ໂດຍຄວາມອົດທົນ ໂດຍຄວາມເມດຕາກະລຸນາ ໂດຍຄວາມບໍຣິສຸດຂອງຈິດວິນຍານ ໂດຍຄວາມຮັກຈາກໃຈຈິງ, 7 ໂດຍຖ້ອຍຄຳອັນສັດຈິງ ໂດຍຣິດອຳນາດຂອງພຣະເຈົ້າ ດ້ວຍອາວຸດຂອງຄວາມຊອບທຳ (ຊຶ່ງໃຊ້ສຳລັບມືຂວາແລະມືຊ້າຍ ໄວ້ໂຈມຕີແລະປ້ອງກັນຕົວດ້ວຍ). 8 ທັງເວລາທີ່ໄດ້ຮັບກຽດ ແລະທັງເວລາຖືກລົດກຽດ, ທັງເວລາຖືກໝິ່ນປະໝາດ ແລະເວລາຮັບຄຳຊົມເຊີຍ. ພວກເຮົາຖືກກ່າວຫາວ່າເປັນຄົນຫລອກລວງ, ແຕ່ຍັງເປັນຄົນສັດຊື່ຢູ່; 9 ເປັນຄົນທີ່ບໍ່ມີຜູ້ໃດຮູ້ຈັກ, ແຕ່ຍັງເປັນທີ່ຮູ້ຈັກດີ; ພວກເຮົາເປັນຄົນທີ່ກຳລັງຈະຕາຍ, ແຕ່ເບິ່ງແມ! ພວກເຮົາກໍຍັງມີຊີວິດຢູ່ ພວກເຮົາຖືກລົງໂທດ, ແຕ່ກໍຍັງບໍ່ເຖິງຂັ້ນຖືກປະຫານ, 10 ເຖິງແມ່ນໄດ້ຮັບຄວາມເສົ້າໂສກ, ແຕ່ກໍຍັງຊົມຊື່ນຍິນດີຢູ່ສະເໝີ; ເປັນຄົນຍາກຈົນ, ແຕ່ກໍເຮັດໃຫ້ຫລາຍຄົນຮັ່ງມີ; ເປັນຄົນບໍ່ມີຫຍັງ, ແຕ່ກໍຍັງມີທຸກສິ່ງ. 11 ຊາວເມືອງໂກຣິນໂທເອີຍ ພວກເຮົາກ່າວກັບພວກເຈົ້າດ້ວຍຄວາມຈິງໃຈ ຢ່າງບໍ່ບິດເບືອນສິ່ງໃດເລີຍ ພວກເຮົາເປີດໃຈກວ້າງຕໍ່ພວກເຈົ້າ. 12 ພວກເຮົາບໍ່ໄດ້ອຳຫຍັງໄວ້ໃນໃຈ ຕໍ່ພວກເຈົ້າເລີຍ, ແຕ່ແມ່ນພວກເຈົ້າຕ່າງຫາກທີ່ອຳເລື່ອງໃນໃຈໄວ້ ຕໍ່ພວກເຮົາ. 13 ເພື່ອເປັນການຕອບສະໜອງ ເຮົາຈຶ່ງເວົ້າກັບພວກເຈົ້າໃນຖານະທີ່ພວກເຈົ້າເປັນລູກຂອງເຮົາວ່າ, ຈົ່ງເຮັດກັບພວກເຮົາ ເໝືອນດັ່ງທີ່ພວກເຮົາເຮັດກັບພວກເຈົ້າ ຄືຈົ່ງເປີດໃຈຂອງພວກເຈົ້າອອກໃຫ້ກວ້າງເຖີດ. ພວກເຮົາເປັນວິຫານຂອງພຣະເຈົ້າອົງຊົງຊີວິດຢູ່ 14 ຢ່າຜູກພັນກັບຄົນທີ່ບໍ່ເຊື່ອໃນຖານະທີ່ບໍ່ສະເໝີກັນ ເພາະວ່າ ຄວາມຊອບທຳຈະມີຫຸ້ນສ່ວນອັນໃດກັບຄວາມອະທຳ? ແລະຄວາມສະຫວ່າງຈະເຂົ້າສະໜິດກັບຄວາມມືດໄດ້ຢ່າງໃດ? 15 ພຣະຄຣິດກັບເບລີອາຈະລົງລອຍກັນໄດ້ຢ່າງໃດ? ຄົນທີ່ເຊື່ອຈະມີສ່ວນອັນໃດກັບຄົນທີ່ບໍ່ເຊື່ອ? 16 ວິຫານຂອງພຣະເຈົ້າຈະຕົກລົງກັບຮູບເຄົາຣົບໄດ້ຢ່າງໃດ? ດ້ວຍວ່າ, ພວກເຮົາເປັນວິຫານຂອງພຣະເຈົ້າອົງຊົງຊີວິດຢູ່ ດັ່ງທີ່ພຣະເຈົ້າໄດ້ກ່າວໄວ້ວ່າ, “ເຮົາຈະສະຖິດຢູ່ໃນພວກເຂົາ ແລະຈະດຳເນີນຢູ່ໃນທ່າມກາງພວກເຂົາ, ເຮົາຈະເປັນພຣະເຈົ້າຂອງພວກເຂົາ ແລະພວກເຂົາຈະເປັນໄພ່ພົນຂອງເຮົາ.” 17 ດ້ວຍເຫດນັ້ນ ອົງພຣະຜູ້ເປັນເຈົ້າຈຶ່ງກ່າວວ່າ, “ຈົ່ງແຍກຕົວອອກຈາກທ່າມກາງພວກເຂົາ ແລະຈົ່ງຕັ້ງຢູ່ຕ່າງຫາກ ຢ່າແຕະຕ້ອງສິ່ງທີ່ເປັນມົນທິນ ແລະເຮົາຈຶ່ງຈະຮັບເອົາພວກເຈົ້າໄວ້. 18 ເຮົາຈະເປັນບິດາຂອງພວກເຈົ້າ ແລ້ວພວກເຈົ້າຈະເປັນບຸດຊາຍ ບຸດຍິງຂອງເຮົາ.” ອົງພຣະຜູ້ເປັນເຈົ້າ ອົງຊົງຣິດອຳນາດຍິ່ງໃຫຍ່ ໄດ້ຊົງກ່າວໄວ້ດັ່ງນັ້ນ. |
@ 2012 United Bible Societies. All Rights Reserved.