Biblia Todo Logo
Bìoball air-loidhne

- Sanasan -

2 ໂກຣິນໂທ 5 - ພຣະຄຳພີສັກສິ

1 ເພາະ​ເຮົາ​ຮູ້​ແລ້ວ​ວ່າ, ຖ້າ​ວ່າ​ເຮືອນ​ຂອງເຮົາ​ໃນ​ໂລກນີ້ ຄື​ຮ່າງກາຍ​ນັ້ນ​ໄດ້​ຖືກ​ມ້າງ​ລົງ​ເສຍ ເຮົາ​ກໍ​ຍັງ​ມີ​ບ່ອນ​ຢູ່​ອາໄສ ຊຶ່ງ​ພຣະເຈົ້າ​ຊົງ​ໂຜດ​ປະທານ​ໃຫ້​ເປັນ​ບ່ອນ​ຢູ່​ທີ່​ບໍ່ໄດ້​ສ້າງ​ດ້ວຍ​ມື​ມະນຸດ ແລະ​ຊົງ​ຕັ້ງ​ຢູ່​ຖາວອນ​ເປັນນິດ​ໃນ​ສະຫວັນ.

2 ເພາະວ່າ​ທີ່​ຈິງ​ໃນ​ຮ່າງກາຍ​ນີ້ ເຮົາ​ຍັງ​ໂອ່ຍ​ອາໄລ​ຢູ່ ປາຖະໜາ​ຫາ​ຢ່າງ​ຮ້ອນຮົນ ຢາກ​ຫົ່ມ​ເອົາ​ທີ່​ຢູ່​ຂອງເຮົາ​ອັນ​ມາ​ແຕ່​ສະຫວັນ,

3 ເພື່ອ​ວ່າ​ເມື່ອ​ພວກເຮົາ​ຫົ່ມ​ຮ່າງກາຍ​ໃໝ່​ແລ້ວ ພວກເຮົາ​ກໍ​ບໍ່​ຕ້ອງ​ຢູ່​ໃນ​ສະພາບ​ທີ່​ປະເປືອຍ.

4 ຂະນະທີ່​ພວກເຮົາ​ອາໄສ​ຢູ່​ໃນ​ຮ່າງກາຍ​ນີ້ ພວກເຮົາ​ກໍ​ໂອ່ຍຄາງ​ເປັນ​ທຸກ​ຢູ່​ຢ່າງ​ໜັກໜ່ວງ ອັນ​ນີ້​ບໍ່ແມ່ນ​ວ່າ​ພວກເຮົາ​ຢາກ​ໜີ​ໃຫ້​ພົ້ນ​ຈາກ​ຮ່າງກາຍ​ຂອງ​ພວກເຮົາ, ແຕ່​ພວກເຮົາ​ປາຖະໜາ​ຢາກ​ຫົ່ມ​ກາຍ​ໃໝ່​ນັ້ນ ເພື່ອ​ວ່າ​ຮ່າງກາຍ​ທີ່​ຕາຍ​ເປັນ​ນີ້​ຈະ​ຖືກ​ຖ້ວມລົ້ນ​ດ້ວຍ​ຊີວິດ.

5 ແມ່ນ​ພຣະເຈົ້າ​ເອງ​ທີ່​ໄດ້​ເປັນ​ຜູ້​ຈັດຕຽມ​ພວກເຮົາ​ສຳລັບ​ການ​ປ່ຽນແປງ​ນີ້ ຜູ້​ຊົງ​ໂຜດ​ປະທານ​ພຣະວິນຍານ​ເພື່ອ​ເປັນ​ເຄື່ອງ​ມັດຈຳ​ໄວ້​ກັບ​ພວກເຮົາ.

6 ດັ່ງນັ້ນ ພວກເຮົາ​ຈຶ່ງ​ມີ​ໃຈ​ກ້າ​ຢ່າງ​ເຕັມປ່ຽມ​ຢູ່​ສະເໝີ ພວກເຮົາ​ຮູ້​ວ່າ ຕາບໃດ​ທີ່​ພວກເຮົາ​ອາໄສ​ຢູ່​ໃນ​ເຮືອນ ຄື​ຮ່າງກາຍ​ນີ້ ພວກເຮົາ​ກໍ​ໄກ​ຈາກ​ອົງພຣະ​ຜູ້​ເປັນເຈົ້າ.

7 ດ້ວຍວ່າ, ພວກເຮົາ​ດຳເນີນ​ຊີວິດ​ຕາມ​ຄວາມເຊື່ອ ບໍ່ແມ່ນ​ຕາມ​ທີ່​ຕາ​ເຫັນ.

8 ພວກເຮົາ​ມີ​ໃຈ​ກ້າ​ຢ່າງ​ເຕັມປ່ຽມ ແລະ​ພໍໃຈ​ຢາກ​ຈະ​ອອກ​ຈາກ​ເຮືອນ ຄື​ຮ່າງກາຍ​ນີ້ ໄປ​ຢູ່​ເຮືອນ​ກັບ​ອົງພຣະ​ຜູ້​ເປັນເຈົ້າ​ກໍດີກວ່າ.

9 ດັ່ງນັ້ນ ບໍ່​ວ່າ​ພວກເຮົາ​ຈະ​ຢູ່​ໃນ​ເຮືອນ ຄື​ຮ່າງກາຍ​ນີ້ ຫລື​ບໍ່​ຢູ່​ກໍຕາມ ພວກເຮົາ​ໄດ້​ຕັ້ງ​ເປົ້າໝາຍ​ເພື່ອ​ເຮັດ​ໃຫ້​ເປັນ​ທີ່​ພໍພຣະໄທ​ພຣະອົງ.

10 ດ້ວຍວ່າ, ຈຳເປັນ​ທີ່​ພວກເຮົາ​ທຸກຄົນ ຈະ​ຕ້ອງ​ປາກົດ​ຕົວ​ຕໍ່ໜ້າ​ບັນລັງ​ພິພາກສາ​ຂອງ​ພຣະຄຣິດ ເພື່ອ​ແຕ່ລະຄົນ​ຈະ​ໄດ້​ຮັບ ສົມ​ກັບ​ການ​ທີ່​ຕົນ​ໄດ້​ເຮັດ​ໃນ​ຮ່າງກາຍ​ນີ້ ແລ້ວ​ແຕ່​ຈະ​ດີ ຫລື​ຊົ່ວ.


ການ​ຄືນ​ດີ​ກັບ​ພຣະເຈົ້າ​ໂດຍ​ທາງ​ພຣະຄຣິດ

11 ເພາະ​ເຫດ​ທີ່​ພວກເຮົາ​ຮູ້ຈັກ​ຢຳເກງ​ອົງພຣະ​ຜູ້​ເປັນເຈົ້າ ພວກເຮົາ​ຈຶ່ງ​ຊັກຊວນ​ຄົນ​ທັງຫລາຍ​ໃຫ້​ເຮັດ​ຕາມ​ດ້ວຍ ພວກເຮົາ​ເປັນ​ຢ່າງ​ໃດ ພຣະເຈົ້າ​ກໍ​ຊົງ​ຮູ້​ດີ​ຢູ່​ແລ້ວ ແລະ​ພວກເຮົາ​ກໍ​ຫວັງ​ວ່າ ໃຈ​ສຳນຶກ​ຜິດແລະຊອບ​ຂອງ​ພວກເຈົ້າ ກໍ​ຄົງ​ຮູ້ຈັກ​ພວກເຮົາ​ດີ​ເໝືອນກັນ.

12 ທີ່​ເວົ້າ​ຢ່າງ​ນີ້ ບໍ່ແມ່ນ​ພວກເຮົາ​ຍ້ອງຍໍ​ຕົວ​ເຮົາ​ເອງ​ຕໍ່​ເຈົ້າ​ທັງຫລາຍ, ແຕ່​ເພື່ອ​ໃຫ້​ເຈົ້າ​ທັງຫລາຍ​ໄດ້​ມີ​ໂອກາດ​ສະແດງ​ຄວາມ​ອວດອ້າງ​ກ່ຽວກັບ​ພວກເຮົາ ເພື່ອ​ໃຫ້​ເຈົ້າ​ທັງຫລາຍ​ສາມາດ​ມີ​ຂໍ້​ໂຕ້ຕອບ​ແກ່​ຄົນ​ທັງຫລາຍ​ທີ່​ມັກ​ອວດ​ໃນ​ສິ່ງ​ພາຍ​ນອກ ບໍ່ແມ່ນ​ສິ່ງ​ທີ່​ຢູ່​ພາຍ​ໃນ​ຈິດໃຈ.

13 ເພາະວ່າ ຖ້າ​ພວກເຮົາ​ໄດ້​ເຮັດ​ຢ່າງ​ຄົນ​ເສຍຈິດ ເຮົາ​ກໍ​ເຮັດ​ເພາະ​ເຫັນ​ແກ່​ພຣະເຈົ້າ ຫລື​ຖ້າ​ເຮົາ​ເຮັດ​ຢ່າງ​ຄົນ​ປົກກະຕິ ກໍ​ເພາະ​ເຫັນ​ແກ່​ເຈົ້າ​ທັງຫລາຍ.

14 ເພາະວ່າ, ຄວາມຮັກ​ຂອງ​ພຣະຄຣິດ​ຊົງ​ບັງຄັບ​ພວກເຮົາ​ຢູ່ ຍ້ອນ​ພວກເຮົາ​ແນ່ໃຈ​ວ່າ, ມີ​ຜູ້ໜຶ່ງ​ໄດ້​ຕາຍ​ແທນ​ຄົນ​ທັງປວງ. ດັ່ງນັ້ນ ຄົນ​ທັງປວງ​ຈຶ່ງ​ໄດ້​ເຂົ້າ​ສ່ວນ​ໃນ​ຄວາມ​ຕາຍ​ນັ້ນ.

15 ແລະ​ພຣະອົງ​ໄດ້​ຕາຍ​ແທນ​ຄົນ​ທັງປວງ ເພື່ອ​ວ່າ​ພວກ​ທີ່​ມີ​ຊີວິດ​ຢູ່​ນັ້ນ ຈະ​ບໍ່​ໃຊ້​ຊີວິດ​ຢູ່​ເພື່ອ​ຕົນເອງ​ອີກ​ຕໍ່ໄປ, ແຕ່​ເພື່ອ​ພຣະອົງ​ຜູ້​ທີ່​ໄດ້​ຕາຍ ແລະ​ໄດ້​ເປັນ​ຄືນ​ມາ​ຈາກ​ຕາຍ ເພາະ​ເຫັນແກ່​ເຂົາ​ທັງຫລາຍ.

16 ເຫດສະນັ້ນ, ແຕ່​ນີ້​ຕໍ່ໄປ ພວກເຮົາ​ຈຶ່ງ​ບໍ່​ພິຈາລະນາ​ເບິ່ງ​ຜູ້ໃດ​ຕາມ​ມາດຕະຖານ​ຂອງ​ມະນຸດ​ອີກ ເຖິງ​ແມ່ນ​ວ່າ ເມື່ອ​ກ່ອນ​ນັ້ນ​ພວກເຮົາ​ໄດ້​ສັງເກດ​ຮູ້​ພຣະຄຣິດ​ຕາມ​ມາດຕະຖານ​ຂອງ​ມະນຸດ​ກໍຕາມ ມາບັດນີ້ ພວກເຮົາ​ກໍ​ບໍ່​ສັງເກດ​ຮູ້​ພຣະອົງ​ຕາມ​ແບບ​ນັ້ນ​ອີກ​ຕໍ່ໄປ.

17 ເຫດສະນັ້ນ, ຖ້າ​ຜູ້ໃດ​ຢູ່​ໃນ​ພຣະຄຣິດ ຜູ້ນັ້ນ​ກໍ​ເປັນ​ຄົນ​ທີ່​ຖືກ​ຊົງ​ສ້າງ​ຂຶ້ນ​ໃໝ່​ແລ້ວ ຖານະ​ເກົ່າ​ເຫຼົ່ານັ້ນ​ກໍ​ລ່ວງ​ໄປ​ແລ້ວ ເບິ່ງແມ! ກາຍເປັນ​ສິ່ງ​ໃໝ່​ທັງ​ນັ້ນ.

18 ສິ່ງ​ທັງໝົດ​ນີ້ ແມ່ນ​ເກີດ​ມາ​ຈາກ​ພຣະເຈົ້າ ຜູ້​ຊົງ​ໂຜດ​ໃຫ້​ພວກເຮົາ​ຄືນ​ດີ​ກັບ​ພຣະອົງ​ໂດຍ​ທາງ​ພຣະຄຣິດ ແລະ​ພຣະອົງ​ກໍໄດ້​ມອບໝາຍ​ພາລະກິດ​ນີ້​ແກ່​ພວກເຮົາ ເພື່ອ​ເຮັດ​ໃຫ້​ຄົນອື່ນ​ຄືນ​ດີ​ກັບ​ພຣະອົງ​ເໝືອນກັນ.

19 ເພາະ​ໂດຍ​ທາງ​ພຣະຄຣິດ ພຣະເຈົ້າ​ໄດ້​ເຮັດ​ໃຫ້​ຄົນ​ທຸກ​ຊາດ​ຄືນ​ດີ​ກັບ​ພຣະອົງ ພຣະເຈົ້າ​ບໍ່ໄດ້​ຖື​ໂທດ​ຕໍ່​ການບາບ​ຂອງ​ພວກເຂົາ ແລະ​ພຣະອົງ​ໄດ້​ຊົງ​ມອບ​ຂ່າວ​ເລື່ອງ​ການ​ຄືນ​ດີ​ໄວ້​ຢູ່​ໃນ​ຄວາມ​ຮັບຜິດຊອບ​ຂອງ​ພວກເຮົາ.

20 ດັ່ງນັ້ນ ພວກເຮົາ​ຈຶ່ງ​ເປັນ​ທູດ​ຂອງ​ພຣະຄຣິດ ເພາະວ່າ ພຣະເຈົ້າ​ຊົງ​ຮຽກຮ້ອງ​ພວກເຈົ້າ​ໂດຍ​ຜ່ານ​ທາງ​ພວກເຮົາ ພວກເຮົາ​ຈຶ່ງ​ຂໍຮ້ອງ​ພວກເຈົ້າ​ໃນ​ນາມ​ຂອງ​ພຣະຄຣິດ​ວ່າ, “ຈົ່ງ​ຍອມ​ໃຫ້​ພຣະເຈົ້າ ເຮັດ​ໃຫ້​ພວກເຈົ້າ​ຄືນ​ດີ​ກັນ​ກັບ​ພຣະອົງ​ເທີ້ນ.”

21 ເພາະວ່າ ພຣະເຈົ້າ​ໄດ້​ຊົງ​ກະທຳ​ໃຫ້​ພຣະຄຣິດ ຜູ້​ຊົງ​ບໍ່ມີ​ຄວາມ​ຜິດບາບ​ນັ້ນ ໄດ້​ເຂົ້າ​ສ່ວນ​ກັບ​ຄວາມ​ຜິດບາບ​ຂອງ​ພວກເຮົາ ເພື່ອ​ພວກເຮົາ​ຈະ​ໄດ້​ເຂົ້າ​ສ່ວນ​ໃນ​ຄວາມ​ຊອບທຳ​ຂອງ​ພຣະເຈົ້າ​ໂດຍ​ທາງ​ພຣະອົງ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan