2 ໂກຣິນໂທ 4 - ພຣະຄຳພີສັກສິສິ່ງມີຄ່າໃນພາຊະນະດິນ 1 ເພາະດ້ວຍພຣະກະລຸນາຂອງພຣະເຈົ້າ ພວກເຮົາຈຶ່ງໄດ້ຮັບໃຊ້ພັນທະກິດ ດັ່ງນັ້ນ ພວກເຮົາຈຶ່ງບໍ່ທໍ້ຖອຍ. 2 ພວກເຮົາໄດ້ປະຖິ້ມສິ່ງທີ່ໜ້າອັບອາຍທຸກຢ່າງທີ່ເຮັດໃນທີ່ລັບລີ້ ພວກເຮົາບໍ່ໄດ້ເຮັດໂດຍໃຊ້ກົນອຸບາຍ ທັງບໍ່ໄດ້ປອມແປງຖ້ອຍຄຳຂອງພຣະເຈົ້າດ້ວຍ, ແຕ່ໄດ້ສະແດງໃຫ້ຮູ້ຄວາມຈິງຢ່າງຈະແຈ້ງ ພວກເຮົາພະຍາຍາມເຮັດໃຫ້ຕົນເອງເປັນທີ່ຊອບແກ່ໃຈສຳນຶກຜິດແລະຊອບຂອງທຸກຄົນ ຊ້ອງໜ້າພຣະເຈົ້າ. 3 ແຕ່ຖ້າຂ່າວປະເສີດທີ່ພວກເຮົາປະກາດນັ້ນ, ຖືກປົກບັງໄວ້ກໍຖືກປົກບັງໄວ້ສຳລັບພວກທີ່ກຳລັງຈິບຫາຍໄປ. 4 ສຳລັບຄົນທີ່ບໍ່ເຊື່ອນັ້ນ ພະຂອງໂລກນີ້ໄດ້ເຮັດໃຫ້ຈິດໃຈຂອງພວກເຂົາມືດມົວໄປ ເພື່ອບໍ່ໃຫ້ພວກເຂົາເຫັນແສງສະຫວ່າງຂອງຂ່າວປະເສີດ ເລື່ອງພຣະສະຫງ່າຣາສີຂອງພຣະຄຣິດ ຜູ້ຊົງມີລັກສະນະຂອງພຣະເຈົ້າ. 5 ດ້ວຍວ່າ, ພວກເຮົາບໍ່ໄດ້ປະກາດຕົວເອງ ແຕ່ປະກາດພຣະເຢຊູຄຣິດເຈົ້າວ່າ ເປັນອົງພຣະຜູ້ເປັນເຈົ້າ ແລະປະກາດພວກເຮົາເອງວ່າ ເປັນທາດຮັບໃຊ້ຂອງພວກເຈົ້າ ເພື່ອເຫັນແກ່ພຣະເຢຊູເຈົ້າ. 6 ເພາະພຣະເຈົ້າອົງທີ່ໄດ້ກ່າວວ່າ, “ໃຫ້ແສງແຈ້ງສ່ອງອອກຈາກຄວາມມືດ” ເປັນພຣະເຈົ້າອົງທີ່ສ່ອງແສງສະຫວ່າງເຂົ້າມາໃນຈິດໃຈຂອງພວກເຮົາ ເພື່ອໃຫ້ພວກເຮົາຮູ້ຈັກເຖິງສະຫງ່າຣາສີຂອງພຣະເຈົ້າ ຊຶ່ງສ່ອງແສງສະຫວ່າງໃນໃບໜ້າຂອງພຣະເຢຊູຄຣິດເຈົ້າ. 7 ແຕ່ພວກເຮົາມີຊັບສົມບັດນີ້ ຢູ່ໃນພາຊະນະດິນ ເພື່ອໃຫ້ເຫັນວ່າ ຣິດອຳນາດອັນຍິ່ງໃຫຍ່ນັ້ນເປັນຂອງພຣະເຈົ້າ ບໍ່ໄດ້ມາຈາກພວກເຮົາເອງ. 8 ພວກເຮົາຖືກຄວາມທຸກລຳບາກຮອບດ້ານ, ແຕ່ຍັງບໍ່ເຖິງຂັ້ນຂັດສົນ; ຈົນປັນຍາ, ແຕ່ຍັງບໍ່ໝົດທາງອອກ; 9 ຖືກຂົ່ມເຫັງ, ແຕ່ບໍ່ຖືກປະຖິ້ມ; ຖືກຕີລົ້ມລົງ, ແຕ່ກໍຍັງບໍ່ເຖິງຂັ້ນເສຍຊີວິດ. 10 ຕົວຂອງພວກເຮົາຍອມຮັບຄວາມຕາຍຂອງພຣະເຢຊູເຈົ້າຢູ່ສະເໝີ ເພື່ອໃຫ້ຊີວິດຂອງພຣະເຢຊູເຈົ້າສາມາດປາກົດຢູ່ໃນຕົວຂອງພວກເຮົາ. 11 ເພາະວ່າ ຂະນະທີ່ເຮົາມີຊີວິດຢູ່ນັ້ນ ພວກເຮົາໄດ້ຖືກມອບໄວ້ແກ່ຄວາມຕາຍຢູ່ສະເໝີ ເພາະເຫັນແກ່ພຣະເຢຊູເຈົ້າ ເພື່ອຊີວິດຂອງພຣະອົງຈະໄດ້ປາກົດໃນເນື້ອກາຍອັນຕາຍເປັນຂອງເຮົາເໝືອນກັນ. 12 ດັ່ງນັ້ນ, ຄວາມຕາຍກຳລັງທຳງານຢູ່ໃນພວກເຮົາ, ແຕ່ຊີວິດກຳລັງທຳງານຢູ່ໃນພວກເຈົ້າ. 13 ແຕ່ເຮົາມີວິນຍານແຫ່ງຄວາມເຊື່ອຢ່າງດຽວກັນກັບຂໍ້ພຣະຄຳພີທີ່ຂຽນໄວ້ແລ້ວວ່າ, “ຂ້າພະເຈົ້າໄດ້ເຊື່ອ ເພາະສະນັ້ນ ຂ້າພະເຈົ້າຈຶ່ງໄດ້ກ່າວໄວ້.” ພວກເຮົາກໍເຊື່ອເໝືອນກັນ ເພາະສະນັ້ນພວກເຮົາຈຶ່ງກ່າວໄວ້. 14 ເພາະພວກເຮົາຮູ້ວ່າ ພຣະອົງຜູ້ໄດ້ຊົງບັນດານໃຫ້ອົງພຣະເຢຊູເຈົ້າເປັນຄືນມາຈາກຄວາມຕາຍນັ້ນ ຈະບັນດານໃຫ້ພວກເຮົາເປັນຄືນມາກັບພຣະເຢຊູເຈົ້າເໝືອນກັນ ແລະຈະນຳພວກເຮົາພ້ອມກັບພວກເຈົ້າ ເຂົ້າໄປຢູ່ຊ້ອງພຣະພັກພຣະອົງ. 15 ເພາະວ່າສິ່ງສາລະພັດນັ້ນ ເປັນໄປເພື່ອປະໂຫຍດຂອງເຈົ້າທັງຫລາຍ ເພື່ອວ່າ ເມື່ອພຣະຄຸນມາເຖິງຄົນເປັນຈຳນວນຫລວງຫລາຍ ກໍຈະມີການໂມທະນາຂອບພຣະຄຸນຫລາຍຂຶ້ນເໝືອນກັນ ຈຶ່ງເປັນການຖວາຍພຣະກຽດຕິຍົດແດ່ພຣະເຈົ້າ. ດຳເນີນຊີວິດໂດຍຄວາມເຊື່ອວາງໃຈ 16 ເຫດສະນັ້ນ, ພວກເຮົາຈຶ່ງບໍ່ທໍ້ຖອຍ ເຖິງແມ່ນວ່າກາຍພາຍນອກຂອງພວກເຮົາກຳລັງຊຸດໂຊມລົງກໍຕາມ, ແຕ່ໃຈພາຍໃນຂອງພວກເຮົານັ້ນ ກໍຍັງຈະເລີນຂຶ້ນໃໝ່ທຸກໆວັນ. 17 ຝ່າຍຄວາມທຸກລຳບາກອັນເບົາບາງແລະຊົ່ວຄາວນີ້ ກໍກຳລັງຈັດຕຽມພວກເຮົາໃຫ້ມີສະຫງ່າຣາສີອັນຍິ່ງໃຫຍ່ຖາວອນຕະຫລອດໄປ ຈົນຫາທີ່ປຽບບໍ່ໄດ້. 18 ເພາະວ່າ ພວກເຮົາບໍ່ໄດ້ປັກໃຈໃສ່ໃນສິ່ງທີ່ຕາເຫັນຢູ່, ແຕ່ໃນສິ່ງທີ່ຕາບໍ່ເຫັນ. ດ້ວຍວ່າ, ສິ່ງທີ່ຕາເຫັນຢູ່ນັ້ນກໍເປັນຂອງຊົ່ວຄາວ, ແຕ່ສິ່ງທີ່ຕາບໍ່ເຫັນນັ້ນ ກໍດຳລົງຢູ່ຖາວອນຕະຫລອດໄປ. |
@ 2012 United Bible Societies. All Rights Reserved.