2 ໂກຣິນໂທ 3 - ພຣະຄຳພີສັກສິບັນດາຜູ້ຮັບໃຊ້ພັນທະສັນຍາໃໝ່ 1 ພວກເຮົາກຳລັງຍ້ອງຍໍພວກເຮົາເອງອີກບໍ? ຫລືວ່າພວກເຮົາຕ້ອງການໜັງສືແນະນຳຕົວມາໃຫ້ພວກເຈົ້າເໝືອນຢ່າງບາງຄົນບໍ? ຫລືເຮົາຕ້ອງການໜັງສືແນະນຳຕົວຈາກພວກເຈົ້າບໍ? 2 ແມ່ນພວກເຈົ້າເອງທີ່ເປັນໜັງສືແນະນຳຕົວສຳລັບພວກເຮົາ ຊຶ່ງຈາລຶກໄວ້ໃສ່ຫົວໃຈຂອງພວກເຮົາໃຫ້ທຸກຄົນໄດ້ຮູ້ແລະໄດ້ອ່ານ 3 ແລະເປັນທີ່ຈະແຈ້ງແລ້ວວ່າ ພວກເຈົ້າເປັນຕົວໜັງສືທີ່ມາຈາກພຣະຄຣິດ ທີ່ພວກເຮົາເປັນຜູ້ຂຽນ ຊຶ່ງບໍ່ໄດ້ຂຽນດ້ວຍນໍ້າມຶກ ແຕ່ຂຽນດ້ວຍພຣະວິນຍານຂອງພຣະເຈົ້າອົງຊົງຊີວິດຢູ່ ແລະບໍ່ໄດ້ຂຽນໃສ່ແຜ່ນຫີນ ແຕ່ຂຽນໃສ່ຫົວໃຈຂອງມະນຸດ. 4 ພວກເຮົາກ່າວເຊັ່ນນີ້ກໍເພາະວ່າ ພວກເຮົາມີຄວາມໝັ້ນໃຈໃນພຣະເຈົ້າໂດຍທາງພຣະຄຣິດ. 5 ທີ່ຈິງແລ້ວ ພວກເຮົາບໍ່ໄດ້ຖືສິ່ງໃດວ່າເກີດມາຈາກຄວາມສາມາດຂອງພວກເຮົາເອງ, ແຕ່ຄວາມສາມາດທີ່ພວກເຮົາມີນັ້ນ ແມ່ນມາຈາກພຣະເຈົ້າ. 6 ເພາະແມ່ນພຣະອົງທີ່ໄດ້ເຮັດໃຫ້ພວກເຮົາສາມາດເປັນຜູ້ຮັບໃຊ້ພັນທະສັນຍາໃໝ່ ຊຶ່ງບໍ່ແມ່ນປະກອບດ້ວຍຕົວໜັງສື ແຕ່ດ້ວຍພຣະວິນຍານ. ດ້ວຍວ່າ, ຕົວໜັງສືປະຫານໃຫ້ຕາຍ ແຕ່ພຣະວິນຍານນັ້ນ ຊົງປະທານໃຫ້ມີຊີວິດ. 7 ແຕ່ຖ້າການປະຕິບັດທີ່ນຳໄປເຖິງຄວາມຕາຍ ຄືການປະຕິບັດຕາມຕົວອັກສອນ ຊຶ່ງຊົງຈາລຶກໄວ້ທີ່ແຜ່ນຫີນນັ້ນຍັງມາດ້ວຍຣັດສະໝີ ເຖິງແມ່ນວ່າເປັນຣັດສະໝີທີ່ຈາງຫາຍໄປ ກໍຍັງເຮັດໃຫ້ພວກອິດສະຣາເອນເບິ່ງໜ້າຂອງໂມເຊບໍ່ໄດ້. 8 ການປະຕິບັດຕາມພຣະວິນຍານ ກໍມີສະຫງ່າຣາສີອັນຍິ່ງໃຫຍ່ກວ່ານັ້ນອີກຈັກເທົ່າໃດໜໍ 9 ຖ້າການປະຕິບັດທີ່ນຳການຕັດສິນລົງໂທດ ຍັງມີສະຫງ່າຣາສີ ການປະຕິບັດທີ່ນຳສູ່ຄວາມຊອບທຳ ກໍຍິ່ງມີສະຫງ່າຣາສີລື່ນກວ່ານັ້ນອີກຈັກເທົ່າໃດໜໍ 10 ຄວາມຈິງແລ້ວ ສະຫງ່າຣາສີທີ່ໄດ້ເຄີຍສ່ອງແສງເຫຼື້ອມໃສໃນອະດີດນັ້ນ ໄດ້ຈາງຫາຍໄປແລ້ວ ເພາະມີສະຫງ່າຣາສີທີ່ຍິ່ງໃຫຍ່ກວ່າ. 11 ດ້ວຍວ່າ, ຖ້າສິ່ງທີ່ຈາງຫາຍໄປ ຍັງມີສະຫງ່າຣາສີເຖິງພຽງນັ້ນ ສິ່ງທີ່ເປັນຢູ່ຕະຫລອດໄປ ກໍຍິ່ງມີສະຫງ່າຣາສີລື່ນກວ່ານັ້ນອີກຈັກເທົ່າໃດໜໍ. 12 ເຫດສະນັ້ນ ໃນເມື່ອພວກເຮົາມີຄວາມຫວັງຢ່າງນີ້ ພວກເຮົາກໍມີໃຈກ້າຫລາຍຂຶ້ນ. 13 ພວກເຮົາບໍ່ເປັນເໝືອນໂມເຊ ທີ່ຕ້ອງເອົາຜ້າປົກໜ້າຂອງຕົນເອງໄວ້ ເພື່ອຊາວອິດສະຣາເອນຈະບໍ່ໄດ້ເຫັນແສງອັນສະຫງ່າຣາສີທີ່ກຳລັງຈາງລົງ ແລະສູນຫາຍໄປນັ້ນ. 14 ແຕ່ຈິດໃຈຂອງພວກເຂົາປຶກຕັນແທ້ຈິງຈົນເຖິງທຸກວັນນີ້ ເມື່ອພວກເຂົາອ່ານໜັງສືແຫ່ງພັນທະສັນຍາເດີມ ຈິດໃຈຂອງພວກເຂົາກໍຍັງຖືກປົກຄຸມຢູ່ດ້ວຍຜ້າປົກໜ້າຢ່າງດຽວກັນ ເພາະຜ້າປົກໜ້ານັ້ນຖືກເປີດອອກໂດຍພຣະຄຣິດເທົ່ານັ້ນ. 15 ແມ່ນວ່າໃນປະຈຸບັນນີ້ ເມື່ອໃດທີ່ພວກເຂົາອ່ານກົດບັນຍັດຂອງໂມເຊ ຜ້າປົກໜ້ານັ້ນ ກໍຍັງປົກຄຸມຈິດໃຈຂອງພວກເຂົາຢູ່. 16 ແຕ່ວ່າ ເມື່ອໃດເພິ່ນຫລົບເຂົ້າໄປເຝົ້າອົງພຣະຜູ້ເປັນເຈົ້າ ຜ້າປົກນັ້ນຈຶ່ງເປີດອອກເສຍ. 17 ບັດນີ້ຄຳວ່າ, “ອົງພຣະຜູ້ເປັນເຈົ້າ” ນັ້ນແມ່ນພຣະວິນຍານ ແລະທີ່ໃດມີພຣະວິນຍານຂອງອົງພຣະຜູ້ເປັນເຈົ້າຢູ່ນຳ ທີ່ນັ້ນກໍມີເສລີພາບ. 18 ແຕ່ເຮົາທັງຫລາຍບໍ່ມີຜ້າປົກໜ້າແລ້ວ ຕົວພວກເຮົາຈຶ່ງສະທ້ອນແສງແຫ່ງພຣະສະຫງ່າຣາສີຂອງອົງພຣະຜູ້ເປັນເຈົ້າ ແລະພຣະສະຫງ່າຣາສີທີ່ມາຈາກອົງພຣະຜູ້ເປັນເຈົ້າ ຊຶ່ງເປັນພຣະວິນຍານນັ້ນ ກໍຊົງເຮັດໃຫ້ເຮົາທັງຫລາຍປ່ຽນມີລັກສະນະເໝືອນພຣະອົງ ໂດຍມີສະຫງ່າຣາສີເປັນລຳດັບຂຶ້ນໄປ. |
@ 2012 United Bible Societies. All Rights Reserved.