Biblia Todo Logo
Bìoball air-loidhne

- Sanasan -

2 ໂກຣິນໂທ 2 - ພຣະຄຳພີສັກສິ

1 ດັ່ງນັ້ນ ເຮົາ​ຈຶ່ງ​ໄດ້​ຕັ້ງໃຈ​ທີ່​ຈະ​ບໍ່​ມາ​ຫາ​ພວກເຈົ້າ​ອີກ ເມື່ອ​ມີ​ຄວາມ​ທຸກໂສກ​ຢູ່.

2 ເພາະວ່າ ຖ້າ​ເຮົາ​ເຮັດ​ໃຫ້​ພວກເຈົ້າ​ທຸກໂສກ​ແລ້ວ ແມ່ນ​ຜູ້ໃດ​ຈະ​ເຮັດ​ໃຫ້​ເຮົາ​ຊົມຊື່ນ​ຍິນດີ? ກໍ​ແມ່ນ​ຜູ້​ທີ່​ເຮົາ​ໄດ້​ເຮັດ​ໃຫ້​ທຸກໂສກ​ນັ້ນ​ແຫຼະ.

3 ແລະ​ເຮົາ​ໄດ້​ຂຽນ​ຂໍ້​ຄວາມ​ນັ້ນ​ເພື່ອ​ວ່າ​ເມື່ອ​ເຮົາ​ມາ ເຮົາ​ຈະ​ບໍ່ໄດ້​ຄວາມ​ທຸກໂສກ​ຈາກ​ຄົນ​ເຫຼົ່ານັ້ນ​ທີ່​ຄວນ​ຈະ​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ຊົມຊື່ນ​ຍິນດີ. ເຮົາ​ໄວ້​ໃຈ​ພວກເຈົ້າ​ວ່າ, ຄວາມ​ຍິນດີ​ຂອງເຮົາ​ກໍ​ເປັນ​ຄວາມ​ຍິນດີ​ຂອງ​ເຈົ້າ​ທັງຫລາຍ​ດ້ວຍ.

4 ເຮົາ​ໄດ້​ຂຽນ​ມາ​ເຖິງ​ພວກເຈົ້າ ດ້ວຍ​ຄວາມ​ລຳບາກ​ຍິ່ງ ແລະ​ຄວາມ​ເສົ້າໂສກ​ຢ່າງ​ໜັກ ແລະ​ດ້ວຍ​ນໍ້າຕາ​ຫລັ່ງໄຫລ, ຈຸດປະສົງ​ຂອງເຮົາ​ບໍ່ແມ່ນ​ເພື່ອ​ຈະ​ເຮັດ​ໃຫ້​ພວກເຈົ້າ​ເສົ້າໂສກ, ແຕ່​ເພື່ອ​ເຮັດ​ໃຫ້​ພວກເຈົ້າ​ຮູ້ຈັກ​ວ່າ ເຮົາ​ຮັກ​ພວກເຈົ້າ​ທຸກຄົນ​ຫລາຍ​ເທົ່າ​ໃດ.


ການ​ຍົກໂທດ​ໃຫ້​ແກ່​ຜູ້​ເຮັດ​ຜິດ

5 ຖ້າ​ຜູ້ໃດ​ເປັນ​ຕົ້ນ​ເຫດ​ເຮັດ​ໃຫ້​ເກີດ​ຄວາມ​ເສົ້າໂສກ ຜູ້​ນັ້ນ​ກໍ​ບໍ່ໄດ້​ເຮັດ​ໃຫ້​ເຮົາ​ຄົນ​ດຽວ ແຕ່​ໄດ້​ເຮັດ​ໃຫ້​ບາງຄົນ​ໃນ​ພວກເຈົ້າ​ເສົ້າໂສກ​ດ້ວຍ. (ການ​ທີ່​ເຮົາ​ກ່າວ​ວ່າ​ບາງຄົນ​ນັ້ນ ກໍ​ເພາະວ່າ​ເຮົາ​ບໍ່​ຢາກ​ເວົ້າ​ໃສ່​ຄົນ​ນັ້ນ​ໜັກ​ຈົນ​ເກີນ​ໄປ).

6 ການ​ທີ່​ຄົນ​ຢ່າງ​ນັ້ນ​ຖືກ​ລົງໂທດ​ໂດຍ​ຄົນ​ສ່ວນ​ຫລາຍ ກໍ​ເປັນ​ການ​ພຽງພໍ​ແລ້ວ.

7 ດັ່ງນັ້ນ ພວກເຈົ້າ​ຄວນ​ຍົກໂທດ​ໃຫ້​ລາວ​ແລະ​ໜູນໃຈ​ລາວ ເພື່ອ​ບໍ່​ໃຫ້​ລາວ​ຈົມ​ລົງ​ໃນ​ຄວາມ​ເສົ້າໂສກ​ອັນ​ເຫລືອລົ້ນ.

8 ສະນັ້ນ ເຮົາ​ຈຶ່ງ​ຂໍຮ້ອງ​ພວກເຈົ້າ​ໃຫ້​ສະແດງ​ຄວາມຮັກ​ຕໍ່​ລາວ​ຢ່າງ​ແທ້ຈິງ.

9 ນີ້​ແຫຼະ ແມ່ນ​ເຫດຜົນ​ທີ່​ເຮົາ​ໄດ້​ຂຽນ​ມາ​ເຖິງ​ພວກເຈົ້າ ເພື່ອ​ຢາກ​ຈະ​ລອງ​ເບິ່ງ​ວ່າ ພວກເຈົ້າ​ຈະ​ຍອມ​ເຊື່ອຟັງ​ຂໍ້​ແນະນຳ​ຂອງເຮົາ​ທຸກປະການ​ຫລື​ບໍ່.

10 ເມື່ອ​ພວກເຈົ້າ​ຍົກໂທດ​ໃຫ້​ຜູ້ໃດ ເຮົາ​ກໍ​ຈະ​ຍົກໂທດ​ໃຫ້​ຜູ້ນັ້ນ​ເໝືອນກັນ. ດ້ວຍວ່າ, ເມື່ອ​ເຮົາ​ຍົກໂທດ​ໃຫ້​ຜູ້ໃດ​ແລ້ວ ເຮົາ​ກໍ​ຍົກໂທດ​ໃຫ້​ຜູ້ນັ້ນ. ເພາະ​ເຫັນ​ແກ່​ເຈົ້າ​ທັງຫລາຍ​ຕໍ່ໜ້າ​ພຣະຄຣິດ

11 ເພື່ອ​ບໍ່​ໃຫ້​ມານຊາຕານ​ມີໄຊ​ເໜືອ​ພວກເຮົາ ເພາະວ່າ​ພວກເຮົາ​ຮູ້​ແຜນການ​ຂອງ​ມັນ​ແລ້ວ.


ໂປໂລ​ບໍ່​ສະບາຍ​ໃຈ​ທີ່​ເມືອງ​ໂທອາດ

12 ເມື່ອ​ເຮົາ​ໄປ​ເຖິງ​ເມືອງ​ໂທອາດ ເພື່ອ​ປະກາດ​ຂ່າວປະເສີດ ເລື່ອງ​ພຣະຄຣິດ​ນັ້ນ ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ໄຂ​ຊ່ອງທາງ​ໃຫ້​ແກ່​ເຮົາ.

13 ແຕ່​ເຖິງ​ປານ​ນັ້ນ ເຮົາ​ກໍ​ບໍ່​ສະບາຍ​ໃຈ ເພາະ​ເຮົາ​ບໍ່ໄດ້​ພົບ​ຕີໂຕ​ພີ່ນ້ອງ​ຂອງ​ພວກເຮົາ ເຮົາ​ຈຶ່ງ​ອຳລາ​ຄົນ​ຢູ່​ໃນ​ທີ່ນັ້ນ ແລະ​ເດີນທາງ​ໄປ​ສູ່​ແຂວງ​ມາເກໂດເນຍ.


ຄວາມ​ມີໄຊ​ໂດຍ​ທາງ​ພຣະຄຣິດ

14 ແຕ່​ຈົ່ງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ ຜູ້​ຊົງ​ໂຜດ​ນຳ​ເຮົາ​ທຸກ​ເວລາ​ຕໍ່ໄປ ຕາມ​ຂະບວນ​ຝ່າຍ​ຄວາມ​ໄຊຊະນະ​ໂດຍ​ພຣະຄຣິດ ແລະ​ຊົງ​ໂຜດ​ປະທານ​ກິ່ນ​ຫອມ​ຂອງ​ຄວາມ​ຮູ້ຈັກ​ພຣະອົງ ໃຫ້​ປາກົດ​ດ້ວຍ​ເຮົາ​ໃນ​ທຸກ​ບ່ອນ.

15 ດ້ວຍວ່າ, ພວກເຮົາ​ເປັນ​ດັ່ງ​ກິ່ນ​ຫອມ​ຫວານ​ທີ່​ພຣະຄຣິດ​ຖວາຍ​ແກ່​ພຣະເຈົ້າ ໃນ​ທ່າມກາງ​ພວກ​ທີ່​ຖືກ​ຊົງ​ໂຜດ​ຊ່ວຍ​ໃຫ້​ພົ້ນ ແລະ​ໃນ​ທ່າມກາງ​ພວກ​ທີ່​ກຳລັງ​ຈິບຫາຍ​ໄປ.

16 ສຳລັບ​ພວກ​ທີ່​ກຳລັງ​ຈິບຫາຍ​ໄປ​ນັ້ນ ແມ່ນ​ກິ່ນ​ເໝັນ​ແຫ່ງ​ຄວາມ​ຕາຍ​ທີ່​ນຳ​ໄປ​ສູ່​ຄວາມ​ຕາຍ ສຳລັບ​ພວກ​ທີ່​ຖືກ​ໂຜດ​ຊ່ວຍ​ໃຫ້​ພົ້ນ​ນັ້ນ ແມ່ນ​ກິ່ນ​ຫອມ​ຫວານ​ແຫ່ງ​ຊີວິດ​ທີ່​ນຳ​ໄປ​ສູ່​ຊີວິດ. ຜູ້ໃດ​ໜໍ ຈະ​ເປັນ​ຜູ້​ທີ່​ຄູ່​ຄວນ​ກັບ​ພາລະກິດ​ເຊັ່ນນີ້?

17 ພວກເຮົາ​ບໍ່​ຄື​ຫລາຍ​ຄົນ ທີ່​ເຮັດ​ກັບ​ຖ້ອຍຄຳ​ຂອງ​ພຣະເຈົ້າ ເປັນ​ເໝືອນ​ສິນຄ້າ​ຊື້​ຂາຍ​ລາຄາ​ຖືກໆ ແຕ່​ເພາະ​ພຣະເຈົ້າ​ໄດ້​ໃຊ້​ພວກເຮົາ​ມາ ພວກເຮົາ​ຈຶ່ງ​ກ່າວ​ດ້ວຍ​ຄວາມ​ຈິງໃຈ​ຊ້ອງໜ້າ​ພຣະອົງ ເໝືອນ​ຢ່າງ​ຜູ້ຮັບໃຊ້​ຂອງ​ພຣະຄຣິດ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan