Biblia Todo Logo
Bìoball air-loidhne

- Sanasan -

2 ໂກຣິນໂທ 10 - ພຣະຄຳພີສັກສິ


ໂປໂລ​ກ່າວ​ປ້ອງກັນ​ພັນທະກິດ​ຂອງຕົນ

1 ເຮົາ​ຄື​ໂປໂລ ຂໍ​ອ້ອນວອນ​ເຈົ້າ​ທັງຫລາຍ​ເປັນ​ສ່ວນຕົວ ໂດຍ​ເຫັນແກ່​ຄວາມ​ອ່ອນ​ສຸພາບ ແລະ​ໃຈ​ກະລຸນາ​ຂອງ​ພຣະຄຣິດ ເຮົາ​ຜູ້​ທີ່​ພວກເຈົ້າ​ເວົ້າ​ວ່າ ເປັນ​ຄົນ​ສຸພາບ​ຖ່ອມຕົວ​ເມື່ອ​ຢູ່​ຕໍ່ໜ້າ, ແຕ່​ເມື່ອ​ຢູ່​ໄກ​ກໍ​ເປັນ​ຄົນ​ໃຈ​ກ້າ,

2 ຄື​ເຮົາ​ຂໍຮ້ອງ​ພວກເຈົ້າ​ວ່າ ເມື່ອ​ເຮົາ​ມາ​ຢູ່​ນຳ​ພວກເຈົ້າ ຢ່າ​ໃຫ້​ເຮົາ​ສະແດງ​ຄວາມ​ກ້າຫານ​ດ້ວຍ​ຄວາມ​ແນ່ໃຈ ເໝືອນ​ເຮົາ​ຄິດ​ບັງອາດ​ຈະ​ເຮັດ​ຕໍ່​ບາງຄົນ​ທີ່​ນຶກ​ເຫັນ​ວ່າ ເຮົາ​ຍັງ​ເຮັດ​ຕາມ​ທຳມະດາ​ມະນຸດ.

3 ເພາະ​ເຖິງ​ແມ່ນ​ວ່າ ເຮົາ​ຢູ່​ກິນ​ໃນ​ໂລກນີ້​ກໍ​ຈິງ ເຮົາ​ກໍ​ບໍ່ໄດ້​ສູ້ຮົບ​ຕາມ​ທຳມະດາ​ມະນຸດ.

4 ເພາະວ່າ​ເຄື່ອງ​ອາວຸດ​ຂອງເຮົາ​ບໍ່​ເປັນ​ຂອງ​ຝ່າຍ​ໂລກ, ແຕ່​ມີ​ຣິດອຳນາດ​ຈາກ​ພຣະເຈົ້າ​ທີ່​ທຳລາຍ​ຄ້າຍ​ອັນ​ເຂັ້ມແຂງ​ໄດ້ ຄື​ທຳລາຍ​ຄວາມ​ຄິດ​ທີ່​ມີ​ເຫດ​ຜົນ​ອັນ​ບໍ່​ຈິງ

5 ແລະ​ຄວາມ​ດື້ດຶງ​ທຸກປະການ ທີ່​ຕັ້ງຕົວ​ຂຶ້ນ​ຂັດຂວາງ​ຄວາມ​ຮູ້ຈັກ​ພຣະເຈົ້າ ແລະ​ປາບ​ຄວາມ​ຄິດ​ທຸກປະການ​ລົງ​ໃຫ້​ຢູ່​ໃຕ້​ບັງຄັບ ຈົນເຖິງ​ນ້ອມ​ຟັງ​ພຣະຄຣິດ.

6 ແລະ​ເມື່ອ​ການ​ນ້ອມ​ຟັງ​ຂອງ​ເຈົ້າ​ທັງຫລາຍ​ສຳເລັດ​ຄົບຖ້ວນ​ແລ້ວ ເຮົາ​ພ້ອມ​ທີ່​ຈະ​ລົງໂທດ​ແກ່​ການ​ບໍ່​ນ້ອມ​ຟັງ​ທຸກປະການ.

7 ພວກເຈົ້າ​ຈົ່ງ​ພິຈາລະນາ​ເບິ່ງ​ສິ່ງ​ທີ່​ປາກົດ​ພາຍ​ນອກ ຖ້າ​ຜູ້ໃດ​ຕາຍ​ໃຈ​ເຊື່ອ​ວ່າ​ຕົນ​ເປັນ​ຄົນ​ຂອງ​ພຣະຄຣິດ ກໍ​ໃຫ້​ຜູ້ນັ້ນ​ຄຳນຶງ​ວ່າ ເໝືອນ​ດັ່ງ​ຕົນ​ເປັນ​ຄົນ​ຂອງ​ພຣະຄຣິດ ເຮົາ​ກໍ​ເປັນ​ຄົນ​ຂອງ​ພຣະຄຣິດ​ເໝືອນກັນ.

8 ດ້ວຍວ່າ, ເຮົາ​ບໍ່​ຮູ້​ສຶກ​ມີ​ຄວາມ​ອັບອາຍ​ໃດໆ ເຖິງ​ແມ່ນ​ວ່າ ເຮົາ​ໄດ້​ເວົ້າ​ອວດອ້າງ​ຫລາຍ​ໄປ​ແດ່​ແລ້ວ​ກໍຕາມ ເຖິງ​ສິດ​ອຳນາດ ຊຶ່ງ​ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ໂຜດ​ປະທານ​ໃຫ້​ແກ່​ພວກເຮົາ ຄື​ສິດ​ອຳນາດ​ເພື່ອ​ເສີມສ້າງ​ພວກເຈົ້າ​ຂຶ້ນ ແລະ​ບໍ່ແມ່ນ​ເພື່ອ​ທຳລາຍ​ພວກເຈົ້າ​ລົງ.

9 ເຮົາ​ບໍ່​ຢາກ​ໃຫ້​ພວກເຈົ້າ​ຄິດ​ວ່າ, ເຮົາ​ຂຽນ​ຈົດໝາຍ​ມາ​ຂົ່ມຂູ່​ພວກເຈົ້າ​ໃຫ້​ຢ້ານກົວ.

10 ເພາະ​ມີ​ບາງຄົນ​ເວົ້າ​ວ່າ, “ຈົດໝາຍ​ຂອງ​ໂປໂລ​ມີ​ນໍ້າໜັກ, ແຕ່​ຕົວ​ລາວ​ເບິ່ງ​ຄື​ເປັນ​ຄົນ​ອ່ອນແອ ແລະ​ຄຳ​ເວົ້າ​ຂອງ​ລາວ​ກໍ​ໃຊ້​ການ​ບໍ່ໄດ້.”

11 ຈົ່ງ​ໃຫ້​ຄົນ​ເຫຼົ່ານັ້ນ​ເຂົ້າໃຈ​ດັ່ງນີ້​ວ່າ, ເມື່ອ​ເຮົາ​ບໍ່​ຢູ່ ເຮົາ​ເວົ້າ​ໄວ້​ໃນ​ຈົດໝາຍ​ຂອງເຮົາ​ຢ່າງ​ໃດ ເມື່ອ​ເຮົາ​ມາ​ແລ້ວ ເຮົາ​ກໍ​ຈະ​ເຮັດ​ຢ່າງ​ນັ້ນ.

12 ເພາະວ່າ ເຮົາ​ບໍ່​ກ້າ​ນັບ​ຕົວ​ເຮົາ​ເຂົ້າ ຫລື​ປຽບ​ໃສ່​ກັບ​ບາງຄົນ​ທີ່​ຖື​ຕົວ​ວ່າ ເປັນ​ຄົນ​ສຳຄັນ ພວກເຂົາ​ໂງ່​ສໍ່າ​ໃດ​ໜໍ ພວກເຂົາ​ວາງ​ຫລັກເກນ​ຂອງຕົນ​ຂຶ້ນ​ເພື່ອ​ວັດ​ແທກ​ຕົນເອງ ແລະ​ວັດແທກ​ຕົນເອງ​ຕາມ​ຫລັກເກນ​ທີ່​ພວກເຂົາ​ຕັ້ງ​ຂຶ້ນ​ນັ້ນ.

13 ແຕ່​ຝ່າຍ​ພວກເຮົາ​ແລ້ວ ພວກເຮົາ​ຈະ​ບໍ່​ອວດ​ຈົນ​ເກີນ​ຂອບເຂດ ການ​ອວດ​ຂອງ​ພວກເຮົາ​ຈະ​ຢູ່​ໃນ​ຂອບເຂດ​ຂອງ​ພາລະກິດ ຊຶ່ງ​ພຣະເຈົ້າ​ໄດ້​ມອບໝາຍ​ໃຫ້​ແກ່​ພວກເຮົາ ລວມ​ທັງ​ພາລະກິດ​ຂອງ​ພວກເຮົາ​ໃນ​ທ່າມກາງ​ພວກເຈົ້າ​ດ້ວຍ.

14 ການ​ທີ່​ເຮົາ​ມາ​ເຖິງ​ເຈົ້າ​ທັງຫລາຍ​ນັ້ນ ບໍ່ແມ່ນ​ເປັນ​ການ​ລ່ວງເກີນ​ຂອບເຂດ​ອັນ​ຄວນ. ເພາະ​ເຮົາ​ເປັນ​ຜູ້ນຳ​ຂ່າວປະເສີດ​ເລື່ອງ​ພຣະຄຣິດ​ມາ​ປະກາດ​ເຖິງ​ພວກເຈົ້າ​ກ່ອນ​ໝູ່.

15 ດັ່ງນັ້ນ ເຮົາ​ຈຶ່ງ​ບໍ່​ເວົ້າ​ອວດ​ເຖິງ​ພາລະກິດ​ຂອງ​ຄົນອື່ນ​ໄດ້​ເຮັດ, ແຕ່​ກົງກັນຂ້າມ ເຮົາ​ຫວັງ​ວ່າ​ຄວາມເຊື່ອ​ຂອງ​ພວກເຈົ້າ​ຄົງ​ໃຫຍ່​ຂຶ້ນ ແລະ​ເຮົາ​ຍັງ​ຫວັງ​ວ່າ ພາລະກິດ​ຂອງເຮົາ​ຈະ​ຂະຫຍາຍ​ເຕີບ​ໃຫຍ່​ຂຶ້ນ​ຫລາຍກວ່າ​ເກົ່າ ໃນ​ທ່າມກາງ​ພວກເຈົ້າ​ໃນ​ຂອບເຂດ​ຂອງ​ພວກເຮົາ.

16 ເພື່ອ​ເຮົາ​ຈະ​ປະກາດ​ຂ່າວປະເສີດ​ໃນ​ເຂດ​ທີ່​ຢູ່​ນອກ​ທ້ອງຖິ່ນ​ຂອງ​ພວກເຈົ້າ​ໄດ້ ໂດຍ​ບໍ່​ຕ້ອງ​ອວດ​ເຖິງ​ພາລະກິດ​ທີ່​ຄົນອື່ນ​ໄດ້​ເຮັດ​ໄວ້​ແລ້ວ​ນັ້ນ.

17 “ຖ້າ​ຜູ້ໃດ​ຈະ​ອວດ ກໍ​ຈົ່ງ​ເອົາ​ອົງພຣະ​ຜູ້​ເປັນເຈົ້າ​ມາ​ອວດ​ເທີ້ນ.”

18 ເພາະ​ຄົນ​ທີ່​ຍົກຍ້ອງ​ຕົນເອງ ບໍ່​ເປັນ​ທີ່​ນັບຖື​ແກ່​ຜູ້ໃດ, ແຕ່​ຄົນ​ທີ່​ໜ້າ​ນັບຖື​ນັ້ນ ຄື​ຜູ້​ທີ່​ອົງພຣະ​ຜູ້​ເປັນເຈົ້າ​ຊົງ​ຍົກຍ້ອງ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan