2 ໂກຣິນໂທ 1 - ພຣະຄຳພີສັກສິ1 ຈາກໂປໂລ ຜູ້ທີ່ພຣະເຈົ້າໄດ້ຊົງເອີ້ນເອົາຕາມນໍ້າພຣະໄທ ໃຫ້ເປັນອັກຄະສາວົກຂອງພຣະຄຣິດເຈົ້າເຢຊູ ແລະຈາກຕີໂມທຽວພີ່ນ້ອງຂອງພວກເຮົາ. ເຖິງ ຄຣິສຕະຈັກຂອງພຣະເຈົ້າໃນເມືອງໂກຣິນໂທ ແລະເຖິງໄພ່ພົນທັງປວງຂອງພຣະເຈົ້າໃນທົ່ວແຂວງອະຂາຢາ. 2 ຂໍໃຫ້ພຣະເຈົ້າ ພຣະບິດາເຈົ້າຂອງພວກເຮົາແລະອົງພຣະເຢຊູຄຣິດເຈົ້າ ໂຜດໃຫ້ພຣະຄຸນແລະສັນຕິສຸກແກ່ພວກເຈົ້າດ້ວຍເທີ້ນ. ໂປໂລໂມທະນາຂອບພຣະຄຸນພຣະເຈົ້າ 3 ຈົ່ງໃຫ້ພວກເຮົາຍ້ອງຍໍສັນລະເສີນພຣະເຈົ້າ ພຣະບິດາເຈົ້າຂອງອົງພຣະເຢຊູຄຣິດເຈົ້າຂອງພວກເຮົາ ພຣະບິດາເຈົ້າອົງຊົງເມດຕາ ຄືພຣະເຈົ້າອົງທີ່ໃຫ້ຄວາມເລົ້າໂລມໃຈທຸກຢ່າງ, 4 ພຣະອົງຜູ້ເລົ້າໂລມໃຈພວກເຮົາໃນຄວາມທຸກລຳບາກທຸກຢ່າງ ຊຶ່ງພວກເຮົາໄດ້ຮັບນັ້ນກໍເພື່ອວ່າ, ພວກເຮົາຈະສາມາດເລົ້າໂລມໃຈຄົນອື່ນທີ່ໄດ້ຮັບຄວາມທຸກລຳບາກທຸກຢ່າງໄດ້ ໂດຍຄວາມເລົ້າໂລມໃຈຢ່າງດຽວກັນ ຊຶ່ງພວກເຮົາເອງໄດ້ຮັບຈາກພຣະເຈົ້ານັ້ນ. 5 ພວກເຮົາມີສ່ວນໃນຄວາມທົນທຸກກັບພຣະຄຣິດຫລາຍເຫລືອລົ້ນຢ່າງໃດ ໂດຍທາງພຣະຄຣິດ ພວກເຮົາກໍໄດ້ຮັບຄວາມເລົ້າໂລມໃຈຫລາຍເຫລືອລົ້ນຢ່າງນັ້ນ. 6 ທີ່ພວກເຮົາທົນທຸກນັ້ນ ກໍແມ່ນເພື່ອພວກເຈົ້າຈະໄດ້ຮັບຄວາມເລົ້າໂລມໃຈແລະຄວາມພົ້ນ ແລະທີ່ພວກເຮົາໄດ້ຮັບຄວາມເລົ້າໂລມໃຈ ກໍແມ່ນເພື່ອພວກເຈົ້າຈະໄດ້ຮັບຄວາມເລົ້າໂລມໃຈເໝືອນກັນ ແມ່ນຄວາມເລົ້າໂລມໃຈທີ່ຈະໃຫ້ເຈົ້າທັງຫລາຍສູ້ທົນຕໍ່ຄວາມທຸກລຳບາກ ເໝືອນຢ່າງພວກເຮົາໄດ້ສູ້ທົນຢູ່ນັ້ນເໝືອນກັນ. 7 ດັ່ງນັ້ນ ເຮົາຈຶ່ງມີຄວາມຫວັງແນ່ນອນໃນພວກເຈົ້າ ເພາະພວກເຮົາຮູ້ວ່າ ເມື່ອພວກເຈົ້າມີສ່ວນທົນທຸກກັບພວກເຮົາຢ່າງໃດ ພວກເຈົ້າກໍມີສ່ວນໃນຄວາມເລົ້າໂລມໃຈທີ່ພວກເຮົາຮັບຢ່າງນັ້ນ. 8 ພີ່ນ້ອງທັງຫລາຍເອີຍ ເຮົາຢາກໃຫ້ພວກເຈົ້າຮູ້ເຖິງຄວາມທຸກລຳບາກ ທີ່ພວກເຮົາໄດ້ຮັບໃນແຂວງເອເຊຍ ເປັນຄວາມທຸກລຳບາກໜັກເຫຼືອກຳລັງ ຈົນພວກເຮົາສິ້ນຄວາມຫວັງໝົດ ແທບຈະເອົາຊີວິດບໍ່ລອດ. 9 ຕາມທີ່ຈິງ ພວກເຮົາຄິດວ່າ ໂທດເຖິງຕາຍໄດ້ຕົກຖືກພວກເຮົາແລ້ວ ເຖິງປານນັ້ນກໍຕາມ ເຫດການນີ້ໄດ້ເກີດຂຶ້ນ ເພື່ອບໍ່ໃຫ້ພວກເຮົາເຊື່ອໝັ້ນໃນຕົວເອງ ແຕ່ໃຫ້ພວກເຮົາເຊື່ອໝັ້ນໃນພຣະເຈົ້າ ອົງທີ່ບັນດານໃຫ້ຄົນຕາຍເປັນຄືນມາສູ່ຊີວິດ. 10 ພຣະອົງນັ້ນໄດ້ຊົງໂຜດໃຫ້ເຮົາພົ້ນຈາກມໍລະນະໄພ ແລະຈະຊົງໂຜດເຮົາອີກ ເຮົາໄວ້ໃຈໃນພຣະອົງວ່າ ຍັງຈະຊົງໂຜດໃຫ້ເຮົາພົ້ນອີກຕໍ່ໄປ. 11 ຂໍໃຫ້ພວກເຈົ້າຮ່ວມກັນຊ່ວຍໃນການພາວັນນາອະທິຖານສຳລັບເຮົາດ້ວຍ ເພື່ອວ່າຄົນຈຳນວນຫລາຍຈະໄດ້ໂມທະນາຂອບພຣະຄຸນພຣະເຈົ້າເພາະເຮົາ. ເນື່ອງຈາກພຣະພອນທີ່ຊົງໂຜດປະທານແກ່ພວກເຮົາ ອັນເປັນການຕອບສະໜອງຄົນຈຳນວນຫລາຍທີ່ໄດ້ພາວັນນາອະທິຖານເພື່ອພວກເຮົາ. ໂປໂລເລື່ອນແຜນການຢ້ຽມຢາມຂອງຕົນ 12 ນີ້ແຫຼະ ແມ່ນສິ່ງທີ່ພວກເຮົາເອກອ້າງໄດ້ຄື: ໃຈສຳນຶກຜິດແລະຊອບຂອງພວກເຮົາກໍເປັນພະຍານວ່າ, ການດຳເນີນຊີວິດຂອງພວກເຮົາຢູ່ໃນໂລກນີ້ ດ້ວຍຄວາມບໍຣິສຸດໃຈແລະດ້ວຍຄວາມຈິງໃຈທີ່ມາຈາກພຣະເຈົ້າ ບໍ່ແມ່ນໂດຍປັນຍາຂອງມະນຸດ ແຕ່ເປັນມາໂດຍພຣະຄຸນຂອງພຣະເຈົ້າ. 13 ພວກເຮົາບໍ່ໄດ້ຂຽນຫາພວກເຈົ້າເຖິງເລື່ອງອື່ນ ນອກຈາກເລື່ອງທີ່ພວກເຈົ້າສາມາດອ່ານແລະເຂົ້າໃຈໄດ້ ເຮົາຫວັງວ່າພວກເຈົ້າຄົງຈະເຂົ້າໃຈຢ່າງຖ້ວນຖີ່. 14 ຊຶ່ງໃນເວລານີ້ ພວກເຈົ້າກໍເຂົ້າໃຈບາງສ່ວນແລ້ວ ເພື່ອວ່າໃນວັນຂອງອົງພຣະເຢຊູເຈົ້ານັ້ນ ພວກເຈົ້າຈະມີຄວາມພາກພູມໃຈໃນພວກເຮົາ ເໝືອນດັ່ງທີ່ພວກເຮົາຈະມີຄວາມເອກອ້າງທະນົງໃຈໃນພວກເຈົ້າເໝືອນກັນ. 15 ເຮົາມີຄວາມໝັ້ນໃຈຢ່າງຄັກແນ່ໃນເລື່ອງນີ້ ຈົນເຮົາໄດ້ວາງແຜນໄວ້ແຕ່ທຳອິດ ທີ່ຈະໄປຢ້ຽມຢາມພວກເຈົ້າ ເພື່ອວ່າພວກເຈົ້າຈະໄດ້ຮັບພຣະພອນສອງເທົ່າ. 16 ດ້ວຍວ່າ, ເຮົາໄດ້ຕັ້ງໃຈທີ່ຈະແວ່ຢ້ຽມຢາມພວກເຈົ້າ ໃນຂະນະທີ່ເຮົາເດີນທາງໄປທີ່ແຂວງມາເກໂດເນຍ ແລະເມື່ອເຮົາເດີນທາງກັບມາຈາກແຂວງມາເກໂດເນຍ ກໍຈະແວ່ຢ້ຽມຢາມພວກເຈົ້າອີກ ເພື່ອພວກເຈົ້າຈະຊ່ວຍຈັດສົ່ງເຮົາໃຫ້ເດີນທາງໄປເຖິງແຂວງຢູດາຍ. 17 ເມື່ອເຮົາຕັ້ງໃຈເຊັ່ນນີ້ ເຮົາໄດ້ປິ້ນຄວາມບໍ? ຫລືແຜນການຂອງເຮົານັ້ນ ເຮັດຕາມແບບຢ່າງຊາວໂລກເຮັດບໍ? ໂດຍກ່າວຄຳວ່າ, “ເຈົ້າໆ” ແລະ ຄຳວ່າ, “ບໍ່ໆ” ໃນເວລາດຽວກັນ. 18 ພຣະເຈົ້າສັດຊື່ສັນໃດ ຄຳເວົ້າຂອງເຮົາທີ່ໃຫ້ແກ່ພວກເຈົ້າ ຈຶ່ງບໍ່ເປັນຄຳວ່າ, “ເຈົ້າໆ” ແລະ “ບໍ່ໆ” ສັນນັ້ນ. 19 ດ້ວຍວ່າ, ພຣະບຸດຂອງພຣະເຈົ້າຄືພຣະເຢຊູຄຣິດເຈົ້າ ອົງທີ່ຊີລາ, ຕີໂມທຽວ ແລະເຮົາເອງ ໄດ້ປະກາດໃນທ່າມກາງພວກເຈົ້ານັ້ນ ພຣະອົງບໍ່ໄດ້ເປັນຜູ້ “ຈິງ” ແລະ “ບໍ່ຈິງ” ໃນພຣະອົງນັ້ນມີແຕ່ຄຳວ່າ, “ຈິງ” ສະເໝີ; 20 ດ້ວຍວ່າ, ພຣະສັນຍາທຸກຢ່າງຂອງພຣະເຈົ້າລ້ວນແຕ່ເປັນຈິງ ໂດຍພຣະເຢຊູເຈົ້າ. ດ້ວຍເຫດນີ້ ເຮົາຈຶ່ງກ່າວຄຳວ່າ, “ອາແມນ” ໂດຍພຣະອົງ ເພື່ອເປັນການຖວາຍກຽດແດ່ພຣະເຈົ້າ. 21 ຜູ້ຊຶ່ງໃຫ້ພວກເຮົາກັບເຈົ້າທັງຫລາຍຕັ້ງໝັ້ນໃນພຣະຄຣິດ ແລະໄດ້ຫົດສົງພວກເຮົາໄວ້ນັ້ນຄືພຣະເຈົ້າ. 22 ພຣະອົງໄດ້ຊົງປະທັບຕາໃສ່ພວກເຮົາ ແລະຊົງປະທານພຣະວິນຍານຂອງພຣະອົງໄວ້ໃນຈິດໃຈຂອງພວກເຮົາເພື່ອເປັນເຄື່ອງມັດຈຳ. 23 ແຕ່ເຮົາຂໍໃຫ້ພຣະເຈົ້າເປັນພະຍານແກ່ເຮົາ ທີ່ເຮົາຍັງບໍ່ໄດ້ໄປເມືອງໂກຣິນໂທນັ້ນ ກໍເພື່ອງົດໂທດຂອງພວກເຈົ້າໄວ້ກ່ອນ. 24 ບໍ່ແມ່ນວ່າເຮົາເປັນນາຍບັງຄັບຄວາມເຊື່ອຂອງພວກເຈົ້າ ເພາະວ່າພວກເຈົ້າຢືນໝັ້ນຢູ່ໃນຄວາມເຊື່ອແລ້ວ, ແຕ່ວ່າເຮົາເປັນຜູ້ຮ່ວມງານ ເພື່ອພວກເຈົ້າຈະຮັບຄວາມຊົມຊື່ນຍິນດີ. |
@ 2012 United Bible Societies. All Rights Reserved.