2 ຂ່າວຄາວ 9 - ພຣະຄຳພີສັກສິຣາຊີນີແຫ່ງເຊບາມາຢ້ຽມຢາມ ( 1 ກສ 10:1-13 ) 1 ຣາຊີນີແຫ່ງເຊບາໄດ້ຍິນເຖິງຊື່ສຽງຂອງກະສັດໂຊໂລໂມນ; ສະນັ້ນ ຣາຊີນີຈຶ່ງໄດ້ເດີນທາງມາທີ່ນະຄອນເຢຣູຊາເລັມ ເພື່ອຖາມເຖິງບັນຫາທີ່ຍາກຫລາຍບັນຫາເພື່ອເປັນການທົດສອບ. ມີຄະນະຜູ້ຕິດຕາມຣາຊີນີມາຢ່າງຫລວງຫລາຍ ພ້ອມທັງນຳເອົາເຄື່ອງເທດ, ເພັດພອຍແລະຄຳ ເປັນຈຳນວນຫລວງຫລາຍຂົນໃສ່ຫລັງອູດມາດ້ວຍ. ເມື່ອຣາຊີນີໄດ້ພົບກັບໂຊໂລໂມນ ຣາຊີນີກໍໄດ້ຖາມເພິ່ນທຸກບັນຫາທີ່ຣາຊີນີສາມາດຄິດໄດ້. 2 ເພິ່ນໄດ້ຕອບຣາຊີນີທຸກບັນຫາ; ບໍ່ມີບັນຫາໃດຍາກເກີນກວ່າທີ່ເພິ່ນຈະອະທິບາຍບໍ່ໄດ້. 3 ຣາຊີນີແຫ່ງເຊບາໄດ້ຍິນເຖິງປັນຍາຂອງກະສັດໂຊໂລໂມນ ແລະເຫັນຣາຊວັງທີ່ເພິ່ນໄດ້ສ້າງ. 4 ຣາຊີນີໄດ້ເຫັນອາຫານທີ່ເທິງໂຕະຂອງເພິ່ນ, ທີ່ພັກອາໄສຂອງບັນດາຂ້າຣາຊການຂອງເພິ່ນ, ການຈັດຕັ້ງຕ່າງໆຂອງພະນັກງານໃນພະຣາຊວັງ ແລະເຄື່ອງແບບທີ່ພວກເຂົາໃສ່, ເຄື່ອງນຸ່ງຫົ່ມຂອງຄົນຮັບໃຊ້ທີ່ຢືນລໍບໍລິການໃນງານຕ່າງໆ ແລະເຄື່ອງບູຊາທີ່ເພິ່ນໄດ້ຖວາຍ ໃນວິຫານຂອງພຣະເຈົ້າຢາເວ. ສິ່ງທັງໝົດນີ້ເຮັດໃຫ້ຣາຊີນີປະທັບໃຈຫລາຍທີ່ສຸດ. 5 ຣາຊີນີກ່າວຕໍ່ກະສັດວ່າ, “ຄຳເລົ່າລືທີ່ຂ້ານ້ອຍໄດ້ຍິນທີ່ປະເທດຂອງຂ້ານ້ອຍກ່ຽວກັບທ່ານ ແລະປັນຍາຂອງທ່ານນັ້ນກໍເປັນຄວາມຈິງແທ້ທຸກຢ່າງ 6 ຂ້ານ້ອຍບໍ່ໄດ້ເຊື່ອຄຳບອກເລົ່າຂອງພວກເຂົາ ຈົນກວ່າຂ້ານ້ອຍໄດ້ມາເຫັນໂດຍຕົນເອງ. ສິ່ງທີ່ຂ້ານ້ອຍໄດ້ຍິນມານັ້ນ ບໍ່ຮອດເຄິ່ງໜຶ່ງຂອງປັນຍາຂອງທ່ານເລີຍ. ທ່ານສະຫລຽວສະຫລາດຫລາຍກວ່າທີ່ພວກເຂົາໄດ້ເວົ້າມາ. 7 ພະນັກງານຜູ້ທີ່ຮັບໃຊ້ທ່ານນັ້ນກໍມີຄວາມສຸກທີ່ໄດ້ເຂົ້າພົບທ່ານ ແລະໄດ້ຮັບສິດພິເສດ ຟັງຖ້ອຍຄຳອັນສະຫລຽວສະຫລາດຂອງທ່ານກໍມີຄວາມສຸກຫລາຍ 8 ສັນລະເສີນພຣະເຈົ້າຢາເວ ພຣະເຈົ້າຂອງທ່ານ ພຣະອົງສຳແດງໃຫ້ທ່ານເຫັນວ່າ ພຣະອົງພໍໃຈໃນຕົວທ່ານຫລາຍສໍ່າໃດຈຶ່ງແຕ່ງຕັ້ງທ່ານໃຫ້ເປັນກະສັດສຳລັບພຣະເຈົ້າຢາເວ ພຣະເຈົ້າຂອງທ່ານ. ເພາະພຣະເຈົ້າຂອງທ່ານຮັກປະຊາຊົນອິດສະຣາເອນຂອງພຣະອົງ ແລະຢາກຈະຮັກສາພວກເຂົາໄວ້ຕະຫລອດໄປ ພຣະອົງຈຶ່ງໄດ້ແຕ່ງຕັ້ງທ່ານໃຫ້ເປັນກະສັດ ເພື່ອຖືຮັກສາກົດບັນຍັດແລະຄວາມຍຸດຕິທຳໄວ້.” 9 ຣາຊີນີແຫ່ງເຊບາໄດ້ມອບສິ່ງຂອງຕ່າງໆທີ່ໄດ້ນຳມານັ້ນໃຫ້ແກ່ໂຊໂລໂມນ ດັ່ງນີ້: ຄຳປະມານສີ່ໂຕນ, ເຄື່ອງເທດຈຳນວນຫລວງຫລາຍ ແລະເພັດພອຍ. ຍັງບໍ່ເຄີຍມີເຄື່ອງເທດໃດໆທີ່ດີເທົ່າທຽມກັບຂອງຣາຊີນີແຫ່ງເຊບາ ໄດ້ນຳມາມອບໃຫ້ໂຊໂລໂມນ. 10 ຄົນຂອງກະສັດຮີຣາມ ແລະຂອງກະສັດໂຊໂລໂມນ ຍັງໄດ້ນຳຄຳມາຈາກໂອເຟຍ ແລະທັງໄດ້ນຳເອົາໄມ້ຈັນ ແລະເພັດພອຍມາດ້ວຍ. 11 ກະສັດໂຊໂລໂມນໄດ້ໃຊ້ໄມ້ນັ້ນເຮັດຂັ້ນໄດວິຫານຂອງພຣະເຈົ້າຢາເວ ແລະເຮັດວັງຂອງເພິ່ນເອງ ທັງເຮັດພິນນ້ອຍ ແລະພິນໃຫຍ່ໃຫ້ພວກນັກດົນຕຼີ. ໃນດິນແດນແຫ່ງຢູດາຍບໍ່ເຄີຍເຫັນເຊັ່ນນີ້ມາກ່ອນເລີຍ. 12 ກະສັດໂຊໂລໂມນໄດ້ມອບທຸກສິ່ງໃຫ້ຕາມທີ່ຣາຊີນີແຫ່ງເຊບາຂໍຮ້ອງ. ອັນນີ້ບໍ່ໄດ້ນັບສິ່ງທີ່ເພິ່ນໃຫ້ຕອບແທນຂອງຕ້ອນ ທີ່ນາງນຳມາມອບໃຫ້ເພິ່ນ. ແລ້ວຣາຊີນີພ້ອມຄະນະຜູ້ຕິດຕາມ ກໍກັບຄືນເມືອສູ່ດິນແດນແຫ່ງເຊບາ. ຄວາມຮັ່ງມີຂອງກະສັດໂຊໂລໂມນ ( 1 ກສ 10:14-29 ) 13 ທຸກໆປີໃດກະສັດໂຊໂລໂມນໄດ້ຮັບຄຳໜັກກວ່າຊາວຫ້າໂຕນ 14 ໂດຍບໍ່ນັບລາຍໄດ້ທີ່ເກັບພາສີຈາກພວກພໍ່ຄ້າ. ບັນດາກະສັດແຫ່ງອາຣາເບຍແລະຜູ້ປົກຄອງເມືອງຕ່າງໆໃນອິດສະຣາເອນ ໄດ້ນຳຄຳແລະເງິນມາມອບໃຫ້ເພິ່ນຄືກັນ. 15 ກະສັດໂຊໂລໂມນໄດ້ເຮັດໂລ້ໃຫຍ່ ສອງຮ້ອຍອັນ ແຕ່ລະອັນເຄືອບດ້ວຍຄຳໜັກປະມານຫົກກິໂລກຼາມ 16 ກັບເຮັດໂລ້ນ້ອຍສາມຮ້ອຍອັນ ແຕ່ລະອັນເຄືອບດ້ວຍຄຳໜັກປະມານສາມກິໂລກຼາມ. ເພິ່ນເອົາໂລ້ທັງໝົດນັ້ນໄປວາງໄວ້ທີ່ຫ້ອງໂຖງແຫ່ງດົງເລບານອນ. 17 ກະສັດຍັງໄດ້ເຮັດບັນລັງທີ່ກວ້າງໃຫຍ່ດ້ວຍ. ບາງສ່ວນຂອງບັນລັງນັ້ນເຮັດດ້ວຍງາຊ້າງ ແລະນອກນັ້ນໂອບດ້ວຍຄຳບໍຣິສຸດ. 18 ບັນລັງນັ້ນມີຂັ້ນໄດຫົກຂັ້ນ ແລະມີອັນຮອງຕີນທີ່ໂອບດ້ວຍຄຳ. ແຕ່ລະຂ້າງຂອງບັນລັງມີອັນຮອງແຂນ ແລະມີຮູບໂຕສິງຢືນຢູ່ແຕ່ລະຂ້າງ. 19 ມີຮູບໂຕສິງສິບສອງໂຕຢູ່ເທິງຂັ້ນໄດນັ້ນ ຄືແຕ່ລະຂັ້ນມີຮູບສິງແຕ່ລະຂ້າງ. ບໍ່ເຄີຍມີບັນລັງໃດເປັນເຊັ່ນນີ້ຢູ່ໃນຣາຊອານາຈັກອື່ນໆເລີຍ. 20 ຈອກທີ່ໂຊໂລໂມນໃຊ້ດື່ມເຮັດດ້ວຍຄຳທັງໝົດ ແລະເຄື່ອງໃຊ້ທັງໝົດໃນຫ້ອງໂຖງແຫ່ງດົງເລບານອນ ກໍເຮັດດ້ວຍຄຳບໍຣິສຸດທັງໝົດ. ໃນສະໄໝຂອງໂຊໂລໂມນນັ້ນ ເງິນຖືວ່າເປັນຂອງບໍ່ມີຄ່າ. 21 ເພິ່ນໄດ້ມີຂະບວນເຮືອແລ່ນທາງທະເລ ຮ່ວມກັບຂະບວນເຮືອຂອງກະສັດຮີຣາມ. ທຸກໆສາມປີໃດຂະບວນເຮືອເຫຼົ່ານີ້ ຈະກັບມາພ້ອມທັງນຳເອົາຄຳ, ເງິນ, ງາຊ້າງ, ລີງໃຫຍ່ ແລະລີງນ້ອຍມາດ້ວຍ. 22 ກະສັດໂຊໂລໂມນໄດ້ຮັ່ງມີແລະສະຫລຽວສະຫລາດກວ່າກະສັດທັງໝົດໃນໂລກ. 23 ບັນດາກະສັດທັງຫລາຍໄດ້ມາຂໍຄຳປຶກສາກັບເພິ່ນ ເພື່ອຟັງປັນຍາທີ່ພຣະເຈົ້າໄດ້ໃຫ້ແກ່ເພິ່ນ. 24 ກະສັດແຕ່ລະຄົນໄດ້ນຳສິ່ງຂອງມາມອບໃຫ້ໂຊໂລໂມນ ດັ່ງນີ້: ເຄື່ອງໃຊ້ທີ່ເຮັດດ້ວຍເງິນແລະຄຳ, ເສື້ອຜ້າ, ອາວຸດ, ເຄື່ອງເທດ, ມ້າແລະລໍ. ເຫດການເຊັ່ນນີ້ໄດ້ສືບຕໍ່ມາທຸກໆປີ. 25 ກະສັດໂຊໂລໂມນມີບ່ອນໄວ້ລົດຮົບແລະມ້າສີ່ພັນບ່ອນ ແລະມີທະຫານມ້າສິບສອງພັນຄົນ. ເພິ່ນໄດ້ຮັກສາບາງສ່ວນໄວ້ຢູ່ໃນນະຄອນເຢຣູຊາເລັມ. ແລະສ່ວນທີ່ເຫຼືອນັ້ນເພິ່ນໄດ້ປະໄວ້ຢູ່ຕາມເມືອງອື່ນໆ. 26 ເພິ່ນໄດ້ເປັນຜູ້ປົກຄອງສູງສຸດເໜືອກະສັດທັງໝົດໃນເຂດແດນ ຕັ້ງແຕ່ແມ່ນໍ້າເອີຟຣັດເຖິງດິນແດນຟີລິດສະຕິນ ແລະຮອດຊາຍແດນຂອງປະເທດເອຢິບ. 27 ໃນຣາຊການຂອງເພິ່ນ ເງິນໃນນະຄອນເຢຣູຊາເລັມຖືເປັນຂອງທຳມະດາດັ່ງກ້ອນຫີນ ແລະໄມ້ແປກກໍມີເຕັມດັ່ງໄມ້ໝາກເດື່ອຕາມເນີນພູຂອງຢູດາຍ. 28 ໂຊໂລໂມນໄດ້ສັ່ງມ້າມາຈາກມຸຊະຣີ ແລະມາຈາກປະເທດອື່ນໆດ້ວຍ. ສະຫລຸບຣາຊການຂອງໂຊໂລໂມນ ( 1 ກສ 11:41-43 ) 29 ປະຫວັດຂອງກະສັດໂຊໂລໂມນຕັ້ງແຕ່ຕົ້ນຈົນຈົບ ແມ່ນໄດ້ຖືກບັນທຶກໄວ້ໃນ ປຶ້ມປະຫວັດສາດຂອງຜູ້ທຳນວາຍນາທານ ໃນ ປຶ້ມຄຳທຳນວາຍຂອງອາຮີຢາແຫ່ງຊີໂລ ແລະໃນ ປຶ້ມນິມິດຂອງຜູ້ທຳນວາຍອິດໂດ ທີ່ກ່າວເຖິງຣາຊການຂອງກະສັດເຢໂຣໂບອາມ ລູກຊາຍຂອງເນບັດແຫ່ງອິດສະຣາເອນເຊັ່ນກັນ. 30 ໂຊໂລໂມນໄດ້ປົກຄອງຢູ່ທີ່ນະຄອນເຢຣູຊາເລັມທົ່ວອິດສະຣາເອນເປັນເວລາສີ່ສິບປີ. 31 ເພິ່ນໄດ້ຕາຍໄປ ແລະໄດ້ຖືກຝັງໄວ້ທີ່ເມືອງຂອງດາວິດ; ເຣໂຫໂບອາມ ລູກຊາຍຂອງເພິ່ນໄດ້ຂຶ້ນເປັນກະສັດປົກຄອງແທນ. |
@ 2012 United Bible Societies. All Rights Reserved.