Biblia Todo Logo
Bìoball air-loidhne

- Sanasan -

2 ຂ່າວຄາວ 8 - ພຣະຄຳພີສັກສິ


ຄວາມ​ສຳເລັດ​ຕ່າງໆ​ຂອງ​ໂຊໂລໂມນ
( 1 ກສ 9:10-28 )

1 ກະສັດ​ໂຊໂລໂມນ​ໄດ້​ໃຊ້​ເວລາ​ຊາວ​ປີ ເພື່ອ​ສ້າງ​ວິຫານ​ຂອງ​ພຣະເຈົ້າຢາເວ​ແລະ​ຣາຊວັງ​ຂອງຕົນ.

2 ເພິ່ນ​ໄດ້​ສ້າງ​ເມືອງ​ຕ່າງໆ ທີ່​ກະສັດ​ຮີຣາມ​ມອບ​ໃຫ້​ເພິ່ນ​ນັ້ນ​ຂຶ້ນ​ໃໝ່ ແລະ​ໄດ້​ສົ່ງ​ຊາວ​ອິດສະຣາເອນ​ໄປ​ຕັ້ງ​ຖິ່ນຖານ​ໃໝ່​ຢູ່​ທີ່​ນັ້ນ.

3 ເພິ່ນ​ໄດ້​ຢຶດ​ເຂດແດນ​ຂອງ​ຮາມັດ-ໂຊບາ

4 ພ້ອມ​ທັງ​ໄດ້​ສ້າງ​ປ້ອມ​ປ້ອງກັນ​ເມືອງ​ປານມີຣາ​ຢູ່​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ. ເພິ່ນ​ໄດ້​ສ້າງ​ເມືອງ​ທັງໝົດ​ໃນ​ຮາມັດ​ຂຶ້ນ​ໃໝ່ ເພື່ອ​ໃຊ້​ເປັນ​ສູນກາງ​ສະສົມ​ສະບຽງ​ອາຫານ.

5 ກະສັດ​ໂຊໂລໂມນ​ໄດ້​ສ້າງ​ເມືອງ​ເຫຼົ່ານີ້​ຂຶ້ນ​ໃໝ່​ເຊັ່ນກັນ ດັ່ງນີ້: ເບັດ​ໂຮໂຣນ​ເບື້ອງເທິງ ແລະ​ເບັດ​ໂຮໂຣນ​ເບື້ອງລຸ່ມ (ເມືອງ​ທັງສອງ​ນີ້​ໄດ້​ມີ​ປ້ອມ​ປ້ອງກັນ ແລະ​ມີ​ກອນ​ປະຕູ​ເປັນ​ເຫລັກແທ່ງ),

6 ເມືອງ​ບາອາລາດ, ເມືອງ​ທັງໝົດ​ທີ່​ເພິ່ນ​ໃຊ້​ເປັນ​ບ່ອນ​ສະສົມ​ສະບຽງ​ອາຫານ ແລະ​ເມືອງ​ທັງຫລາຍ ບ່ອນ​ທີ່​ເພິ່ນ​ໄດ້​ສະສົມ​ຝູງມ້າ​ແລະ​ລົດຮົບ. ເພິ່ນ​ຍັງ​ດຳເນີນ​ແຜນການ​ກໍ່ສ້າງ​ທັງໝົດ​ຂອງ​ເພິ່ນ​ໃນ​ນະຄອນ​ເຢຣູຊາເລັມ, ໃນ​ເລບານອນ, ຕະຫລອດ​ທົ່ວ​ທັງ​ເຂດແດນ​ທີ່​ເພິ່ນ​ປົກຄອງ.

7 ໂຊໂລໂມນ​ໄດ້​ຮັບ​ແຮງງານ​ທັງໝົດ​ນັ້ນ ມາ​ຈາກ​ເຊື້ອສາຍ​ຂອງ​ປະຊາຊົນ​ການາອານ​ທີ່​ບໍ່ໄດ້​ຖືກ​ຂ້າ ເມື່ອ​ຊາວ​ອິດສະຣາເອນ​ໄດ້​ໄປ​ຢຶດຄອງ​ດິນແດນ. ປະຊາຊົນ​ເຫຼົ່ານັ້ນ​ມີ​ດັ່ງນີ້: ຊາວ​ຮິດຕີ, ອາໂມ, ເປຣີຊີ, ຮີວີ ແລະ​ຊາວ​ເຢບຸດ.

8 ບັນດາ​ເຊື້ອສາຍ​ຂອງ​ປະຊາຊົນ​ເຫຼົ່ານັ້ນ​ໄດ້​ສືບຕໍ່​ຕົກ​ເປັນ​ທາດຮັບໃຊ້ ມາ​ຈົນເຖິງ​ສະໄໝ​ປັດຈຸບັນ​ນີ້.

9 ຊາວ​ອິດສະຣາເອນ​ບໍ່ເຄີຍ​ເປັນ​ກຳມະກອນ​ອອກແຮງງານ; ແຕ່​ພວກເຂົາ​ເປັນ​ທະຫານ, ຂ້າຣາຊການ, ຄົນ​ຂັບ​ລົດຮົບ ແລະ​ທະຫານ​ມ້າ.

10 ມີ​ຂ້າຣາຊການ​ທັງໝົດ ສອງຮ້ອຍ​ຫ້າສິບ​ຄົນ ເປັນ​ຜູ້​ຮັບຜິດຊອບ​ຄວບຄຸມ​ກຳມະກອນ​ທີ່​ເຮັດ​ວຽກ​ຕາມ​ໂຄງການ​ກໍ່ສ້າງ​ຕ່າງໆ.

11 ໂຊໂລໂມນ​ໄດ້​ຍ້າຍ​ເມຍ​ຂອງ​ເພິ່ນ ລູກສາວ​ຂອງ​ກະສັດ​ແຫ່ງ​ເອຢິບ​ອອກ​ຈາກ​ເມືອງ​ຂອງ​ດາວິດ ແລະ​ໃຫ້​ໄປ​ຢູ່​ໃນ​ເຮືອນ​ທີ່​ເພິ່ນ​ໄດ້​ສ້າງ​ສຳລັບ​ນາງ​ໂດຍ​ສະເພາະ. ເພິ່ນ​ເວົ້າ​ວ່າ, “ນາງ​ບໍ່​ສົມຄວນ​ຢູ່​ໃນ​ວັງ​ຂອງ​ກະສັດ​ແຫ່ງ​ອິດສະຣາເອນ ເພາະ​ບ່ອນໃດ​ທີ່​ມີ​ຫີບ​ຂອງ​ພຣະເຈົ້າຢາເວ​ກໍ​ເປັນ​ບ່ອນ​ສັກສິດ.”

12 ໂຊໂລໂມນ​ໄດ້​ຖວາຍ​ເຄື່ອງ​ບູຊາ​ແກ່​ພຣະເຈົ້າຢາເວ​ທີ່​ເທິງ​ແທ່ນບູຊາ​ຂອງ​ພຣະເຈົ້າຢາເວ ຊຶ່ງ​ເພິ່ນ​ໄດ້​ສ້າງ​ຂຶ້ນ​ຕໍ່ໜ້າ​ລະບຽງ.

13 ເພິ່ນ​ໄດ້​ເຜົາ​ເຄື່ອງ​ບູຊາ​ຖວາຍ​ຕາມ​ກົດບັນຍັດ​ຂອງ​ໂມເຊ​ທີ່​ໄດ້​ກຳນົດ​ໄວ້ ດັ່ງນີ້: ວັນ​ຊະບາໂຕ, ວັນ​ເດືອນ​ອອກ​ໃໝ່, ເທດສະການ​ສາມ​ປາງ​ປະຈຳ​ປີ​ຄື: ວັນ​ກິນ​ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ, ວັນ​ສະຫລອງ​ການ​ເກັບກ່ຽວ ແລະ​ເທດສະການ​ປຸກຕຸບຢູ່.

14 ເພື່ອ​ປະຕິບັດ​ຕາມ​ກົດລະບຽບ​ທີ່​ກະສັດ​ດາວິດ​ພໍ່​ຂອງ​ເພິ່ນ​ໄດ້​ວາງ​ໄວ້ ເພິ່ນ​ໄດ້​ຈັດ​ວຽກ​ປະຈຳວັນ​ໃຫ້​ແກ່​ພວກ​ປະໂຣຫິດ ແລະ​ພວກເລວີ​ທີ່​ເປັນ​ຜູ້​ຊ່ວຍ​ຮ້ອງເພງ​ແລະ​ເຮັດ​ວຽກ​ໃຫ້​ພວກ​ປະໂຣຫິດ. ເພິ່ນ​ຍັງ​ໄດ້​ຈັດຕັ້ງ​ໃຫ້​ມີ​ທະຫານ​ເຝົ້າຍາມ​ພຣະວິຫານ​ເປັນ​ໝວດໆ ເພື່ອ​ເຮັດ​ໜ້າທີ່​ປະຈຳວັນ ຢູ່​ຕາມ​ແຕ່ລະ​ປະຕູ​ເຂົ້າ​ພຣະວິຫານ ຕາມ​ຂໍ້ຄຳສັ່ງ​ຂອງ​ກະສັດ​ດາວິດ​ຄົນ​ຂອງ​ພຣະເຈົ້າ.

15 ຄຳແນະນຳ​ຕ່າງໆ​ຊຶ່ງ​ກະສັດ​ດາວິດ​ໄດ້​ມອບ​ໃຫ້​ແກ່​ບັນດາ​ປະໂຣຫິດ​ແລະ​ພວກເລວີ​ກ່ຽວກັບ​ຫ້ອງ​ໄວ້​ເຄື່ອງ ແລະ​ກ່ຽວກັບ​ເລື່ອງ​ອື່ນໆ ກໍໄດ້​ຖືກ​ນຳ​ມາ​ປະຕິບັດ​ຢ່າງ​ຕັ້ງໜ້າ​ໂດຍ​ທົ່ວເຖິງກັນ.

16 ໃນທີ່ສຸດ ວຽກການ​ທັງໝົດ​ຂອງ​ກະສັດ​ໂຊໂລໂມນ​ກໍ​ສຳເລັດ. ຈາກ​ການ​ວາງ​ຮາກຖານ​ວິຫານ​ຂອງ​ພຣະເຈົ້າຢາເວ​ຈົນ​ເຖິງ​ການ​ສ້າງ​ວິຫານ​ຂອງ​ພຣະເຈົ້າຢາເວ​ແລ້ວ ວຽກງານ​ທັງໝົດ​ແມ່ນ​ໄດ້​ບັນລຸ​ຜົນ​ໂດຍ​ດີ.

17 ແລ້ວ​ໂຊໂລໂມນ​ກໍໄດ້​ໄປ​ທີ່​ເອຊີໂອນ-ເກເບ ແລະ​ເອລາດ ເມືອງ​ທ່າ​ເຮືອ​ທີ່​ແຄມ​ອ່າວ​ອາກາບາ​ຢູ່​ໃນ​ດິນແດນ​ຂອງ​ເອໂດມ.

18 ກະສັດ​ຮີຣາມ​ໄດ້​ສົ່ງ​ເຮືອ​ຫລາຍ​ລຳ ພາຍໃຕ້​ການ​ຄວບຄຸມ​ຂອງ​ຂ້າຣາຊການ​ຂອງ​ເພິ່ນ​ເອງ ພ້ອມ​ທັງ​ລູກ​ເຮືອ​ທີ່​ມີ​ຄວາມ​ຊຳນິ​ຊຳນານ​ທາງ​ທະເລ​ມາ​ໃຫ້​ກະສັດ​ໂຊໂລໂມນ. ພວກເຂົາ​ໄດ້​ແລ່ນ​ເຮືອ​ໄປ​ກັບ​ຂ້າຣາຊການ​ຂອງ​ໂຊໂລໂມນ ຈົນຮອດ​ດິນແດນ​ຂອງ​ໂອເຟຍ ແລະ​ໄດ້​ນຳ​ຄຳ​ປະມານ​ສິບຫົກ​ໂຕນ ມາ​ມອບ​ໃຫ້​ກະສັດ​ໂຊໂລໂມນ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan