Biblia Todo Logo
Bìoball air-loidhne

- Sanasan -

2 ຂ່າວຄາວ 7 - ພຣະຄຳພີສັກສິ


ການ​ອຸທິດ​ຖວາຍ​ພຣະວິຫານ
( 1 ກສ 8:62-66 )

1 ເມື່ອ​ກະສັດ​ໂຊໂລໂມນ​ໄດ້​ພາວັນນາ​ອະທິຖານ​ຈົບ​ແລ້ວ ກໍ​ມີ​ໄຟ​ລົງ​ມາ​ຈາກ​ສະຫວັນ​ລຸກ​ໄໝ້​ເຄື່ອງ​ບູຊາ​ຕ່າງໆ ແລະ​ສະຫງ່າຣາສີ​ຂອງ​ພຣະເຈົ້າຢາເວ​ກໍ​ຫຸ້ມ​ເຕັມ​ຢູ່​ທີ່​ພຣະວິຫານ.

2 ຍ້ອນ​ວິຫານ​ຂອງ​ພຣະເຈົ້າຢາເວ​ເຕັມ​ດ້ວຍ​ສະຫງ່າຣາສີ​ຂອງ​ພຣະເຈົ້າຢາເວ ບັນດາ​ປະໂຣຫິດ​ຈຶ່ງ​ບໍ່​ອາດ​ເຂົ້າ​ໄປ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ​ໄດ້.

3 ເມື່ອ​ປະຊາຊົນ​ອິດສະຣາເອນ​ໄດ້​ເຫັນ​ໄຟ​ລົງ​ມາ ແລະ​ສະຫງ່າຣາສີ​ຂອງ​ພຣະເຈົ້າຢາເວ​ປົກຄຸມ​ຢູ່​ເຕັມ​ພຣະວິຫານ​ເຊັ່ນນັ້ນ; ພວກເຂົາ​ກໍ​ກາບ​ລົງ​ກັບ​ພື້ນດິນ​ແລະ​ນະມັດສະການ​ແລະ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າຢາເວ ທັງ​ສັນລະເສີນ​ຄຸນງາມ​ຄວາມດີ ແລະ​ຄວາມຮັກ​ອັນ​ໝັ້ນຄົງ​ຂອງ​ພຣະອົງ​ດຳລົງ​ຢູ່​ຕະຫລອດໄປ​ເປັນນິດ.

4 ແລ້ວ​ກະສັດ​ໂຊໂລໂມນ​ພ້ອມ​ກັບ​ປະຊາຊົນ​ທັງໝົດ ກໍໄດ້​ຖວາຍ​ເຄື່ອງ​ບູຊາ​ຕ່າງໆ​ແກ່​ພຣະເຈົ້າຢາເວ.

5 ເພິ່ນ​ໄດ້​ຂ້າ​ງົວ ຊາວສອງພັນ​ໂຕ ແລະ​ແກະ ໜຶ່ງຮ້ອຍ​ຊາວພັນ​ໂຕ ຖວາຍ​ເພື່ອ​ຄວາມ​ສາມັກຄີທຳ. ດັ່ງນັ້ນ ກະສັດ​ແລະ​ປະຊາຊົນ​ທັງໝົດ​ຈຶ່ງ​ໄດ້​ຖວາຍ​ວິຫານ​ຂອງ​ພຣະເຈົ້າ.

6 ບັນດາ​ປະໂຣຫິດ​ໄດ້​ຢືນ​ປະຈຳ​ບ່ອນ​ທີ່​ຖືກ​ມອບໝາຍ​ໃຫ້ ແລະ​ຊື່​ໜ້າ​ພວກເຂົາ​ແມ່ນ​ຊາວ​ເລວີ​ທີ່​ກຳລັງ​ສັນລະເສີນ​ພຣະເຈົ້າຢາເວ ດ້ວຍ​ເຄື່ອງ​ດົນຕຼີ​ຊຶ່ງ​ກະສັດ​ດາວິດ​ໄດ້​ຈັດຫາ​ໃຫ້​ເພື່ອ​ຮ້ອງເພງ​ໂມທະນາ​ຂອບພຣະຄຸນ​ແກ່​ພຣະເຈົ້າຢາເວ ເພາະ​ຄວາມຮັກ​ໝັ້ນຄົງ​ຂອງ​ພຣະອົງ​ດຳລົງ​ຢູ່​ຕະຫລອດໄປ​ເປັນນິດ ຕາມ​ທີ່​ກະສັດ​ດາວິດ​ໄດ້​ມອບໝາຍ​ໃຫ້. ໃນ​ຂະນະທີ່​ປະຊາຊົນ​ທັງໝົດ​ໄດ້​ຢືນ​ຢູ່​ນັ້ນ ພວກ​ປະໂຣຫິດ​ກໍໄດ້​ພາກັນ​ເປົ່າແກ.

7 ໂຊໂລໂມນ​ໄດ້​ຖວາຍ​ສ່ວນ​ກາງ​ຂອງ​ເດີ່ນ ເຂດ​ດ້ານ​ໜ້າ​ວິຫານ​ຂອງ​ພຣະເຈົ້າຢາເວ ແລະ​ຕໍ່ມາ ເພິ່ນ​ໄດ້​ຖວາຍ​ເຄື່ອງ​ບູຊາ​ໃນ​ທີ່ນັ້ນ​ເປັນ​ຕົ້ນ: ການ​ບູຊາ​ເຜົາ​ທັງໝົດ, ພືດຜົນ​ເປັນເມັດ ແລະ​ໄຂມັນ​ທີ່​ໄດ້​ມາ​ຈາກ​ເຄື່ອງ​ຖວາຍ​ເພື່ອ​ຄວາມ​ສາມັກຄີທຳ. ເພິ່ນ​ໄດ້​ເຮັດ​ເຊັ່ນນີ້​ເພາະ​ແທ່ນບູຊາ​ທອງສຳຣິດ​ຊຶ່ງ​ເພິ່ນ​ໄດ້​ເຮັດ​ນັ້ນ ນ້ອຍ​ໂພດ​ສຳລັບ​ບັນຈຸ​ເຄື່ອງ​ຖວາຍ​ເຫຼົ່ານັ້ນ​ທັງໝົດ.

8 ໂຊໂລໂມນ​ກັບ​ປະຊາຊົນ​ອິດສະຣາເອນ​ທັງໝົດ​ໄດ້​ສະຫລອງ​ເທດສະການ​ປຸກຕຸບຢູ່​ເປັນ​ເວລາ​ເຈັດ​ວັນ. ປະຊາຊົນ​ເປັນ​ຈຳນວນ​ຫລວງຫລາຍ​ທີ່​ຢູ່​ໄກ ຄື​ຈາກ​ທາງເໜືອ​ສຸດ​ຂອງ​ຊ່ອງແຄບ​ຮາມັດ ແລະ​ເຂດແດນ​ເບື້ອງໃຕ້​ຂອງ​ປະເທດ​ເອຢິບ​ກໍໄດ້​ມາ​ຮ່ວມ​ນຳ.

9 ພວກເຂົາ​ໄດ້​ຢູ່​ທີ່​ນັ້ນ​ເປັນ​ເວລາ​ເຈັດ​ວັນ ເພື່ອ​ອຸທິດຖວາຍ​ແທ່ນບູຊາ ແລະ​ຢູ່​ອີກ​ເຈັດ​ວັນ ເພື່ອ​ສະຫລອງ​ເທດສະການ. ໃນ​ມື້​ສຸດທ້າຍ ພວກເຂົາ​ໄດ້​ສະຫລອງ​ມື້​ປິດ​ງານ

10 ແລະ​ວັນ​ຕໍ່ມາ ຄື​ວັນ​ທີ​ຊາວສາມ ຂອງ​ເດືອນ​ທີ​ເຈັດ ໂຊໂລໂມນ​ໄດ້​ໃຫ້​ປະຊາຊົນ​ກັບ​ເມືອ​ເຮືອນ​ໃຜ​ລາວ. ພວກເຂົາ​ຊົມຊື່ນ​ຍິນດີ​ກັບ​ຄຳອວຍພອນ ທີ່​ພຣະເຈົ້າຢາເວ​ໄດ້​ໃຫ້​ແກ່​ປະຊາຊົນ​ອິດສະຣາເອນ​ຂອງ​ພຣະອົງ, ແກ່​ດາວິດ ແລະ​ແກ່​ໂຊໂລໂມນ.


ພຣະເຈົ້າ​ປາກົດ​ຕໍ່​ໂຊໂລໂມນ​ອີກ
( 1 ກສ 9:1-9 )

11 ຫລັງຈາກ​ກະສັດ​ໂຊໂລໂມນ​ໄດ້​ສ້າງ​ວິຫານ​ຂອງ​ພຣະເຈົ້າຢາເວ​ແລະ​ວັງ​ຂອງເພິ່ນ​ສຳເລັດ ແລ້ວ​ກະສັດ​ໂຊໂລໂມນ​ໄດ້​ເຮັດ​ຂ້າງໃນ​ວິຫານ​ຂອງ​ພຣະເຈົ້າຢາເວ​ແລະ​ວັງ​ຂອງເພິ່ນ​ໃຫ້​ສຳເລັດ​ຮຽບຮ້ອຍ​ຕາມ​ແບບແຜນ​ທັງໝົດ​ນັ້ນ,

12 ຂະນະນັ້ນ ພຣະເຈົ້າຢາເວ​ໄດ້​ປາກົດ​ຕໍ່​ເພິ່ນ​ໃນ​ເວລາ​ກາງຄືນ ແລະ​ໄດ້​ກ່າວ​ຕໍ່​ເພິ່ນ​ວ່າ, “ເຮົາ​ໄດ້ຍິນ​ຄຳພາວັນນາ​ອະທິຖານ​ຂອງ​ເຈົ້າ​ແລ້ວ ແລະ​ເຮົາ​ກໍ​ຍິນດີ​ຮັບ​ເອົາ​ວິຫານ​ນີ້ ເພື່ອ​ເປັນ​ບ່ອນ​ຖວາຍ​ເຄື່ອງ​ບູຊາ​ແກ່​ເຮົາ.

13 ເມື່ອໃດ​ເຮົາ​ປິດ​ຟ້າ​ສະຫວັນ​ກັກ​ຝົນ​ບໍ່​ໃຫ້​ຕົກ ຫລື​ສົ່ງ​ຝູງຕັກແຕນ​ມາ​ກິນ​ເຄື່ອງປູກ​ຂອງຝັງ ຫລື​ສົ່ງ​ພະຍາດ​ລະບາດ​ມາ​ສູ່​ປະຊາຊົນ​ຂອງເຮົາ,

14 ຖ້າ​ປະຊາຊົນ​ຂອງ​ເຮົາ​ຜູ້​ທີ່​ພວກເຂົາ​ເອີ້ນກັນ​ໂດຍ​ຊື່​ຂອງ​ເຮົາ​ຖ່ອມ​ຕົວລົງ, ພາວັນນາ​ອະທິຖານ, ຊອກຫາ​ໜ້າ​ເຮົາ ພ້ອມ​ທັງ​ກັບໃຈ​ໃໝ່ ແລະ​ຫັນໜີ​ຈາກ​ຄວາມຊົ່ວ​ທີ່​ພວກເຂົາ​ກຳລັງ​ເຮັດ​ຢູ່; ແລ້ວ​ທີ່​ສະຫວັນ ເຮົາ​ກໍ​ຈະ​ຟັງ​ຄຳພາວັນນາ​ອະທິຖານ​ຂອງ​ພວກເຂົາ, ໃຫ້​ອະໄພ​ການບາບ​ຂອງ​ພວກເຂົາ ແລະ​ເຮັດ​ໃຫ້​ດິນແດນ​ຂອງ​ພວກເຂົາ​ຈະເລີນ​ຮຸ່ງເຮືອງ​ຂຶ້ນ​ໃໝ່.

15 ເຮົາ​ຈະ​ເຝົ້າເບິ່ງ​ວິຫານ​ນີ້ ແລະ​ຕຽມ​ຟັງ​ຄຳພາວັນນາ​ອະທິຖານ​ຂອງ​ທຸກໆຄົນ​ທີ່​ຮ້ອງຫາ​ເຮົາ​ໃນ​ທີ່​ນີ້

16 ເພາະ​ເຮົາ​ໄດ້​ເລືອກເອົາ​ສະຖານທີ່​ນີ້​ເປັນ​ບ່ອນ​ສັກສິດ ໃຫ້​ພວກເຂົາ​ນະມັດສະການ​ເຮົາ​ຕະຫລອດໄປ. ເຮົາ​ຈະ​ເຝົ້າເບິ່ງ​ສະຖານທີ່​ນີ້ ແລະ​ປົກປັກ​ຮັກສາ​ຢູ່​ທຸກ​ເວລາ.

17 ຖ້າ​ເຈົ້າ​ຮັບໃຊ້​ເຮົາ​ຢ່າງ​ສັດຊື່ ດັ່ງ​ທີ່​ດາວິດ​ພໍ່​ຂອງ​ເຈົ້າ​ໄດ້​ເຮັດ​ມາ ຄື​ເຊື່ອຟັງ​ກົດບັນຍັດ​ທັງຫລາຍ​ຂອງເຮົາ ແລະ​ຂັບ​ຕາມ​ທຸກໆສິ່ງ​ທີ່​ເຮົາ​ໄດ້​ສັ່ງ​ເຈົ້າ,

18 ເຮົາ​ກໍ​ຈະ​ຮັກສາ​ຄຳສັນຍາ​ທີ່​ເຮົາ​ໄດ້​ເຮັດ​ກັບ​ດາວິດ​ພໍ່​ຂອງ​ເຈົ້າ ຄື​ເວລາ​ທີ່​ເຮົາ​ໄດ້​ບອກ​ລາວ​ວ່າ ຊາດ​ອິດສະຣາເອນ​ຈະ​ມີ​ເຊື້ອສາຍ​ຂອງ​ລາວ ປົກຄອງ​ປະເທດ​ສືບໆໄປ.

19 ແຕ່​ຖ້າ​ເຈົ້າ​ແລະ​ປະຊາຊົນ​ຂອງ​ເຈົ້າ ບໍ່​ເຊື່ອຟັງ​ກົດບັນຍັດ ແລະ​ຂໍ້ຄຳສັ່ງ​ທີ່​ເຮົາ​ໄດ້​ໃຫ້​ພວກເຈົ້າ ແລະ​ຫັນ​ໄປ​ຂາບໄຫວ້​ບັນດາ​ພະອື່ນ,

20 ເຮົາ​ກໍ​ຈະ​ຍົກຍ້າຍ​ພວກເຈົ້າ​ອອກ​ຈາກ​ດິນແດນ ຊຶ່ງ​ເຮົາ​ໄດ້​ໃຫ້​ພວກເຈົ້າ ແລະ​ເຮົາ​ຈະ​ປະຖິ້ມ​ພຣະວິຫານ​ນີ້ ຊຶ່ງ​ເຮົາ​ໄດ້​ເຮັດ​ໃຫ້​ເປັນ​ສະຖານທີ່​ສັກສິດ​ເພື່ອ​ນະມັດສະການ​ເຮົາ. ປະຊາຊົນ​ທົ່ວ​ທຸກໆ​ບ່ອນ​ຈະ​ຫຍໍ້ຫຍັນ ແລະ​ໝິ່ນປະໝາດ​ສະຖານທີ່​ນີ້.

21 ໃນ​ເວລາ​ນີ້ ພຣະວິຫານ​ເປັນ​ທີ່​ຍົກຍໍ​ຢ່າງ​ສູງສົ່ງ​ແທ້, ແຕ່​ແລ້ວ​ໃນ​ເວລາ​ນັ້ນ ທຸກໆ​ຄົນ​ທີ່​ຜ່ານ​ໄປ​ກໍ​ຈະ​ສະດຸ້ງ​ໃນໃຈ ແລະ​ຖາມ​ວ່າ, ‘ເປັນຫຍັງ​ພຣະເຈົ້າຢາເວ​ຈຶ່ງ​ເຮັດ​ກັບ​ດິນແດນ ແລະ​ວິຫານ​ເຊັ່ນ​ນີ້?’

22 ຄົນ​ທັງຫລາຍ​ຈະ​ຕອບ​ວ່າ, ‘ກໍ​ເພາະ​ພວກເຂົາ​ປະຖິ້ມ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ ຜູ້​ທີ່​ໄດ້​ນຳພາ​ບັນພະບຸລຸດ​ຂອງ​ພວກເຂົາ​ອອກ​ມາ​ຈາກ​ປະເທດ​ເອຢິບ. ພວກເຂົາ​ຈົງຮັກ​ພັກດີ​ຕໍ່​ບັນດາ​ພະອື່ນ ແລະ​ຂາບໄຫວ້​ພະ​ເຫຼົ່ານັ້ນ. ສະນັ້ນ ພຣະອົງ​ຈຶ່ງ​ນຳ​ໄພພິບັດ​ຫລາຍຢ່າງ​ມາ​ສູ່​ພວກເຂົາ.”’

@ 2012 United Bible Societies. All Rights Reserved.

Lean sinn:



Sanasan