2 ຂ່າວຄາວ 6 - ພຣະຄຳພີສັກສິໂຊໂລໂມນກ່າວກັບປະຊາຊົນ ( 1 ກສ 8:12-21 ) 1 ແລ້ວກະສັດໂຊໂລໂມນກໍໄດ້ພາວັນນາອະທິຖານວ່າ, “ຂ້າແດ່ພຣະເຈົ້າຢາເວ ພຣະອົງກ່າວວ່າ ພຣະອົງໄດ້ເລືອກທີ່ຢູ່ອາໄສ ຄືຢູ່ໃນເມກໜາແລະຄວາມມືດ. 2 ບັດນີ້ ຂ້ານ້ອຍໄດ້ສ້າງວິຫານອັນສູງສະຫງ່າ ເປັນສະຖານທີ່ໃຫ້ພຣະອົງຢູ່ຕະຫລອດໄປ.” 3 ປະຊາຊົນອິດສະຣາເອນທັງໝົດກໍຢືນຢູ່ທີ່ນັ້ນ. ກະສັດໄດ້ຫັນໜ້າມາທາງພວກເຂົາ ແລະຂໍພຣະເຈົ້າອວຍພອນພວກເຂົາ. 4 ເພິ່ນກ່າວວ່າ, “ສັນລະເສີນພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນ ພຣະອົງຖືຮັກສາພັນທະສັນຍາທີ່ພຣະອົງໄດ້ເຮັດໄວ້ກັບດາວິດພໍ່ຂອງຂ້ານ້ອຍ ເມື່ອພຣະອົງໄດ້ກ່າວແກ່ເພິ່ນວ່າ, 5 ‘ຕັ້ງແຕ່ເວລານັ້ນທີ່ເຮົາໄດ້ນຳປະຊາຊົນຂອງເຮົາ ອອກມາຈາກປະເທດເອຢິບຈົນເຖິງດຽວນີ້; ເຮົາບໍ່ໄດ້ເລືອກເອົາເມືອງໃດໃນດິນແດນອິດສະຣາເອນໃຫ້ເປັນສະຖານທີ່ໃນການສ້າງວິຫານເພື່ອນະມັດສະການເຮົາ; ແລະເຮົາກໍບໍ່ໄດ້ເລືອກເອົາຜູ້ໃດໃຫ້ນຳພາປະຊາຊົນອິດສະຣາເອນຂອງເຮົາ. 6 ແຕ່ບັດນີ້ ເຮົາໄດ້ເລືອກເອົານະຄອນເຢຣູຊາເລັມໃຫ້ເປັນບ່ອນທີ່ຄົນຈະນະມັດສະການເຮົາ ແລະເຮົາໄດ້ຕັ້ງດາວິດໃຫ້ເປັນຜູ້ປົກຄອງປະຊາຊົນຂອງເຮົາ.”’ 7 ຝ່າຍໂຊໂລໂມນກ່າວຕໍ່ໄປວ່າ, “ດາວິດ ພໍ່ຂອງຂ້າພະເຈົ້າເປັນຜູ້ວາງແຜນສ້າງວິຫານສຳລັບພຣະນາມຂອງພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນ 8 ແຕ່ພຣະເຈົ້າຢາເວໄດ້ກ່າວແກ່ເພິ່ນວ່າ, ‘ເປັນການຖືກຕ້ອງທີ່ເຈົ້າຢາກສ້າງວິຫານເພື່ອພຣະນາມຂອງເຮົາ, 9 ແຕ່ເຈົ້າຈະບໍ່ໄດ້ເປັນຜູ້ສ້າງ. ແມ່ນລູກຊາຍຂອງເຈົ້າເອງທີ່ຈະເປັນຜູ້ສ້າງວິຫານເພື່ອພຣະນາມຂອງເຮົາ.”’ 10 “ບັດນີ້ ພຣະເຈົ້າຢາເວໄດ້ຮັກສາຄຳສັນຍາຂອງພຣະອົງແລ້ວຄື: ຂ້າພະເຈົ້າໄດ້ຂຶ້ນເປັນກະສັດຂອງຊາດອິດສະຣາເອນແທນພໍ່ຂອງຂ້າພະເຈົ້າ ແລະຂ້າພະເຈົ້າໄດ້ສ້າງວິຫານນີ້ສຳລັບພຣະນາມຂອງພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນ. 11 ແລະທີ່ນັ້ນ ຂ້າພະເຈົ້າໄດ້ເອົາຫີບ ຊຶ່ງບັນຈຸແຜ່ນຫີນແຫ່ງພັນທະສັນຍາຂອງພຣະເຈົ້າຢາເວໄດ້ຕັ້ງໄວ້ກັບປະຊາຊົນອິດສະຣາເອນນັ້ນມາວາງໄວ້.” ຄຳພາວັນນາອະທິຖານຂອງໂຊໂລໂມນ ( 1 ກສ 8:22-53 ) 12 ແລ້ວຢູ່ຊ້ອງໜ້າປະຊາຊົນ ໂຊໂລໂມນໄດ້ຍ່າງຂຶ້ນໄປຢືນຢູ່ທາງດ້ານໜ້າຂອງແທ່ນບູຊາຂອງພຣະເຈົ້າຢາເວ ຍົກແຂນຂຶ້ນພາວັນນາອະທິຖານ. 13 ໂຊໂລໂມນໄດ້ເຮັດແທ່ນທອງສຳຣິດ ແລະນຳເອົາແທ່ນນັ້ນໄປວາງໄວ້ທີ່ເດີ່ນ. ແທ່ນນັ້ນແຕ່ລະຂ້າງແທກໄດ້ສອງແມັດຊາວເຊັນ ແລະລວງສູງມີໜຶ່ງແມັດສາມສິບເຊັນ. ເພິ່ນໄດ້ຂຶ້ນໄປທີ່ເທິງແທ່ນນີ້ ຄຸເຂົ່າລົງຕໍ່ໜ້າປະຊາຊົນ ແລະຍົກມືຂຶ້ນສູ່ສະຫວັນ. 14 ເພິ່ນພາວັນນາອະທິຖານວ່າ, “ຂ້າແດ່ພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນເອີຍ ທົ່ວທັງສະຫວັນກັບແຜ່ນດິນໂລກ ບໍ່ມີພະອື່ນໃດເໝືອນພຣະອົງ. ພຣະອົງຮັກສາພັນທະສັນຍາຂອງພຣະອົງທີ່ມີຕໍ່ປະຊາຊົນ ແລະສຳແດງຄວາມຮັກຂອງພຣະອົງໃຫ້ພວກເຂົາເຫັນ ເວລາພວກເຂົາດຳເນີນຊີວິດທີ່ເຊື່ອຟັງພຣະອົງດ້ວຍສຸດໃຈ. 15 ພຣະອົງໄດ້ຮັກສາຄຳສັນຍາທີ່ພຣະອົງໄດ້ກະທຳໄວ້ກັບດາວິດ ພໍ່ຂອງຂ້ານ້ອຍ; ວັນນີ້ ທຸກຖ້ອຍຄຳນັ້ນກໍໄດ້ເປັນໄປຕາມພັນທະສັນຍາແລ້ວ. 16 ເພາະສະນັ້ນ ພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນເອີຍ ບັດນີ້ ຈົ່ງຮັກສາຄຳສັນຍາອື່ນໆທີ່ພຣະອົງໄດ້ເຮັດໄວ້ກັບພໍ່ຂອງຂ້ານ້ອຍດ້ວຍ ເມື່ອພຣະອົງໄດ້ບອກເພິ່ນວ່າ ຈະມີຜູ້ໜຶ່ງຈາກເຊື້ອສາຍຂອງເພິ່ນ ເປັນກະສັດປົກຄອງຊາດອິດສະຣາເອນສືບໄປ. ເມື່ອເຂົາໄດ້ປະຕິບັດຢ່າງຕັ້ງໜ້າຕາມກົດບັນຍັດຂອງພຣະອົງ ດັ່ງທີ່ເພິ່ນໄດ້ປະຕິບັດມານັ້ນ. 17 ດັ່ງນັ້ນ ບັດນີ້ ພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນເອີຍ ໂຜດໃຫ້ທຸກສິ່ງເປັນຈິງຕາມທີ່ພຣະອົງໄດ້ສັນຍາໄວ້ກັບດາວິດ ຄົນຮັບໃຊ້ຂອງພຣະອົງເທີ້ນ. 18 ແຕ່ພຣະເຈົ້າເອີຍ ພຣະອົງສະຖິດຢູ່ເທິງແຜ່ນດິນໂລກທ່າມກາງມະນຸດໄດ້ແທ້ບໍ? ແມ່ນແຕ່ສະຫວັນແລະສະຫວັນທີ່ສູງສຸດກໍບໍ່ໃຫຍ່ພໍທີ່ຈະຮັບພຣະອົງໄດ້; ສະນັ້ນ ວິຫານທີ່ຂ້ານ້ອຍໄດ້ສ້າງນີ້ຈະໃຫຍ່ພໍສຳລັບພຣະອົງໄດ້ຢ່າງໃດ? 19 ຂ້າແດ່ພຣະເຈົ້າຢາເວ ພຣະເຈົ້າຂອງຂ້ານ້ອຍເອີຍ ຂ້ານ້ອຍນີ້ເປັນຜູ້ຮັບໃຊ້ຂອງພຣະອົງ. ໂຜດຟັງຄຳພາວັນນາອະທິຖານຂອງຂ້ານ້ອຍ ແລະຕອບຄຳຂໍຮ້ອງຂອງຂ້ານ້ອຍດ້ວຍ. 20 ຂໍພຣະອົງດູແລວິຫານນີ້ທັງກາງເວັນແລະກາງຄືນ. ພຣະອົງໄດ້ສັນຍາວ່າທີ່ນີ້ຈະເປັນບ່ອນທີ່ນາມຊື່ຂອງພຣະອົງສະຖິດຢູ່; ສະນັ້ນ ຂໍຊົງໂຜດຟັງເມື່ອຜູ້ຮັບໃຊ້ຂອງພຣະອົງຫັນໜ້າມາສະຖານທີ່ນີ້ ແລະພາວັນນາອະທິຖານ. 21 ໂຜດຟັງຄຳພາວັນນາອະທິຖານຂອງຜູ້ຮັບໃຊ້ຂອງພຣະອົງ ແລະຂອງປະຊາຊົນອິດສະຣາເອນດ້ວຍ ເມື່ອພວກເຂົາຫັນໜ້າມາທາງສະຖານທີ່ນີ້ແລະພາວັນນາອະທິຖານ. ທີ່ຟ້າສະຫວັນບ່ອນພຣະອົງສະຖິດຢູ່, ໂຜດຟັງ ແລະຍົກໂທດໃຫ້ດ້ວຍເທີ້ນ. 22 ຖ້າມີຄົນໜຶ່ງຖືກກ່າວຫາວ່າເຮັດຜິດຕໍ່ຄົນອື່ນ ແລະຖືກນຳມາທີ່ແທ່ນບູຊາໃນວິຫານນີ້ ເພື່ອສາບານວ່າລາວບໍຣິສຸດ 23 ເມື່ອນັ້ນ ຂໍພຣະອົງໂຜດຟັງທີ່ສະຫວັນ, ກະທຳການແລະຕັດສິນບັນດາຜູ້ຮັບໃຊ້ຂອງພຣະອົງ. ຈົ່ງລົງໂທດຜູ້ເຮັດຜິດແລະປ່ອຍຕົວຜູ້ບໍຣິສຸດດ້ວຍ. 24 ເມື່ອປະຊາຊົນຂອງພຣະອົງພ່າຍແພ້ເຫຼົ່າສັດຕູຂອງພວກເຂົາ ຍ້ອນພວກເຂົາໄດ້ເຮັດບາບຕໍ່ສູ້ພຣະອົງ; ຕໍ່ມາ ເມື່ອພວກເຂົາຕ່າວຄືນມາຫາພຣະອົງ ແລະເຂົ້າມາໃນວິຫານນີ້ ກາບພາວັນນາອະທິຖານຢ່າງຖ່ອມຕົວຖ່ອມໃຈເພື່ອຂໍພຣະອົງຍົກໂທດໃຫ້; 25 ຂໍພຣະອົງໂຜດຟັງທີ່ສະຫວັນ, ໂຜດອະໄພການບາບປະຊາຊົນອິດສະຣາເອນ ແລະນຳພວກເຂົາໄປສູ່ດິນແດນ ຊຶ່ງພຣະອົງໄດ້ມອບໃຫ້ແກ່ພວກເຂົາ ແລະບັນພະບຸລຸດຂອງພວກເຂົານັ້ນດ້ວຍ. 26 ເມື່ອພຣະອົງກັກຝົນບໍ່ໃຫ້ຕົກ ເພາະປະຊາຊົນຂອງພຣະອົງໄດ້ເຮັດບາບຕໍ່ສູ້ພຣະອົງ; ຕໍ່ມາ ເມື່ອພວກເຂົາຫັນໜ້າມາທາງວິຫານນີ້ພາວັນນາອະທິຖານສາລະພາບຕໍ່ນາມຊື່ຂອງພຣະອົງ ແລະຫັນກັບຈາກການບາບທັງຫຼາຍຂອງພວກເຂົາ ຍ້ອນພຣະອົງລົງໂທດພວກເຂົາ. 27 ຂໍພຣະອົງໂຜດຟັງທີ່ສະຫວັນ, ແລະອະໄພການບາບຂອງຜູ້ເປັນຂ້າຮັບໃຊ້ຂອງພຣະອົງຄືປະຊາຊົນອິດສະຣາເອນ ແລະສັ່ງສອນພວກເຂົາໃຫ້ເຮັດໃນສິ່ງທີ່ຖືກຕ້ອງດ້ວຍ. ແລ້ວໂຜດສົ່ງຝົນລົງມາສູ່ດິນແດນນີ້ ຊຶ່ງພຣະອົງໄດ້ມອບໃຫ້ພວກບັນພະບຸລຸດຂອງພວກເຂົາ. 28 ເມື່ອມີການອຶດຢາກເກີດຂຶ້ນໃນດິນແດນ ຫລືມີພະຍາດລະບາດ ຫລືມີພືດຜົນຖືກທຳລາຍຍ້ອນລົມຮ້ອນພັດ ຫລືຍ້ອນຝູງຕັກແຕນທຳລາຍ ຫລືເມື່ອປະຊາຊົນຂອງພຣະອົງຖືກສັດຕູໂຈມຕີ ຫລືເມື່ອເກີດພະຍາດໂຣຄາ ຫລືການເຈັບໄຂ້ໄດ້ປ່ວຍໃນທ່າມກາງພວກເຂົາ 29 ໂຜດຟັງຄຳພາວັນນາອະທິຖານຂອງພວກເຂົາດ້ວຍ. ຖ້າມີປະຊາຊົນອິດສະຣາເອນຂອງພຣະອົງຄົນໃດຄົນໜຶ່ງໂສກເສົ້າເຫງົາໃຈ ແລະເມື່ອພວກເຂົາຍົກມືຂອງພວກເຂົາພາວັນນາອະທິຖານປິ່ນໜ້າມາທາງວິຫານນີ້ 30 ຂໍພຣະອົງໂຜດຟັງທີ່ສະຫວັນບ່ອນພຣະອົງສະຖິດຢູ່ ແລະຍົດໂທດໃຫ້ເຂົາດ້ວຍເທີ້ນ. ພຣະອົງເທົ່ານັ້ນຮູ້ຈັກຄວາມຄິດ ແລະຈິດໃຈຂອງມະນຸດ. ໂຜດເຮັດກັບແຕ່ລະຄົນຕາມທີ່ເຂົາຄວນຈະໄດ້ຮັບເຖີດ 31 ເພື່ອວ່າປະຊາຊົນຂອງພຣະອົງຈະໄດ້ຢຳເກງແລະເຊື່ອຟັງພຣະອົງຕະຫລອດໄປຕາບໃດທີ່ພວກເຂົາຍັງອາໄສຢູ່ໃນດິນແດນ ຊຶ່ງພຣະອົງໄດ້ມອບໃຫ້ແກ່ບັນພະບຸລຸດຂອງພວກຂ້ານ້ອຍນັ້ນ. 32 ເມື່ອຄົນຕ່າງດ້າວທີ່ອາໄສຢູ່ໃນແດນໄກໄດ້ຍິນວ່າ ພຣະອົງຍິ່ງໃຫຍ່ແລະມີອຳນາດສໍ່າໃດ ແລະໄດ້ຮູ້ວ່າພຣະອົງພ້ອມທີ່ຈະຊ່ວຍພວກເຂົາສະເໝີ; ແລະຕໍ່ມາ ພວກເຂົາໄດ້ມາພາວັນນາອະທິຖານທີ່ວິຫານນີ້ 33 ຂໍພຣະອົງໂຜດຟັງທີ່ສະຫວັນບ່ອນພຣະອົງສະຖິດຢູ່ ໂຜດຟັງພວກເຂົາແລະເຮັດຕາມທີ່ພວກເຂົາຂໍຮ້ອງດ້ວຍ ເພື່ອວ່າປະຊາຊົນທົ່ວໂລກຈະໄດ້ຮູ້ຈັກນາມຊື່ຂອງພຣະອົງແລະຢຳເກງພຣະອົງ ເໝືອນກັນກັບປະຊາຊົນອິດສະຣາເອນຂອງພຣະອົງ. ແລ້ວພວກເຂົາກໍຈະຮູ້ໄດ້ວ່າວິຫານທີ່ຂ້ານ້ອຍໄດ້ສ້າງຂຶ້ນນີ້ແມ່ນສະຖານທີ່ທີ່ມະນຸດນະມັດສະການພຣະອົງ. 34 ເມື່ອພຣະອົງສັ່ງປະຊາຊົນຂອງພຣະອົງໃຫ້ເຂົ້າໄປໃນສະໜາມຮົບ ເພື່ອຕໍ່ສູ້ເຫຼົ່າສັດຕູ ແລະພວກເຂົາພາວັນນາອະທິຖານຫາພຣະອົງ ບໍ່ວ່າພວກເຂົາຢູ່ບ່ອນໃດກໍຕາມ ເມື່ອປິ່ນໜ້າມາທາງເມືອງນີ້ ຊຶ່ງພຣະອົງໄດ້ເລືອກໄວ້ ແລະມາທີ່ວິຫານນີ້ຊຶ່ງຂ້ານ້ອຍໄດ້ສ້າງເພື່ອພຣະນາມຂອງພຣະອົງ 35 ໂຜດຟັງຄຳພາວັນນາອະທິຖານຂອງພວກເຂົາດ້ວຍ. ທີ່ສະຫວັນ ໂຜດຟັງພວກເຂົາ ແລະໃຫ້ພວກເຂົາມີໄຊຊະນະດ້ວຍເຖີດ. 36 ເມື່ອປະຊາຊົນຂອງພຣະອົງເຮັດບາບຕໍ່ສູ້ພຣະອົງ ແລະຕາມຄວາມຈິງແລ້ວບໍ່ມີຜູ້ໃດເລີຍທີ່ບໍ່ເຮັດບາບ ໂດຍຄວາມໂກດຮ້າຍພຣະອົງໄດ້ປ່ອຍໃຫ້ເຫຼົ່າສັດຕູເອົາຊະນະພວກເຂົາ ແລະຈັບພວກເຂົາໄປເປັນຊະເລີຍໃນດິນແດນແຫ່ງອື່ນ ເຖິງແມ່ນວ່າດິນແດນນັ້ນຈະຫ່າງໄກພຽງໃດກໍຕາມ 37 ໂຜດຟັງຄຳພາວັນນາອະທິຖານຂອງປະຊາຊົນຂອງພຣະອົງດ້ວຍ. ໃນດິນແດນນັ້ນ ຖ້າພວກເຂົາກັບໃຈແລະພາວັນນາອະທິຖານຫາພຣະອົງ ໂດຍສາລະພາບວ່າພວກເຂົາໄດ້ເຮັດບາບແລະຊົ່ວຊ້າສໍ່າໃດແລ້ວ; ຂໍພຣະອົງໂຜດຟັງຄຳພາວັນນາອະທິຖານຂອງພວກເຂົາດ້ວຍ. 38 ທີ່ດິນແດນນັ້ນ ຖ້າພວກເຂົາຈິງໃຈກັບໃຈໃໝ່ແທ້ ແລະພາວັນນາອະທິຖານຫາພຣະອົງໂດຍປິ່ນໜ້າມາທາງເມືອງນີ້ ຊຶ່ງພຣະອົງໄດ້ເລືອກໄວ້ ແລະມາທີ່ວິຫານນີ້ ຊຶ່ງຂ້ານ້ອຍໄດ້ສ້າງເພື່ອພຣະນາມຂອງພຣະອົງ 39 ຂໍຊົງໂຜດຟັງຄຳພາວັນນາອະທິຖານຂອງພວກເຂົາດ້ວຍ. ທີ່ສະຫວັນບ່ອນພຣະອົງສະຖິດຢູ່ ໂຜດຟັງແລະເມດຕາພວກເຂົາພ້ອມທັງອະໄພຄວາມຜິດບາບຂອງປະຊາຊົນຂອງພຣະອົງດ້ວຍ. 40 ຂ້າແດ່ພຣະເຈົ້າຂອງຂ້ານ້ອຍເອີຍ ບັດນີ້ຂໍໂຜດຫລິງເບິ່ງ ແລະຟັງຄຳພາວັນນາອະທິຖານ ທີ່ຂ້ານ້ອຍອຸທິດຖວາຍໃນທີ່ນີ້ດ້ວຍ. 41 ບັດນີ້ ພຣະເຈົ້າຢາເວ ພຣະເຈົ້າເອີຍ ໂຜດລຸກຂຶ້ນ ແລະໂດຍຫີບພັນທະສັນຍາທີ່ເປັນສັນຍາລັກແຫ່ງຣິດອຳນາດຂອງພຣະອົງ ໂຜດເຂົ້າໄປໃນພຣະວິຫານ ແລະສະຖິດຢູ່ໃນທີ່ນັ້ນຕະຫລອດໄປເຖີດ. ຂ້າແດ່ພຣະເຈົ້າຢາເວ ພຣະເຈົ້າເອີຍ ໂຜດອວຍພອນບັນດາປະໂຣຫິດຂອງພຣະອົງໃນທຸກໆສິ່ງທີ່ພວກເຂົາເຮັດ ແລະໂຜດໃຫ້ປະຊາຊົນຂອງພຣະອົງຊົມຊື່ນຍິນດີ ຍ້ອນຄຸນຄວາມດີຂອງພຣະອົງທີ່ມີຕໍ່ພວກເຂົານັ້ນ. 42 ຂ້າແດ່ພຣະເຈົ້າຢາເວ ພຣະເຈົ້າເອີຍ ໂຜດຢ່າໄດ້ປະຖິ້ມກະສັດທີ່ພຣະອົງໄດ້ເລືອກເອົາເລີຍ. ໂຜດຈົດຈຳຄວາມຮັກທີ່ພຣະອົງໄດ້ມີຕໍ່ດາວິດຜູ້ຮັບໃຊ້ຂອງພຣະອົງແດ່ທ້ອນ.” |
@ 2012 United Bible Societies. All Rights Reserved.