Biblia Todo Logo
Bìoball air-loidhne

- Sanasan -

2 ຂ່າວຄາວ 5 - ພຣະຄຳພີສັກສິ

1 ເມື່ອ​ກະສັດ​ໂຊໂລໂມນ​ໄດ້​ສ້າງ​ວິຫານ​ຂອງ​ພຣະເຈົ້າຢາເວ​ສຳເລັດ​ແລ້ວ ເພິ່ນ​ກໍ​ເອົາ​ເຄື່ອງ​ທັງໝົດ ມີ​ດັ່ງນີ້: ເງິນ, ຄຳ ແລະ​ເຄື່ອງ​ອື່ນໆ​ທີ່​ພໍ່​ຂອງເພິ່ນ​ໄດ້​ອຸທິດຖວາຍ ເຂົ້າ​ໄປ​ໄວ້​ໃນ​ຫ້ອງ​ເກັບ​ເຄື່ອງ​ຂອງ​ພຣະວິຫານ​ຂອງ​ພຣະເຈົ້າ.


ຫີບ​ພັນທະສັນຍາ​ຖືກ​ນຳ​ເຂົ້າ​ໄປ​ໃນ​ພຣະວິຫານ
( 1 ກສ 8:1-9 )

2 ແລ້ວ​ກະສັດ​ໂຊໂລໂມນ​ກໍໄດ້​ເອີ້ນ​ປະຊຸມ ພວກ​ຜູ້ນຳ​ທຸກ​ເຜົ່າ​ແລະ​ທຸກ​ຕະກຸນ​ຂອງ​ຊາດ​ອິດສະຣາເອນ​ທີ່​ນະຄອນ​ເຢຣູຊາເລັມ ເພື່ອ​ນຳ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າຢາເວ​ຈາກ​ພູເຂົາ​ຊີໂອນ ເມືອງ​ຂອງ​ດາວິດ ມາ​ທີ່​ພຣະວິຫານ.

3 ພວກເຂົາ​ທັງໝົດ​ໄດ້​ມາ​ພ້ອມພຽງ​ກັນ​ໃນ​ເວລາ​ສະຫລອງ​ເທດສະການ​ປຸກຕູບຢູ່.

4 ເມື່ອ​ບັນດາ​ຜູ້ນຳ​ໄດ້​ມາ​ເຕົ້າໂຮມ​ກັນ​ໝົດແລ້ວ ພວກເລວີ​ກໍໄດ້​ຍົກ​ຫີບ​ນັ້ນ

5 ແລະ​ຫາມ​ເຂົ້າ​ໄປ​ໃນ​ພຣະວິຫານ. ບັນດາ​ປະໂຣຫິດ​ກັບ​ພວກເລວີ​ຍັງ​ຍົກຍ້າຍ​ຫໍເຕັນ​ບ່ອນ​ຊຸມນຸມ ແລະ​ເຄື່ອງໃຊ້​ສັກສິດ​ທັງໝົດ​ປະຈຳ​ຫໍເຕັນ​ເຂົ້າ​ໄປ​ໃນ​ພຣະວິຫານ.

6 ກະສັດ​ໂຊໂລໂມນ​ແລະ​ປະຊາຊົນ​ຊາວ​ອິດສະຣາເອນ ໄດ້​ມາ​ປະຊຸມກັນ​ຕໍ່ໜ້າ​ຫີບ ແລະ​ໄດ້​ຖວາຍ​ແກະ​ແລະ​ງົວ ຈຳນວນ​ຫລວງຫລາຍ​ຈົນ​ນັບ​ບໍ່ຖ້ວນ​ເປັນ​ເຄື່ອງ​ບູຊາ.

7 ແລ້ວ​ປະໂຣຫິດ​ກໍ​ຫາມ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າຢາເວ​ເຂົ້າ​ໄປ​ໃນ​ສະຖານທີ່​ສັກສິດ​ຂອງ​ວິຫານ ແລະ​ເອົາ​ຫີບ​ວາງ​ໄວ້​ໃນ​ບ່ອນ​ສັກສິດ​ທີ່ສຸດ ຄື​ຢູ່​ລຸ່ມ​ເຄຣຸບ.

8 ປີກ​ຂອງ​ເຄຣຸບ​ນັ້ນ​ກາງ​ອອກ​ປົກ​ຫີບ​ນັ້ນ ແລະ​ໄມ້ຄານຫາມ.

9 ຜູ້​ທີ່​ຢືນ​ຢູ່​ຊື່​ໜ້າ​ຂອງ​ບ່ອນ​ສັກສິດ​ທີ່ສຸດ ຈຶ່ງ​ຈະ​ແນມ​ເຫັນ​ສົ້ນສຸດ​ຂອງ​ໄມ້​ຫາມ​ຫີບ​ໄດ້ ແຕ່​ຖ້າ​ຈະ​ເບິ່ງ​ຈາກ​ທີ່​ອື່ນ​ກໍ​ຈະ​ເບິ່ງ​ບໍ່​ເຫັນ. (ໄມ້ຄານຫາມ​ຍັງ​ຢູ່​ທີ່​ນັ້ນ​ຈົນເທົ່າ​ທຸກ​ວັນນີ້.)

10 ຢູ່​ໃນ​ຫີບ​ນັ້ນ​ມີ​ພຽງແຕ່​ຫີນ​ສອງ​ແຜ່ນ ຊຶ່ງ​ໂມເຊ​ໄດ້​ໃສ່​ລົງ​ໄວ້​ໃນ​ນັ້ນ​ທີ່​ພູເຂົາ​ຊີນາຍ ເມື່ອ​ພຣະເຈົ້າຢາເວ​ໄດ້​ເຮັດ​ພັນທະສັນຍາ​ກັບ​ປະຊາຊົນ​ອິດສະຣາເອນ ໃນ​ເວລາ​ທີ່​ພວກເຂົາ​ໄດ້​ອອກ​ມາ​ຈາກ​ປະເທດ​ເອຢິບ.


ພຣະ​ສະຫງ່າຣາສີ​ປົກຄຸມ​ທົ່ວ​ພຣະວິຫານ

11 ແລ້ວ​ພວກ​ປະໂຣຫິດ​ກໍໄດ້​ຖອຍ​ອອກ​ຈາກ​ບ່ອນ​ສັກສິດ. ພວກ​ປະໂຣຫິດ​ທັງໝົດ​ທີ່​ຢູ່​ໃນ​ທີ່ນັ້ນ​ບໍ່​ວ່າ​ຢູ່​ໃນ​ໝວດ​ໃດ​ແມ່ນ​ໄດ້​ອຸທິດ​ຖວາຍຕົວ​ແລ້ວ.

12 ຊາວ​ເລວີ​ທັງໝົດ​ທີ່​ເປັນ​ນັກດົນຕຼີ​ເຊັ່ນ: ອາສັບ, ເຮມານ ແລະ​ເຢດູທູນ ແລະ​ພວກ​ລູກຊາຍ​ຂອງ​ພວກເຂົາ​ຕະຫລອດ​ທັງ​ຍາດຕິພີ່ນ້ອງ ໂດຍ​ຢືນ​ຢູ່​ທາງດ້ານ​ທິດ​ຕາເວັນອອກ ຕ່າງ​ກໍໄດ້​ນຸ່ງ​ຜ້າປ່ານ​ເນື້ອລະອຽດ​ດີ ຕົບແສ່ງ ແລະ​ດີດພິນ ຢູ່​ໃກ້​ແທ່ນບູຊາ. ພວກເຂົາ​ມີ​ປະໂຣຫິດ​ໜຶ່ງຮ້ອຍ​ຊາວ​ຄົນ ເປົ່າແກ​ປະສົມ​ປະສານ​ໄປ​ນຳ.

13-14 ພວກ​ເປົ່າແກ​ແລະ​ພວກ​ນັກຮ້ອງ​ໄດ້​ບັນເລງ​ດ້ວຍ​ຄວາມ​ສອດຄ່ອງ​ກັນ ເປັນ​ສຽງ​ດຽວກັນ​ເພື່ອ​ຖວາຍ​ຄຳ​ຍ້ອງຍໍ​ສັນລະເສີນ​ແລະ​ໂມທະນາ​ຂອບພຣະຄຸນ​ແກ່​ພຣະເຈົ້າຢາເວ. ໂດຍ​ປະສົມ​ປະສານ​ໄປ​ກັບ​ສຽງ​ແກ, ສຽງ​ແສ່ງ ແລະ​ສຽງເຄື່ອງ​ດົນຕຼີ​ອື່ນໆ; ພວກເຂົາ​ໄດ້​ເປ່ງສຽງ​ຮ້ອງ​ສັນລະເສີນ​ພຣະເຈົ້າຢາເວ​ວ່າ, “ສັນລະເສີນ​ພຣະເຈົ້າຢາເວ ເພາະ​ພຣະອົງ​ຊົງ​ຄຸນງາມ​ຄວາມດີ ແລະ​ຄວາມຮັກ​ຂອງ​ພຣະອົງ ກໍ​ດຳລົງ​ຢູ່​ຕະຫລອດໄປ​ເປັນນິດ.” ໃນ​ຂະນະທີ່​ພວກ​ປະໂຣຫິດ​ກຳລັງ​ອອກ​ຈາກ​ວິຫານ​ຂອງ​ພຣະເຈົ້າຢາເວ​ໄປ ທັນໃດນັ້ນ ກໍ​ມີ​ເມກ​ຫຸ້ມ​ເຕັມ​ຢູ່​ວິຫານ​ຂອງ​ພຣະເຈົ້າ ໂດຍ​ມີ​ສະຫງ່າຣາສີ​ຂອງ​ພຣະເຈົ້າຢາເວ​ສາດແສງ​ແຈ້ງ​ທົ່ວໄປ ແລະ​ພວກເຂົາ​ກໍ​ດຳເນີນ​ພິທີ​ນະມັດສະການ​ຕໍ່ໄປ​ບໍ່ໄດ້.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan