Biblia Todo Logo
Bìoball air-loidhne

- Sanasan -

2 ຂ່າວຄາວ 4 - ພຣະຄຳພີສັກສິ


ອຸປະກອນ​ສຳລັບ​ພຣະວິຫານ
( 1 ກສ 7:23-51 )

1 ກະສັດ​ໂຊໂລໂມນ​ມີ​ແທ່ນບູຊາ​ແທ່ນ​ໜຶ່ງ​ທີ່​ເຮັດ​ດ້ວຍ​ທອງສຳຣິດ ຊຶ່ງ​ແຕ່ລະ​ຂ້າງ​ແທກ​ໄດ້​ເກົ້າ​ແມັດ ແລະ​ສູງ​ສີ່​ແມັດ​ເຄິ່ງ.

2 ເພິ່ນ​ຍັງ​ໄດ້​ເຮັດ​ຂັນ​ເປັນ​ທອງສຳຣິດ​ເລິກ​ສອງແມັດ​ຊາວ​ເຊັນ ແລະ​ເສັ້ນ​ຜ່ານ​ກາງ​ຍາວ​ສີ່ແມັດ​ສີ່ສິບ​ເຊັນ ແລະ​ລວງ​ອ້ອມ​ມີ​ສິບສາມ​ແມັດ​ຊາວ​ເຊັນ.

3 ທີ່​ຂອບ​ອ້ອມຮອບ​ຂັນ​ດ້ານນອກ ມີ​ການ​ຕົບແຕ່ງ​ເປັນ​ສອງ​ແຖວ ຄື​ແຖວ​ເທິງ​ຢອງ​ແຖວ​ລຸ່ມ. ການ​ຕົບແຕ່ງ​ນີ້​ແມ່ນ​ໄດ້​ຫລໍ່​ຮູບ​ງົວ​ໃຫ້​ເປັນ​ເນື້ອ​ດຽວກັນ​ກັບ​ຂັນ.

4 ຂັນ​ນັ້ນ​ຕັ້ງ​ຢູ່​ເທິງ​ຫລັງ​ງົວ​ສິບສອງ​ໂຕ​ທີ່​ຫລໍ່​ເປັນ​ທອງສຳຣິດ ໂດຍ​ສາມ​ໂຕ​ໃດ​ໄດ້​ປິ່ນ​ໜ້າ​ໄປ​ສູ່​ແຕ່ລະທິດ.

5 ຂັນ​ນັ້ນ​ໜາ​ເຈັດສິບຫ້າ​ມີລີແມັດ. ຂອບ​ຂອງ​ຂັນ​ຄື​ກັນ​ກັບ​ຂອບ​ຂອງ​ຈອກ ມັນ​ໂຄ້ງ​ອອກ​ເໝືອນ​ກີບ​ດອກໄມ້. ຂັນ​ນັ້ນ​ບັນຈຸ​ນໍ້າ​ໄດ້​ປະມານ​ຫົກສິບພັນ​ລິດ.

6 ພວກເຂົາ​ໄດ້​ເຮັດ​ຂັນ​ສິບ​ໜ່ວຍ ຄື​ຫ້າ​ໜ່ວຍ​ຕັ້ງ​ໄວ້​ຢູ່​ທາງດ້ານ​ໃຕ້​ຂອງ​ພຣະວິຫານ ແລະ​ອີກ​ຫ້າ​ໜ່ວຍ​ຕັ້ງ​ໄວ້​ທາງ​ດ້ານ​ເໜືອ​ຂອງ​ພຣະວິຫານ. ຂັນ​ເຫຼົ່ານີ້​ມີ​ໄວ້​ເພື່ອ​ລ້າງ​ສ່ວນ​ຕ່າງໆ​ຂອງ​ສັດ​ທີ່​ນຳ​ມາ​ເຜົາ​ຖວາຍບູຊາ. ນໍ້າ​ທີ່​ຢູ່​ໃນ​ຖັງ​ໃຫຍ່​ແມ່ນ​ໃຫ້​ປະໂຣຫິດ​ໃຊ້​ສຳລັບ​ຊຳລະລ້າງ.

7 ພວກເຂົາ​ໄດ້​ໃຊ້​ຄຳ​ເຮັດ​ຕີນ​ຮອງ​ໂຄມໄຟ​ສິບ​ອັນ ຕາມ​ແບບ​ທີ່​ໃຊ້​ກັນ​ທົ່ວ​ໄປ ແລະ​ໄດ້​ນຳ​ໄປ​ວາງ​ໄວ້​ໃນ​ຫ້ອງ​ໂຖງ​ຂອງ​ພຣະວິຫານ, ຂ້າງ​ຂວາ​ຫ້າ​ໜ່ວຍ ແລະ​ຂ້າງ​ຊ້າຍ​ຫ້າ​ໜ່ວຍ.

8 ພວກເຂົາ​ໄດ້​ເຮັດ​ໂຕະ ສິບ​ໜ່ວຍ ແລະ​ໄດ້​ນຳ​ໄປ​ຕັ້ງ​ໄວ້​ໃນ​ຫ້ອງ​ໂຖງ​ຂອງ​ພຣະວິຫານ​ຄື​ກັນ ຂ້າງ​ຂວາ​ຫ້າ​ໜ່ວຍ ແລະ​ຂ້າງ​ຊ້າຍ​ຫ້າ​ໜ່ວຍ. ພວກເຂົາ​ຍັງ​ໄດ້​ເຮັດ​ຖ້ວຍ​ຄຳ​ໜຶ່ງຮ້ອຍ​ໃບ.

9 ພວກເຂົາ​ໄດ້​ເຮັດ​ເດີ່ນ​ຂ້າງ​ໃນ​ສຳລັບ​ປະໂຣຫິດ ແລະ​ເດີ່ນ​ຂ້າງ​ນອກ​ໃຫ້​ອີກ​ດ້ວຍ. ປະຕູ​ຂັ້ນ​ລະຫວ່າງ​ເດີ່ນ​ທັງສອງ​ນັ້ນ​ເຮັດ​ດ້ວຍ​ທອງສຳຣິດ.

10 ສ່ວນ​ຂັນ​ນັ້ນ​ໄດ້​ຕັ້ງ​ໄວ້​ຢູ່​ໃກ້​ແຈ ທາງດ້ານ​ຕາເວັນອອກ​ສ່ຽງໃຕ້​ຂອງ​ພຣະວິຫານ.

11 ຮູຣາມ​ຍັງ​ໄດ້​ເຮັດ​ໝໍ້, ຊວ້ານ ແລະ​ຖ້ວຍ. ລາວ​ໄດ້​ເຮັດ​ໝົດ​ທຸກສິ່ງ​ທີ່​ຕົນ​ໄດ້​ສັນຍາ​ໄວ້​ກັບ​ກະສັດ​ໂຊໂລໂມນ​ວ່າ ຈະ​ເຮັດ​ໃຫ້​ສຳເລັດ​ສຳລັບ​ວິຫານ​ຂອງ​ພຣະເຈົ້າ ມີ​ດັ່ງນີ້:

12 ເສົາ​ສອງ​ຕົ້ນ ຍອດ​ເສົາ​ສອງ​ອັນ​ສຳລັບ​ຄໍ້າ​ເພດານ​ທີ່​ເປັນ​ຮູບ​ຖ້ວຍ, ລວດລາຍ​ເທິງ​ຍອດ​ເສົາ​ແຕ່ລະອັນ​ເປັນ​ຮູບ​ລູກ​ໂສ້,

13 ໝາກພີລາ​ເປັນ​ທອງສຳຣິດ​ສີ່ຮ້ອຍ​ໜ່ວຍ ລຽນ​ສອງ​ແຖວ​ອ້ອມ​ຍອດ​ເສົາ​ແຕ່ລະຕົ້ນ

14 ກວຽນ​ສິບ​ລຳ ອ່າງ​ສິບ​ໜ່ວຍ, ຂັນ​ນໍ້າ

15 ງົວ​ສິບສອງ​ໂຕ​ເພື່ອ​ຮັບ​ຂັນ​ນໍ້າ.

16 ໝໍ້, ຊວ້ານ ແລະ​ສ້ອມ. ຮູຣາມ​ນາຍ​ຊ່າງສີມື​ໄດ້​ເຮັດ​ສິ່ງ​ເຫຼົ່ານີ້​ທັງໝົດ ດ້ວຍ​ທອງສຳຣິດ​ເພື່ອ​ໃຊ້​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ ຕາມ​ທີ່​ກະສັດ​ໂຊໂລໂມນ​ໄດ້​ສັ່ງ​ທຸກປະການ.

17 ກະສັດ​ໄດ້​ໃຫ້​ພວກເຂົາ​ເຮັດ​ສິ່ງ​ທັງໝົດ​ນັ້ນ​ທີ່​ເຕົາຫລອມ ຢູ່​ໃນ​ຮ່ອມພູ​ຂອງ​ແມ່ນໍ້າ​ຈໍແດນ ລະຫວ່າງ​ເມືອງ​ຊຸກໂກດ​ແລະ​ເມືອງ​ເຊເຣດາ

18 ສະນັ້ນ ຈຶ່ງ​ມີ​ຫລາຍ​ສິ່ງ​ຊຶ່ງ​ໄດ້​ເຮັດ​ໃນ​ທີ່ນັ້ນ​ໂດຍ​ບໍ່ມີ​ຜູ້ໃດ​ກຳນົດ​ໄດ້​ວ່າ ໃຊ້​ທອງສຳຣິດ​ໜັກ​ເທົ່າໃດ.

19 ກະສັດ​ໂຊໂລໂມນ​ຍັງ​ມີ​ເຄື່ອງ​ຕົບແຕ່ງ​ວິຫານ​ຂອງ​ພຣະເຈົ້າ​ທີ່​ເຮັດ​ດ້ວຍ​ຄຳ​ເຊັ່ນກັນ ດັ່ງນີ້: ແທ່ນບູຊາ​ແລະ​ໂຕະ​ໃສ່​ເຂົ້າຈີ່​ທີ່​ຖວາຍ​ໄວ້;

20 ຕີນ​ຮອງ​ໂຄມໄຟ ແລະ​ໂຄມໄຟ​ທີ່​ເຮັດ​ດ້ວຍ​ຄຳ​ນໍ້າໜຶ່ງ ຊຶ່ງ​ໃຊ້​ເພື່ອ​ໄຕ້​ຢູ່​ຕໍ່ໜ້າ​ບ່ອນ​ສັກສິດ​ທີ່ສຸດ​ຕາມ​ແຜນຜັງ;

21 ດອກໄມ້​ທີ່​ສຳລັບ​ຕົບແຕ່ງ, ໂຄມໄຟ ແລະ​ຄີມ;

22 ມີດຕັດ​ໄສ້ຕະກຽງ, ຖ້ວຍ, ຊາມ​ຮອງ​ເຄື່ອງຫອມ ແລະ​ໝໍ້ຂາງ​ທີ່​ໃສ່​ຖ່ານໄຟ​ແດງ. ສິ່ງ​ທັງໝົດ​ນີ້​ໄດ້​ເຮັດ​ດ້ວຍ​ຄຳສົດ. ປະຕູ​ຂ້າງ​ນອກ​ຂອງ​ພຣະວິຫານ ແລະ​ປະຕູ​ຂອງ​ພຣະວິຫານ​ເຂົ້າ​ໄປ​ສະຖານທີ່​ສັກສິດ​ທີ່ສຸດ ກໍໄດ້​ໂອບ​ດ້ວຍ​ຄຳ​ເຊັ່ນກັນ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan