Biblia Todo Logo
Bìoball air-loidhne

- Sanasan -

2 ຂ່າວຄາວ 3 - ພຣະຄຳພີສັກສິ

1 ກະສັດ​ດາວິດ ພໍ່​ຂອງ​ໂຊໂລໂມນ​ໄດ້​ຫ້າງ​ຫາ​ບ່ອນ​ສຳລັບ​ສ້າງ​ວິຫານ​ຂອງ​ພຣະເຈົ້າຢາເວ​ໄວ້​ໃຫ້​ແລ້ວ. ບ່ອນ​ນັ້ນ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ​ເທິງ​ພູ​ໂມຣີຢາ ຄື​ທີ່​ລານເຂົ້າ​ຂອງ​ອາໂຣນາ​ຊາວ​ເຢບຸດ. ກະສັດ​ໂຊໂລໂມນ​ໄດ້​ລົງມື​ກໍ່ສ້າງ

2 ໃນ​ເດືອນ​ທີ​ສອງ​ຂອງ​ປີ​ທີ​ສີ່​ທີ່​ເພິ່ນ​ໄດ້​ຂຶ້ນ​ເປັນ​ກະສັດ.

3 ວິຫານ​ຂອງ​ພຣະເຈົ້າ​ທີ່​ກະສັດ​ໂຊໂລໂມນ​ສ້າງ​ນັ້ນ​ຍາວ​ຊາວເຈັດ​ແມັດ ແລະ​ກວ້າງ​ເກົ້າ​ແມັດ.

4 ຫ້ອງ​ຊື່​ທາງ​ເຂົ້າ​ວິຫານ​ກວ້າງ​ເກົ້າ​ແມັດ ແລະ​ສູງ​ສິບຫົກ​ແມັດ. ທາງ​ໃນ​ຂອງ​ຫ້ອງ​ໂອບ​ດ້ວຍ​ຄຳສົດ.

5 ຫ້ອງ​ໂຖງ​ປູ​ດ້ວຍ​ໄມ້ແປກ ແລະ​ໂອບ​ດ້ວຍ​ຄຳ​ເນື້ອ​ດີ ໂດຍ​ເຮັດ​ລວດລາຍ​ຕົ້ນ​ຕານ ແລະ​ແບບ​ລູກ​ໂສ້​ໃສ່​ດ້ວຍ.

6 ກະສັດ​ໄດ້​ຕົບແຕ່ງ​ວິຫານ​ດ້ວຍ​ຫີນ​ອັນ​ງົດງາມ​ທີ່​ມີ​ຄ່າ ແລະ​ດ້ວຍ​ຄຳ​ທີ່​ໄດ້​ມາ​ຈາກ​ດິນແດນ​ຂອງ​ຊາວ​ປາຣະວາອິມ.

7 ເພິ່ນ​ໃຊ້​ຄຳ​ໂອບ​ຝາ​ຂອງ​ພຣະວິຫານ ຕະຫລອດ​ທັງ​ຂື່​ກັບ​ທາງ​ເຂົ້າ​ແລະ​ປະຕູ. ພວກ​ນາຍຊ່າງ​ໄດ້​ແກະສະຫລັກ​ເຄຣຸບ ໃສ່​ຕາມ​ຝາ.

8 ສ່ວນ​ຫ້ອງ​ທາງ​ໃນ​ທີ່​ເອີ້ນ​ວ່າ​ຫ້ອງ​ສັກສິດ​ທີ່ສຸດ ຊຶ່ງ​ມີ​ຂະໜາດ​ເທົ່າກັນ​ຄື: ຂ້າງລະ​ເກົ້າ​ແມັດ. ເພິ່ນ​ໄດ້​ໃຊ້​ຄຳ​ຫລາຍກວ່າ​ຊາວ​ໂຕນ ເພື່ອ​ໂອບ​ຝາ​ຫ້ອງ​ສັກສິດ​ທີ່ສຸດ;

9 ເພິ່ນ​ໄດ້​ໃຊ້​ຄຳ​ໜັກ​ປະມານ​ຫ້າຮ້ອຍ​ເຈັດສິບ​ກຼາມ ເຮັດ​ຕະປູ ແລະ​ຝາ​ຫ້ອງ​ຊັ້ນ​ເທິງ​ກໍ​ໂອບ​ດ້ວຍ​ຄຳ​ເຊັ່ນກັນ.

10 ກະສັດ​ຍັງ​ໄດ້​ໃຫ້​ພວກ​ຊ່າງ​ຂອງຕົນ​ໃຊ້​ເຫຼັກ​ເຮັດ​ເຄຣຸບ​ສອງ​ຕົນ ເຄືອບ​ດ້ວຍ​ຄຳ ແລະ​ເອົາ​ໄປ​ຕັ້ງ​ໄວ້​ໃນ​ບ່ອນ​ສັກສິດ​ທີ່ສຸດ

11-13 ໂດຍ​ໃຫ້​ຢືນ​ຄຽງຂ້າງ​ກັນ​ຫັນໜ້າ​ໃສ່​ທາງ​ປະຕູເຂົ້າ. ແຕ່ລະໂຕ​ມີ​ສອງ​ປີກ ແຕ່ລະປີກ​ຍາວ​ສອງແມັດ​ຊາວຫ້າ​ເຊັນ ຊຶ່ງ​ພື​ອອກ​ຈຸ​ກັນ​ທາງກາງ​ຫ້ອງ ແລະ​ປີກ​ອີກ​ເບື້ອງ​ໜຶ່ງ​ຈຸ​ຝາ​ແຕ່ລະ​ເບື້ອງ ໂດຍ​ກາງ​ປີກ​ອອກ​ກວ້າງ​ໄດ້​ເກົ້າ​ແມັດ.

14 ເພິ່ນ​ໄດ້​ໃຊ້​ຜ້າປ່ານ​ເນື້ອລະອຽດ​ດີ ແລະ​ຜ້າ​ອື່ນໆ ເຮັດ​ຜ້າກັ້ງ​ສຳລັບ​ບ່ອນ​ສັກສິດ​ທີ່ສຸດ ຊຶ່ງ​ໄດ້​ຍ້ອມ​ເປັນ​ສີຟ້າ, ສີມ່ວງ ແລະ​ສີແດງ ໂດຍ​ປັກ​ຮູບ​ເຄຣຸບ​ໃສ່.


ເສົາ​ທອງສຳຣິດ​ສອງ​ຕົ້ນ
( 1 ກສ 7:15-22 )

15 ກະສັດ​ໄດ້​ເຮັດ​ເສົາ​ສອງ​ຕົ້ນ ແຕ່ລະຕົ້ນ​ສູງ​ສິບເຈັດ​ແມັດ ແລະ​ໄດ້​ຕັ້ງ​ໄວ້​ທາງ​ດ້ານ​ໜ້າ​ຂອງ​ພຣະວິຫານ. ແຕ່ລະຕົ້ນ​ມີ​ຫົວ​ເສົາ​ສູງ​ສອງ​ແມັດ​ເຄິ່ງ.

16 ທີ່​ຍອດ​ເສົາ​ຖືກ​ຕົບແຕ່ງ​ດ້ວຍ​ລວດລາຍ​ລູກໂສ້ ແລະ​ໝາກພີລາ​ເປັນ​ທອງສຳຣິດ​ໜຶ່ງຮ້ອຍ​ໜ່ວຍ.

17 ເສົາ​ນັ້ນ​ໄດ້​ຕັ້ງ​ໄວ້​ຢູ່​ທາງ​ດ້ານ​ໜ້າ​ທາງ​ເຂົ້າ​ຂອງ​ພຣະວິຫານ ຄື​ເສົາ​ຕົ້ນ​ທີ​ໜຶ່ງ​ທາງ​ເບື້ອງໃຕ້​ຊື່​ວ່າ​ຢາກິນ ແລະ​ເສົາ​ຕົ້ນ​ໜຶ່ງ​ອີກ​ທາງ​ເບື້ອງເໜືອ​ຊື່​ວ່າ​ໂບອາດ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan