2 ຂ່າວຄາວ 2 - ພຣະຄຳພີສັກສິການກະຕຽມສຳລັບສ້າງພຣະວິຫານ ( 1 ກສ 5:1-18 ) 1 ກະສັດໂຊໂລໂມນໄດ້ຕັດສິນໃຈກໍ່ສ້າງພຣະວິຫານສຳລັບນາມຊື່ຂອງພຣະເຈົ້າຢາເວ ແລະສ້າງວັງເພື່ອຕົນເອງດ້ວຍ. 2 ເພິ່ນໄດ້ໃຊ້ແຮງງານເຈັດສິບພັນຄົນ ເພື່ອຂົນສົ່ງວັດສະດຸກໍ່ສ້າງ ແລະແປດສິບພັນຄົນ ເພື່ອສະກັດຫີນໃນເຂດເນີນພູ. ມີຫົວໜ້າ ສາມພັນຫົກຮ້ອຍຄົນເພື່ອຄວບຄຸມງານ. 3 ໂຊໂລໂມນໄດ້ສົ່ງທູດນຳຂ່າວໄປບອກກະສັດແຫ່ງຕີເຣວ່າ, “ຈົ່ງເຮັດທຸລະກິດກັບຂ້າພະເຈົ້າ ເໝືອນທ່ານໄດ້ເຮັດກັບກະສັດດາວິດພໍ່ຂອງຂ້າພະເຈົ້າ ເວລາທີ່ທ່ານໄດ້ຂາຍໄມ້ແປກເປັນທ່ອນເພື່ອສ້າງວັງຂອງເພິ່ນນັ້ນ. 4 ຂ້າພະເຈົ້າຈະສ້າງວິຫານ ເພື່ອຖວາຍກຽດແກ່ພຣະນາມຂອງພຣະເຈົ້າຢາເວ ພຣະເຈົ້າຂອງຂ້າພະເຈົ້າ. ພຣະວິຫານນັ້ນຈະເປັນບ່ອນສັກສິດ ຊຶ່ງປະຊາຊົນຂອງຂ້າພະເຈົ້າ ແລະຂ້າພະເຈົ້າເອງ ຈະເຜົາເຄື່ອງຫອມນະມັດສະການພຣະອົງ ຄືບ່ອນທີ່ພວກຂ້າພະເຈົ້າຈະຖວາຍເຂົ້າຈີ່ສັກສິດຕະຫລອດໄປ ແລະທັງຈະເປັນບ່ອນເຜົາເຄື່ອງຖວາຍທຸກໆເຊົ້າ ແລະທຸກໆແລງຕະຫລອດທັງວັນຊະບາໂຕ, ວັນສະຫລອງເດືອນຂຶ້ນໃໝ່ ແລະວັນສັກສິດອື່ນໆ ເປັນການຍ້ອງຍໍຖວາຍກຽດແກ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາ. ພຣະອົງໄດ້ສັ່ງໃຫ້ຊາດອິດສະຣາເອນປະຕິບັດເຊັ່ນນີ້ຕະຫລອດໄປ. 5 ຂ້າພະເຈົ້າຕັ້ງໃຈຈະສ້າງວິຫານອັນໃຫຍ່ໂຕ ເພາະພຣະເຈົ້າຂອງພວກເຮົາຍິ່ງໃຫຍ່ກວ່າພະອື່ນໆ. 6 ແຕ່ທີ່ຈິງແລ້ວ ບໍ່ມີຜູ້ໃດສ້າງວິຫານອັນໃຫຍ່ໂຕສຳລັບພຣະອົງໄດ້ ເພາະແມ່ນແຕ່ສະຫວັນແລະສະຫວັນທີ່ສູງສຸດກໍຮອງຮັບພຣະອົງບໍ່ໄດ້. ຂ້າພະເຈົ້າຈະສ້າງພຣະວິຫານໃຫ້ພຣະອົງໄດ້ຢ່າງໃດ ນອກຈາກຈະສ້າງບ່ອນເຜົາເຄື່ອງຫອມຖວາຍແກ່ພຣະອົງເທົ່ານັ້ນ. 7 ສະນັ້ນ ຂໍສົ່ງຊ່າງແກະສະຫລັກສີມືດີດ້ານເຮັດເຄື່ອງຄຳ, ເງິນ, ທອງສຳຣິດ, ເຫຼັກ ຕະຫລອດທັງເຮັດຜ້າສີຟ້າ, ສີມ່ວງ ແລະສີແດງຜູ້ໜຶ່ງມາໃຫ້ດ້ວຍ. ລາວຈະເຮັດວຽກຮ່ວມກັບພວກຊ່າງສີມືຂອງຢູດາຍແລະເຢຣູຊາເລັມ ທີ່ກະສັດດາວິດພໍ່ຂອງຂ້າພະເຈົ້າໄດ້ຄັດເລືອກໄວ້. 8 ຂ້າພະເຈົ້າຮູ້ວ່າ ຊ່າງຕັດໄມ້ຂອງທ່ານມີສີມືດີສໍ່າໃດ. ດັ່ງນັ້ນ ຈົ່ງສົ່ງໄມ້ແປກ, ໄມ້ສົນ ແລະໄມ້ດູ່ຈາກເລບານອນ ມາໃຫ້ຂ້າພະເຈົ້າ. 9 ສ່ວນຂ້າພະເຈົ້າກໍພ້ອມແລ້ວທີ່ຈະສົ່ງຄົນໄປຊ່ວຍເຫລືອພວກທ່ານ ໃນການຈັດຕຽມເອົາໄມ້ຈຳນວນຫລວງຫລາຍນັ້ນ ຍ້ອນຂ້າພະເຈົ້າຕັ້ງໃຈຈະສ້າງວິຫານນີ້ໃຫ້ໃຫຍ່ໂຕ ແລະສະຫງ່າງາມ. 10 ຂ້າພະເຈົ້າຈະເປັນຝ່າຍສົ່ງສະບຽງອາຫານໃຫ້ຄົນຕັດໄມ້ຂອງທ່ານ ມີດັ່ງນີ້: ເຂົ້າບາເລສອງພັນໂຕນ, ເຂົ້າເດືອຍສອງພັນໂຕນ, ເຫຼົ້າອະງຸ່ນສີ່ຮ້ອຍພັນລິດ ແລະນໍ້າມັນໝາກກອກເທດສີ່ຮ້ອຍພັນລິດ.” 11 ກະສັດຮີຣາມໄດ້ສົ່ງສານຕອບກະສັດໂຊໂລໂມນວ່າ, “ເພາະພຣະເຈົ້າຢາເວຮັກປະຊາຊົນຂອງພຣະອົງ ຈຶ່ງໄດ້ໃຫ້ທ່ານຂຶ້ນເປັນກະສັດຂອງພວກເຂົາ. 12 ສັນລະເສີນພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນ ພຣະຜູ້ສ້າງສະຫວັນແລະແຜ່ນດິນໂລກ ພຣະອົງໄດ້ໃຫ້ກະສັດດາວິດມີລູກຊາຍທີ່ສະຫລຽວສະຫລາດ ເຕັມລົ້ນດ້ວຍຄວາມເຂົ້າໃຈແລະຄວາມສາມາດ ຊຶ່ງບັດນີ້ເປັນຜູ້ວາງແຜນສ້າງພຣະວິຫານສຳລັບພຣະເຈົ້າຢາເວ ແລະທັງສ້າງວັງສຳລັບຕົນເອງ. 13 ຂ້າພະເຈົ້າຈະສົ່ງຮູຣາມ ນາຍຊ່າງສີມືທີ່ສະຫລຽວສະຫລາດໄປໃຫ້ທ່ານ. 14 ແມ່ຂອງລາວເປັນຄົນໃນເຜົ່າດານ ແລະພໍ່ຂອງລາວເປັນຄົນພື້ນເມືອງໃນຕີເຣນີ້ເອງ. ລາວຊຳນານໃນດ້ານເຮັດເຄື່ອງຄຳ, ເງິນ, ທອງສຳຣິດ, ເຫຼັກ, ຫີນ ແລະໄມ້. ລາວຮູ້ຈັກເຮັດຜ້າເປັນສີຟ້າ, ສີມ່ວງ ແລະສີແດງພ້ອມທັງປ່ານ. ລາວສາມາດແກະສະຫລັກໄດ້ທຸກແບບ ແລະສາມາດແກະສະຫລັກຕາມແບບທີ່ແນະນຳໃຫ້ເຮັດໄດ້ດ້ວຍ. ຈົ່ງໃຫ້ລາວຮ່ວມວຽກງານກັບນາຍຊ່າງສີມືຂອງທ່ານ ແລະພວກທີ່ໄດ້ເຮັດວຽກໃຫ້ກະສັດດາວິດ ຜູ້ເປັນພໍ່ຂອງທ່ານ. 15 ສະນັ້ນ ຈົ່ງຈັດສົ່ງສະບຽງອາຫານມາໃຫ້ພວກເຮົາຄື: ເຂົ້າບາເລ, ເຂົ້າເດືອຍ, ເຫຼົ້າອະງຸ່ນ ແລະນໍ້າມັນໝາກກອກເທດ ຕາມທີ່ທ່ານໄດ້ສັນຍາໄວ້ນັ້ນ. 16 ພວກເຮົາຈະຕັດໄມ້ສົນສີດາທັງໝົດທີ່ທ່ານຕ້ອງການ ເຮັດເປັນແພແລະໄຫລນໍ້າທະເລໄປໃຫ້ຮອດເມືອງຢົບປາ. ຈາກທີ່ນັ້ນທ່ານຈະຂົນໄປສູ່ນະຄອນເຢຣູຊາເລັມໄດ້.” ການສ້າງພຣະວິຫານເລີ່ມຂຶ້ນ ( 1 ກສ 6:1-38 ) 17 ກະສັດໂຊໂລໂມນໄດ້ຈົດສຳມະໂນຄົວຊາວຕ່າງດ້າວທຸກຄົນທີ່ອາໄສຢູ່ໃນດິນແດນອິດສະຣາເອນ ເໝືອນກັນກັບກະສັດດາວິດພໍ່ຂອງຕົນໄດ້ເຮັດມາ. ຊາວຕ່າງດ້າວທັງໝົດມີໜຶ່ງແສນຫ້າສິບສາມພັນຫົກຮ້ອຍຄົນ. 18 ເພິ່ນມອບໝາຍໃຫ້ເຈັດສິບພັນຄົນ ຂົນສົ່ງວັດສະດຸກໍ່ສ້າງ ແລະແປດສິບພັນຄົນ ສະກັດຫີນທີ່ໃນເຂດເນີນພູ ແລະໄດ້ຕັ້ງໃຫ້ສາມພັນຫົກຮ້ອຍຄົນ ເປັນຜູ້ຄວບຄຸມຄົນງານ ເພື່ອໃຫ້ເຮັດວຽກສຳເລັດໜ້າທີ່. |
@ 2012 United Bible Societies. All Rights Reserved.