Biblia Todo Logo
Bìoball air-loidhne

- Sanasan -

2 ຂ່າວຄາວ 14 - ພຣະຄຳພີສັກສິ


ກະສັດ​ອາສາ​ເອົາ​ຊະນະ​ຊາວ​ເອທີໂອເປຍ

1 ກະສັດ​ອາບີຢາ​ໄດ້​ຕາຍໄປ ແລະ​ຖືກ​ຝັງ​ໄວ້​ຢູ່​ໃນ​ອຸບມຸງ​ແຫ່ງ​ກະສັດ​ໃນ​ເມືອງ​ຂອງ​ດາວິດ. ເຈົ້າ​ອາສາ​ລູກຊາຍ​ຂອງ​ເພິ່ນ​ໄດ້​ຂຶ້ນ​ເປັນ​ກະສັດ​ປົກຄອງ​ແທນ; ແລະ​ພາຍໃຕ້​ການ​ປົກຄອງ​ຂອງ​ອາສາ ປະເທດ​ຊາດ​ຈຶ່ງ​ສະຫງົບສຸກ​ເປັນ​ເວລາ​ສິບ​ປີ.

2 ອາສາ​ໄດ້​ໃຊ້​ຊີວິດ​ເປັນ​ທີ່​ພໍໃຈ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເພິ່ນ ໂດຍ​ໄດ້​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ແລະ​ດີງາມ.

3 ເພິ່ນ​ໄດ້​ໂຄ່ນລົ້ມ​ແທ່ນບູຊາ​ຂອງ​ຊາວ​ຕ່າງດ້າວ ແລະ​ບ່ອນ​ຂາບໄຫວ້​ຂອງ​ຄົນ​ບໍ່​ນັບຖື​ພຣະເຈົ້າ ທັງ​ໄດ້​ທຳລາຍ​ເສົາ​ຫີນ​ສັກສິດ ແລະ​ໄດ້​ຕັດ​ສັນຍາລັກ​ຂອງ​ຮູບ​ເຈົ້າແມ່​ອາເຊຣາ​ລົງ.

4 ເພິ່ນ​ໄດ້​ສັ່ງ​ປະຊາຊົນ​ຊາວ​ຢູດາ ໃຫ້​ເຮັດ​ຕາມ​ຄວາມປະສົງ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ບັນພະບຸລຸດ​ຂອງ​ພວກເຂົາ ແລະ​ໃຫ້​ເຊື່ອຟັງ​ຄຳສັ່ງສອນ​ແລະ​ຂໍ້ຄຳສັ່ງ​ຂອງ​ພຣະອົງ.

5 ຍ້ອນ​ເພິ່ນ​ໄດ້​ລຶບລ້າງ​ບ່ອນ​ຂາບໄຫວ້​ຂອງ​ຄົນ​ບໍ່​ນັບຖື​ພຣະເຈົ້າ ແລະ​ແທ່ນບູຊາ​ເຄື່ອງຫອມ​ຈາກ​ເມືອງ​ທັງໝົດ​ຂອງ​ຢູດາຍ ພາຍໃຕ້​ການ​ປົກຄອງ​ຂອງ​ເພິ່ນ ຢູດາຍ​ຈຶ່ງ​ເກີດ​ມີ​ຄວາມ​ສະຫງົບສຸກ.

6 ເພິ່ນ​ໄດ້​ສ້າງ​ປ້ອມ​ປ້ອງກັນ​ເມືອງ​ຕ່າງໆ​ຂອງ​ຢູດາຍ​ໃນ​ສະໄໝ​ນັ້ນ ແລະ​ເສິກ​ສົງຄາມ​ຈຶ່ງ​ບໍ່​ເກີດຂຶ້ນ​ເປັນ​ເວລາ​ຫລາຍ​ປີ ເພາະ​ພຣະເຈົ້າຢາເວ​ໄດ້​ໃຫ້​ເພິ່ນ​ມີ​ຄວາມ​ສະຫງົບສຸກ.

7 ເພິ່ນ​ໄດ້​ບອກ​ປະຊາຊົນ​ຊາວ​ຢູດາ​ວ່າ, “ໃຫ້​ພວກເຮົາ​ສ້າງ​ປ້ອມ​ປ້ອງກັນ​ເມືອງ​ໄວ້ ໂດຍ​ສ້າງ​ກຳແພງ​ແລະ​ຫໍຄອຍ​ຕ່າງໆ ແລະ​ປະຕູ​ເມືອງ​ທີ່​ມີ​ກອນ​ເປັນ​ເຫລັກແທ່ງ. ພວກເຮົາ​ຄຸ້ມຄອງ​ດິນແດນ​ໄດ້ ເພາະ​ພວກເຮົາ​ໄດ້​ເຮັດ​ຕາມ​ຄວາມປະສົງ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ. ພຣະອົງ​ໄດ້​ປົກປັກ​ຮັກສາ​ພວກເຮົາ ແລະ​ໄດ້​ໃຫ້​ພວກເຮົາ​ມີ​ຄວາມ​ປອດໄພ​ທຸກ​ດ້ານ.” ສະນັ້ນ ພວກເຂົາ​ຈຶ່ງ​ໄດ້​ດຳເນີນ​ການ​ສ້າງສາ​ແລະ​ຈະເລີນ​ຮຸ່ງເຮືອງ​ຂຶ້ນ.

8 ກະສັດ​ອາສາ​ມີ​ທະຫານ​ສາມຮ້ອຍ​ພັນ​ຄົນ​ຈາກ​ເຜົ່າຢູດາ ຊຶ່ງ​ປະກອບ​ອາວຸດ​ດ້ວຍ​ໂລ້​ແລະ​ຫອກ ແລະ​ມີ​ທະຫານ​ສອງຮ້ອຍ​ແປດສິບພັນ​ຄົນ​ຈາກ​ເຜົ່າ​ເບັນຢາມິນ ຊຶ່ງ​ປະກອບ​ອາວຸດ​ດ້ວຍ​ໂລ້​ແລະ​ໜ້າທະນູ. ທຸກຄົນ​ເປັນ​ທະຫານ​ທີ່​ເກັ່ງກ້າ​ແລະ​ໄດ້​ຮັບ​ການ​ຝຶກແອບ​ເປັນ​ຢ່າງດີ.

9 ມີ​ຊາວ​ເອທີໂອເປຍ​ຜູ້ໜຶ່ງ​ຊື່​ວ່າ ເຊຣາ; ລາວ​ໄດ້​ຮຸກຮານ​ຢູດາຍ ໂດຍ​ໄດ້​ນຳ​ກອງທັບ​ທີ່​ມີ​ທະຫານ​ໜຶ່ງ​ລ້ານ​ຄົນ​ພ້ອມ​ທັງ​ລົດຮົບ​ສາມຮ້ອຍ​ຄັນ ແລະ​ໄດ້​ບຸກໜ້າ​ມາ​ຮອດ​ເມືອງ​ມາເຣຊາ.

10 ອາສາ​ໄດ້​ຍົກທັບ​ອອກ​ໄປ​ສູ້ຮົບ​ເຊຣາ ແລະ​ທັງສອງ​ຝ່າຍ​ໄດ້​ຕັ້ງ​ທີ່ໝັ້ນ​ຢູ່​ໃນ​ຮ່ອມພູ​ເຊຟາທາ​ໃກ້​ກັບ​ເມືອງ​ມາເຣຊາ.

11 ອາສາ​ໄດ້​ພາວັນນາ​ອະທິຖານ​ຫາ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເພິ່ນ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ຊ່ວຍ​ກອງທັບ​ທີ່​ອ່ອນແຮງ​ໄດ້​ຢ່າ​ງ່າຍດາຍ ໃຫ້​ເທົ່າ​ກັບ​ກອງທັບ​ທີ່​ມີ​ກຳລັງ. ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຂ້ານ້ອຍ​ເອີຍ ບັດນີ້ ໂຜດ​ຊ່ວຍຊູ​ພວກ​ຂ້ານ້ອຍ​ດ້ວຍ ເພາະ​ພວກ​ຂ້ານ້ອຍ​ເຊື່ອໝັ້ນ​ໃນ​ພຣະອົງ​ແລະ​ໃນ​ນາມ​ຂອງ​ພຣະອົງ ພວກ​ຂ້ານ້ອຍ​ຈຶ່ງ​ອອກ​ມາ​ສູ້ຮົບ​ກອງທັບ​ອັນ​ໃຫຍ່ໂຕ​ຢ່າງ​ນີ້. ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ເປັນ​ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ; ບໍ່ມີ​ຜູ້ໃດ​ເລີຍ​ທີ່​ຈະ​ຫວັງ​ຊະນະ​ພຣະອົງ​ໄດ້.”

12 ພຣະເຈົ້າຢາເວ​ໄດ້​ເອົາ​ຊະນະ​ກອງທັບ​ຂອງ​ຊາວ​ເອທີໂອເປຍ ເມື່ອ​ອາສາ ແລະ​ກອງທັບ​ຊາວ​ຢູດາ​ບຸກໂຈມຕີ​ພວກເຂົາ. ພວກເຂົາ​ໄດ້​ປົບໜີໄປ

13 ແລະ​ອາສາ​ພ້ອມ​ດ້ວຍ​ທະຫານ​ຂອງຕົນ​ໄດ້​ໄລ່ຕາມ​ພວກເຂົາ​ໄປ ຈົນຮອດ​ເມືອງ​ເກຣາກ. ທະຫານ​ປະເທດ​ເອທີໂອເປຍ​ຕັ້ງ​ຫລວງຫລາຍ​ໄດ້​ຖືກ​ຂ້າ ຈົນລວບລວມ​ທະຫານ​ເຂົ້າ​ມາ​ສູ້ຮົບ​ບໍ່ໄດ້. ພວກເຂົາ​ຖືກ​ຕີ​ໃຫ້​ພ່າຍແພ້​ດ້ວຍ​ອຳນາດ​ຂອງ​ພຣະເຈົ້າຢາເວ ແລະ​ກອງທັບ​ຂອງ​ເພິ່ນ. ດັ່ງນັ້ນ ກອງທັບ​ຈຶ່ງ​ຢຶດ​ເຄື່ອງຂອງ​ມາ​ໄດ້​ຢ່າງ​ຫລວງຫລາຍ.

14 ແລ້ວ​ພວກເຂົາ​ກໍ​ສາມາດ​ທຳລາຍ​ເມືອງຕ່າງໆ​ທີ່​ຢູ່​ອ້ອມແອ້ມ​ຂອບເຂດ​ເມືອງ​ເກຣາກ ເພາະ​ປະຊາຊົນ​ໃນ​ທີ່ນັ້ນ​ຢ້ານກົວ​ພຣະເຈົ້າຢາເວ​ຫລາຍ. ກອງທັບ​ປຸ້ນສະດົມ​ເມືອງ ແລະ​ຢຶດ​ສິ່ງຂອງ​ຕ່າງໆ​ມາ​ໄດ້​ຢ່າງ​ຫລວງຫລາຍ.

15 ພວກເຂົາ​ໄດ້​ໂຈມຕີ​ຄ້າຍພັກ​ຂອງ​ຄົນລ້ຽງແກະ​ບາງ​ບ່ອນ ໂດຍ​ໄດ້​ຕ້ອນເອົາ​ຝູງແກະ​ແລະ​ຝູງ​ອູດ​ໄປ​ເປັນ​ຈຳນວນ​ຫລວງຫລາຍ. ແລ້ວ​ພວກເຂົາ​ກໍ​ກັບຄືນ​ສູ່​ນະຄອນ​ເຢຣູຊາເລັມ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan