Biblia Todo Logo
Bìoball air-loidhne

- Sanasan -

2 ຂ່າວຄາວ 12 - ພຣະຄຳພີສັກສິ


ເອຢິບ​ຮຸກຮານ​ຢູດາຍ
( 1 ກສ 14:25-28 )

1 ພໍ​ເຣໂຫໂບອາມ​ໄດ້​ຂຶ້ນ​ຄອງ​ອຳນາດ​ເປັນ​ກະສັດ​ແລ້ວ ເພິ່ນ​ເອງ​ແລະ​ປະຊາຊົນ​ກໍໄດ້​ປະຖິ້ມ​ກົດບັນຍັດ​ຂອງ​ພຣະເຈົ້າຢາເວ.

2 ໃນ​ຣາຊການ​ປີ​ທີ​ຫ້າ​ຂອງ​ເຣໂຫໂບອາມ ພຣະເຈົ້າຢາເວ​ໄດ້​ລົງໂທດ​ເພິ່ນ​ຍ້ອນ​ເພິ່ນ​ບໍ່​ສັດຊື່​ຕໍ່​ພຣະອົງ. ກະສັດ​ຊີຊາກ​ແຫ່ງ​ເອຢິບ​ໄດ້​ບຸກໂຈມຕີ​ນະຄອນ​ເຢຣູຊາເລັມ

3 ໂດຍ​ມີ​ກອງທັບ​ທີ່​ປະກອບ​ດ້ວຍ​ລົດຮົບ ໜຶ່ງພັນ​ສອງຮ້ອຍ​ຄັນ, ທະຫານ​ມ້າ​ຫົກສິບພັນ​ຄົນ ແລະ​ທະຫານ​ຫລາຍ​ເກີນກວ່າ​ທີ່​ຈະ​ນັບ​ໄດ້​ຄື​ມີ​ທະຫານ​ເອຢິບ, ລີເບຍ, ສຸກກິດ ແລະ​ເອທີໂອເປຍ​ຮ່ວມ​ຢູ່​ດ້ວຍ.

4 ເພິ່ນ​ໄດ້​ຢຶດ​ເມືອງ​ຕ່າງໆ​ທີ່​ມີ​ປ້ອມ​ປ້ອງກັນ​ໃນ​ຢູດາຍ ແລະ​ບຸກໜ້າ​ໄປ​ຈົນເຖິງ​ນະຄອນ​ເຢຣູຊາເລັມ.

5 ຜູ້ທຳນວາຍ​ເຊມາອີຢາ​ໄດ້​ເຂົ້າ​ໄປ​ພົບ​ກະສັດ​ເຣໂຫໂບອາມ ພ້ອມ​ກັບ​ບັນດາ​ຜູ້ນຳ​ຊາວ​ຢູດາ ທີ່​ໄດ້​ມາ​ເຕົ້າໂຮມ​ກັນ​ທີ່​ນະຄອນ​ເຢຣູຊາເລັມ ຍ້ອນ​ປົບໜີ​ຈາກ​ກະສັດ​ຊີຊາກ. ເພິ່ນ​ໄດ້​ກ່າວ​ແກ່​ພວກເຂົາ​ວ່າ, “ຕໍ່ໄປນີ້​ແມ່ນ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ສຳລັບ​ພວກທ່ານ: ‘ພວກເຈົ້າ​ໄດ້​ປະຖິ້ມ​ເຮົາ; ສະນັ້ນ ເຮົາ​ຈຶ່ງ​ຈະ​ປະຖິ້ມ​ພວກເຈົ້າ​ໃຫ້​ຊີຊາກ​ຄືກັນ.”’

6 ກະສັດ​ແລະ​ພວກ​ຜູ້ນຳ​ທັງຫລາຍ​ໄດ້​ຍອມ​ຮັບ​ວ່າ​ພວກຕົນ​ໄດ້​ເຮັດ​ບາບ ແລະ​ພວກເຂົາ​ເວົ້າ​ວ່າ, “ສິ່ງ​ທີ່​ພຣະເຈົ້າຢາເວ​ກຳລັງ​ເຮັດ​ຢູ່​ນີ້​ເປັນ​ການ​ຖືກຕ້ອງ.”

7 ເມື່ອ​ພຣະເຈົ້າຢາເວ​ໄດ້​ເຫັນ​ເຊັ່ນນີ້ ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາ​ເຖິງ​ເຊມາອີຢາ ກ່າວວ່າ, “ຍ້ອນ​ພວກເຂົາ​ໄດ້​ຍອມຮັບ​ວ່າ​ພວກເຂົາ​ໄດ້​ເຮັດ​ບາບ ເຮົາ​ຈະ​ບໍ່​ທຳລາຍ​ພວກເຂົາ, ແຕ່​ເມື່ອ​ຊີຊາກ​ເຂົ້າ​ມາ​ໂຈມຕີ ພວກເຂົາ​ຈະ​ລອດຊີວິດ​ໄປ​ໄດ້​ຍາກ​ເຕັມທີ. ນະຄອນ​ເຢຣູຊາເລັມ​ຈະ​ບໍ່ໄດ້​ຮັບ​ຄວາມ​ໂກດຮ້າຍ​ຂອງເຮົາ​ຢ່າງ​ເຕັມ​ຂະໜາດ.

8 ແຕ່​ຊີຊາກ​ຈະ​ເອົາ​ຊະນະ​ພວກເຂົາ ແລະ​ພວກເຂົາ​ກໍ​ຈະ​ໄດ້​ຮຽນຮູ້​ເຖິງ​ຄວາມ​ແຕກຕ່າງ ລະຫວ່າງ​ການ​ຮັບໃຊ້​ເຮົາ ແລະ​ການ​ຮັບໃຊ້​ບັນດາ​ຜູ້ປົກຄອງ​ຂອງ​ໂລກນີ້.”

9 ກະສັດ​ຊີຊາກ​ໄດ້​ມາ​ທີ່​ນະຄອນ​ເຢຣູຊາເລັມ ແລະ​ກວາດ​ເອົາ​ຊັບສົມບັດ​ຢູ່​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ​ແລະ​ຣາຊວັງ​ໄປ​ຈົນ​ໝົດ. ເພິ່ນ​ໄດ້​ກວາດ​ເອົາ​ທຸກສິ່ງ ລວມທັງ​ໂລ້​ຄຳ​ຂອງ​ກະສັດ​ໂຊໂລໂມນ​ທີ່​ໄດ້​ເຮັດ​ໄວ້.

10 ຕໍ່ມາ ກະສັດ​ເຣໂຫໂບອາມ​ໄດ້​ເຮັດ​ໂລ້​ເປັນ​ທອງສຳຣິດ​ມາ​ໄວ້​ແທນ ແລະ​ມອບ​ໃຫ້​ທະຫານ​ທີ່​ເຝົ້າຍາມ​ປະຕູ​ຣາຊວັງ​ເປັນ​ຜູ້​ເບິ່ງແຍງ.

11 ເມື່ອໃດ​ທີ່​ກະສັດ​ເຂົ້າ​ໄປ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ, ເມື່ອນັ້ນ​ຄົນ​ເຝົ້າຍາມ​ປະຕູ​ກໍ​ຈະ​ຖື​ໂລ້; ຫຼັງຈາກ​ນັ້ນ ກໍ​ຈະ​ນຳ​ໄປ​ໄວ້​ໃນ​ຫ້ອງ​ທະຫານ​ຍາມ​ຄື​ເກົ່າ.

12 ຍ້ອນ​ເພິ່ນ​ຍອມ​ຈຳນົນ​ແກ່​ພຣະເຈົ້າຢາເວ ພຣະອົງ​ຈຶ່ງ​ບໍ່​ໂກດຮ້າຍ​ເພິ່ນ​ຮຸນແຮງ​ຈົນ​ຕ້ອງ​ທຳລາຍ​ເພິ່ນ ແລະ​ເຫດການ​ໃນ​ຢູດາຍ​ຈຶ່ງ​ເປັນ​ໄປ​ໂດຍ​ດີ.


ສະຫລຸບ​ຣາຊການ​ຂອງ​ເຣໂຫໂບອາມ

13 ເຈົ້າ​ເຣໂຫໂບອາມ​ໄດ້​ປົກຄອງ​ຢູ່​ທີ່​ນະຄອນ​ເຢຣູຊາເລັມ ແລະ​ເປັນ​ກະສັດ​ທີ່​ມີ​ອຳນາດ​ໝັ້ນຄົງ​ດີ. ເພິ່ນ​ໄດ້​ຂຶ້ນ​ເປັນ​ກະສັດ​ເມື່ອ​ເພິ່ນ​ອາຍຸ​ໄດ້​ສີ່ສິບເອັດ​ປີ ແລະ​ໄດ້​ປົກຄອງ​ເປັນ​ເວລາ​ສິບເຈັດ​ປີ ຢູ່​ທີ່​ນະຄອນ​ເຢຣູຊາເລັມ, ເມືອງ​ທີ່​ພຣະເຈົ້າຢາເວ​ໄດ້​ເລືອກເອົາ​ຈາກ​ເຂດແດນ​ທັງໝົດ​ໃນ​ຊາດ​ອິດສະຣາເອນ ເພື່ອ​ໃຫ້​ນາມຊື່​ຂອງ​ພຣະອົງ​ຕັ້ງຢູ່​ທີ່ນັ້ນ. ແມ່​ຂອງ​ກະສັດ​ເຣໂຫໂບອາມ​ຊື່​ວ່າ​ນາອາມາ​ຈາກ​ດິນແດນ​ອຳໂມນ.

14 ເພິ່ນ​ໄດ້​ເຮັດ​ໃນ​ສິ່ງ​ທີ່​ຊົ່ວຊ້າ ເພາະ​ເພິ່ນ​ບໍ່ໄດ້​ເອົາໃຈໃສ່​ເຮັດ​ຕາມ​ຄວາມປະສົງ​ຂອງ​ພຣະເຈົ້າຢາເວ.

15 ປະຫວັດ​ຂອງ​ກະສັດ​ເຣໂຫໂບອາມ​ພ້ອມ​ຄອບຄົວ ຕັ້ງແຕ່​ຕົ້ນ​ຈົນ​ຈົບ​ແມ່ນ​ໄດ້​ຖືກ​ບັນທຶກ​ໄວ້​ໃນ ປຶ້ມ​ປະຫວັດສາດ​ຂອງ​ຜູ້ທຳນວາຍ​ເຊມາອີຢາ ແລະ ປຶ້ມ​ປະຫວັດສາດ​ຂອງ​ຜູ້ທຳນວາຍ​ອິດໂດ. ເຣໂຫໂບອາມ​ແລະ​ເຢໂຣໂບອາມ​ໄດ້​ເຮັດ​ເສິກ​ກັນ​ມາ​ຕະຫລອດ.

16 ເຣໂຫໂບອາມ​ໄດ້​ຕາຍໄປ ແລະ​ໄດ້​ຖືກ​ຝັງ​ໄວ້ ທີ່​ອຸບມຸງ​ແຫ່ງ​ກະສັດ​ໃນ​ເມືອງ​ຂອງ​ດາວິດ. ແລ້ວ​ອາບີຢາ ລູກຊາຍ​ຂອງ​ເພິ່ນ​ກໍໄດ້​ຂຶ້ນ​ປົກຄອງ​ແທນ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan