Biblia Todo Logo
Bìoball air-loidhne

- Sanasan -

2 ຂ່າວຄາວ 11 - ພຣະຄຳພີສັກສິ


ຄຳທຳນວາຍ​ຂອງ​ເຊມາອີຢາ
( 1 ກສ 12:21-24 )

1 ເມື່ອ​ກະສັດ​ເຣໂຫໂບອາມ​ໄດ້​ມາ​ຮອດ​ນະຄອນ​ເຢຣູຊາເລັມ ເພິ່ນ​ຈຶ່ງ​ສັ່ງ​ໃຫ້​ພວກ​ທະຫານ​ທີ່​ເກັ່ງກ້າ​ຈາກ​ເຜົ່າ​ເບັນຢາມິນ ແລະ​ຈາກ​ເຜົ່າຢູດາ ຈຳນວນ​ໜຶ່ງແສນ​ແປດສິບພັນ​ຄົນ ມາ​ເຕົ້າໂຮມ​ກັນ. ເພິ່ນ​ຕັ້ງໃຈ​ຈະ​ໄປ​ເຮັດ​ເສິກ ແລະ​ຢຶດ​ອຳນາດ​ຄືນ​ຈາກ​ເຜົ່າ​ຕ່າງໆ ທາງ​ພາກເໜືອ​ຂອງ​ອິດສະຣາເອນ.

2 ແຕ່​ພຣະເຈົ້າຢາເວ​ໄດ້​ບອກ​ເຊມາອີຢາ​ຄົນ​ຂອງ​ພຣະເຈົ້າ

3 ນຳ​ເອົາ​ຖ້ອຍຄຳ​ໄປ​ບອກ​ກະສັດ​ເຣໂຫໂບອາມ ພ້ອມ​ປະຊາຊົນ​ທັງໝົດ​ໃນ​ເຜົ່າຢູດາ​ແລະ​ເບັນຢາມິນ​ວ່າ,

4 “ພຣະເຈົ້າຢາເວ​ກ່າວ​ວ່າ, ຢ່າ​ໂຈມຕີ​ພີ່ນ້ອງ​ອິດສະຣາເອນ​ຂອງ​ພວກເຈົ້າ​ເລີຍ. ພວກເຈົ້າ​ທຸກຄົນ​ກັບ​ເມືອ​ບ້ານ​ເຮືອນ​ໃຜ​ລາວ​ສາ. ນີ້​ແມ່ນ​ຄວາມປະສົງ​ຂອງເຮົາ​ເອງ​ທີ່​ເຮັດ​ໃຫ້​ສິ່ງ​ເຫຼົ່ານັ້ນ​ເກີດຂຶ້ນ.” ພວກເຂົາ​ໄດ້​ເຊື່ອຟັງ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ ແລະ​ບໍ່ໄດ້​ໄປ​ສູ້ຮົບ​ເຢໂຣໂບອາມ.


ເຣໂຫໂບອາມ​ສ້າງ​ປ້ອມ​ປ້ອງກັນ​ເມືອງ

5 ເຣໂຫໂບອາມ​ໄດ້​ອາໄສ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ ແລະ​ໄດ້​ສ້າງ​ປ້ອມ​ປ້ອງກັນ​ເມືອງ​ຕ່າງໆ​ຂອງ​ຢູດາ​ແລະ​ເບັນຢາມິນ​ຂຶ້ນ ດັ່ງນີ້:

6 ເບັດເລເຮັມ, ເອຕາມ, ເຕກົວ,

7 ເບັດຊູເຣ, ໂສໂກ, ອາດຸນລຳ,

8 ກາດ, ມາເຣຊາ, ຊີເຟ,

9 ອາໂດຣາອີມ, ລາກິດ, ອາເຊກາ,

10 ໂຊຣາ, ໄອຢາໂລນ ແລະ​ເຮັບໂຣນ.

11 ເພິ່ນ​ໄດ້​ສ້າງ​ປ້ອມ​ປ້ອງກັນ​ເມືອງ​ໄວ້​ຢ່າງ​ເຂັ້ມແຂງ ແລະ​ໄດ້​ແຕ່ງຕັ້ງ​ຜູ້​ບັນຊາການ​ໄວ້​ຕາມ​ແຕ່ລະ​ເມືອງ ແລະ​ຢູ່​ໃນ​ແຕ່ລະ​ເມືອງ​ເພິ່ນ​ກໍໄດ້​ສະສົມ​ອາຫານ, ນໍ້າມັນ​ໝາກກອກເທດ ແລະ​ເຫຼົ້າ​ອະງຸ່ນ,

12 ຕະຫລອດ​ທັງ​ຫອກ​ແລະ​ໂລ້​ໄວ້​ເປັນ​ຈຳນວນ​ຫລວງຫລາຍ. ໂດຍ​ວິທີ​ນີ້ ເພິ່ນ​ຈຶ່ງ​ຮັກສາ​ເຜົ່າຢູດາ​ແລະ​ເຜົ່າ​ເບັນຢາມິນ​ໃຫ້​ຢູ່​ໃຕ້​ການ​ຄຸ້ມຄອງ​ຂອງຕົນ​ໄວ້​ໄດ້.


ບັນດາ​ປະໂຣຫິດ​ແລະ​ຊາວ​ເລວີ​ມາ​ທີ່​ຢູດາຍ

13 ພວກ​ປະໂຣຫິດ​ກັບ​ຊາວ​ເລວີ​ຈາກ​ທົ່ວ​ທຸກ​ເຂດແດນ​ຂອງ​ອິດສະຣາເອນ ໄດ້​ມາ​ທີ່​ພາກໃຕ້​ຂອງ​ຢູດາຍ.

14 ຊາວ​ເລວີ​ໄດ້​ປະຖິ້ມ​ທົ່ງ​ລ້ຽງສັດ​ກັບ​ທີ່ດິນ​ອື່ນໆ​ຂອງ​ພວກ​ຕົນ ແລະ​ໄດ້​ຍົກຍ້າຍ​ເຂົ້າ​ມາ​ອາໄສ​ຢູ່​ທີ່​ຢູດາຍ​ແລະ​ນະຄອນ​ເຢຣູຊາເລັມ ເພາະ​ກະສັດ​ເຢໂຣໂບອາມ​ແຫ່ງ​ອິດສະຣາເອນ ແລະ​ຜູ້​ຂຶ້ນ​ປົກຄອງ​ແທນ​ເພິ່ນ ບໍ່​ອະນຸຍາດ​ໃຫ້​ພວກເຂົາ​ຮັບໃຊ້​ໃນ​ຖານະ​ເປັນ​ປະໂຣຫິດ​ຂອງ​ພຣະເຈົ້າຢາເວ.

15 ເຢໂຣໂບອາມ​ໄດ້​ແຕ່ງຕັ້ງ​ປະໂຣຫິດ​ຂຶ້ນ​ໂດຍ​ຕົນເອງ ເພື່ອ​ໃຫ້​ຮັບໃຊ້​ໃນ​ສະຖານທີ່​ຂາບໄຫວ້​ພະ​ຂອງ​ຊາວ​ຕ່າງດ້າວ, ຂາບໄຫວ້​ຜີສາດ​ແລະ​ຮູບ​ງົວ​ທີ່​ພວກເຂົາ​ໄດ້​ສ້າງ​ຂຶ້ນ​ເປັນ​ຮູບເຄົາຣົບ.

16 ຈາກ​ເຜົ່າ​ທັງໝົດ​ຂອງ​ປະຊາຊົນ​ອິດສະຣາເອນ ຜູ້ໃດ​ທີ່​ຢາກ​ນະມັດສະການ​ຢ່າງ​ຈິງໃຈ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ນັ້ນ ກໍໄດ້​ຕິດຕາມ​ຊາວ​ເລວີ​ໄປ​ທີ່​ນະຄອນ​ເຢຣູຊາເລັມ, ເພື່ອ​ພວກເຂົາ​ຈະ​ຖວາຍບູຊາ​ແກ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຂອງ​ບັນພະບຸລຸດ​ຂອງ​ພວກເຂົາ.

17 ເລື່ອງນີ້​ໄດ້​ເຮັດ​ໃຫ້​ອານາຈັກ​ຢູດາຍ​ເຂັ້ມແຂງ​ຂຶ້ນ ແລະ​ເປັນ​ເວລາ​ເຖິງ​ສາມ​ປີ ທີ່​ພວກເຂົາ​ອູ້ມຊູ​ກະສັດ​ເຣໂຫໂບອາມ​ລູກຊາຍ​ຂອງ​ໂຊໂລໂມນ ແລະ​ໃຊ້​ຊີວິດ​ດັ່ງ​ຢູ່​ໃຕ້​ການ​ປົກຄອງ​ຂອງ​ກະສັດ​ດາວິດ ແລະ​ຂອງ​ກະສັດ​ໂຊໂລໂມນ.


ຄອບຄົວ​ຂອງ​ເຣໂຫໂບອາມ

18 ເຣໂຫໂບອາມ​ໄດ້​ແຕ່ງງານ​ກັບ​ນາງ​ມາຮາລັດ​ລູກສາວ​ຂອງ​ເຢຣິໂມດ; ແລະ​ເຢຣິໂມດ​ເປັນ​ລູກຊາຍ​ຄົນ​ໜຶ່ງ​ຂອງ​ກະສັດ​ດາວິດ​ທີ່​ເກີດ​ຈາກ​ນາງ​ອາບີໄຮ. ນາງ​ອາບີໄຮ​ເປັນ​ລູກສາວ​ຂອງ​ເອລີອາບ ແລະ​ເປັນ​ຫລານ​ສາວ​ຂອງ​ເຢຊີ.

19 ນາງ​ມີ​ລູກຊາຍ​ສາມ​ຄົນ ດັ່ງນີ້: ເຢອຸດ, ເຊມາຣີຢາ ແລະ​ຊາຮາມ.

20 ຕໍ່ມາ ເພິ່ນ​ໄດ້​ນາງ​ມາອາກາ ລູກສາວ​ຂອງ​ອັບຊາໂລມ​ມາ​ເປັນ​ເມຍ; ແລະ​ເຂົາ​ມີ​ລູກຊາຍ​ສີ່​ຄົນ​ນຳ​ກັນ ດັ່ງນີ້: ອາບີຢາ, ອັດໄຕ, ຊີຊາ ແລະ​ເຊໂລມິດ.

21 ເຣໂຫໂບອາມ​ມີ​ເມຍ​ທັງໝົດ ສິບແປດ​ຄົນ​ແລະ​ມີ​ເມຍນ້ອຍ​ຫົກສິບ​ຄົນ; ເພິ່ນ​ມີ​ລູກຊາຍ​ຊາວແປດ​ຄົນ ແລະ​ລູກສາວ​ຫົກສິບ​ຄົນ. ໃນ​ບັນດາ​ເມຍໃຫຍ່​ແລະ​ເມຍນ້ອຍ​ທັງໝົດ​ນັ້ນ ເພິ່ນ​ຮັກ​ນາງ​ມາອາກາ​ຫລາຍກວ່າ​ໝູ່

22 ແລະ​ເພິ່ນ​ພໍໃຈ​ນຳ​ອາບີຢາ​ລູກຊາຍ​ທີ່​ເກີດ​ຈາກ​ນາງ​ຫລາຍກວ່າ​ພວກ​ລູກຊາຍ​ທັງໝົດ ໂດຍ​ໄດ້​ເລືອກ​ໃຫ້​ລາວ​ຂຶ້ນ​ເປັນ​ກະສັດ​ປົກຄອງ​ແທນ​ຕົນ.

23 ເຣໂຫໂບອາມ​ໄດ້​ມອບ​ຄວາມ​ຮັບຜິດຊອບ​ຕ່າງໆ ໃຫ້​ພວກ​ລູກຊາຍ​ຂອງຕົນ​ຢ່າງ​ສະຫລຽວ​ສະຫລາດ​ທີ່ສຸດ​ຄື: ເພິ່ນ​ໃຫ້​ພວກເຂົາ​ຢູ່​ຕາມ​ເມືອງ​ຕ່າງໆ​ທີ່​ມີ​ປ້ອມ​ປ້ອງກັນ​ເມືອງ ທົ່ວ​ອານາຈັກ​ຢູດາຍ​ແລະ​ເບັນຢາມິນ. ເພິ່ນ​ໄດ້​ຈັດຫາ​ສິ່ງ​ຕ່າງໆ​ໃຫ້​ພວກເຂົາ​ຢ່າງ​ໃຈ​ກວ້າງຂວາງ ແລະ​ຫາ​ເມຍ​ໃຫ້​ພວກເຂົາ​ຕັ້ງ​ຫລາຍ​ຄົນ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan