Biblia Todo Logo
Bìoball air-loidhne

- Sanasan -

2 ຂ່າວຄາວ 10 - ພຣະຄຳພີສັກສິ


ເຜົ່າ​ທາງ​ພາກເໜືອ​ເປັນ​ກະບົດ
( 1 ກສ 12:1-20 )

1 ເຣໂຫໂບອາມ​ໄດ້​ໄປ​ເມືອງ​ຊີເຄມ ບ່ອນ​ທີ່​ປະຊາຊົນ​ທັງໝົດ​ທາງ​ພາກເໜືອ​ຂອງ​ອິດສະຣາເອນ ໄດ້​ມາ​ເຕົ້າໂຮມ​ກັນ​ເພື່ອ​ແຕ່ງຕັ້ງ​ລາວ​ໃຫ້​ເປັນ​ກະສັດ.

2 ເມື່ອ​ເຢໂຣໂບອາມ​ລູກຊາຍ​ຂອງ​ເນບັດ ຜູ້​ໄດ້​ປົບໜີ​ຈາກ​ກະສັດ​ໂຊໂລໂມນ​ໄປ​ຢູ່​ປະເທດ​ເອຢິບ​ໄດ້ຍິນ​ຂ່າວ​ດັ່ງນີ້ ລາວ​ກໍ​ກັບຄືນ​ມາ​ປະເທດ.

3 ປະຊາຊົນ​ເຜົ່າ​ທາງ​ພາກເໜືອ​ໄດ້​ສົ່ງ​ຄົນ​ມາ​ຫາ​ລາວ ແລະ​ພວກເຂົາ​ທັງໝົດ​ໄດ້​ໄປ​ຫາ​ເຣໂຫໂບອາມ ແລະ​ເວົ້າ​ຕໍ່​ເພິ່ນ​ວ່າ,

4 “ພໍ່​ຂອງທ່ານ​ໄດ້​ໃຫ້​ພວກເຮົາ​ແບກຫາບ​ພາລະໜັກ​ໂພດ. ຖ້າ​ທ່ານ​ຊ່ວຍ​ບັນເທົາ​ພາລະ​ນີ້​ໃຫ້​ເບົາລົງ ແລະ​ເຮັດ​ໃຫ້​ພວກເຮົາ​ສະດວກ​ສະບາຍ​ຂຶ້ນ ພວກເຮົາ​ກໍ​ຈະ​ເປັນ​ປະຊາຊົນ​ທີ່​ສັດຊື່​ຂອງທ່ານ.”

5 ກະສັດ​ເຣໂຫໂບອາມ​ຕອບ​ວ່າ, “ໃຫ້​ເຮົາ​ພິຈາລະນາ​ເບິ່ງ​ເລື່ອງນີ້​ສາມ​ວັນ​ກ່ອນ. ແລ້ວ​ໃຫ້​ພວກເຈົ້າ​ກັບ​ມາ​ຫາ​ເຮົາ​ໃໝ່.” ດັ່ງນັ້ນ ພວກເຂົາ​ຈຶ່ງ​ພາກັນ​ຈາກ​ໄປ.

6 ກະສັດ​ເຣໂຫໂບອາມ​ໄດ້​ປຶກສາ​ກັບ​ຜູ້​ອາວຸໂສ ທີ່​ໄດ້​ຮັບໃຊ້​ເປັນ​ທີ່ປຶກສາ​ຂອງ​ໂຊໂລໂມນ​ພໍ່​ຂອງຕົນ. ເພິ່ນ​ຖາມ​ວ່າ, “ພວກທ່ານ​ຈະ​ແນະນຳ​ເຮົາ​ໃຫ້​ບອກ​ຄົນ​ເຫຼົ່ານີ້​ຢ່າງໃດ?”

7 ພວກເຂົາ​ຕອບ​ວ່າ, “ຖ້າ​ທ່ານ​ເມດຕາ​ຄົນ​ເຫຼົ່ານີ້ ແລະ​ພະຍາຍາມ​ເອົາໃຈ​ພວກເຂົາ​ໂດຍ​ໃຫ້​ຄຳຕອບ​ທີ່​ພວກເຂົາ​ພໍໃຈ ພວກເຂົາ​ກໍ​ຈະ​ຮັບໃຊ້​ທ່ານ​ຢ່າງ​ສັດຊື່​ເລື້ອຍໄປ.”

8 ແຕ່​ເພິ່ນ​ຊໍ້າ​ບໍ່​ເອົາໃຈໃສ່​ກັບ​ຄຳແນະນຳ​ຂອງ​ຜູ້​ອາວຸໂສ ຈຶ່ງ​ໄປ​ຮັບ​ຄຳ​ປຶກສາ​ຈາກ​ຄົນໜຸ່ມ​ທີ່​ໄດ້​ເຕີບໃຫຍ່​ຂຶ້ນ​ມາ​ພ້ອມ​ກັບ​ຕົນ.

9 ເພິ່ນ​ຖາມ​ພວກເຂົາ​ວ່າ, “ພວກເຈົ້າ​ຈະ​ແນະນຳ​ເຮົາ​ໃຫ້​ເຮັດ​ຢ່າງໃດ? ເຮົາ​ຈະ​ເວົ້າ​ກັບ​ປະຊາຊົນ​ເຫຼົ່ານີ້​ທີ່​ໄດ້​ມາ​ຂໍຮ້ອງ​ເຮົາ ຜ່ອນ​ພາລະໜັກ​ຂອງ​ພວກເຂົາ​ໃຫ້​ເບົາລົງ​ໄດ້​ຢ່າງໃດ?”

10 ພວກເຂົາ​ຈຶ່ງ​ຕອບ​ວ່າ, “ທ່ານ​ຄວນ​ຈະ​ບອກ​ພວກເຂົາ​ຢ່າງ​ນີ້: ‘ນິ້ວ​ກ້ອຍ​ຂອງເຮົາ​ກໍ​ໃຫຍ່​ກວ່າ​ບັ້ນແອວ​ຂອງ​ພໍ່​ເຮົາ.’

11 ຈົ່ງ​ບອກ​ພວກເຂົາ​ວ່າ, ‘ພໍ່​ຂອງເຮົາ​ໄດ້​ວາງ​ພາລະໜັກ​ເທິງ​ພວກທ່ານ; ສ່ວນ​ເຮົາ​ຈະ​ວາງ​ພາລະ​ໜັກກວ່າ​ນັ້ນ​ອີກ. ເພິ່ນ​ຂ້ຽນ​ພວກທ່ານ​ດ້ວຍ​ໄມ້ແສ້​ທຳມະດາ; ແຕ່​ເຮົາ​ຈະ​ຂ້ຽນ​ພວກທ່ານ​ດ້ວຍ​ໄມ້ແສ້​ຕີ​ງົວ.”’

12 ສາມ​ວັນ​ຕໍ່ມາ ເຢໂຣໂບອາມ​ແລະ​ປະຊາຊົນ​ທັງໝົດ ກໍໄດ້​ກັບຄືນ​ມາ​ຫາ​ກະສັດ​ເຣໂຫໂບອາມ​ຕາມ​ທີ່​ເພິ່ນ​ໄດ້​ບອກ​ພວກເຂົາ.

13 ກະສັດ​ບໍ່ໄດ້​ເອົາໃຈໃສ່​ຕໍ່​ຄຳແນະນຳ​ຂອງ​ບັນດາ​ຜູ້​ອາວຸໂສ ແລະ​ໄດ້​ກ່າວ​ຕໍ່​ປະຊາຊົນ​ຢ່າງ​ແຂງແຮງ

14 ຕາມ​ທີ່​ພວກ​ຄົນໜຸ່ມ​ໄດ້​ແນະນຳ​ແກ່​ເພິ່ນ​ນັ້ນ. ເພິ່ນ​ໄດ້​ເວົ້າ​ວ່າ, “ພໍ່​ຂອງເຮົາ​ໄດ້​ວາງ​ພາລະໜັກ​ເທິງ​ພວກທ່ານ; ເຮົາ​ເອງ​ກໍ​ຈະ​ວາງ​ພາລະ​ໃຫ້​ໜັກກວ່າ​ນັ້ນ​ອີກ. ເພິ່ນ​ຂ້ຽນ​ພວກທ່ານ​ດ້ວຍ​ໄມ້ແສ້​ທຳມະດາ; ແຕ່​ເຮົາ​ຈະ​ຂ້ຽນ​ພວກທ່ານ​ດ້ວຍ​ໄມ້ແສ້​ຕີ​ງົວ.”

15 ສະນັ້ນ ກະສັດ​ຈຶ່ງ​ບໍ່ໄດ້​ເອົາໃຈໃສ່​ຕໍ່​ຄຳຮ້ອງຂໍ​ຂອງ​ປະຊາຊົນ. ເຫດການນີ້​ເປັນ​ມາແຕ່​ພຣະເຈົ້າ ເພື່ອ​ພຣະເຈົ້າຢາເວ​ຈະໃຫ້​ຖ້ອຍຄຳ​ຂອງ​ພຣະອົງ​ສຳເລັດ ຕາມ​ທີ່​ພຣະອົງ​ໄດ້​ກ່າວ​ແກ່​ເຢໂຣໂບອາມ​ລູກຊາຍ​ຂອງ​ເນບັດ​ໂດຍ​ຜ່ານ​ທາງ​ຜູ້ທຳນວາຍ​ອາຮີຢາ​ແຫ່ງ​ຊີໂລ​ກາຍເປັນຈິງ.

16 ເມື່ອ​ປະຊາຊົນ​ໄດ້​ເຫັນ​ວ່າ​ກະສັດ​ບໍ່ຍອມ​ຟັງ​ພວກຕົນ ພວກເຂົາ​ກໍ​ພາກັນ​ຮ້ອງ​ຂຶ້ນ​ວ່າ, “ພວກເຮົາ​ບໍ່​ມີສ່ວນ​ໃນ​ດາວິດ ບໍ່​ມີ​ສ່ວນ​ໃນ​ມໍຣະດົກ​ຂອງ​ລູກຊາຍ​ຂອງ​ເຢຊີ ຊາວ​ອິດສະຣາເອນ​ເອີຍ ຈົ່ງ​ພາກັນ​ກັບເມືອ​ບ້ານ​ເຖີດ. ປະ​ໃຫ້​ເຣໂຫໂບອາມ​ຮັບຜິດຊອບ​ລາວ​ເອງ​ສາ.” ດັ່ງນັ້ນ ປະຊາຊົນ​ອິດສະຣາເອນ​ຈຶ່ງ​ໄດ້​ກະບົດ

17 ໂດຍ​ປ່ອຍ​ໃຫ້​ເຣໂຫໂບອາມ​ເປັນ​ກະສັດ​ປົກຄອງ​ແຕ່​ປະຊາຊົນ​ທີ່​ໄດ້​ອາໄສ​ຢູ່​ໃນ​ຢູດາຍ​ເທົ່ານັ້ນ.

18 ຕໍ່ມາ ກະສັດ​ເຣໂຫໂບອາມ​ໄດ້​ໃຊ້​ອາໂດນີຣາມ ຜູ້​ຮັບຜິດຊອບ​ດ້ານ​ແຮງງານ​ໄປ​ຫາ​ປະຊາຊົນ​ອິດສະຣາເອນ; ແຕ່​ພວກເຂົາ​ໄດ້​ໃຊ້​ກ້ອນຫີນ​ແກວ່ງ​ໃສ່​ເພິ່ນ​ຈົນ​ຕາຍ. ເມື່ອ​ເປັນ​ເຊັ່ນນີ້ ເຣໂຫໂບອາມ​ຈຶ່ງ​ຟ້າວ​ຂຶ້ນ​ລົດມ້າ ແລະ​ປົບໜີໄປ​ນະຄອນ​ເຢຣູຊາເລັມ.

19 ຕັ້ງແຕ່​ນັ້ນ​ມາ ປະຊາຊົນ​ໃນ​ທາງ​ພາກເໜືອ​ຂອງ​ອິດສະຣາເອນ ຈຶ່ງ​ໄດ້​ກະບົດ​ຕໍ່​ເຊື້ອວົງ​ຂອງ​ດາວິດ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan