2 ຂ່າວຄາວ 1 - ພຣະຄຳພີສັກສິກະສັດໂຊໂລໂມນພາວັນນາອະທິຖານຂໍສະຕິປັນຍາ ( 1 ກສ 3:1-15 ) 1 ໂຊໂລໂມນລູກຊາຍຂອງກະສັດດາວິດໄດ້ປົກຄອງຊາດອິດສະຣາເອນຢ່າງໝັ້ນຄົງ ແລະພຣະເຈົ້າຢາເວ ພຣະເຈົ້າຂອງເພິ່ນ ກໍເຮັດໃຫ້ເພິ່ນມີອຳນາດຫລາຍຂຶ້ນ. 2 ກະສັດໂຊໂລໂມນສັ່ງນາຍທະຫານທັງໝົດທີ່ບັນຊາກອງພັນ, ກອງຮ້ອຍ, ພວກຜູ້ຕັດສິນ, ພວກຜູ້ນຳທັງຫລາຍ ແລະພວກຫົວໜ້າຄອບຄົວທຸກໆຄົນກັບປະຊາຊົນທັງໝົດ 3 ໃຫ້ຕິດຕາມເພິ່ນໄປສະຖານທີ່ສູງທີ່ກີເບໂອນ. ພວກເຂົາໄດ້ໄປທີ່ນັ້ນ ເພາະແມ່ນຫໍເຕັນບ່ອນຊຸມນຸມຂອງພຣະເຈົ້າ ຊຶ່ງໂມເຊຄົນຮັບໃຊ້ຂອງພຣະເຈົ້າຢາເວໄດ້ສ້າງຂຶ້ນໃນຖິ່ນແຫ້ງແລ້ງກັນດານໄດ້ຕັ້ງຢູ່ທີ່ນັ້ນ. 4 ສ່ວນຫີບຂອງພຣະເຈົ້ານັ້ນໄດ້ຕັ້ງຢູ່ນະຄອນເຢຣູຊາເລັມ ຄືຮັກສາໄວ້ໃນຫໍເຕັນບ່ອນທີ່ກະສັດດາວິດໄດ້ສ້າງຂຶ້ນ ເມື່ອເພິ່ນໄດ້ນຳຫີບນັ້ນມາຈາກກີຣີອາດເຢອາຣີມ. 5 ແທ່ນບູຊາທີ່ເຮັດດ້ວຍທອງສຳຣິດ ຊຶ່ງເບຊາເລນລູກຊາຍຂອງອູຣິ ແລະຫລານຊາຍຂອງຮູເຣໄດ້ສ້າງ ຍັງຕັ້ງໄວ້ຢູ່ຕໍ່ໜ້າຫໍເຕັນສັກສິດຂອງພຣະເຈົ້າຢາເວທີ່ກີເບໂອນ. ກະສັດໂຊໂລໂມນ ແລະປະຊາຊົນທັງໝົດໄດ້ສະແຫວງຫາພຣະອົງທີ່ນັ້ນ. 6 ໂຊໂລໂມນໄດ້ຍົກເຄື່ອງຖວາຍບູຊາທີ່ນັ້ນຕໍ່ໜ້າພຣະເຈົ້າຢາເວເທິງແທ່ນບູຊາເປັນທອງສຳຣິດທີ່ຕັ້ງຢູ່ທາງໜ້າຫໍເຕັນບ່ອນຊຸມນຸມ; ເພິ່ນໄດ້ຂ້າສັດພັນໂຕ ແລະເຜົາຖວາຍບູຊາທັງໝົດ. 7 ແລ້ວໃນຄືນນັ້ນ ພຣະເຈົ້າກໍໄດ້ປາກົດແກ່ກະສັດໂຊໂລໂມນ ແລະຖາມເພິ່ນວ່າ, “ເຈົ້າຕ້ອງການຢາກໃຫ້ເຮົາເອົາຫຍັງໃຫ້ແກ່ເຈົ້າ? ຈົ່ງຂໍມາເຖີດ.” 8 ໂຊໂລໂມນຕອບພຣະເຈົ້າວ່າ, “ພຣະອົງໄດ້ສຳແດງຄວາມຮັກອັນຍິ່ງໃຫຍ່ແກ່ດາວິດ ພໍ່ຂອງຂ້ານ້ອຍຕະຫລອດມາ; ບັດນີ້ ພຣະອົງໄດ້ໃຫ້ຂ້ານ້ອຍຂຶ້ນເປັນກະສັດປົກຄອງແທນເພິ່ນ. 9 ຂ້າແດ່ພຣະເຈົ້າຢາເວ ພຣະເຈົ້າຂອງຂ້ານ້ອຍເອີຍ ຈົ່ງໃຫ້ຄຳສັນຍາທີ່ພຣະອົງໄດ້ເຮັດໄວ້ກັບພໍ່ຂອງຂ້ານ້ອຍນັ້ນກາຍເປັນຈິງເທີ້ນ. ພຣະອົງໄດ້ແຕ່ງຕັ້ງຂ້ານ້ອຍໃຫ້ໄດ້ຂຶ້ນເປັນກະສັດ ເພື່ອປົກຄອງປະຊາຊົນຢ່າງຫລວງຫລາຍຈົນນັບບໍ່ຖ້ວນ 10 ສະນັ້ນ ໂຜດປະທານສະຕິປັນຍາແລະຄວາມຮູ້ທີ່ຈຳເປັນໃຫ້ແກ່ຂ້ານ້ອຍດ້ວຍ ເພື່ອຈະປົກຄອງພວກເຂົາໄດ້ ບໍ່ດັ່ງນັ້ນແລ້ວ ຂ້ານ້ອຍຈະປົກຄອງປະຊາຊົນອັນຫລວງຫລາຍຂອງພຣະອົງໄດ້ຢ່າງໃດ?” 11 ພຣະເຈົ້າໄດ້ຕອບໂຊໂລໂມນວ່າ, “ເຈົ້າເລືອກເອົາສິ່ງທີ່ຖືກຕ້ອງ. ແທນທີ່ຈະຂໍຄວາມຮັ່ງມີ ຫລືຊັບສົມບັດ ຫລືຊື່ສຽງ ຫລືຄວາມຕາຍຂອງສັດຕູ ຫລືໃຫ້ຊີວິດຂອງເຈົ້າເອງໝັ້ນຍືນ ແຕ່ເຈົ້າກັບຂໍສະຕິປັນຍາ ແລະຄວາມຮູ້ ເພື່ອວ່າເຈົ້າຈະປົກຄອງປະຊາຊົນຂອງເຮົາໄດ້ ຊຶ່ງເຮົາໄດ້ຕັ້ງເຈົ້າໃຫ້ເປັນກະສັດຂອງພວກເຂົາ. 12 ເຮົາຈະໃຫ້ເຈົ້າມີສະຕິປັນຍາ ແລະຄວາມຮອບຮູ້. ນອກຈາກນີ້ອີກ ເຮົາຍັງຈະໃຫ້ເຈົ້າຮັ່ງມີເປັນດີຕະຫລອດທັງມີຊັບສົມບັດ ແລະມີຊື່ສຽງລື່ນກວ່າກະສັດຄົນໃດໆທີ່ຢູ່ກ່ອນເຈົ້າຫລືພາຍຫລັງເຈົ້າ.” ກະສັດໂຊໂລໂມນຄອງອຳນາດແລະຄວາມຮັ່ງມີ ( 1 ກສ 10:26-29 ) 13 ດັ່ງນັ້ນ ກະສັດໂຊໂລໂມນຈຶ່ງໄດ້ຈາກ ສະຖານທີ່ສູງທີ່ກີເບໂອນ ຄືບ່ອນທີ່ຕັ້ງຫໍເຕັນບ່ອນຊຸມນຸມ ແລະກັບຄືນເມືອນະຄອນເຢຣູຊາເລັມ. ແລະເພິ່ນໄດ້ປົກຄອງທົ່ວປະເທດອິດສະຣາເອນ. 14 ເພິ່ນໄດ້ສ້າງກອງທັບຂຶ້ນໂດຍມີລົດຮົບ ໜຶ່ງພັນສີ່ຮ້ອຍຄັນ ແລະທະຫານມ້າ ສິບສອງພັນຄົນ. ເພິ່ນໄດ້ຮັກສາບາງສ່ວນໄວ້ປະຈຳນະຄອນເຢຣູຊາເລັມ ແລະນອກນັ້ນ ເພິ່ນໄດ້ໃຫ້ປະຈຳຢູ່ຕາມເມືອງຕ່າງໆ. 15 ໃນຣາຊການຂອງເພິ່ນ ເງິນແລະຄຳໃນນະຄອນເຢຣູຊາເລັມຖືວ່າເປັນຂອງທຳມະດາດັ່ງດຽວກັບກ້ອນຫີນ ແລະໄມ້ແປກກໍມີເຕັມ ຖືເປັນຂອງທຳມະດາດັ່ງດຽວກັບໄມ້ຕົ້ນໝາກເດື່ອ. 16 ເຈົ້າໜ້າທີ່ຂອງກະສັດໄດ້ຄວບຄຸມການສົ່ງມ້າຈາກມຸຊະຣີ ແລະເມືອງຊີລີເຊຍ ໄປຂາຍນອກປະເທດ 17 ຕະຫລອດທັງຄວບຄຸມລົດຮົບຈາກປະເທດເອຢິບໄປນອກປະເທດດ້ວຍ. ພວກເຂົາໄດ້ຈັດສົ່ງມ້າກັບລົດຮົບ ໄປໃຫ້ກະສັດຂອງຊາວຮິດຕີ ແລະກະສັດຂອງຊາວຊີເຣຍ ໂດຍຂາຍລົດຮົບຄັນລະຫົກຮ້ອຍຫລຽນເງິນ ແລະມ້າໂຕລະໜຶ່ງຮ້ອຍຫ້າສິບຫລຽນເງິນ. |
@ 2012 United Bible Societies. All Rights Reserved.