1 ຕີໂມທຽວ 6 - ພຣະຄຳພີສັກສິ1 ຝ່າຍຜູ້ທີ່ເປັນທາດຮັບໃຊ້ນັ້ນ ຕ້ອງຖືວ່ານາຍຂອງພວກຕົນ ເປັນຜູ້ສົມຄວນໄດ້ຮັບກຽດໃນທຸກຢ່າງ ເພື່ອວ່າຈະບໍ່ມີຜູ້ໃດກ່າວປະໝາດພຣະນາມຂອງພຣະເຈົ້າ ແລະຄຳສັ່ງສອນຂອງພວກເຮົາ. 2 ສ່ວນບັນດາທາດຮັບໃຊ້ ທີ່ມີນາຍເປັນຄຣິສຕຽນ ກໍຢ່າລົດຄວາມນັບຖື ຍ້ອນວ່ານາຍນັ້ນເປັນພີ່ນ້ອງຄຣິສຕຽນດ້ວຍກັນ ແຕ່ໃຫ້ພວກເຂົາຮັບໃຊ້ນາຍນັ້ນໃຫ້ດີຍິ່ງຂຶ້ນ ເພາະເຫດວ່າ ນາຍຜູ້ຮັບປະໂຫຍດຈາກວຽກງານຂອງພວກເຂົານັ້ນ ກໍເປັນຄົນທີ່ເຊື່ອແລະເປັນທີ່ຮັກຂອງພວກເຂົາ. ເຈົ້າຕ້ອງສັ່ງສອນ ແລະເທດສະໜາຂໍ້ຄວາມເຫຼົ່ານີ້. ອັນຕະລາຍຂອງຄຳສອນປອມ ແລະ ການຮັກເງິນ 3 ຜູ້ໃດກໍຕາມທີ່ສັ່ງສອນຜິດໄປຈາກນີ້ ແລະທັງບໍ່ເຫັນພ້ອມກັບຫລັກຄຳສັ່ງສອນອັນແທ້ຈິງຂອງອົງພຣະເຢຊູຄຣິດເຈົ້າຂອງພວກເຮົາ ແລະຄຳສັ່ງສອນອັນຖືກຕ້ອງເປັນທຳກັບຄວາມເຊື່ອຂອງພວກເຮົາ 4 ກໍເປັນຄົນຈອງຫອງພອງຕົວຂຶ້ນ ແລະບໍ່ຮູ້ຈັກສິ່ງໃດເລີຍ. ເຂົາມົວເມົາຢູ່ກັບການຖົກຖຽງ ແລະການທະເລາະວິວາດເຖິງເລື່ອງຖ້ອຍຄຳ ຊຶ່ງນຳໄປສູ່ການເຫິງສາກັນ ການຜິດຖຽງກັນ ການໝິ່ນປະໝາດກັນ ຄວາມລະແວງສົງໄສກັນ 5 ແລະການໂຕ້ຖຽງກັນຢ່າງບໍ່ມີທີ່ສິ້ນສຸດ ລະຫວ່າງຄົນໃຈດື້ດ້ານແລະຄົນໃຈຄົດໂກງ ຂາດຄວາມຈິງ ເຂົາຄິດວ່າຄວາມເຊື່ອໃນພຣະເຈົ້ານັ້ນ ເປັນຫົນທາງທີ່ນຳໄປສູ່ຄວາມຮັ່ງມີສີສຸກ. 6 ຈິງຢູ່ ການນັບຖືພຣະເຈົ້າຢ່າງຖືກຕ້ອງນັ້ນ ໄດ້ກຳໄລອັນມະຫາສານແກ່ຜູ້ທີ່ມີຄວາມພໍໃຈກັບສິ່ງຂອງທີ່ຕົນມີຢູ່. 7 ດ້ວຍວ່າ, ພວກເຮົາບໍ່ໄດ້ເອົາສິ່ງໃດເຂົ້າມາໃນໂລກນີ້ສັນໃດ ພວກເຮົາກໍຈະເອົາສິ່ງໃດອອກໄປຈາກໂລກນີ້ບໍ່ໄດ້ສັນນັ້ນ. 8 ແຕ່ຖ້າພວກເຮົາມີອາຫານການກິນກັບເຄື່ອງນຸ່ງຫົ່ມ ກໍຄວນພໍໃຈໃນສິ່ງເຫຼົ່ານີ້. 9 ສ່ວນຄົນທີ່ຢາກລໍ້າລວຍກໍຕົກຢູ່ໃນການທົດລອງ ເຂົາຈຶ່ງຖືກບ້ວງແຮ້ວຂອງບັນດາກິເລດຕັນຫາອັນໂງ່ງ່າວ ແລະເຮັດໃຫ້ເຈັບປວດ ຊຶ່ງຈ່ອງດຶງຄົນເຫຼົ່ານັ້ນ ລົງສູ່ຄວາມພິນາດຈິບຫາຍ. 10 ເພາະວ່າການຮັກເງິນຄຳເປັນເຄົ້າມູນຂອງຄວາມຊົ່ວທຸກຢ່າງ ແລະເພາະຄວາມໂລບນີ້ແຫຼະ ຈຶ່ງຊັກຈູງບາງຄົນໃຫ້ຫລົງໄປຈາກຄວາມເຊື່ອ ແລະແທງຕົວເອງຈົນຊອດ ດ້ວຍຄວາມເຈັບແສບຫລາຍປະການ. ການຕໍ່ສູ້ຢ່າງເຕັມກຳລັງທາງດ້ານຄວາມເຊື່ອ 11 ແຕ່ເຈົ້າ ຜູ້ເປັນຄົນຂອງພຣະເຈົ້າ ຈົ່ງຫລີກເວັ້ນຈາກສິ່ງເຫຼົ່ານັ້ນທັງໝົດເສຍ. ຈົ່ງໃຫ້ໃຈຂອງເຈົ້າຈົດຈໍ່ຢູ່ທີ່ຄວາມຊອບທຳ ການນັບຖືພຣະເຈົ້າຢ່າງຖືກຕ້ອງ ຄວາມເຊື່ອ ຄວາມຮັກ ຄວາມໝັ່ນພຽນ ແລະຄວາມອ່ອນສຸພາບ. 12 ຈົ່ງອົດທົນຕໍ່ສູ້ຈົນສຸດກຳລັງແຫ່ງຄວາມເຊື່ອ ແລະຢຶດເອົາຊີວິດນິຣັນດອນ. ດ້ວຍວ່າ, ພຣະເຈົ້າໄດ້ເອີ້ນເອົາເຈົ້າໃຫ້ມາເຖິງຊີວິດນີ້ ເມື່ອເຈົ້າໄດ້ປະກາດຕົນຮັບເຊື່ອຢ່າງໜັກແໜ້ນ ຕໍ່ໜ້າພະຍານຫລາຍຄົນ. 13 ເຮົາສັ່ງເຈົ້າຕໍ່ໜ້າພຣະເຈົ້າ ຜູ້ຊົງບັນດານໃຫ້ສິ່ງທັງປວງມີຊີວິດ ແລະຕໍ່ໜ້າພຣະຄຣິດເຈົ້າເຢຊູຜູ້ໄດ້ຊົງເປັນພະຍານ ເຖິງຄຳປະຕິຍານອັນດີຕໍ່ໜ້າປົນທຽວປີລາດ 14 ໃຫ້ເຊື່ອຟັງຄຳສັ່ງນີ້ ແລະຢຶດຖືໄວ້ຢ່າງສັດຊື່ ຈົນເຖິງວັນທີ່ອົງພຣະເຢຊູຄຣິດເຈົ້າຂອງພວກເຮົາຈະສະເດັດມາປາກົດ. 15 ຊຶ່ງພຣະເຈົ້າຜູ້ຊົງສະເຫວີຍສຸກແລະຊົງຣິດອຳນາດສູງສຸດແຕ່ພຣະອົງດຽວ ຊົງເປັນພຣະມະຫາກະສັດເໜືອກະສັດທັງປວງ ແລະຊົງເປັນອົງພຣະຜູ້ເປັນເຈົ້າເໜືອເຈົ້ານາຍທັງປວງ ຈະຊົງສຳແດງໃຫ້ປາກົດຕາມເວລາກຳນົດ. 16 ພຣະອົງຜູ້ດຽວຊົງເປັນອະມະຕະ ແລະຊົງສະຖິດຢູ່ໃນຄວາມສະຫວ່າງ ຊຶ່ງບໍ່ມີມະນຸດຄົນໃດຈະເຂົ້າໄປເຖິງ ເປັນອົງທີ່ມະນຸດບໍ່ໄດ້ເຫັນຈັກເທື່ອ ແລະບໍ່ສາມາດເຫັນໄດ້ ພຣະກຽດແລະຣິດທານຸພາບອັນຖາວອນ ຈົ່ງມີແກ່ພຣະອົງນັ້ນ ອາແມນ. 17 ຈົ່ງສັ່ງເນັ້ນຄົນທີ່ຮັ່ງມີສີສຸກຝ່າຍວັດຖຸສິ່ງຂອງແຫ່ງໂລກນີ້ ຢ່າໃຫ້ເຂົາເປັນຄົນອວດອົ່ງທະນົງຕົວ ຢ່າໃຫ້ເຂົາມອບຄວາມຫວັງໄວ້ໃນສິ່ງອະນິຈັງ, ແຕ່ມອບໄວ້ໃນພຣະເຈົ້າ ອົງຊົງໂຜດໃຫ້ສັບພະທຸກສິ່ງຢ່າງບໍຣິບູນແກ່ເຮົາທັງຫລາຍ ເພື່ອຈະໃຫ້ພວກເຮົາໃຊ້ດ້ວຍຄວາມປິຕິຍິນດີ. 18 ຈົ່ງສັ່ງເຂົາໃຫ້ເຮັດແຕ່ຄຸນງາມຄວາມດີ ເປັນຄົນຮັ່ງມີໃນການກະທຳດີ ມີໃຈເອື້ອເຟື້ອເພື່ອແຜ່ ແລະພ້ອມທີ່ຈະແບ່ງປັນໃຫ້ຄົນອື່ນ. 19 ດ້ວຍວິທີນີ້ ຈຶ່ງຈະເປັນການທ້ອນໂຮມຊັບສົມບັດໄວ້ສຳລັບຕົນ ຊຶ່ງຈະເປັນຮາກຖານອັນໝັ້ນຄົງເພື່ອອະນາຄົດ. ດັ່ງນັ້ນ ເຂົາຈຶ່ງຈະສາມາດຢຶດເອົາຊີວິດອັນແທ້ຈິງໄວ້ໄດ້. 20 ຕີໂມທຽວເອີຍ, ສິ່ງທີ່ເຮົາຝາກໄວ້ກັບເຈົ້າແລ້ວນັ້ນ ຈົ່ງຮັກສາໄວ້ ຈົ່ງເວັ້ນເສຍຈາກການເວົ້າອັນບໍ່ເປັນປະໂຫຍດແລະຂັດຕໍ່ສາສະໜາ ແລະຈາກການໂຕ້ຖຽງໃນສິ່ງທີ່ເຂົາເອີ້ນຜິດວ່າ, “ເປັນວິຊາຄວາມຮູ້.” 21 ຊຶ່ງບາງຄົນໄດ້ຍອມຮັບເອົາແລ້ວ ຈຶ່ງໄດ້ຫລົງໄປຈາກຄວາມເຊື່ອ. ຂໍໃຫ້ພຣະຄຸນຂອງພຣະເຈົ້າ ຈົ່ງສະຖິດຢູ່ນຳເຈົ້າທັງຫລາຍເທີ້ນ. |
@ 2012 United Bible Societies. All Rights Reserved.