1 ຕີໂມທຽວ 5 - ພຣະຄຳພີສັກສິໜ້າທີ່ຕ້ອງເຮັດຕໍ່ພີ່ນ້ອງທີ່ເຊື່ອ 1 ຢ່າກ່າວຕັກເຕືອນຊາຍຜູ້ອາວຸໂສ ດ້ວຍຖ້ອຍຄຳອັນຮຸນແຮງ ແຕ່ຈົ່ງຂໍຮ້ອງເພິ່ນ ເໝືອນດັ່ງເພິ່ນເປັນພໍ່, ຈົ່ງປະຕິບັດຕໍ່ພວກຊາຍໜຸ່ມ ເໝືອນເປັນອ້າຍນ້ອງກັນ 2 ແລະພວກຍິງຜູ້ອາວຸໂສ ເໝືອນດັ່ງເພິ່ນເປັນແມ່ ແລະພວກຍິງໜຸ່ມ ເໝືອນດັ່ງເປັນເອື້ອຍນ້ອງດ້ວຍຄວາມບໍຣິສຸດໃຈທຸກຢ່າງ. 3 ຈົ່ງໃຫ້ຄວາມນັບຖືແກ່ພວກທີ່ເປັນແມ່ໝ້າຍຢ່າງແທ້ຈິງ. 4 ແຕ່ຖ້າແມ່ໝ້າຍຄົນໃດມີລູກ ຫລືຫລານ ກໍໃຫ້ລູກຫລານນັ້ນຮຽນຮູ້ປະຕິບັດໜ້າທີ່ທາງສາສະໜາ ແກ່ຄອບຄົວຂອງເຂົາເອງ ຄືໃຫ້ຕອບບຸນແທນຄຸນຂອງພໍ່ແມ່ ເພາະການກະທຳຢ່າງນີ້ ເປັນທີ່ພໍພຣະໄທພຣະເຈົ້າ. 5 ຜູ້ເປັນແມ່ໝ້າຍຢ່າງແທ້ຈິງ ທີ່ຖືກປະລະໃຫ້ຢູ່ຜູ້ດຽວໂດດດ່ຽວນັ້ນ ກໍຈົ່ງມອບຄວາມຫວັງໄວ້ກັບພຣະເຈົ້າ ແລະສືບຕໍ່ໄຫວ້ວອນອະທິຖານທັງເວັນແລະຄືນ. 6 ແຕ່ແມ່ໝ້າຍຜູ້ທີ່ປ່ອຍຕົວໄປກັບຄວາມສະໜຸກສະໜານນັ້ນ ກໍຕາຍແລ້ວທັງເປັນ. 7 ຈົ່ງສັ່ງແມ່ໝ້າຍໃຫ້ສຳນຶກເຖິງຄຳແນະນຳເຫຼົ່ານັ້ນ ເພື່ອວ່ານາງຈະບໍ່ຖືກຕິຕຽນ. 8 ແຕ່ຖ້າຜູ້ໃດບໍ່ອຸດໜູນລ້ຽງດູພີ່ນ້ອງຂອງຕົນແລ້ວ ໂດຍສະເພາະຄົນໃນຄອບຄົວຂອງຕົນເອງ ຜູ້ນັ້ນກໍໄດ້ປະຕິເສດຄວາມເຊື່ອແລ້ວ ແລະແຮ່ງຊົ່ວກວ່າຄົນທີ່ບໍ່ເຊື່ອເສຍອີກ. 9 ຢ່າຈົດຊື່ແມ່ໝ້າຍຄົນໃດເຂົ້າໃນບັນຊີຂອງພວກແມ່ໝ້າຍ ເວັ້ນໄວ້ແຕ່ຜູ້ທີ່ມີອາຍຸຫົກສິບປີຂຶ້ນໄປ. ນອກຈາກນັ້ນ ນາງຕ້ອງແຕ່ງງານຄັ້ງດຽວເທົ່ານັ້ນ 10 ແລະມີຊື່ສຽງໃນການສ້າງຄຸນງາມຄວາມດີ ເປັນຕົ້ນ: ເປັນຍິງທີ່ຝຶກແອບລ້ຽງດູລູກໆຂອງຕົນເປັນຢ່າງດີ ມີນໍ້າໃຈຕ້ອນຮັບແຂກ ເຮັດໜ້າທີ່ດ້ວຍຄວາມຖ່ອມຕົວສຳລັບພີ່ນ້ອງຄຣິສຕຽນ ຊ່ວຍເຫຼືອຄົນທີ່ຢູ່ໃນຄວາມຂັດສົນ ແລະຖວາຍຕົນເອງເຂົ້າໃນການຮັບໃຊ້ໃຫ້ດີ. 11 ແຕ່ຢ່າຈົດຊື່ບັນດາແມ່ໝ້າຍໜຸ່ມເຂົ້າໃນບັນຊີ ເພາະເມື່ອເກີດຄວາມປາຖະໜາຢາກແຕ່ງງານອີກ ພວກເຂົາຈະຫັນໜີໄປຈາກພຣະຄຣິດ, 12 ຈຶ່ງເຮັດຜິດຍ້ອນລະເມີດຄຳປະຕິຍານເດີມຂອງຕົນ. 13 ນອກນັ້ນພວກເຂົາຍັງເປັນຄົນມັກຢູ່ລ້າ ທຽວຂຶ້ນເຮືອນນັ້ນເຮືອນນີ້ ຍິ່ງຮ້າຍກວ່ານັ້ນ ພວກເຂົາມັກເວົ້າຂວັນນິນທາ ມັກຫຍຸ້ງກ່ຽວຢູ່ກັບກິດທຸລະຂອງຄົນອື່ນ ແລະມັກເວົ້າແຕ່ສິ່ງທີ່ບໍ່ສົມຄວນ. 14 ດັ່ງນັ້ນ ເຮົາຈຶ່ງປາຖະໜາໃຫ້ບັນດາແມ່ໝ້າຍໜຸ່ມໄດ້ແຕ່ງງານ, ມີລູກ ແລະດູແລບ້ານເຮືອນ ເພື່ອບໍ່ປ່ອຍໃຫ້ເຫຼົ່າສັດຕູມີຊ່ອງທາງເວົ້າຄຳຊົ່ວຊ້າໃສ່ພວກເຮົາໄດ້. 15 ດ້ວຍວ່າ, ມີແມ່ໝ້າຍບາງຄົນໄດ້ຫລົງຕິດຕາມມານຊາຕານໄປແລ້ວ. 16 ແຕ່ຖ້າຍິງຄຣິສຕຽນຄົນໃດ ມີພີ່ນ້ອງທີ່ເປັນແມ່ໝ້າຍ ກໍໃຫ້ນາງຊ່ວຍລ້ຽງດູພວກເຂົາ ແລະຢ່າໃຫ້ເປັນພາລະແກ່ຄຣິສຕະຈັກ ເພື່ອວ່າຄຣິສຕະຈັກຈະໄດ້ລ້ຽງດູແມ່ໝ້າຍ ຜູ້ທີ່ບໍ່ມີບ່ອນເພິ່ງພາອາໄສແທ້ໆ. 17 ຈົ່ງຖືວ່າຜູ້ປົກຄອງທັງຫລາຍ ທີ່ນຳພາຄຣິສຕະຈັກເປັນຢ່າງດີນັ້ນ ກໍສົມຄວນໄດ້ຮັບກຽດ ແລະການບຳລຸງລ້ຽງສອງເທົ່າ ໂດຍສະເພາະຜູ້ທີ່ເຮັດວຽກຢ່າງດຸໝັ່ນ ໃນການເທດສະໜາແລະການສັ່ງສອນ. 18 ເພາະມີຄຳຂຽນໄວ້ໃນພຣະຄຳພີວ່າ, “ຢ່າເອົາກະສອບສູບໃສ່ປາກງົວ ທີ່ກໍາລັງຢຽບເຂົ້າ” ແລະ “ຄົນງານກໍຄວນໄດ້ຮັບຄ່າຈ້າງຂອງຕົນ.” 19 ຢ່າຮັບຟັງຄຳກ່າວຫາໃດໆ ໃສ່ຜູ້ນຳຄົນໃດຄົນໜຶ່ງ ນອກຈາກມີພະຍານສອງຫລືສາມປາກ. 20 ສຳລັບຜູ້ທີ່ຍັງເຮັດບາບຢູ່ນັ້ນ ຈົ່ງຕຳໜິຕິຕຽນເຂົາຕໍ່ໜ້າຄົນທັງຫລາຍ ເພື່ອວ່າຄົນອື່ນຈະໄດ້ຢຳເກງເໝືອນກັນ. 21 ເຮົາສັ່ງເຈົ້າຕໍ່ພຣະພັກພຣະເຈົ້າ ແລະ ພຣະຄຣິດເຈົ້າເຢຊູ ແລະ ຝູງເທວະດາທີ່ຊົງເລືອກໄວ້ແລ້ວນັ້ນ ໃຫ້ເຈົ້າຮັກສາລະບຽບເຫຼົ່ານີ້ໄວ້ ໂດຍບໍ່ເຫັນແກ່ໜ້າຜູ້ໃດ ແລະບໍ່ເຮັດການໃດໆດ້ວຍໃຈລຳອຽງ. 22 ຢ່າຟ້າວວາງມືລົງໃສ່ຜູ້ໃດ ແລະຢ່າເຂົ້າສ່ວນໃນຄວາມບາບກັບຄົນອື່ນ ຈົ່ງຮັກສາຕົວໃຫ້ບໍຣິສຸດ. 23 ຕໍ່ໄປຢ່າດື່ມແຕ່ນໍ້າສິ່ງດຽວ ແຕ່ຄວນໃຊ້ເຫລົ້າແວງແດ່ເລັກນ້ອຍ ເພາະເຫັນແກ່ກະເພາະອາຫານ ແລະຄວາມອ່ອນແຮງທີ່ເຈົ້າມີຢູ່ເລື້ອຍນັ້ນ. 24 ການຜິດບາບຂອງບາງຄົນກໍປາກົດຢ່າງເປີດເຜີຍ ນຳເຂົາໄປສູ່ການພິພາກສາ ແຕ່ການຜິດບາບຂອງບາງຄົນ ກໍປາກົດມາຕາມພາຍຫລັງ. 25 ສ່ວນການດີກໍປາກົດເປີດເຜີຍຢ່າງດຽວກັນ ແລະເຖິງແມ່ນວ່າບໍ່ປາກົດຄັກ ກໍປົກບັງໄວ້ບໍ່ໄດ້. |
@ 2012 United Bible Societies. All Rights Reserved.