Biblia Todo Logo
Bìoball air-loidhne

- Sanasan -

1 ຕີໂມທຽວ 4 - ພຣະຄຳພີສັກສິ


ຄູສອນ​ປອມ

1 ພຣະວິນຍານ​ກ່າວ​ໄວ້​ຢ່າງ​ຈະແຈ້ງ​ວ່າ ໃນ​ຍຸກ​ສຸດທ້າຍ​ຈະ​ມີ​ບາງຄົນ​ປະຖິ້ມ​ຄວາມເຊື່ອ ພວກເຂົາ​ຈະ​ເຊື່ອຟັງ​ບັນດາ​ດວງ​ວິນຍານ​ຜີຊົ່ວຮ້າຍ​ທີ່​ຫລອກລວງ​ມະນຸດ ແລະ​ຄຳສັ່ງສອນ​ຂອງ​ພວກ​ຜີມານຮ້າຍ.

2 ຄຳສັ່ງສອນ​ເຫຼົ່ານັ້ນ ມາ​ຈາກ​ການ​ໜ້າຊື່​ໃຈຄົດ​ຂອງ​ຄົນ​ຂີ້ຕົວະ ຄື​ຄົນ​ທີ່​ໃຈ​ສຳນຶກ​ຜິດແລະຊອບ​ຂອງ​ພວກເຂົາ​ຖືກ​ໝາຍ​ໄວ້​ດ້ວຍ​ເຫຼັກ​ແດງ​ເຜົາ​ໄໝ້​ຢູ່.

3 ພວກເຂົາ​ຫ້າມ​ບໍ່​ໃຫ້​ເອົາ​ກັນ​ເປັນ​ຜົວ​ເມຍ ຫ້າມ​ກິນ​ອາຫານ​ບາງ​ຊະນິດ ຊຶ່ງ​ພຣະເຈົ້າ​ໄດ້​ສ້າງ​ໄວ້ ແຕ່​ພຣະເຈົ້າ​ໄດ້​ສ້າງ​ອາຫານ​ເຫຼົ່ານີ້ ເພື່ອ​ໃຫ້​ບັນດາ​ຄົນ​ທີ່​ເຊື່ອ ແລະ​ຮູ້ຈັກ​ຄວາມຈິງ​ນັ້ນ ກິນ​ດ້ວຍ​ການ​ໂມທະນາ​ຂອບພຣະຄຸນ.

4 ສິ່ງສາລະພັດ​ທີ່​ພຣະເຈົ້າ​ສ້າງ​ໄວ້​ນັ້ນ ເປັນ​ຂອງ​ດີ​ທັງໝົດ ບໍ່ຄວນ​ປະຖິ້ມ​ສິ່ງໃດ​ເລີຍ ແຕ່​ຈົ່ງ​ຮັບ​ເອົາ​ທຸກສິ່ງ​ດ້ວຍ​ການ​ໂມທະນາ​ຂອບພຣະຄຸນ,

5 ເພາະວ່າ​ສິ່ງ​ເຫຼົ່ານັ້ນ ກໍ​ຖືກ​ຊຳລະ​ໄວ້​ແລ້ວ ໂດຍ​ພຣະທຳ​ຂອງ​ພຣະເຈົ້າ ແລະ​ດ້ວຍ​ຄຳ​ພາວັນນາ​ອະທິຖານ.


ຜູ້ຮັບໃຊ້​ທີ່​ດີ​ຂອງ​ພຣະເຢຊູເຈົ້າ

6 ຖ້າ​ເຈົ້າ​ໃຫ້​ຄຳແນະນຳ​ເຫຼົ່ານີ້​ແກ່​ບັນດາ​ພີ່ນ້ອງ, ເຈົ້າ​ກໍ​ຈະ​ເປັນ​ຜູ້ຮັບໃຊ້​ທີ່​ດີ​ຂອງ​ພຣະເຢຊູ​ຄຣິດເຈົ້າ ສົມກັບ​ທີ່​ເຈົ້າ​ໄດ້​ບຳລຸງ​ຕົນ​ດ້ວຍ​ຖ້ອຍຄຳ​ເລື່ອງ​ຄວາມເຊື່ອ ແລະ​ດ້ວຍ​ຄຳສັ່ງສອນ​ອັນ​ແທ້ຈິງ​ທີ່​ເຈົ້າ​ໄດ້​ປະຕິບັດ​ຕາມ​ນັ້ນ.

7 ແຕ່​ຈົ່ງ​ຫລີກເວັ້ນ​ຈາກ​ນິຍາຍ​ອັນ​ໂງ່ງ່າວ​ຕ່າງໆ ຊຶ່ງ​ຂັດ​ກັບ​ຄວາມເຊື່ອ ຈົ່ງ​ຝຶກຝົນ​ຕົນເອງ​ໃຫ້​ດຳເນີນ​ຊີວິດ​ໃນ​ຄວາມ​ຢຳເກງ​ພຣະເຈົ້າ.

8 ການ​ຝຶກຝົນ​ທາງ​ກາຍ​ນັ້ນ ມີ​ປະໂຫຍດ​ບາງ​ຢ່າງ ແຕ່​ການ​ນັບຖື​ພຣະເຈົ້າ​ຢ່າງ​ຖືກຕ້ອງ​ນັ້ນ ມີ​ປະໂຫຍດ​ທຸກຢ່າງ ເພາະ​ໄດ້​ຮັບ​ພຣະສັນຍາ​ອັນ​ປະເສີດ​ສຳລັບ​ຊີວິດ​ໃນ​ປະຈຸບັນ ແລະ​ໃນ​ອະນາຄົດ​ອີກ​ດ້ວຍ.

9 ຂໍ້ຄວາມ​ນີ້​ກໍ​ສັດຈິງ ສົມຄວນ​ທີ່​ທຸກຄົນ​ຈະ​ຮັບ​ເອົາ​ໄວ້ ແລະ​ເຊື່ອ​ຢ່າງ​ຄົບຖ້ວນ.

10 ເຫດ​ທີ່​ພວກເຮົາ​ເຮັດ​ວຽກ​ຢ່າງ​ໜັກໜ່ວງ​ແລະ​ອົດສາ​ສູ້ ເພາະວ່າ​ພວກເຮົາ​ໄດ້​ໄວ້ວາງໃຈ​ໃນ​ພຣະເຈົ້າ ຜູ້​ຊົງພຣະຊົນ​ຢູ່, ຜູ້​ຊົງ​ໂຜດ​ໃຫ້​ພົ້ນ​ຂອງ​ທຸກຄົນ ແລະ​ໂດຍ​ສະເພາະ​ແລ້ວ​ຂອງ​ພວກ​ຄົນ​ທີ່​ເຊື່ອ​ໃນ​ພຣະອົງ.

11 ຈົ່ງ​ແນະນຳ​ແລະ​ສັ່ງສອນ​ຂໍ້ຄວາມ​ເຫຼົ່ານີ້.

12 ຢ່າ​ໃຫ້​ຜູ້ໃດ​ໝິ່ນປະໝາດ​ຄວາມ​ໜຸ່ມ​ຂອງ​ເຈົ້າ, ແຕ່​ຈົ່ງ​ເປັນ​ແບບຢ່າງ​ໃຫ້​ຄົນ​ທີ່​ເຊື່ອ​ທັງຫລາຍ ໃນ​ທາງ​ກິຣິຍາ​ແລະ​ວາຈາ ໃນ​ຄວາມຮັກ ໃນ​ຄວາມເຊື່ອ ແລະ​ໃນ​ຄວາມ​ບໍຣິສຸດ​ຂອງ​ເຈົ້າ.

13 ຈົ່ງ​ຕັ້ງໃຈ​ດ້ວຍ​ຄວາມ​ພຽນ​ພະຍາຍາມ​ຂອງ​ເຈົ້າ ໃນ​ການ​ອ່ານ​ພຣະຄຳ​ຂອງ​ພຣະເຈົ້າ​ໃນ​ທີ່​ນະມັດສະການ ແລະ​ການ​ເທດສະໜາ​ກັບ​ການ​ສັ່ງສອນ ຈົນກວ່າ​ເຮົາ​ຈະ​ມາ.

14 ຢ່າ​ເມີນເສີຍ​ຕໍ່​ຂອງ​ປະທານ ຝ່າຍ​ຈິດ​ວິນຍານ​ທີ່​ມີ​ໃນ​ເຈົ້າ ຊຶ່ງ​ຖືກ​ມອບໝາຍ​ໃຫ້​ເຈົ້າ ເມື່ອ​ພວກ​ຜູ້ທຳນວາຍ​ແລະ​ພວກ​ເຖົ້າແກ່​ວາງ​ມື​ໃສ່​ເຈົ້າ.

15 ຈົ່ງ​ຝຶກຝົນ​ສິ່ງ​ເຫຼົ່ານັ້ນ ແລະ​ອຸທິດ​ເຈົ້າ​ເອງ​ຢ່າງ​ໝົດ​ສິ້ນ​ໃສ່​ການ​ນີ້ ເພື່ອ​ວ່າ​ທຸກຄົນ​ຈະ​ໄດ້​ເຫັນ​ເຈົ້າ​ຈະເລີນ​ຂຶ້ນ.

16 ຈົ່ງ​ລະວັງຕົວ​ຂອງ​ເຈົ້າ ແລະ​ຄຳສັ່ງສອນ​ຂອງ​ເຈົ້າ​ດ້ວຍ. ຈົ່ງ​ສືບຕໍ່​ດຳເນີນ​ການ​ເຫຼົ່ານີ້ ເພາະ​ຖ້າ​ເຈົ້າ​ປະຕິບັດ​ຢ່າງ​ນີ້ ເຈົ້າ​ກໍ​ຈະ​ຊ່ວຍ​ເຈົ້າ​ເອງ​ແລະ​ທຸກຄົນ ຜູ້​ທີ່​ຟັງ​ເຈົ້າ​ໃຫ້​ພົ້ນ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan