1 ຕີໂມທຽວ 3 - ພຣະຄຳພີສັກສິຄຸນສົມບັດຂອງພວກຜູ້ປົກຄອງຄຣິສຕະຈັກ 1 ຄຳນີ້ເປັນຄຳສັດຈິງ ຖ້າຄົນໃດມີຄວາມປາຖະໜາຢາກເປັນຜູ້ປົກຄອງຄຣິສຕະຈັກ ລາວກໍປາຖະໜາການງານອັນດີເລີດ. 2 ຜູ້ປົກຄອງຄຣິສຕະຈັກ ຕ້ອງເປັນຜູ້ປາສະຈາກການຕຳໜິຕິຕຽນ ລາວຕ້ອງມີເມຍຄົນດຽວເທົ່ານັ້ນ ຮູ້ຈັກບັງຄັບຕົນ ແລະມີສະຕິອັນດີຮອບຄອບ ມີກິຣິຍາຮຽບຮ້ອຍ ລາວຕ້ອງມີນໍ້າໃຈເຫຼື້ອມໃສໃນການຕ້ອນຮັບແຂກ ເໝາະສົມເປັນຄູທີ່ດີ 3 ຕ້ອງບໍ່ເປັນຄົນມືນເມົາ ແລະ ຫຍາບຊ້າສາໂຫດ ແຕ່ເປັນຄົນມີໃຈສຸພາບອ່ອນໂຍນ ບໍ່ເປັນຄົນມັກຜິດຖຽງກັນ ບໍ່ເປັນຄົນຮັກເງິນຄຳ 4 ລາວຕ້ອງເປັນຄົນສາມາດນຳພາຄອບຄົວຂອງຕົນໄດ້ດີ ແລະໃຫ້ລູກນ້ອມຟັງດ້ວຍຄວາມນັບຖືທຸກປະການ. 5 ດ້ວຍວ່າ, ຜູ້ທີ່ບໍ່ຮູ້ຈັກນຳພາຄອບຄົວຂອງຕົນ ຜູ້ນັ້ນຈະປົກຄອງຄຣິສຕະຈັກຂອງພຣະເຈົ້າໄດ້ຢ່າງໃດ? 6 ຢ່າຕັ້ງຜູ້ທີ່ເຊື່ອໃໝ່ໃຫ້ເປັນຜູ້ປົກຄອງ ຢ້ານວ່າຈະອວດຕົວຂຶ້ນດ້ວຍຄວາມຈອງຫອງ ແລ້ວຈະຖືກໂທດເໝືອນຢ່າງມານຮ້າຍນັ້ນ. 7 ອີກປະການໜຶ່ງຜູ້ນັ້ນຕ້ອງເປັນຜູ້ທີ່ຄົນພາຍນອກນັບຖື ເພື່ອວ່າລາວຈະບໍ່ຖືກອັບອາຍຂາຍໜ້າ ແລະຕົກເຂົ້າໃນບ້ວງແຮ້ວຂອງມານຮ້າຍນັ້ນ. ຄຸນສົມບັດຂອງຜູ້ດູແລໃນຄຣິສຕະຈັກ 8 ຝ່າຍຜູ້ດູແລຮັບໃຊ້ໃນຄຣິສຕະຈັກກໍເໝືອນກັນ ຕ້ອງມີຄຸນສົມບັດດີ ເປັນຄົນເອົາການເອົາງານ ແລະມີຄວາມຈິງໃຈ ຕ້ອງບໍ່ດື່ມເຫຼົ້າ ບໍ່ເປັນຄົນໂລບເຫັນແກ່ໄດ້; 9 ຕ້ອງເປັນຄົນຢຶດໝັ້ນໃນຂໍ້ລັບເລິກແຫ່ງຄວາມເຊື່ອ ດ້ວຍໃຈສຳນຶກຜິດແລະຊອບອັນເສາະໃສ. 10 ຕ້ອງໃຫ້ຄົນເຫຼົ່ານີ້ ຜ່ານການທົດສອບກ່ອນ ແລະເມື່ອເຫັນວ່າບໍ່ມີຂໍ້ຕິຕຽນແລ້ວ ຈຶ່ງໃຫ້ເປັນຜູ້ດູແລຮັບໃຊ້. 11 ຝ່າຍພວກແມ່ຍິງກໍເໝືອນກັນ ຕ້ອງເປັນຄົນເອົາການເອົາງານ ຕ້ອງມີຄຸນສົມບັດດີ ແລະຕ້ອງບໍ່ເວົ້າໃສ່ຮ້າຍປ້າຍສີນິນທາຄົນອື່ນ ຕ້ອງເປັນຜູ້ຮູ້ຈັກບັງຄັບຕົນ ແລະເປັນຄົນສັດຊື່ໃນທຸກສິ່ງ. 12 ສ່ວນຜູ້ດູແລຮັບໃຊ້ໃນຄຣິສຕະຈັກ ຕ້ອງມີເມຍດຽວເທົ່ານັ້ນ ເປັນຜູ້ນຳພາລູກໆ ແລະຄອບຄົວຂອງຕົນໄດ້ດີ. 13 ຜູ້ດູແລຮັບໃຊ້ທີ່ປະຕິບັດໜ້າທີ່ໄດ້ດີນັ້ນ ກໍໄດ້ຮັບກຽດສູງ ແລະມີໃຈກ້າສາມາດກ່າວຢ່າງໝັ້ນໃຈ ເຖິງຄວາມເຊື່ອຂອງພວກຕົນໃນພຣະຄຣິດເຈົ້າເຢຊູ. ຄວາມລໍ້າເລິກແຫ່ງຄວາມເຊື່ອຂອງຄຣິສຕະສາສະໜາ 14 ເຮົາຫວັງວ່າ ເຮົາຈະໄດ້ມາຫາພວກເຈົ້າໃນບໍ່ຊ້ານີ້ ເຮົາຈຶ່ງຂຽນຈົດໝາຍນີ້ ເຖິງພວກເຈົ້າກໍເພື່ອວ່າ, 15 ຖ້າເຮົາຍັງຊັກຊ້າຢູ່ ຈົດໝາຍສະບັບນີ້ ກໍຈະໄດ້ບອກພວກເຈົ້າໃຫ້ຮູ້ວ່າ ຄວນຈະບົວລະບັດຢ່າງໃດ ໃນຄອບຄົວຂອງພຣະເຈົ້າ ຄືໃນຄຣິສຕະຈັກຂອງພຣະເຈົ້າອົງຊົງຊີວິດຢູ່ ທີ່ເປັນເສົາແລະເປັນຮາກແຫ່ງຄວາມຈິງ. 16 ເຮົາຕ້ອງຍອມຮັບເຖິງຄວາມຍິ່ງໃຫຍ່ໃນຂໍ້ລັບເລິກແຫ່ງຄວາມເຊື່ອຂອງພວກເຮົາຄື: ພຣະອົງໄດ້ປາກົດໃນສະພາບມະນຸດ ໄດ້ຖືກຊົງສຳແດງໃຫ້ເຫັນເປັນຜູ້ຊອບທຳ ໂດຍພຣະວິນຍານ ຊົງສຳແດງພຣະອົງແກ່ພວກເທວະດາ. ມີຜູ້ປະກາດເລື່ອງພຣະອົງ ໃນທ່າມກາງພວກຕ່າງຊາດ. ມີຜູ້ເຊື່ອຖືພຣະອົງທົ່ວທັງໂລກ ແລະຖືກຮັບຂຶ້ນສູ່ສະຫງ່າຣາສີ. |
@ 2012 United Bible Societies. All Rights Reserved.