1 ຕີໂມທຽວ 2 - ພຣະຄຳພີສັກສິຄຳແນະນຳກ່ຽວກັບການພາວັນນາອະທິຖານ 1 ເຫດສະນັ້ນກ່ອນສິ່ງອື່ນໃດ ເຮົາຂໍຮ້ອງເຈົ້າທັງຫລາຍ ໃຫ້ພາວັນນາອະທິຖານ ໄຫວ້ວອນ ທູນຂໍ ແລະຂອບພຣະຄຸນພຣະເຈົ້າເພື່ອຄົນທັງປວງ 2 ເພື່ອກະສັດທັງຫລາຍແລະຄົນທັງປວງ ທີ່ມີຕຳແໜ່ງສູງ ເພື່ອເຮົາທັງຫລາຍຈະໄດ້ດຳເນີນຊີວິດຢ່າງງຽບໆແລະສະຫງົບສຸກໃນທາງທຳ ດ້ວຍຄວາມນັບຖືຢຳເກງພຣະເຈົ້າແລະດ້ວຍກຽດສັກສີທຸກປະການ. 3 ການກະທຳເຊັ່ນນີ້ ເປັນສິ່ງທີ່ດີ ແລະເປັນທີ່ພໍພຣະໄທພຣະເຈົ້າ ພຣະຜູ້ໂຜດຊ່ວຍໃຫ້ພົ້ນຂອງພວກເຮົາ 4 ພຣະອົງຊົງມີພຣະປະສົງໃຫ້ທຸກຄົນໄດ້ເຖິງຄວາມພົ້ນ ແລະໃຫ້ມາຮູ້ຈັກຄວາມຈິງ. 5 ດ້ວຍວ່າ, ມີພຣະເຈົ້າອົງດຽວ ແລະມີຜູ້ກາງແຕ່ຜູ້ດຽວ ລະຫວ່າງພຣະເຈົ້າກັບມະນຸດ ຄືພຣະຄຣິດເຈົ້າເຢຊູຜູ້ຊົງສະພາບເປັນມະນຸດ, 6 ຜູ້ທີ່ໄດ້ສະຫລະພຣະອົງເອງ ເພື່ອເປັນຄ່າໄຖ່ມະນຸດສະໂລກທຸກຄົນ ຊຶ່ງການນີ້ໄດ້ກ່າວເປັນຄຳພະຍານໃນເວລາອັນເໝາະສົມ. 7 ເພາະສະນັ້ນ ເຮົາຈຶ່ງໄດ້ຖືກແຕ່ງຕັ້ງໃຫ້ເປັນຜູ້ປະກາດ ແລະເປັນອັກຄະສາວົກ ຄູສອນຖ້ອຍຄຳແຫ່ງຄວາມເຊື່ອແລະຄວາມຈິງ ໃຫ້ແກ່ຄົນຕ່າງຊາດ (ເຮົາເວົ້າຄວາມຈິງ ເຮົາບໍ່ໄດ້ເວົ້າຕົວະ). 8 ເຮົາຢາກໃຫ້ຜູ້ຊາຍທຸກຄົນຍົກມືພາວັນນາອະທິຖານ ດ້ວຍຈິດໃຈບໍຣິສຸດຢູ່ໃນທຸກແຫ່ງ ໂດຍບໍ່ມີໃຈຄຽດຮ້າຍແລະການຜິດຖຽງກັນ. 9 ໃນທຳນອງດຽວກັນ ເຮົາຢາກໃຫ້ພວກແມ່ຍິງແຕ່ງຕົວຢ່າງສຸພາບຮຽບຮ້ອຍ ແລະສະຫງຽມຄ່ຽມຄົມ ບໍ່ແມ່ນດ້ວຍຊົງຜົມເກີນແບບ ຫລືປະດັບຕົວດ້ວຍຄຳ ຫລືໄຂ່ມຸກ ຫລືເຄື່ອງນຸ່ງທີ່ມີລາຄາແພງໆ 10 ແຕ່ໃຫ້ປະດັບຕົວດ້ວຍເຮັດການດີ ໃຫ້ສົມກັບເປັນແມ່ຍິງທີ່ອ້າງຕົນວ່າ ເປັນຄົນຢຳເກງພຣະເຈົ້າ. 11 ໃຫ້ແມ່ຍິງຮຽນຮູ້ເອົາຢ່າງງຽບໆ ດ້ວຍໃຈອ່ອນນ້ອມຍອມຟັງທຸກປະການ. 12 ເຮົາບໍ່ອະນຸຍາດໃຫ້ແມ່ຍິງສັ່ງສອນ ຫລືມີສິດອຳນາດເໜືອຜູ້ຊາຍ ແຕ່ໃຫ້ພວກເຂົາມິດງຽບຢູ່. 13 ດ້ວຍວ່າ, ພຣະເຈົ້າໄດ້ສ້າງອາດາມກ່ອນ ແລະຕໍ່ມາພຣະອົງກໍໄດ້ສ້າງເອວາ. 14 ແລະບໍ່ແມ່ນອາດາມທີ່ໄດ້ຖືກຫລອກລວງ ແຕ່ແມ່ນແມ່ຍິງທີ່ໄດ້ຖືກຫລອກລວງ ແລະໄດ້ຝ່າຝືນກົດບັນຍັດຂອງພຣະເຈົ້າ. 15 ແຕ່ເຖິງປານນັ້ນກໍຕາມ ແມ່ຍິງກໍຍັງຈະຖືກໂຜດໃຫ້ພົ້ນໄດ້ໂດຍການມີລູກ ຖ້ານາງຕັ້ງໝັ້ນຄົງຢູ່ໃນຄວາມເຊື່ອ ໃນຄວາມຮັກ ແລະໃນຄວາມບໍຣິສຸດ ດ້ວຍຄວາມອ່ອນນ້ອມຖ່ອມຕົວ. |
@ 2012 United Bible Societies. All Rights Reserved.