1 ຕີໂມທຽວ 1 - ພຣະຄຳພີສັກສິ1 ຈາກໂປໂລ ອັກຄະສາວົກຂອງພຣະຄຣິດເຈົ້າເຢຊູຕາມຄຳສັ່ງຂອງພຣະເຈົ້າ ພຣະຜູ້ໂຜດຊ່ວຍໃຫ້ພົ້ນຂອງເຮົາທັງຫລາຍ ແລະ ອົງພຣະເຢຊູຄຣິດເຈົ້າ ຜູ້ເປັນຄວາມຫວັງຂອງພວກເຮົາ, 2 ເຖິງ ຕີໂມທຽວລູກແທ້ຂອງເຮົາໃນຄວາມເຊື່ອ, ຂໍພຣະເຈົ້າ ພຣະບິດາເຈົ້າກັບພຣະຄຣິດເຈົ້າເຢຊູ ອົງພຣະຜູ້ເປັນເຈົ້າຂອງພວກເຮົາໂຜດປະທານພຣະຄຸນ, ຄວາມເມດຕາແລະສັນຕິສຸກແກ່ເຈົ້າເທີ້ນ. ຄຳຕັກເຕືອນເລື່ອງຄຳສອນຜິດ 3 ເມື່ອເຮົາກຳລັງເດີນທາງໄປທີ່ແຂວງມາເກໂດເນຍ ເຮົາຂໍຮ້ອງໃຫ້ເຈົ້າຢູ່ໃນເມືອງເອເຟໂຊ ເພື່ອຈະໄດ້ສັ່ງຫ້າມບາງຄົນ ບໍ່ໃຫ້ພວກເຂົາສອນຄຳໂອວາດຢ່າງອື່ນ. 4 ຈົ່ງບອກພວກເຂົາໃຫ້ເລີກສົນໃຈເລື່ອງນິຍາຍຕ່າງໆ ແລະເລື່ອງເຊື້ອສາຍອັນບໍ່ຮູ້ສິ້ນສຸດຂອງບັນພະບຸລຸດນັ້ນເສຍ ຊຶ່ງເປັນເຫດໃຫ້ເກີດການໂຕ້ຖຽງກັນເທົ່ານັ້ນ ແທນທີ່ຈະເປັນໄປຕາມແຜນການຂອງພຣະເຈົ້າ ອັນກ່ຽວກັບຄວາມເຊື່ອ. 5 ຈຸດປະສົງຂອງຄຳສັ່ງນີ້ ແມ່ນເພື່ອກໍ່ໃຫ້ເກີດຄວາມຮັກຈາກໃຈບໍຣິສຸດ ຈາກໃຈສຳນຶກຜິດແລະຊອບອັນເສາະໃສ ແລະຈາກຄວາມເຊື່ອອັນຈິງໃຈ. 6 ມີບາງຄົນໄດ້ຫັນໜີຈາກສິ່ງເຫຼົ່ານີ້ ແລະຫລົງໄປຫາການໂຕ້ຖຽງອັນໂງ່ງ່າວບໍ່ມີປະໂຫຍດ. 7 ພວກເຂົາຢາກເປັນຄູສອນເລື່ອງກົດບັນຍັດຂອງພຣະເຈົ້າ ເຖິງແມ່ນວ່າພວກເຂົາບໍ່ເຂົ້າໃຈໃນສິ່ງທີ່ຕົນເອງເວົ້າ ແລະສິ່ງທີ່ພວກເຂົາຢືນຢັນ. 8 ພວກເຮົາຮູ້ວ່າກົດບັນຍັດນັ້ນດີ ຖ້ານຳໄປໃຊ້ໃນທາງຖືກຕ້ອງ. 9 ພວກເຮົາກໍຮູ້ຄືກັນວ່າ ກົດໝາຍນັ້ນບໍ່ໄດ້ຕັ້ງໄວ້ສຳລັບຄົນດີ ແຕ່ຕັ້ງໄວ້ສຳລັບຄົນດັ່ງຕໍ່ໄປນີ້ ຄືຄົນລະເມີດກົດໝາຍແລະຜູ້ເຮັດການຊົ່ວຮ້າຍ, ຄົນຊົ່ວຊ້າແລະຄົນບໍ່ຢ້ານບາບກຳ, ຄົນບໍ່ເຄົາຣົບນັບຖືພຣະເຈົ້າແລະສິ່ງສັກສິດ, ຄົນຂ້າພໍ່ຕີແມ່, ຜູ້ຮ້າຍຂ້າຄົນ, 10 ຄົນຜິດສິນທຳທາງເພດ, ຄົນຮັກຮ່ວມເພດດຽວກັນ, ຜູ້ຮ້າຍລັກຄົນ, ຄົນທີ່ຂີ້ຕົວະ ແລະກ່າວຄຳສາບານບໍ່ຈິງ ຫລືສິ່ງອື່ນໆກໍຕາມ ຊຶ່ງຂັດກັບຫລັກຄຳສັ່ງສອນອັນສັດຈິງ. 11 ຕາມທີ່ມີຢູ່ໃນຂ່າວປະເສີດ ຊຶ່ງກ່າວເຖິງພຣະຣັດສະໝີຂອງພຣະເຈົ້າຜູ້ຊົງສະເຫວີຍສຸກ ຄືຂ່າວປະເສີດທີ່ໄດ້ຊົງມອບໄວ້ກັບເຮົາແລ້ວ. ການໂມທະນາຂອບພຣະຄຸນເພາະພຣະເຈົ້າຊົງເມດຕາ 12 ເຮົາໂມທະນາຂອບພຣະຄຸນພຣະຄຣິດເຈົ້າເຢຊູ ອົງພຣະຜູ້ເປັນເຈົ້າຂອງພວກເຮົາ ຜູ້ຊົງໂຜດຊູກຳລັງເຮົາ. ດ້ວຍວ່າ, ພຣະອົງຊົງຖືເຮົາວ່າເປັນຜູ້ສັດຊື່ ແລະແຕ່ງຕັ້ງເຮົາໃຫ້ເປັນຜູ້ຮັບໃຊ້ພຣະອົງ, 13 ເຖິງແມ່ນວ່າເມື່ອກ່ອນນັ້ນ ເຮົາໄດ້ເປັນຄົນຫຍາບຊ້າ ຂົ່ມເຫັງ ແລະໝິ່ນປະໝາດພຣະອົງ ແຕ່ເຮົາກໍຍັງໄດ້ຮັບພຣະກະລຸນາ ເພາະວ່າທີ່ເຮົາໄດ້ເຮັດຢ່າງນັ້ນ ກໍດ້ວຍຄວາມບໍ່ຮູ້ແລະດ້ວຍຄວາມບໍ່ເຊື່ອ. 14 ຝ່າຍອົງພຣະຜູ້ເປັນເຈົ້າຂອງພວກເຮົາ ພຣະອົງໄດ້ຖອກເທພຣະຄຸນໃສ່ເຮົາຢ່າງລົ້ນເຫລືອ ພ້ອມດ້ວຍຄວາມເຊື່ອແລະຄວາມຮັກ ຊຶ່ງພວກເຮົາມີໃນພຣະຄຣິດເຈົ້າເຢຊູ. 15 ຄຳນີ້ເປັນຄວາມຈິງ ຊຶ່ງທຸກຄົນສົມຄວນຮັບເອົາໄວ້ ຄືພຣະຄຣິດເຈົ້າເຢຊູໄດ້ເຂົ້າມາໃນໂລກ ເພື່ອໂຜດເອົາຄົນບາບທັງຫລາຍໃຫ້ພົ້ນ ໃນບັນດາຄົນເຫຼົ່ານັ້ນ ແມ່ນເຮົານີ້ແຫຼະ ເປັນຄົນບາບຫລາຍທີ່ສຸດ, 16 ແຕ່ດ້ວຍເຫດນີ້ເອງ ພຣະເຈົ້າຈຶ່ງເມດຕາຕໍ່ເຮົາ ເພື່ອວ່າພຣະເຢຊູຄຣິດເຈົ້າຈະໄດ້ຊົງສຳແດງໃຫ້ເຮົາເຫັນ ເຖິງຄວາມອົດທົນຢ່າງລົ້ນເຫລືອຂອງພຣະອົງ ຊຶ່ງມີຕໍ່ເຮົາທີ່ເປັນຄົນບາບໜາທີ່ສຸດ ເພື່ອໃຫ້ເປັນແບບຢ່າງສຳລັບທຸກຄົນ ທີ່ຈະໄດ້ເຊື່ອໃນພຣະອົງ ແລະຮັບຊີວິດນິຣັນດອນ. 17 ພຣະກຽດແລະພຣະຣັດສະໝີ ຈົ່ງມີແກ່ພຣະມະຫາກະສັດ ຜູ້ຊົງພຣະຈະເລີນຢູ່ເປັນນິດ ຜູ້ຊົງເປັນອົງອະມະຕະ ຊຶ່ງບໍ່ໄດ້ປາກົດພຣະອົງ ຜູ້ຊົງເປັນພຣະເຈົ້າແຕ່ອົງດຽວ ສືບໆໄປເປັນນິດ ອາແມນ. 18 ຕີໂມທຽວລູກຂອງເຮົາເອີຍ, ເຮົາຂໍມອບຄຳແນະນຳນີ້ແກ່ເຈົ້າ ຕາມທີ່ມີຄຳທຳນວາຍກ່າວໄວ້ກ່ຽວກັບເຈົ້າເມື່ອກ່ອນນັ້ນ ຈົ່ງໃຊ້ຖ້ອຍຄຳເຫຼົ່ານັ້ນເປັນອາວຸດ ເພື່ອຕໍ່ສູ້ດ້ວຍໃຈກ້າຫານ. 19 ແລະຈົ່ງຢຶດຖືຄວາມເຊື່ອອັນແທ້ຈິງ ແລະໃຫ້ມີໃຈສຳນຶກຜິດແລະຊອບອັນເສາະໃສ ມີບາງຄົນໄດ້ປະຕິເສດທີ່ຈະຟັງໃຈສຳນຶກຜິດແລະຊອບຂອງຕົນ ຈຶ່ງເຮັດໃຫ້ຄວາມເຊື່ອຂອງເຂົາຫຼົ້ມຈົມ. 20 ໃນບັນດາຄົນເຫຼົ່ານັ້ນມີ ຮີເມນາໂຢ ແລະ ອາເລັກຊັນເດີ ທີ່ເຮົາໄດ້ມອບພວກເຂົາໄວ້ກັບມານຊາຕານແລ້ວ ເພື່ອພວກເຂົາຈະໄດ້ຮຽນຮູ້ ແລະເຊົາກ່າວຄຳຫຍາບຊ້າຕໍ່ພຣະເຈົ້າ. |
@ 2012 United Bible Societies. All Rights Reserved.