1 ເທສະໂລນິກ 5 - ພຣະຄຳພີສັກສິຈົ່ງຕຽມພ້ອມເມື່ອອົງພຣະຜູ້ເປັນເຈົ້າຈະສະເດັດມາປາກົດ 1 ພີ່ນ້ອງທັງຫລາຍເອີຍ ເຮົາບໍ່ຈຳເປັນຂຽນໃຫ້ພວກເຈົ້າຮູ້ເຖິງວັນ ແລະເວລາທີ່ເຫດການເຫຼົ່ານີ້ຈະເກີດຂຶ້ນ. 2 ເພາະພວກເຈົ້າເອງກໍຮູ້ຈັກດີແລ້ວວ່າ ວັນຂອງອົງພຣະຜູ້ເປັນເຈົ້າຈະສະເດັດມາ ເໝືອນດັ່ງຂະໂມຍມາໃນເວລາກາງຄືນ. 3 ເມື່ອໃດພວກເຂົາເວົ້າວ່າ, “ສະຫງົບສຸກ ແລະປອດໄພດີແລ້ວ” ເມື່ອນັ້ນແຫຼະ ຄວາມພິນາດຈິບຫາຍຈະມາເຖິງພວກເຂົາໃນທັນທີ ເໝືອນດັ່ງຄວາມເຈັບປວດມາເຖິງຍິງທີ່ມີທ້ອງ ແລະພວກເຂົາຈະໜີບໍ່ພົ້ນເປັນແນ່. 4 ແຕ່ພີ່ນ້ອງທັງຫລາຍເອີຍ ພວກເຈົ້າບໍ່ໄດ້ຢູ່ໃນຄວາມມືດແລ້ວ ແລະວັນນັ້ນຄົງຈະບໍ່ມາຫລອນໃສ່ພວກເຈົ້າດັ່ງຂະໂມຍມາ. 5 ເພາະວ່າພວກເຈົ້າທຸກຄົນເປັນລູກຂອງຄວາມສະຫວ່າງ ເປັນລູກຂອງກາງເວັນ ພວກເຮົາບໍ່ເປັນຝ່າຍກາງຄືນ ຫລືຝ່າຍຄວາມມືດ. 6 ດ້ວຍເຫດນີ້ ຢ່າໃຫ້ພວກເຮົາຫລັບຢູ່ເໝືອນດັ່ງຄົນອື່ນ, ແຕ່ໃຫ້ພວກເຮົາເຝົ້າລະວັງຢູ່ ແລະຢ່າເມົາມົວ. 7 ເພາະວ່າຄົນທີ່ນອນຫລັບກໍຫລັບໃນກາງຄືນ ແລະຄົນເມົາເຫຼົ້າກໍເມົາໃນກາງຄືນ. 8 ແຕ່ຝ່າຍພວກເຮົາແລ້ວ ເປັນຝ່າຍກາງເວັນ ແລະຢ່າໃຫ້ພວກເຮົາເມົາມົວ ພວກເຮົາຕ້ອງສວມຄວາມເຊື່ອ ກັບຄວາມຮັກເປັນເຄື່ອງປ້ອງກັນໜ້າເອິກ ແລະຢຶດຄວາມຫວັງ ວ່າໄດ້ຮັບຄວາມພົ້ນເປັນໝວກເຫຼັກປ້ອງກັນຫົວ. 9 ເພາະວ່າ ພຣະເຈົ້າບໍ່ໄດ້ເລືອກພວກເຮົາໄວ້ສຳລັບຄວາມໂກດຮ້າຍຂອງພຣະອົງ ແຕ່ເພື່ອໃຫ້ໄດ້ຮັບຄວາມພົ້ນໂດຍທາງອົງພຣະເຢຊູຄຣິດເຈົ້າຂອງພວກເຮົາ, 10 ຜູ້ທີ່ໄດ້ຕາຍເພື່ອພວກເຮົາ ເພື່ອວ່າພວກເຮົາຈະມີຊີວິດກັບພຣະອົງ ເມື່ອພຣະອົງສະເດັດມາປາກົດ ບໍ່ວ່າພວກເຮົາຍັງມີຊີວິດຢູ່ ຫລືຕາຍໄປແລ້ວກໍຕາມ. 11 ເພາະສະນັ້ນ ຈົ່ງຊູກຳລັງໃຈຊຶ່ງກັນແລະກັນ ແລະຈົ່ງຊ່ວຍເຫລືອກັນໃຫ້ຈະເລີນຂຶ້ນ ຕາມທີ່ພວກເຈົ້າເຮັດຢູ່ນັ້ນ. ຄຳເຕືອນສະຕິສຸດທ້າຍ 12 ພີ່ນ້ອງທັງຫລາຍເອີຍ ພວກເຮົາຮ້ອງຂໍພວກເຈົ້າໃຫ້ຮັບຮູ້ ຜູ້ທີ່ເຮັດການງານຢ່າງໜັກໜ່ວງໃນທ່າມກາງພວກເຈົ້າ ຄືຜູ້ທີ່ເປັນຜູ້ນຳຂອງພວກເຈົ້າ ແລະເປັນຜູ້ສອນພວກເຈົ້າໃນນາມຂອງອົງພຣະຜູ້ເປັນເຈົ້າ. 13 ຈົ່ງນັບຖືແລະຮັກພວກເຂົາຢ່າງຫລາຍທີ່ສຸດ ເນື່ອງຈາກການງານທີ່ພວກເຂົາເຮັດຢູ່ນັ້ນ ຈົ່ງຢູ່ຮ່ວມກັນດ້ວຍຄວາມສະຫງົບສຸກ. 14 ພີ່ນ້ອງທັງຫລາຍເອີຍ ພວກເຮົາຮ້ອງຂໍພວກເຈົ້າຕື່ມອີກ ຄືຈົ່ງຕັກເຕືອນຜູ້ທີ່ບໍ່ຢູ່ໃນລະບຽບ, ຈົ່ງໜູນໃຈຜູ້ທີ່ນ້ອຍໃຈ, ຈົ່ງຊ່ວຍເຫຼືອຜູ້ທີ່ອ່ອນແຮງ ແລະຈົ່ງອົດທົນຕໍ່ທຸກໆຄົນ. 15 ຈົ່ງລະວັງໃຫ້ດີ ຢ່າໃຫ້ຜູ້ໃດເຮັດຄວາມຊົ່ວຕອບແທນຄວາມຊົ່ວ ແຕ່ໃຫ້ສະແຫວງຫາທາງເຮັດຄວາມດີຕໍ່ກັນແລະກັນສະເໝີ ແລະແກ່ທຸກຄົນດ້ວຍ. 16 ຈົ່ງຊົມຊື່ນຍິນດີຢູ່ສະເໝີ, 17 ຈົ່ງພາວັນນາອະທິຖານຢູ່ທຸກເວລາ, 18 ຈົ່ງໂມທະນາຂອບພຣະຄຸນພຣະເຈົ້າໃນທຸກສິ່ງ ເພາະນີ້ແຫຼະ ແມ່ນສິ່ງທີ່ພຣະເຈົ້າພໍພຣະໄທ ຊຶ່ງປາກົດໃນພຣະເຢຊູຄຣິດເຈົ້າ ສຳລັບເຈົ້າທັງຫຼາຍ. 19 ຢ່າຫັກຫ້າມພຣະວິນຍານ, 20 ຢ່າປະໝາດຄຳທຳນວາຍ. 21 ແຕ່ຈົ່ງທົດລອງເບິ່ງທຸກສິ່ງ ສິ່ງໃດດີ ຈົ່ງຢຶດຖືໄວ້ໃຫ້ໝັ້ນ 22 ແລະຈົ່ງລະເວັ້ນຈາກຄວາມຊົ່ວທຸກຊະນິດ. 23 ຂໍພຣະເຈົ້າຜູ້ໂຜດໃຫ້ສັນຕິສຸກ ຊົງຊຳລະພວກເຈົ້າໃຫ້ເປັນຄົນບໍຣິສຸດຮຽບຮ້ອຍໃນທຸກດ້ານ ແລະຊົງຮັກສາທັງຈິດວິນຍານ ຈິດໃຈ ແລະຮ່າງກາຍຂອງພວກເຮົາ ໃຫ້ປາສະຈາກຄວາມຜິດໃດໆ ຈົນເຖິງວັນທີ່ອົງພຣະເຢຊູຄຣິດເຈົ້າຂອງພວກເຮົາສະເດັດມາປາກົດ. 24 ພຣະອົງຜູ້ຊົງເອີ້ນເອົາເຈົ້າທັງຫລາຍນັ້ນກໍທ່ຽງທຳ ພຣະອົງນັ້ນແຫຼະ ຈະຊົງດຳເນີນງານ. 25 ພີ່ນ້ອງທັງຫລາຍເອີຍ, ຈົ່ງພາວັນນາອະທິຖານເພື່ອພວກເຮົາດ້ວຍ. 26 ຂໍຄຳນັບພວກພີ່ນ້ອງທຸກຄົນ ດ້ວຍທຳນຽມຈູບອັນບໍຣິສຸດ. 27 ເຮົາຮ້ອງຂໍນຳພວກເຈົ້າຕື່ມອີກ ໃນນາມຂອງອົງພຣະຜູ້ເປັນເຈົ້າວ່າ, ຈົ່ງອ່ານຈົດໝາຍສະບັບນີ້ ສູ່ພີ່ນ້ອງຄົນທີ່ເຊື່ອທັງໝົດຟັງ. 28 ຂໍໃຫ້ພຣະຄຸນຂອງອົງພຣະເຢຊູຄຣິດເຈົ້າຂອງພວກເຮົາ ຈົ່ງສະຖິດຢູ່ກັບພວກເຈົ້າເທີ້ນ. |
@ 2012 United Bible Societies. All Rights Reserved.