Biblia Todo Logo
Bìoball air-loidhne

- Sanasan -

1 ເທສະໂລນິກ 4 - ພຣະຄຳພີສັກສິ


ຊີວິດ​ທີ່​ພໍພຣະໄທ​ພຣະເຈົ້າ

1 ພີ່ນ້ອງ​ທັງຫລາຍ​ເອີຍ, ທ້າຍສຸດ​ນີ້ ພວກເຮົາ​ວອນຂໍ ແລະ​ເຕືອນ​ສະຕິ​ພວກເຈົ້າ​ໃນ​ພຣະນາມ​ຂອງ​ອົງ​ພຣະເຢຊູເຈົ້າ​ວ່າ ພວກເຈົ້າ​ໄດ້​ຮຽນ​ຮູ້​ຈາກ​ເຮົາ​ແລ້ວ​ວ່າ ຈຳເປັນ​ຕ້ອງ​ດຳເນີນ​ຊີວິດ​ຢ່າງ​ໃດ ຈຶ່ງ​ຈະ​ເປັນ​ທີ່​ພໍພຣະໄທ​ພຣະເຈົ້າ ເໝືອນ​ດັ່ງ​ພວກເຈົ້າ​ກຳລັງ​ປະຕິບັດ​ຢູ່​ແລ້ວ ກໍ​ຈົ່ງ​ປະຕິບັດ​ດັ່ງນັ້ນ​ໃຫ້​ຫລາຍກວ່າ​ເກົ່າ​ອີກ.

2 ດ້ວຍວ່າ, ພວກເຈົ້າ​ຮູ້ຈັກ​ຄຳແນະນຳ ຊຶ່ງ​ພວກເຮົາ​ໄດ້​ມອບ​ໃຫ້​ພວກເຈົ້າ ໂດຍ​ສິດ​ອຳນາດ​ຂອງ​ອົງ​ພຣະເຢຊູເຈົ້າ.

3 ສິ່ງ​ນີ້​ແຫຼະ ແມ່ນ​ນໍ້າພຣະໄທ​ຂອງ​ພຣະເຈົ້າ ຄື​ໃຫ້​ພວກເຈົ້າ​ເປັນ​ຄົນ​ບໍຣິສຸດ ແລະ​ເວັ້ນ​ຈາກ​ການ​ຜິດ​ສິນທຳ​ທາງ​ເພດ​ທຸກ​ຮູບແບບ.

4 ໃຫ້​ພວກເຈົ້າ​ແຕ່ລະຄົນ ຮູ້ຈັກ​ເອົາ​ເມຍ​ໃນ​ທາງ​ບໍຣິສຸດ ແລະ​ໃນ​ທາງ​ທີ່​ໜ້າ​ນັບຖື

5 ບໍ່ແມ່ນ​ດ້ວຍ​ຣາຄະ​ຕັນຫາ​ຊົ່ວ​ຕາມ​ຄວາມ​ຕ້ອງການ ເໝືອນ​ດັ່ງ​ຄົນ​ທີ່​ບໍ່​ນັບຖື​ພຣະເຈົ້າ.

6 ໃນ​ເລື່ອງ​ນີ້ ຢ່າ​ໃຫ້​ຄົນ​ໃດ​ລ່ວງ​ເຮັດ​ຜິດ​ຕໍ່​ພີ່ນ້ອງ​ຄຣິສຕຽນ​ຂອງຕົນ ຕາມ​ທີ່​ພວກເຮົາ​ໄດ້​ບອກ​ພວກເຈົ້າ​ໄວ້​ກ່ອນ​ແລ້ວ ແລະ​ພວກເຮົາ​ກໍໄດ້​ເຕືອນ​ພວກເຈົ້າ​ຢ່າງ​ໜັກແໜ້ນ​ວ່າ ອົງພຣະ​ຜູ້​ເປັນເຈົ້າ​ຈະ​ລົງໂທດ​ຄົນ​ທີ່​ເຮັດ​ຜິດ​ໃນ​ເລື່ອງ​ນີ້.

7 ເພາະວ່າ ພຣະເຈົ້າ​ບໍ່ໄດ້​ເອີ້ນ​ເອົາ​ພວກເຮົາ​ໃຫ້​ໃຊ້​ຊີວິດ​ໃນ​ທາງ​ຜິດ​ສິນທຳ ແຕ່​ໃຫ້​ໃຊ້​ຊີວິດ​ໃນ​ທາງ​ບໍຣິສຸດ.

8 ດ້ວຍເຫດນີ້ ຜູ້​ທີ່​ຝ່າຝືນ​ນັ້ນ​ກໍ​ບໍ່​ໄດ້​ຝ່າຝືນ​ຕໍ່​ມະນຸດ ແຕ່​ຝ່າຝືນ​ຕໍ່​ພຣະເຈົ້າ ຜູ້​ຊົງ​ໂຜດ​ປະທານ​ພຣະວິນຍານ​ບໍຣິສຸດເຈົ້າ​ຂອງ​ພຣະອົງ​ໃຫ້​ແກ່​ເຈົ້າ​ທັງຫລາຍ.

9 ສ່ວນ​ເລື່ອງ​ການ​ຮັກ​ພີ່ນ້ອງ​ທັງຫລາຍ​ນັ້ນ ເຮົາ​ບໍ່​ຈຳເປັນ​ຈະ​ຂຽນ​ຝາກ​ມາ​ໃຫ້​ພວກເຈົ້າ ເພາະ​ເຈົ້າ​ເອງ​ກໍໄດ້​ຮັບ​ການ​ຊົງ​ສັ່ງສອນ​ຈາກ​ພຣະເຈົ້າ​ແລ້ວ​ວ່າ ໃຫ້​ຮັກ​ກັນແລະກັນ.

10 ທີ່​ຈິງ​ແລ້ວ ພວກເຈົ້າ​ກໍໄດ້​ເຮັດ​ດັ່ງນັ້ນ​ຢູ່​ແລ້ວ ຕໍ່​ພີ່ນ້ອງ​ທັງໝົດ​ໃນ​ທົ່ວ​ແຂວງ​ມາເກໂດເນຍ. ພີ່ນ້ອງ​ທັງຫລາຍ​ເອີຍ ພວກເຮົາ​ຂໍ​ເຕືອນ​ສະຕິ​ພວກເຈົ້າ​ໃຫ້​ເຮັດ​ດັ່ງນັ້ນ​ຫລາຍກວ່າ​ເກົ່າ.

11 ຈົ່ງ​ຕັ້ງ​ເປົ້າໝາຍ​ທີ່​ຈະ​ໃຊ້​ຊີວິດ​ຢູ່​ຢ່າງ​ສະຫງົບສຸກ ທີ່​ຈະ​ເອົາໃຈໃສ່​ຕໍ່​ກິດທຸລະ​ຂອງ​ຕົນເອງ ແລະ​ທີ່​ຈະ​ທຳມາ​ຫາກິນ​ລ້ຽງ​ຊີບ​ດ້ວຍ​ມື​ຂອງ​ຕົນເອງ ຕາມ​ທີ່​ພວກເຮົາ​ໄດ້​ສັ່ງ​ພວກເຈົ້າ​ໄວ້​ແລ້ວ​ນັ້ນ.

12 ເພື່ອ​ການ​ດຳເນີນ​ຊີວິດ​ຂອງ​ພວກເຈົ້າ​ຈະ​ເປັນ​ທີ່​ນັບຖື​ແກ່​ຄົນ​ພາຍນອກ ແລ້ວ​ພວກເຈົ້າ​ຈະ​ບໍ່​ຕ້ອງ​ເອື່ອຍອີງ​ຄົນອື່ນ.


ຖານະ​ຂອງ​ຄົນຕາຍ ແລະ ຄົນ​ເປັນ​ໃນ​ວັນ​ທີ່​ອົງພຣະ​ຜູ້​ເປັນເຈົ້າ​ຈະ​ສະເດັດ​ກັບ​ມາ

13 ພີ່ນ້ອງ​ທັງຫລາຍ​ເອີຍ, ພວກເຮົາ​ຢາກ​ໃຫ້​ພວກເຈົ້າ​ຮູ້​ຄວາມຈິງ ເຖິງ​ພວກ​ທີ່​ຫລັບ​ໄປ​ແລ້ວ​ນັ້ນ ເພື່ອ​ວ່າ​ພວກເຈົ້າ​ຈະ​ບໍ່ໄດ້​ເສົ້າໂສກ ເໝືອນ​ດັ່ງ​ຄົນອື່ນ​ທີ່​ບໍ່ມີ​ຄວາມຫວັງ.

14 ເພາະ​ໃນ​ເມື່ອ​ພວກເຮົາ​ເຊື່ອ​ວ່າ ພຣະເຢຊູເຈົ້າ​ໄດ້​ສິ້ນພຣະຊົນ ແລະ​ໄດ້​ຄືນພຣະຊົນ​ແລ້ວ ໂດຍ​ພຣະເຢຊູເຈົ້າ​ນັ້ນ​ແຫຼະ ພຣະເຈົ້າ​ຈະ​ນຳ​ຄົນ​ຜູ້​ທີ່​ຫລັບ​ໄປ​ແລ້ວ​ນັ້ນ​ຄືນ​ມາ​ກັບ​ພຣະອົງ.

15 ໃນ​ຂໍ້​ນີ້ ເຮົາ​ບອກ​ເຈົ້າ​ທັງຫລາຍ​ຕາມ​ພຣະທຳ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ວ່າ ພວກເຮົາ​ຜູ້​ຍັງ​ມີ​ຊີວິດ​ຢູ່ ແລະ​ຄອຍຖ້າ​ການ​ສະເດັດ​ມາ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ເຮົາ​ຈະ​ລ່ວງໜ້າ​ໄປ​ກ່ອນ​ພວກ​ຄົນ​ທີ່​ຫລັບໄປ​ແລ້ວ​ນັ້ນ​ກໍ​ບໍ່ໄດ້​ແທ້.

16 ດ້ວຍວ່າ, ຈະ​ມີ​ສຽງ​ຮ້ອງ​ບັນຊາ​ອັນ​ດັງ, ສຽງ​ຂອງ​ອັກຄະ​ເທວະດາ ສຽງ​ແກ​ຂອງ​ພຣະເຈົ້າ ແລະ​ອົງພຣະ​ຜູ້​ເປັນເຈົ້າ​ເອງ​ຈະ​ສະເດັດ​ລົງ​ມາ​ຈາກ​ສະຫວັນ ພວກ​ທີ່​ເຊື່ອ​ໃນ​ພຣະຄຣິດ​ທີ່​ຕາຍໄປ​ແລ້ວ ກໍ​ຈະ​ເປັນ​ຄືນ​ມາ​ສູ່​ຊີວິດ​ກ່ອນ.

17 ແລ້ວ​ພວກເຮົາ​ຜູ້​ທີ່​ຍັງ​ມີ​ຊີວິດ​ຢູ່​ໃນ​ເວລາ​ນັ້ນ ກໍ​ຈະ​ຖືກ​ຮັບ​ຂຶ້ນ​ໄປ​ໃນ​ເມກ​ພ້ອມ​ກັບ​ຄົນ​ພວກ​ນັ້ນ ເພື່ອ​ພົບ​ກັບ​ອົງພຣະ​ຜູ້​ເປັນເຈົ້າ​ໃນ​ຟ້າ​ອາກາດ. ຢ່າງ​ນັ້ນ​ແຫຼະ ພວກເຮົາ​ຈຶ່ງ​ຈະ​ຢູ່​ກັບ​ອົງພຣະ​ຜູ້​ເປັນເຈົ້າ​ຕະຫລອດໄປ​ເປັນນິດ.

18 ດ້ວຍເຫດນີ້ ຈົ່ງ​ເລົ້າໂລມ​ອອຍໃຈ​ຊຶ່ງກັນແລະກັນ ດ້ວຍ​ຂໍ້ຄວາມ​ເຫຼົ່ານີ້​ເທີ້ນ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan